ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປະຈຳປີ 2022 ປຶກສາຫາລື 5 ຫົວຂໍ້ສຳຄັນ ແລະ ເຄັ່ງຮ້ອນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 4 ຄັ້ງ | ເວລາ | 2026-07-18 04:38:05
ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2022 ໄດ້ເປີດຂຶ້ນໃນວັນທີ 19 ມັງກອນ 2023 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ບັນດາທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າອົງການທຽບເທົ່າກະຊວງ, ສະຖາບັນຄົ້ນຄວ້າເສດຖະກິດ-ສັງຄົມແຫ່ງຊາດ, ຜູ້ຕາງໜ້າແນວລາວສ້າງຊາດ, ອົງການຈັດຕັ້ງພັກ, ອົງການນິຕິບັນຍັດ, ອົງການຕຸລາການ, ອົງການຈັດຕັ້ງມະຫາຊົນ, ອົງການກວດສອບແຫ່ງລັດ ໄດ້ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ດໍາເນີນໄປໃນທ່າມກາງບັນຍາກາດທີ່ສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫຼັບສັບຊ້ອນ ຊຶ່ງເຮັດໃຫ້ເກີດຜົນກະທົບຢ່າງໜັກໜ່ວງ ຕໍ່ເສດຖະກິດ. ສໍາລັບຢູ່ປະເທດເຮົາ ກໍບໍ່ສາມາດຫຼີກລ່ຽງຜົນກະທົບ ຈາກສະພາບດັ່ງກ່າວເຊັ່ນດຽວກັນ, ໂດຍສະເພາະ ແມ່ນໄດ້ກະທົບຕໍ່ສະຖຽນລະພາບດ້ານເສດຖະກິດມະຫາພາກ ເປັນຕົ້ນ ການຂາດດຸນເງິນຕາຕ່າງປະເທດ, ການເໜັງຕີງແຮງຂອງອັດຕາແລກປ່ຽນເງິນຕາ, ລາຄານ້ຳມັນເຊື້ອໄຟ, ລາຄາສິນຄ້າອຸປະໂພກ-ບໍລິໂພກ ເພີ່ມຂຶ້ນສູງ.
ກອງປະຊຸມລັດຖະບານ ເປີດກວ້າງຄັ້ງທີ II ປະຈຳປີ 2022 ຈະໄດ້ພ້ອມກັນປຶກສາຫາລື, ຄົົ້ນຄວ້າ 5 ຫົວຂໍ້ ທີ່ສໍາຄັນ ແລະ ເຄັ່ງຮ້ອນ ໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບບັນດາວຽກຈຸດສຸມຂອງສອງວາລະແຫ່ງຊາດ ທີ່ສະພາແຫ່ງຊາດໄດ້ຮັບຮອງ ກໍຄື ການແກ້ໄຂບັນຫາລວມຂອງຊາດ ດັ່ງນີ້:
ສະຫຼຸບການຈັດຕັ້ງປະຕິບັດວຽກງານຈຸດສຸມ ປີ 2022 ແລະ ທິດທາງແຜນຈຸດສຸມ ປີ 2023 ຂອງລັດຖະບານ.
ສະເໜີແຜນແບ່ງຄວາມຮັບຜິດຊອບ ແລະ ແຜນວຽກຕົວຈິງ ໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມ ສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານ, ແຜນເງິນຕາ ແລະ ແຜນແກ້ໄຂຜົນການກວດສອບ ໝົດປີ 2023.
ລາຍງານ ກ່ຽວກັບຂໍ້ຫຍຸ້ງຍາກ ໃນການດຳເນີນທຸລະກິດ ຢູ່ ສປປ ລາວ ແລະ ສະເໜີແຜນແບ່ງຄວາມຮັບຜິດຊອບ ແລະ ແຜນວຽກຕົວຈິງ ໃນການປັບປຸງສະພາບແວດລ້ອມການລົງທຶນ ຢູ່ ສປປ ລາວ ໃນປີ 2023.
ລາຍງານ ກ່ຽວກັບການຮ່ວມມື ລາວ-ຫວຽດນາມ: ຜົນການຢ້ຽມຢາມ ຂອງຝ່າຍລາວ ຢ່າງເປັນທາງການ ແລະ ຜົນກອງປະຊຸມສະຫຼຸບ ປີສາມັກຄີ ລາວ-ຫວຽດນາມ ແລະ ສະພາບການຈັດຕັ້ງປະຕິບັດບັນດາເນື້ອໃນ ຂໍ້ຕົກລົງ ຄັ້ງທີ 44 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ, ສະເໜີແຜນວຽກ ແລະ ແຜນແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດຕົວຈິງ ຜົນກອງປະຊຸມຄັ້ງທີ 45 ກໍຄືແຜນການຮ່ວມມືປີ 2023.
ລາຍງານ ສະພາບການຈັດຕັ້ງປະຕິບັດ ການເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍ ເປັນທັນສະ ໄໝ ໃນປີ 2022 ແລະ ສະເໜີແຜນວຽກຕົວຈິງ ແລະ ແຜນແບ່ງຄວາມຮັບຜິດຊອບ ໃນການຫັນການເກັບລາຍຮັບເປັນທັນສະໄໝ ໃນປີ 2023.
ໃນໂອກາດກ່າວເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານ ສະມາຊິກລັດຖະ ບານ, ບັນດາທ່ານເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອໃຫ້ກອງປະຊຸມຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກໍານົດໄວ້.
ແຫຼ່ງ: ປະຊາຊົນ, ຂ່າວ: ຫສນຍ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ



