ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ພຶດສະພາ 2022
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 4 ຄັ້ງ | ເວລາ | 2026-07-18 04:38:04
ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພຶດສະພາ 2022 ໄດ້ເປີດຂຶ້ນ ໃນຕອນເຊົ້າ ແລະ ປິດລົງ ໃນຕອນແລງ ຂອງວັນທີ 30 ພຶດສະພາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ຄົົ້ນຄວ້າ, ຕົກລົງ ແລະ ມີທິດຊີ້ນຳ ຕໍ່ຫົວຂໍ້ທີ່ສໍາຄັນຕ່າງໆດັ່ງນີ້:
ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງລັດຖະບານ ເດືອນພຶດສະພາ ແລະ ແຜນການຈັດຕັ້ງປະຕິບັດວຽກງານຈຸດສຸມ ເດືອນມິຖຸນາ 2022ໂດຍມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນຜົນສຳເລັດທີ່ສາມາດປະຕິບັດໄດ້ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຍັງຕ້ອງໄດ້ສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ບົດສະຫຼຸບ ມີເນື້ອໃນຄົບຖ້ວນ, ສົມບູນຂຶ້ນຕື່ມ ແລະ ເປັນບ່ອນອີງໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ນໍາໄປຈັດຕັ້ງຜັນຂະຫຍາຍ.
ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບົດລາຍງານການກະກຽມ ໃຫ້ແກ່ການຢ້ຽມຢາມຣາຊະອານາຈັກໄທ ຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍມອບໃຫ້ກະຊວງການຕ່າງປະເທດ ເປັນໃຈກາງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກະກຽມເນື້ອໃນ ໃຫ້ມີຄວາມລະອຽດ ແລະ ຊັດເຈນ ຮັບປະກັນໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງບົດລາຍງານຂອງລັດຖະບານ ທີ່ຈະໄປລາຍງານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍມອບໃຫ້ກະຊວງກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ໂຄງຮ່າງບົດລາຍງານ, ເປັນບົດລາຍງານ 6 ເດືອນຕົ້ນປີ 2022, ການສະຫຼຸບໂຕເລກ ໃຫ້ມີຄວາມເປັນເອກະພາບກັນ, ລວມທັງ ສາເຫດທີ່ພາໃຫ້ມີຜົນສຳເລັດ ແລະ ຂໍ້ຄົງຄ້າງຕ່າງໆໃຫ້ຖືກຕ້ອງ ແລະ ແທດເໝາະກັບຕົວຈິງ.
ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍການແກ້ໄຂລະເບີດບໍ່ທັນແຕກຕົກຄ້າງ ໂດຍຊີ້ນຳໃຫ້ກະຊວງແຮງງານ ແລະ ຫວັດດີການສັງຄົມ ນຳໄປປັບປຸງຕື່ມ ຕາມຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການນຳໃຊ້ຄຳສັບ, ການເພີ່ມຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ,ຖອດຖອນເອົາບົດຮຽນອັນດີທີ່ເຮັດໄດ້ໃນໄລຍະຜ່ານມາ ກຳນົດເຂົ້າໃນນະໂຍບາຍເຫຼົ່ານີ້ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ກອງປະຊຸມເຫັນດີຮັບຮອງດ້ານຫຼັກການ ຕໍ່ຮ່າງແຜນດໍາເນີນງານແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງໃນການປົກປ້ອງເດັກໂດຍມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນໃຈກາງປະສານສົມທົບກັບຂະແໜງການກ່ຽວຂ້ອງ ນໍາໄປປັບປຸງຕາມການປະກອບຄໍາເຫັນ ຂອງບັນດາທ່ານສະມາຊິກລັດຖະບານ. ພາຍຫຼັງປັບປຸງສໍາເລັດແລ້ວ ຈຶ່ງສະເໜີລັດຖະບານ ພິຈາລະນາຮັບຮອງ ແລະ ປະກາດໃຊ້.
ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍການສົ່ງເສີມອາຫານທ່ຽງໃນໂຮງຮຽນ ໂດຍມອບໃຫ້ກະຊວງສຶກສາທິການ ແລະ ກິລາ ນຳໄປປັບປຸງຄືນໃຫ້ມີເນື້ອໃນຮັດກຸມ, ລະອຽດຈະແຈ້ງ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອຈຳກັດຊ່ອງວ່າງ ການສວຍໂອກາດ ນຳໃຊ້ວຽກງານດັ່ງກ່າວ ໄປໃນທາງທີ່ບໍ່ຖືກຕ້ອງ, ສ້າງເງື່ອນໄຂໃຫ້ໂຮງຮຽນ ແລະ ຊຸມຊົນ ມີສ່ວນຮ່ວມ ໃນການຜະລິດ ແລະ ສະໜອງອາຫານ ໃຫ້ເຖິງໂຮງຮຽນເປົ້າໝາຍ.
ສຳລັບທິດທາງແຜນວຽກຈຸດສຸມ ເດືອນມິຖຸນາ 2022 ຈະສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດແຜນດຳເນີນງານຂອງລັດຖະບານ ແລະ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທຳຫຼາຍຂຶ້ນ, ໃນນັ້ນຈະສຸມໃສ່ການຄຸ້ມຄອງເງິນຕາ, ບັນຫານ້ຳມັນເຊື້ອໄຟ ໃຫ້ມີຄວາມສະຫງົບ, ແກ້ໄຂໜີ້ສິນທັງພາຍໃນ ແລະ ຕ່າງປະເທດໃຫ້ໄປຕາມແຜນທີ່ກຳນົດໄວ້ ລວມທັງປັບບປຸງກົນໄກການເຮັດວຽກໃຫ້ຮັດກຸມ, ສະດວກ, ວ່ອງໄວ, ທັນການ ແລະ ຮັບປະກັນປະສິດທິຜົນສູງສຸດ.
ສືບຕໍ່ປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຢ່າງຕັ້ງໜ້າ ທັງເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ ໄປຄຽງຄູ່ກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ເຂົ້າສູ່ລວງເລິກ ແລະ ຈັດຕັ້ງປະຕິບັດຢ່າງຈິງຈັງ.
ສືບຕໍ່ຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ ປີ 2022, ການດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ດີຂຶ້ນກວ່າເກົ່າ. ສືບຕໍ່ຕິດຕາມ ແລະ ຊຸກຍູ້ບັນດາໂຄງການກໍ່ສ້າງຂະໜາດໃຫຍ່ ແລະ ໂຄງການອື່ນໆ ໃຫ້ສໍາເລັດຕາມແຜນການ.
ສືບຕໍ່ຊຸກຍູ້ການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍຕາມທິດໃຫ້ດີຂຶ້ນ, ຄຸ້ມຄອງ ແລະ ຮັກສາສະຖຽນລະພາບທາງດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ.
ສືບຕໍ່ຊຸກຍູ້ການຜະລິດລະດູຝົນ ເພືີ່ອຮັບປະກັນດ້ານສະບຽງອາຫານ ໃຫ້ໄດ້ຕາມແຜນ ແລະ ສົ່ງອອກເປັນສິນຄ້າ ຕາມເງືີ່ອນໄຂຂອງແຕ່ລະທ້ອງຖິ່ນ. ຄຸ້ມຄອງລາຄາສິນຄ້າ, ການນໍາເຂົ້າ-ສົ່ງອອກ ສິນຄ້າ, ການຂຸດຄົົ້ນ-ສົ່ງອອກແຮ່ທາດຕ່າງໆ ໃນຮູບແບບປົກກະຕິ ແລະ ໃນຮູບແບບທົດລອງ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີີ່ກໍານົດໄວ້.
ສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເປັນປົກກະຕິ.
ສືບຕໍ່ກະກຽມຄວາມພ້ອມບັນດາຫົວຂໍ້ ແລະ ຮ່າງກົດໝາຍ ເພືີ່ອສະເໜີຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 3 ຂອງສະພາແຫ່ງຊາດ ຊຸດທີ IX.
ສືບຕໍ່ຕິດຕາມຢ່າງໃກ້ຊິດ ຕໍ່ກັບສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໄຈ ຢ່າງເລິກເຊິ່ງ ກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບດ້ານຕ່າງໆຕໍ່ປະເທດເຮົາ. ສືບຕໍ່ປະຕິບັດ ແນວທາງການຕ່າງປະເທດຂອງພັກ ຢ່າງສະເໝີຕົົ້ນສະເໝີປາຍ ເພື່ອສ້າງສະພາບແວດລ້ອມເອື້ອອຳນວຍ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໃນຕອນທ້າຍ, ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກລັດຖະບານ ຍົກສູງມານະຈິດຄວາມຮັບຜິດຊອບທາງການເມືອງ ໃນຂະແໜງການຂອງຕົນໃຫ້ດີຂຶ້ນ, ປັບປຸງການຄຸ້ມຄອງບໍລິຫານໃຫ້ມີລະບຽບວິໄນ ແລະ ມີປະສິດທິພາບສູງຂຶ້ນກວ່າເກົ່າ.
ແຫຼ່ງ: ປະຊາຊົນ, ຂ່າວ: ກົມປະຊາສຳພັນ ຫສນຍ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ

