ຮອງລັດຖະມົນຕີ ປທສ ເຂົ້າຮ່ວມ ກອງປະຊຸມ ອິນເຕີເນັດໂລກ ຄັ້ງທີ 5
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 58 ຄັ້ງ | ເວລາ | 2024-12-22 00:00:00
ທ່ານ ບຸນສະເຫຼີມໄຊ ເຄນນາວົງ, ຮອງລັດຖະມົນຕີ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມ ກອງປະຊຸມ ອິນເຕີເນັດໂລກ ຄັ້ງທີ 5 “The 5th World Internet Conference” ທີ່ເມືອງ ອູເຈິ້ນ, ສປ ຈີນ ໃນລະຫວ່າງວັນທີ 06-10 ພະຈິກ ຜ່ານມານີ້, ເຊິ່ງຮ່ວມຈັດຂຶ້ນໂດຍ ຄະນະກຳມະການບໍລິຫານອິນເຕີເນັດ ສປ ຈີນ (Cyberspace Administration of China (CAC) ແລະ ລັດຖະບານແຂວງ ເຈີ້ຈ່ຽງ, ພາຍໃຕ້ຫົວຂໍ້ “ສ້າງໂລກດິຈິຕອນທີ່ມີຄວາມປອດໄພຮ່ວມກັນ ແລະ ການຄຸ້ມຄອງແບບກວ້າງຂວາງ - ກ້າວສູ່ສັງຄົມທີ່ມີອະນາຄົດໃນໂລກອິນເຕີເນັດຮ່ວມກັນ” (Theme: “Creating a Digital World of Mutual Trust and Collective Governance – Towards a Community with a Shared Future in Cyberspace”) ມີຜູ້ເຂົ້າຮ່ວມ ທີ່ມາຈາກບັນດາລັດຖະບານຫຼາຍປະເທດ, ອົງການຈັດຕັ້ງສາກົນ, ພາກທຸລະກິດ, ບໍລິສັດເຕັກໂນໂລຊີ ແລະ ພາກສ່ວນສັງຄົມຕ່າງໆໃນທົ່ວໂລກ.
ໃນກອງປະຊຸມ ໄດ້ມີການປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນກ່ຽວກັບການພັດທະນານະວັດຕະກໍາໃໝ່, ການຄຸ້ມຄອງຄວາມປອດໄພທາງອິນເຕີເນັດ, ການແລກປ່ຽນວັດທະນະທໍາ, ການເປັນຢູ່ຂອງຄົນ ແລະ ການຮ່ວມມືສາກົນ. ໃນໂອກາດດຽວກັນນີ້, ຍັງມີຫຼາຍກອງປະຊຸມປິ່ນອ້ອມທີ່ສຳຄັນ, ໂດຍສະເພາະກອງປະຊຸມແບບເປີດກວ້າງ ທີ່ມີຫົວຂໍ້ສົນທະນາກ່ຽວກັບການກ້າວຂຶ້ນເປັນມະຫາອໍານາດທາງດ້ານເຕັກໂນໂລຊີຂອງຈີນ ແລະ ຍັງມີກອງປະຊຸມເວທີນຳສະເໜີນະວັດຕະກໍາ, ເຕັກໂນໂລຊີໃໝ່ ທີ່ມີບັນດາບໍລິສັດຍັກໃຫຍ່ຂອງຈີນ ແລະ ສາກົນ ຂຶ້ນນຳສະເໜີ ກ່ຽວກັບຜົນງານການຄົ້ນຄວ້າ ຜະລິດຕະພັນໃໝ່ຂອງຕົນ ເຊັ່ນ: ບໍລິສັດ ຫົວເຫວີຍ, Tencent, Xiaomi, Baidu, Amazon ແລະ ອື່ນໆ. ພ້ອມນີ້ ກໍ່ມີກອງປະຊຸມນໍາສະເໜີກ່ຽວກັບ ສະພາບການພັດທະນາໄອຊີທີ ໃນໂລກ ໂດຍສະເພາະຫົວຂໍ້ ການປົກປ້ອງຂໍ້ມູນສ່ວນຕົວໃນຍຸກແຫ່ງ Big Data, ການສ້າງກາລະໂອກາດໃນການພັດທະນາ ແລະ ຮ່ວມມື ຜ່ານ ປັນຍາປະດິດ (Artificial Intelligence – AI), ຫົວຂໍ້ກ່ຽວກັບ FinTech, ການຄາດຄະເນອະນາຄົດຂອງອິນເຕີເນັດ, ການຮ່ວມມືສາກົນສຳລັບການປ້ອງກັນ ແກ້ໄຂ ການກໍ່ການຮ້າຍທາງຄອມພິວເຕີ, ອິນເຕີເນັດກັບ ການບໍລິການສາທາລະນະ, IoT (Internet of Things), ການຄຸ້ມຄອງຄວາມປອດໄພທາງອິນເຕີເນັດ ແລະ ອື່ນໆ.
ຄຽງຄູ່ກັບກອງປະຊຸມອິນເຕີເນັດໂລກ ກໍ່ມີງານວານສະແດງພາຍໃຕ້ຫົວຂໍ້ ແສງແຫ່ງອິນເຕີເນັດ The “Light of Internet” Expo, ເຊິ່ງມີຫຼາຍບໍລິສັດໃຫຍ່ທາງດ້ານໄອຊີທີ ແລະ ໂທລະຄົມມະນາຄົມ ຂອງຈີນ ໄດ້ເຂົ້າມາວາງສະແດງສິນຄ້າ ແລະ ຜະລິດຕະພັນຂອງຕົນ.
ຂ່າວ: ສູນອິນເຕີເນັດແຫ່ງຊາດ, ປທສ. / 27/11/2018
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ