ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2023
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 4 ຄັ້ງ | ເວລາ | 2026-07-18 04:38:04
ຂປລ. ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2023 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 4 ກໍລະກົດ 2023 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະ ບານ, ເຈົ້າແຂວງ, ເຈົ້າຄອງນະຄອນຫລວງວຽງຈັນ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະ ຊວງ, ສູນກາງແນວລາວສ້າງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນ, ອົງການກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ທ່ານເຈົ້າແຂວງຈຳນວນໜຶ່ງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.
ກອງປະຊຸມລັດຖະບານເປີດກວ້າ ງຄັ້ງທີ I ປີ 2023 ຈະດຳເນີນໄປເປັນເວລາ 2 ວັນເຄິ່ງໂດຍຜູ້ເຂົ້າຮ່ວມ ຈະໄດ້ພ້ອມກັນປຶກສາຫາລື, ຄົ້ນຄວ້າ 15 ຫົວຂໍ້ທີ່ສໍາຄັນ ແລະ ເຄັ່ງຮ້ອນໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບແຜນວຽກຈຸດສຸມຂອງ 2 ວາລະແຫ່ງຊາດ ກໍຄື ການແກ້ໄຂບັນຫາລວມຂອງຊາດ ຄື: 1. ສະຫລຸບຕີລາຄາ ສະພາບພົ້ນເດັ່ນ ໃນ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ຂອງລັດຖະບານ; 2. ສະຫລຸບລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ສະເໜີແຜນແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023; 3. ສະຫລຸບລາຍງານ ຄວາມຄືບໜ້າໃນການປັບປຸງສະພາບແວດລ້ອມການລົງທຶນ 6 ເດືອນຕົ້ນປີ ຕາມການແບ່ງຄວາມຮັບຜິດຊອບໃນດຳລັດ ສະບັບເລກທີ 90/ນຍ ແລະ ສະ ເໜີແຜນວຽກໃນ 6 ເດືອນທ້າຍປີ 2023, ການແກ້ໄຂໜີ້ສິນການລົງທຶນຂອງລັດ; 4. ສະຫລຸບລາຍງານຄວາມຄືບໜ້າໃນການແກ້ໄຂຜົນການກວດສອບ ຕາມການແບ່ງຄວາມຮັບຜິດຊອບໃນ ດຳລັດ ສະ ບັບເລກທີ 90/ນຍ ແລະ ທິດທາງແກ້ໄຂໃນຕໍ່ໜ້າ; 5. ສະຫລຸບລາຍງານຄວາມຄືບໜ້າການຈັດຕັ້ງການເກັບລາຍຮັບເປັນທັນສະໄໝ 6 ເດືອນຕົ້ນປີ ຕາມການແບ່ງຄວາມຮັບຜິດຊອບໃນດຳລັດ ສະບັບເລກທີ 90/ນຍ ແລະ ສະເໜີແຜນວຽກການຫັນເປັນທັນສະໄໝໃນ 6 ທ້າຍປີ 2023; 6. ລາຍງານການແກ້ໄຂບັນຫາເງິນເຟີ້ ແລະ ການຄຸ້ມຄອງອັດຕາແລກປ່ຽນ; 7. ລາຍງານການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການທີ່ແພງຂຶ້ນ ແລະ ມາດຕະການແກ້ໄຂໃນ 6 ເດືອນທ້າຍປີ 2023; 8. ລາຍງານສະພາບການຜະລິດລະດູແລ້ງຜ່ານມາ ແລະ ການຜະລິດລະດູຝົນ 2023 ຕິດພັນກັບມາດຕະການຮັບມືກັບໄພແລ້ງ, ການແກ້ໄຂການບຸກລຸກປ່າໄມ້ ແລະ ໄຟໄໝ້ປ່າ; 9. ສະຫລຸບລາຍງານ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ມະຕິຕົກລົງ ເລກທີ 14/ລບ, ລົງວັນທີ 26 ທັນວາ 2022 ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃຫ້ບັນດາກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງປະຕິບັດມະຕິຕົກລົງ ຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 26/ຄບສພ, ລົງວັນທີ 3 ສິງຫາ 2017 ກ່ຽວກັບການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່; 10. ລາຍງານມາດຕະການແກ້ໄຂ ບັນຫາການຮຽນ-ການສອນ, ນັກຮຽນຂາດຮຽນ, ຮຽນບໍ່ຈົບ, ຂາດຄູສອນ ແລະ ອື່ນໆ; 11. ລາຍງານການແກ້ໄຂບັນຫາແຮງງານ ແລະ ການຄົ້ນຄວ້າປັບປຸງອັດຕາຄ່າແຮງງານຕ່ຳສຸດ, ການຄຸ້ມຄອງແຮງງານລາວ ໄປອອກແຮງງານຢູ່ຕ່າງປະເທດ ແລະ ແຮງງານຕ່າງປະເທດ ມາອອກແຮງງານຢູ່ລາວ; 12. ສະຫລຸບລາຍງານ ສະເໜີນະໂຍບາຍ, ແຜນວຽກຕົ້ນຕໍ ແລະ ແຜນແບ່ງຄວາມຮັບຜິດຊອບ ໃນການກະກຽມໃຫ້ແກ່ການເປີດປີທ່ອງທ່ຽວລາວ ປີ 2024; 13. ລາຍງານຄວາມຄືບໜ້າ ແລະ ແຜນການກະກຽມເປັນປະທານອາຊຽນ 2024; 14. ສະຫລຸບຜົນການຈັດຕັ້ງປະ ຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສະ ເໜີແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ແລະ 15. ສະຫລຸບຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕິດພັນກັບການແກ້ໄຂບັນຫາອາວຸດເຖື່ອນ ແລະ ສະເໜີແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023.
ໃນໂອກາດກ່າວເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາ ສະມາຊິກລັດ ຖະບານ, ເຈົ້າແຂວງ, ເຈົ້າຄອງນະຄອນຫລວງວຽງຈັນ, ຫົວໜ້າອົງການຈັດຕັ້ງພັກ, ອົງການທຽບເທົ່າຂັ້ນສູນກາງຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະ ນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອໃຫ້ກອງປະຊຸມໃນຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກໍານົດໄວ້.
ຂ່າວ: ກົມປະຊາສຳພັນ, ພາບ: ອ່າຍຄຳ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ


