ຜົນກອງປະຊຸມລັດຖະບານ ປະຈໍາເດືອນ ສິງຫາ 2022
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 4 ຄັ້ງ | ເວລາ | 2026-07-18 04:38:04
ຂປລ.ກອງປະຊຸມລັດຖະບານ ປະຈໍາເດືອນ ສິງຫາ 2022 ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 24ແລະ ອັດລົງວັນທີ 25 ສິງຫາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະ ບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງ ເຂົ້າຮ່ວມ ຢ່າງພ້ອມພຽງ.
ທ່ານນາງ ທິບພະກອນຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ຄົົ້ນຄວ້າ, ຕົກລົງ ແລະ ມີທິດຊີ້ນຳ ຕໍ່ຫົວຂໍ້ທີ່ສໍາຄັນຕ່າງໆ ດັ່ງນີ້: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງ ເອົາບົດສະຫລຸບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງລັດຖະບານ ໃນເດືອນສິງຫາ ແລະ ແຜນການ ຈັດຕັ້ງປະຕິບັດວຽກງານຈຸດສຸມ ສຳລັບເດືອນກັນຍາ 2022 ໂດຍມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ໂຄງຮ່າງຂອງບົດສະຫລຸບ ໃຫ້ໄປຕາມໂຄງຂອງບົດສະຫລຸບແຜນວຽກງານຈຸດສຸມປະຈໍາປີ. ສໍາລັບເນື້ອໃນຂອງບົດສະຫລຸບປະຈໍາເດືອນ ແມ່ນໃຫ້ເຫັນຜົນງານອັນພົ້ນເດັ່ນແຕ່ລະຂົງເຂດວຽກງານ ລວມທັງ ຜົນສຳເລັດທີ່ສາມາດປະຕິບັດໄດ້ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຍັງຕ້ອງໄດ້ສືບຕໍ່ສຸມໃສ່ແກ້ໄຂໃນຕໍ່ໜ້າ ເພື່ອເຮັດໃຫ້ບົດສະຫລຸບ ມີເນື້ອໃນຄົບຖ້ວນ, ສົມບູນ ເພື່ອເປັນບ່ອນອີງໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ນໍາໄປຈັດຕັ້ງຜັນຂະຫຍາຍ ໃຫ້ເປັນຮູບປະທໍາຕົວຈິງ.
ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການ ຮັບຮອງເອົາແຜນການສ້າງ ແລະປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຊຸດທີ IX(2021-2025), ພ້ອມທັງຊີ້ນໍາໃຫ້ກະຊວງຍຸຕິທໍາເປັນເຈົ້າການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງປັບປຸງແຜນດັ່ງກ່າວ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ໂດຍສະເພາະກົດໝາຍທີ່ເປັນບູລິມະສິດ, ກົດໝາຍທີ່ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ກົດໝາຍທີ່ຕິດພັນກັບການປັບປຸງກົນໄກ ການປະຕິບັດວຽກງານຂອງລັດຖະບານ ກໍໃຫ້ເອົາເຂົ້າໃນແຜນສ້າງ ແລະ ປັບປຸງ ເພື່ອໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ລະບຽບການ, ເມື່ອແຜນດັ່ງກ່າວໄດ້ຖືກຮັບຮອງເອົາແລ້ວ ກໍໃຫ້ເປັນເຈົ້າການສົມທົບກັບກະຊວງກ່ຽວຂ້ອງ ຈັດຕັ້ງປະຕິ ບັດແຜນການສ້າງ ແລະ ປັບປຸງກົດໝາຍດັ່ງກ່າວ ໃຫ້ສຳເລັດຕາມກຳນົດເວລາ.
ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງເອົາ ແຜນຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ທະນາຄານໂລກ ປີ 2022-2026 ແລະ ບັນຊີໂຄງການບູລິມະສິດເຂົ້າແຜນການລົງທຶນຂອງລັດຖະບານ ທີ່ຈະໄດ້ຮັບທຶນຈາກທະນາຄານໂລກ ໃນບ້ວງເງິນງົບປະ ມານ IDA 20 ສໍາລັບໄລຍະ 2023-2024; ກອງປະຊຸມ ໄດ້ຊີ້ນໍາໃຫ້ກະຊວງ ແຜນການ ແລະ ການລົງທຶນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຮີບຮ້ອນປັບປຸງບາງເນື້ອໃນ ຕາມການປະກອບຄຳເຫັນຂອງສະ ມາຊິກລັດຖະບານ ໂດຍສະເພາະ ບັນດາໂຄງການຕ້ອງນອນໃນຂົງເຂດທີ່ເປັນບູລິມະສິດ ໃນການພັດທະ ນາຂອງລັດຖະບານ, ໃຫ້ຕິດພັນກັບວາລະແຫ່ງຊາດ ແລະ ນະໂຍບາຍຂອງທະນາຄານໂລກ. ພ້ອມກັນນີ້, ພາຍຫລັງທີ່ໂຄງການໄດ້ຖືກຮັບຮອງແລ້ວ ແມ່ນໃຫ້ເຂັ້ມງວດໃນການຈັດຕັ້ງປະຕິບັດ ເພື່ອຮັບປະກັນການ ນໍາໃຊ້ທຶນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.
ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການ ຮັບຮອງເອົາການປັບປຸງບັນຊີກິດຈະ ການຄວບຄຸມ ແລະ ກິດຈະການສໍາປະທານ, ພ້ອມຊີ້ນໍາໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບຂະແໜງການກ່ຽວຂ້ອງ ຮຽບຮຽງຄືນບັນຊີກິດຈະການ ໃຫ້ສົມບູນ ຄົບຖ້ວນ ແລະ ຮ່າງດຳລັດວ່າດ້ວຍການຮັບຮອງບັນຊີດັ່ງກ່າວ ສະເໜີ ນາຍົກລັດຖະມົນຕີ ເພື່ອພິຈາລະນາ ລົງລາຍເຊັນ ແລະ ປະກາດໃຊ້.
ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການ ຮັບຮອງເອົາບົດລາຍງານຄວາມຄືບໜ້າການຈັດຕັັ້ງປະຕິບັດ ບັນດາໜ້າວຽກຈຸດສຸມທີ່ໄດ້ກໍານົດ ໃນມະຕິຂອງສະພາແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ທັງຊີ້ນໍາໃຫ້ບັນດາສະມາຊິກລັດຖະບານ ສືບຕໍ່ຍົກສູງຄວາມຮັບຜິດຊອບ ໃນການນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດຕົວຈິງ ບັນດາໜ້າວຽກຂອງຕົນ ທີ່ຍັງບໍ່ທັນສຳເລັດຕາມກຳນົດເວລາທີ່ກຳນົດໃນມະຕິດັ່ງກ່າວ ໂດຍລົງເລິກເບິ່ງສາເຫດທີ່ພາໃຫ້ບໍ່ສຳເລັດ ແລະ ມີວິທີປະຕິບັດຕົວຈິງ, ມີການແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ ແລະ ມີການຕິດຕາມ ຊຸກຍູ້ຢ່າງເປັນປະຈຳ; ມອບໃຫ້ບັນດາຮອງນາຍົກລັດຖະມົນຕີ ທີ່ຮັບຜິດຊອບຊີ້ນຳແຕ່ລະຂົງເຂດ ລົງເລິກຊຸກຍູ້ ແລະ ຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດມະຕິດັ່ງກ່າວນີ້ ແລະ ມະຕິອື່ນໆ ໂດຍມອບໃຫ້ຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ເຮັດເປັນຕາຕະລາງ ຕິດຕາມຢ່າງລະອຽດ; ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ສືບຕໍ່ເປັນເຈົ້າການຕິດຕາມຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດຂອງຂະແໜງການກ່ຽວ ຂ້ອງ ແລ້ວສັງລວມລາຍງານຕໍ່ນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີ ແລະ ລັດຖະບານ ໃນແຕ່ລະໄລຍະ ຢ່າງເປັນປົກກະຕິ.
ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງເອົາ ຮ່າງແຜນຍຸດທະສາດແຫ່ງຊາດ ວ່າດ້ວຍວຽກງານການຕ້ານ, ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ຂອງສປປ ລາວ ໄລຍະ 10 ປີ(2021-2030) ແລະ ວິໄສທັດ ຮອດປີ 2035; ພ້ອມທັງຊີ້ນໍາ ໃຫ້ທະນາຄານ ແຫ່ງສປປ ລາວ ນໍາໄປປັບປຸງບາງຈຸດຕື່ມ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະ ບານ. ພາຍຫລັງປັບປຸງຮຽບຮຽງຮ່າງຍຸດທະສາດດັ່ງກ່າວ ໄດ້ສົມບູນແລ້ວ ໃຫ້ຮ່າງດຳລັດວ່າດ້ວຍການຮັບ ຮອງເອົາຮ່າງຍຸດທະສາດດັ່ງກ່າວ ເພື່ອສະເໜີຕໍ່ນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນໂດຍໄວ. ພາຍຫລັງ ການປະກາດໃຊ້ຍຸດທະສາດດັ່ງກ່າວແລ້ວ, ໃຫ້ທະນາຄານ ແຫ່ງສປປ ລາວ ເປັນໃຈກາງກວດ ກາ ບັນດານິຕິກຳທີ່ມີໃນໄລຍະຜ່ານມາ ມີອັນໃດທີ່ຕ້ອງປັບປຸງ ເພື່ອຍົກສູງຄຸນນະພາບຂອງການຈັດຕັ້ງປະຕິບັດວຽກງານ ການຕ້ານ, ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ.
ທ່ານນາງ ທິບພະກອນ ຈັນທະວົງສາ ກ່າວຕື່ມວ່າ: ສໍາລັບແຜນວຽກຈຸດສຸມເດືອນກັນຍາ 2022 ນີ້ ກໍແມ່ນເປັນການຜັນຂະຫຍາຍແຜນວຽກຈຸດສຸມ ຂອງລັດຖະບານ ໃນ 6 ເດືອນທ້າຍປີ 2022 ທີ່ໄດ້ຮັບ ຮອງ ໃນກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ຜ່ານມາ, ຕາມມະຕິ 07/ລບ ແລະ ມະຕິ 08/ລບ, ຊຶ່ງວຽກຈຸດສຸມຕົ້ນຕໍ ຍັງແມ່ນການສຸມໃສ່ປະຕິບັດແຜນດຳເນີນງານ ຂອງລັດຖະບານ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທຳຫລາຍຂຶ້ນ.
ສໍາລັບແຜນວຽກລະອຽດໃນແຕ່ລະຂົງເຂດມີດັ່ງນີ້: ສືບຕໍ່ຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢ່າງຕໍ່ເນື່ອງ ໃນນີ້ ບ່ອນໃດທີ່ບໍ່ທັນເປັນລະບຽບ ກໍໍໃຫ້ຈັດເຂົ້າສູ່ລະບຽບຕື່ມ ທັງເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫລຸດໜ້ອຍຖອຍລົງ; ສືບຕໍ່ຈັດຕັ້ງປະ ຕິບັດ ແຜນດໍາເນີນງານຂອງລັດຖະບານ ໃຫ້ປະສົບຜົນສໍາເລັດ ໂດຍສະເພາະການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ກ່ຽວກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2022 ໃຫ້ບັນລຸຄາດໝາຍທີ່ວາງໄວ້ ຕາມການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ທີ່ກຳນົດໃນມະຕິ ເລກທີ 08 ຂອງລັດຖະບານ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທຳຫລາຍຂຶ້ນ, ພ້ອມທັງກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2023 ໂດຍສະເພາະແຜນການລົງທຶນຂອງລັດ ໃຫ້ສໍາເລັດຕາມເວລາທີ່ກໍານົດໄວ້.
ສືບຕໍ່ເລັ່ງແກ້ໄຂສະພາບຄວາມບອບບາງດ້ານເສດຖະກິດມະຫາພາກ ໃຫ້ກັບສູ່ສະພາບປົກກະຕິ ໂດຍສຸມໃສ່ການຄຸ້ມຄອງອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້. ພ້ອມກັນນັ້ນ, ຕ້ອງສຸມໃສ່ແກ້ໄຂບັນຫາການສະໜອງນໍ້າມັນເຊື້ອໄຟ ໃຫ້ພຽງພໍ ດ້ວຍຫລາຍມາດຕະການ ໂດຍຖືເອົາມາດຕະການເສດຖະກິດ ແລະ ກົນໄກຕະຫລາດເປັນຕົ້ນຕໍ ໄປຄຽງຄູ່ກັບການກຳນົດມາດຕະການແກ້ໄຂໃນໄລຍະກາງ ແລະ ຍາວ. ສືບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ບໍ່ລັ່ງເລການປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 18 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານ, ດໍາລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ, ດໍາລັດ ວ່າດ້ວຍລົດຂອງລັດ ແລະ ນິຕິກຳລຸ່ມກົດໝາຍ ທີ່ກ່ຽວຂ້ອງຕ່າງໆ ໃຫ້ເຂັ້ມງວດ ແລະ ເປັນຮູບປະທຳຫລາຍຂຶ້ນ, ພ້ອມທັງສຸມໃສ່ກວດກາ-ຕິດຕາມ ການເກັບລາຍຮັບຈາກໂຄງການຂຸດຄົ້ນແຮ່ທາດໄລຍະທົດລອງ ເລີ່ມຈາກຂອດການຂຸດຄົ້ນ, ຂົນສົ່ງ ແລະ ຈຳໜ່າຍ. ສືບຕໍ່ປັບປຸງປະສິດທິຜົນຂອງການລົງທຶນຂອງລັດ ໃຫ້ດີຂຶ້ນ, ຢຸດການຈັດສັນທຶນໃສ່ໂຄງການໃໝ່ທີ່ບໍ່ມີປະສິດທິຜົນ ແລະ ສຸມໃສ່ໂຄງການລົງທຶນ ເພື່ອແກ້ໄຂຄວາມທຸກຍາກ ເປັນບູລິມະສິດ.
ສືບຕໍ່ແກ້ໄຂໜີ້ສິນສາທາລະນະ ດ້ວຍຫລາຍຮູບແບບ ໂດຍສະເພາະບັນຫາໜີ້ສິນຂອງລັດວິສາຫະກິດ ໃຫ້ສາມາດແກ້ໄຂໄດ້ໂດຍໄວ, ຫລຸດການສ້າງໜີ້ໃໝ່ທີ່ບໍ່ຈຳເປັນ ແລະ ອື່ນໆ, ເດັດຂາດບໍ່ໃຫ້ຕົກເຂົ້າສູ່ສະພາບທີ່ບໍ່ສາມາດຊໍາລະໜີ້ໄດ້. ສືບຕໍ່ປະຕິຮູບລັດວິສາຫະກິດ ທີ່ນອນໃນແຜນປະຕິຮູບ ຂອງລັດຖະ ບານ ແລ້ວນັ້ນ ໃຫ້ເປັນຮູບປະທຳຫລາຍຂຶ້ນ ໂດຍສະເພາະ ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດຫວຍພັດທະນາລາວ, ລັດວິສາຫະກິດການບິນລາວ. ໃຫ້ເລັ່ງສ້າງກົນໄກການພິຈາລະນາການລົງທຶນ ຂອງພາກເອກະຊົນໃຫ້ສຳເລັດໂດຍໄວ. ພ້ອມນັ້ນ, ກໍໃຫ້ເລັ່ງຊຸກຍູ້ ແລະ ສົ່ງເສີມບັນດາໂຄງການລົງທຶນຂອງຕ່າງປະເທດ ທີ່ໄດ້ອະນຸມັດແລ້ວ ໃຫ້ສາມາດຈັດຕັ້ງປະຕິບັດໂດຍໄວ. ໃນເວລາດຽວກັນ, ກໍຕ້ອງເລັ່ງກວດກາ, ຕິດຕາມ ບັນດາໂຄງການລົງທຶນທີ່ມີສັນຍາແລ້ວ ໃຫ້ໄດ້ຈັດຕັ້ງປະຕິບັດ ເພື່ອບໍ່ໃຫ້ມີການຈັບ ຈອງໄວ້ ໂດຍບໍ່ປະຕິບັດເຊິ່ງຖ່ວງດຶງການພັດທະນາ. ນອກນັ້ນ, ຕ້ອງຊຸກຍູ້ໃຫ້ມີການນຳເຂົ້າເງິນຕາຕ່າງ ປະເທດ ມາສູ່ເສດຖະກິດຂອງ ສປປ ລາວ ໃຫ້ໄວຂຶ້ນ ດ້ວຍການກວດກາການສິ້ນສຸດສັນຍາຊຳລະໜີ້ສິນຕ່າງປະເທດ ຂອງບັນດາໂຄງການ ກໍຄືຈຸດກຸ້ມທຶນ ແລະ ການມີຜົນກຳໄລຂອງເຂົາເຈົ້າ. ໃຫ້ຮີບຮ້ອນປັບປຸງຂອດການບໍລິການທາງລົດໄຟໃຫ້ດີຂຶ້ນ ໂດຍສະເພາະການຂາຍປີ້ລົດໄຟ, ການຈັດສັນສະຖານທີ່ພາຍໃນສະຖານີລົດໄຟ ໂດຍໃຫ້ມີເຂດການບໍລິການປິ່ນອ້ອມສະຖານີ ແລະ ອື່ນໆ.
ກອງປະຊຸມ ຍັງໄດ້ເນັ້ນໃຫ້ສືບຕໍ່ແກ້ໄຂຜົນກະທົບຈາກໄພພິບັດຝົນຕົກໜັກ ຢູ່ບາງແຂວງ ໃຫ້ກັບມາສູ່ປົກກະຕິໂດຍໄວ ໃນນັ້ນ, ໃຫ້ເອົາໃຈໃສ່ແກ້ໄຂບາງວຽກດັ່ງນີ້: ທ້ອງຖິ່ນໃດທີ່ຖືກຜົນກະທົບໜັກກໍໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮີບຮ້ອນສົມທົບອົງການປົກຄອງທ້ອງຖິ່ນ ຊ່ວຍເຫລືອບັນເທົາທຸກໃຫ້ທັນການ. ກະກຽມແນວພັນພືດ, ແນວພັນສັດ ເພື່ອສະໜອງໃຫ້ທ້ອງຖິ່ນທີ່ໄດ້ຮັບຜົນກະທົບໃຫ້ທັນການ ແລະ ພຽງພໍ. ພ້ອມກັນນັ້ນ ກໍໃຫ້ຮີບຮ້ອນສ້ອມແປງຊົນລະປະທານໃນຈຸດທີ່ຈຳເປັນ ທີ່ເປ່ເພ ໃຫ້ກັບມານຳໃຊ້ໄດ້ປົກກະຕິ. ສ້ອມແປງບັນດາເສັ້ນທາງຫລວງແຫ່ງຊາດ, ເສັ້ນທາງຫລວງຂອງທ້ອງຖິ່ນ ທີ່ເປ່ເພ ໃຫ້ສາມາດເດີນທາງໄປ-ມາໄດ້ປົກກະຕິ, ເດັດຂາດບໍ່ໃຫ້ເສັ້ນທາງຕັດຂາດ. ພ້ອມນັ້ນ, ກໍໃຫ້ເອົາໃຈໃສ່ແກ້ໄຂບັນຫານ້ຳຂັງ ຢູ່ຕາມເສັ້ນທາງຂອງບັນດາຕົວເມືອງໃຫຍ່ ໂດຍສະເພາະຢູ່ ນະຄອນ ຫລວງວຽງຈັນ. ຕິດຕາມບັນດາລະດັບນ້ຳຂອງເຂື່ອນໄຟຟ້າຕ່າງໆ ຢ່າງໃກ້ຊິດ ແລະ ມີແຜນການບໍລິຫານຈັດການນ້ຳທີ່ລະອຽດ, ຖ້າຈຳເປັນຈະເປີດປະຕູນ້ຳ ກໍໃຫ້ແຈ້ງໃຫ້ປະຊາຊົນຮັບຊາບ ທັງອະທິບາຍລະອຽດເຖິງຄວາມຈຳເປັນມາດຕະການຕ່າງໆເພື່ອຮອງຮັບ ໃນການປ່ອຍນ້ຳໃນແຕ່ລະຄັ້ງ ກໍຄືຜົນກະທົບທີ່ອາດຈະເກີດຂຶ້ນ ໃຫ້ປະຊາຊົນຮັບຊາບຢ່າງກວ້າງຂວາງ ແລະ ທັນການ ເພື່ອໃຫ້ປະຊາຊົນກະກຽມ ແລະ ມີສ່ວນຮ່ວມໃນການຮັບມືກັບການເປີດປະຕູນ້ຳດັ່ງກ່າວ.
ສືບຕໍ່ຕິດຕາມ, ເຝົ້າລະວັງ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19, ເຖິງວ່າການແຜ່ລະບາດຈະຜ່ອນລົງແລ້ວກໍຕາມ ແຕ່ກໍບໍ່ໃຫ້ລະເຫລີງ ໂດຍສະເພາະການປະຕິບັດມາດຕະການປ້ອງກັນຂັ້ນພື້ນຖານ, ລວມທັງ ພະຍາດລະບາດຕາມລະດູການ. ກະກຽມຮອບດ້ານໃຫ້ແກ່ການເປີດສົກຮຽນໃໝ່ ສຳລັບການສຶກສາທຸກຊັ້ນ, ທຸກສາຍ ໃຫ້ມີຄວາມພ້ອມ ແລະ ບໍ່ໃຫ້ມີປະກົດການຫຍໍ້ທໍ້. ໃຫ້ຮີບຮ້ອນກະກຽມຈັດກອງປະຊຸມວຽກງານແຂ່ງຂັນຍ້ອງຍໍທົ່ວປະເທດໃຫ້ດີ ໂດຍສະເພາະການກະກຽມທາງດ້ານເນື້ອໃນ ຕ້ອງໃຫ້ມີລັກສະນະບຸກທະລຸ ເພື່ອແກ້ໄຂບັນຫາຄົງຄ້າງຂອງວຽກງານ ແຂ່ງຂັນຍ້ອງຍໍໃນໄລຍະຜ່ານມາ ໃຫ້ສາມາດເລືອກໄດ້ ບຸກຄົນ, ນິຕິບຸກຄົນ ທີ່ດີເດັ່ນແທ້; ສືບຕໍ່ຈັດຕັ້ງປະຕິບັດແນວທາງການຕ່າງ ປະເທດ ຂອງພັກຢ່າງສະເໝີຕົ້ນສະເໝີປາຍ. ອັນພິເສດ ສືບຕໍ່ຊີ້ນໍາການສ້າງຂະບວນການຮອບດ້ານ ເພື່ອຈັດຕັ້ງສະເຫລີມສະຫລອງສອງວັນປະຫວັດສາດ ລະຫວ່າງລາວ-ຫວຽດນາມ ໃຫ້ເປັນຂະບວນການຟົດຟື້ນ ບົນຈິດໃຈປະຢັດມັດທະຍັດ, ຖືເອົາເນື້ອໃນເປັນຕົ້ນຕໍ ແລະ ຮູບການເປັນອັນສໍາຄັນ; ພ້ອມກັນນີ້ ກໍກະກຽມຮອບດ້ານໃຫ້ແກ່ການນຳຂັ້ນສູງ ໃນການໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ. ນອກນັ້ນ ກໍໃຫ້ສືບຕໍ່ຜັນຂະຫຍາຍຂໍ້ຕົກລົງຂອງສອງຝ່າຍ ແລະ ຫລາຍຝ່າຍ ໃຫ້ເປັນຮູບປະທຳ; ຈັດລຽງບູລິມະສິດ ໃນການໄປເຄື່ອນໄຫວຕ່າງປະເທດ ເພື່ອປະຢັດງົບປະມານທີ່ຈຳເປັນ.
ເພື່ອໃຫ້ທິດທາງແຜນວຽກຈຸດສຸມເດືອນກັນຍາ 2022 ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາ, ບັນດາທ່ານ ສະມາຊິກລັດຖະບານ ຕະຫລອດຮອດອົງການປົກຄອງທ້ອງຖິ່ນ ຕ້ອງໄດ້ຫັນເປັນແຜນຈັດຕັ້ງປະຕິບັດລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄະລາກອນຢູ່ໃນແຕ່ລະຂັ້ນ, ໃຫ້ມີຜູ້ຮັບຜິດຊອບ, ມີກົນໄກ, ມີລະດັບຄາດໝາຍດ້ານເວລາ ແລະ ຄາດໝາຍດ້ານຜົນສໍາເລັດວຽກງານໃນແຕ່ລະໄລຍະໃຫ້ຈະແຈ້ງ ແລະ ສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ຂອງແຕ່ຂະແໜງການໃຫ້ໄດ້ຮັບຜົນດີ.
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ

