ຜົນສຳເລັດກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມີນາ 2022
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 3 ຄັ້ງ | ເວລາ | 2026-07-18 04:38:30
ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫຼງຜົນສຳເລັດ ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມີນາ 2022 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 21 ແລະ ປິດລົງໃນວັນທີ 22 ມີນາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກກະຊວງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ພ້ອມທັງໄດ້ຕົກລົງ ແລະ ມີທິດຊີ້ນຳ ຕໍ່ບັນດາເອກະສານສຳຄັນ ດັ່ງນີ້:
1 . ຮ່າງບົດສະຫຼຸບຕີລາຄາການປະຕິບັດວຽກງານຈຸດສຸມ ປະຈຳເດືອນມີນາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນເມສາ 2022 ຂອງລັດຖະບານ ຊຶ່ງກອງປະຊຸມໄດ້ເຫັນດີດ້ານຫຼັກການຮັບຮອງເອົາຮ່າງບົດສະຫຼຸບລາຍງານດັ່ງກ່າວ ແລະ ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປັບປຸງເນື້ອໃນ ຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານໃຫ້ຄົບຖ້ວນ, ສົມບູນຂຶ້ນຕື່ມ. ນອກຈາກນີ້ ກໍໄດ້ຊີ້ນໍາໃຫ້ຂະແໜງການກ່ຽວຂ້ອງ ສືບຕໍ່ຈັດຕັ້ງປະຕິບັດວຽກງານຈຸດສຸມປະຈຳເດືອນເມສາ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນເອງ; ຖ້າຫາກບັນຫາໃດເຄັ່ງຮ້ອນຮີບດ່ວນ ກໍໃຫ້ຄົ້ນຄວ້າຫາວິທີການແກ້ໄຂ ອະທິບາຍຊີ້ແຈງ ໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ ເປັນເອກະພາບ ພ້ອມທັງລາຍງານຄວາມຄືບໜ້າ ຕໍ່ກອງປະຊຸມລັດຖະບານ ໃນເດືອນຕໍ່ໄປ.
2. ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ (ສ້າງໃໝ່) ແລະ ຮ່າງກົດໝາຍ ວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ (ປັບປຸງບາງມາດຕາ). ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາສອງຮ່າງກົດໝາຍດັ່ງກ່າວ, ພ້ອມທັງ ຊີ້ນຳຂະແໜງການກ່ຽວຂ້ອງນຳໄປປັບປຸງຄືນ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ, ແທດເໝາະກັບເງື່ອນໄຂຕົວຈິງ, ສາມາດຄຸ້ມຄອງວຽກງານດັ່ງກ່າວ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ພາຍຫຼັງປັບປຸງແລ້ວ ໃຫ້ສົມທົບກັບກະຊວງຍຸຕິທຳ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອຮຽບຮຽງຄືນ ແລ້ວສົ່ງຂໍຄຳເຫັນຈາກທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ ເພື່ອໃຫ້ທັນນຳສະ ເໜີພິຈາລະນາ ໃນກອງປະຊຸມສະພາແຫ່ງຊາດໃນຂັ້ນຕໍ່ໄປ.
3. ຮ່າງລັດຖະບັນຍັດ ວ່າດ້ວຍລາຍການສິນຄ້າ ແລະ ອັດຕາພາສີຂາອອກ (ສະບັບປັບປຸງ) ແລະ ຮ່າງດໍາລັດ ວ່າດ້ວຍໃບເກັບເງິນ (ສະບັບປັບປຸງ). ກອງປະຊຸມ ເຫັນດີດ້ານຫຼັກການຮັບຮອງເອົາສອງນິຕິກຳດັ່ງກ່າວ, ພ້ອມທັງຊີ້ນຳຂະແໜງການກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ຊື່ຂອງຮ່າງດຳລັດ, ການນຳໃຊ້ຄຳສັບ, ການໃຫ້ນິຍາມເພີ່ມຕື່ມບາງຄຳ ສັບ, ການກຳນົດມາດຕະການຄຸ້ມຄອງວຽກງານ ແລະ ອື່ນໆ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ລະອຽດ, ຈະແຈ້ງ, ຮັດກຸມ ສອດຄ່ອງກັບຕົວຈິງ, ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
4. ຮ່າງດໍາລັດ ວ່າດ້ວຍພົນລະເມືອງກິດຕິມະສັກ, ຮ່າງດຳລັດ ວ່າດ້ວຍຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ ແລະ ຮ່າງດໍາລັດ ວ່າດ້ວຍຄ່າແຮງງານຂອງຜູ້ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງຮ່າງດຳລັດດັ່ງກ່າວ ໂດຍໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນການກຳນົດເງື່ອນໄຂຕ່າງໆ ແລະ ຂັ້ນຕອນການເປັນພົນລະເມືອງກິດຕິມະສັກ; ການກໍານົດຄະນະຮັບຜິດຊອບຄົ້ນຄວ້າ ແລະ ພິຈາລະນາ ການເປັນພົນລະເມືອງກິດຕິມະສັກ; ການກຳນົດສິດ ແລະ ພັນທະຂອງພົນລະເມືອງກິດຕິມະສັກ; ໄລຍະເວລາ ແລະ ກົນໄກ ໃນການຄົ້ນຄວ້າ, ການອະນຸມັດ ແລະ ການມອບນາມມະຍົດ ພົນລະເມືອງກິດຕິມະສັກ; ສ່ວນຮ່າງດຳລັດ ວ່າດ້ວຍຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ ແລະ ຮ່າງດໍາລັດ ວ່າດ້ວຍຄ່າແຮງງານຂອງຜູ້ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກໍໃຫ້ປັບປຸງເນື້ອໃນໃຫ້ຄົບຖ້ວນ, ຮັດກຸມ, ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ມີຢູ່ແລ້ວ ເພື່ອຮັບປະກັນການຈັດຕັ້ງປະຕິບັດຕົວຈິງມີປະສິດທິຜົນ.
5. ຮ່າງຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີີ່ຕົກຄ້າງ ຢູ່ ສປປ ລາວ. ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງຍຸດທະສາດດັ່ງກ່າວ, ພ້ອມທັງ ຊີ້ນຳໃຫ້ຂະ ແໜງການກ່ຽວຂ້ອງປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນການກຳນົດວິທີການ ແລະ ກົນໄກການບໍລິຫານຄຸ້ມຄອງວຽກງານ; ຈັດລຽງບູລິມະສິດ ຂອງວຽກງານ; ຂຶ້ນແຜນງົບປະມານຮັບໃຊ້ວຽກງານ; ສ້າງແຜນພັດທະນາບຸກຄະລາກອນຮັບໃຊ້ວຽກງານ; ແຜນວຽກໂຄສະນາເຜີຍແຜ່; ການເກັບກຳຂໍ້ມູນພື້ນທີ່ ແລະ ລະເບີດບໍ່ທັນແຕກ ເພື່ອວາງແຜນແກ້ໄຂໃຫ້ລະອຽດ ແລະ ຈະແຈ້ງ; ນອກຈາກນັ້ນ ກໍໃຫ້ຖອດຖອນບົດຮຽນຄືນ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນໄລຍະຜ່ານມາ ເພື່ອນຳມາເປັນຂໍ້ມູນປັບປຸງຮ່າງແຜນຍຸດທະສາດ ໃຫ້ມີເນື້ອໃນແທດຕົວຈິງ, ສາມາດຈັດຕັ້ງປະຕິບັດມີຄວາມຄືບໜ້າໄວ, ມີປະສິດພາບ, ປະສິດທິຜົນສູງ ປະກອບສ່ວນເຂົ້າໃນການແກ້ໄຂບັນຫາກົດໜ່ວງຖ່ວງດຶງການພັດທະນາຊີວິດການເປັນຢູ່ຂອງປະຊາຊົນຢ່າງແທ້ຈິງ.
ສໍາລັບແຜນວຽກຈຸດສຸມ ປະຈຳເດືອນ ເມສາ 2022 ຊຶ່ງແມ່ນໄລຍະບຸນປີໃໝ່ລາວ ແລະ ໃນສະພາບການລະບາດຂອງພະຍາດໂຄວິດ-19 ທີ່ຍັງມີທ່າອ່ຽງເພີ່ມສູງຂຶ້ນ, ລັດຖະບານ ຈະສືບຕໍ່ສຸມທຸກກໍາລັງແຮງຂອງທຸກພາກສ່ວນໃນສັງຄົມ ເພື່ອເລັ່ງຟື້ນຟູເສດຖະກິດຂອງປະເທດເຮົາ ໃຫ້ຄືນສູ່ສະພາບປົກກະຕິໂດຍໄວ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທຳ ແລະ ປະສົບຜົນສຳເລັດ ຕາມແຜນທີ່ກຳນົດໄວ້ ໂດຍສະເພາະສຸມໃສ່ປະຕິບັດດຳລັດວ່າດ້ວຍລົດຂອງລັດ, ແກ້ໄຂລົດນຳເຂົ້າບໍ່ຖືກກົດໝາຍ, ການຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາໃຫ້ມີຄວາມໝັ້ນທ່ຽງ ແລະ ເໜັງຕີງໃນລະດັບທີ່ກໍານົດໄວ້, ຄຸ້ມຄອງລາຄານໍ້າມັນເຊື້ອໄຟ ທີ່ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາຢ່າງໜັກ ຜ່ອນຄາຍລົງ.
ສໍາລັບແຜນວຽກລະອຽດ ໃນແຕ່ລະຂົງເຂດ ມີດັ່ງນີ້:
1) ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
ສືບຕໍ່ຈັດຕັ້ງປະຕິບັດແຜນງານໂຄງການຂອງສອງກໍາລັງ ປກຊ-ປກສ ໂດຍຕິດພັນຢ່າງສະນິດແໜ້ນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ດ້ວຍມາດຕະການຕ່າງໆ ໃຫ້ແຂງແຮງກວ່າເກົ່າ ທັງສຸມກໍາລັງເຂົ້າໃນປ້ອງກັນຕາມຊາຍແດນ ເພື່ອສະກັດກັ້ນການລັກລອບເຂົ້າເມືອງ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໃຫ້ມີປະສິດທິຜົນ.
2) ຂົງເຂດເສດຖະກິດ.
- ສືບຕໍ່ສົ່ງເສີມ ແລະ ອຳນວຍຄວາມສະດວກ ໃນການລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ເພີ່ມຂຶ້ນ, ຊຸກຍູ້ການຈັດເກັບລາຍຮັບດ້ວຍມາດຕະການຕ່າງໆ ລວມທັງການຕິດຕັ້ງອຸປະກອນຈັດເກັບລາຍຮັບແບບທັນສະໄໝໃຫ້ສຳເລັດ, ສືບຕໍ່ອອກໃບຕາດິນໃຫ້ບັນລຸຕາມແຜນ ຕິດພັນກັບການສ້າງຖານລາຍຮັບໃຫ້ຫຼາຍຂຶ້ນ. ສືບຕໍ່ເອົາໃຈໃສ່ຄຸ້ມຄອງລາຍຈ່າຍງົບປະມານຂອງລັດຕາມທິດປະຢັດ ແລະ ຕ້ານການຟຸ່ມເຟືອຍ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ ແລະ ຮັບປະກັນ ການປະຕິບັດລາຍຈ່າຍເງິນເດືອນພະນັກງານທັງສູນກາງ ແລະ ທ້ອງຖິ່ນໃຫ້ທັນຕາມແຜນ.
- ສືບຕໍ່ສົມທົບ ແລະ ຈັດສັນງົບປະມານ ເຂົ້າໃສ່ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ.
- ສືບຕໍ່ເອົາໃຈໃສ່ໃນການຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ ດ້ວຍມາດຕະການຕ່າງໆ ທີ່ກໍານົດໄວ້, ປັບປຸງກົນໄກການຊໍາລະສະສາງໃນຂະແໜງການຕ່າງໆ ແບບທັນສະໄໝ ໂດຍຜ່ານລະບົບທະນາຄານໃຫ້ຫຼາຍຂຶ້ນ.
- ສືບຕໍ່ຊຸກຍູ້ການຜະລິດໃນລະດູແລ້ງ ເພື່ອຮັບປະກັນການສະໜອງສະບຽງອາຫານໃຫ້ແກ່ສັງຄົມ ໄດ້ຕາມຄວາມຕ້ອງການ ແລະ ເປັນສິນຄ້າສົ່ງອອກ ຕາມເງື່ອນໄຂຂອງແຕ່ລະທ້ອງຖິ່ນ ໂດຍຕິດພັນກັບການແກ້ໄຂຄວາມຫຍຸ້ງຍາກ ໃນການສົ່ງອອກສິນຄ້າ ຢູ່ບັນດາດ່ານຊາຍແດນໃນທົ່ວປະເທດ.
- ສືບຕໍ່ຄຸ້ມຄອງລາຄາສິນຄ້າ ລວມທັງນໍ້າມັນເຊື້ອໄຟທຸກປະເພດ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງຢ່າງເຂັ້ມງວດ.
- ສືບຕໍ່ຄຸ້ມຄອງການຂຸດຄົ້ນ-ສົ່ງອອກແຮ່ທາດຕ່າງໆ ໃນຮູບແບບປົກກະຕິ ແລະ ໃນຮູບແບບທົດລອງ ໃຫ້ມີປະສິດທິຜົນສູງຂຶ້ນ.
- ສືບຕໍ່ຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງທາງລົດໄຟ ລາວ-ໄທ ໄລຍະທີ 2, ການກໍ່ສ້າງທາງດ່ວນ, ໂຄງການໂລຈິສຕິກ ແລະ ໂຄງການອື່ນໆ ໃຫ້ສໍາເລັດຕາມແຜນການ ລວມທັງຊຸກຍຸ້ພາກສ່ວນກ່ຽວຂ້ອງປັບປຸງການບໍລິການ ລົດໄຟ ລາວ-ຈີນ ໃຫ້ມີຄວາມສະດວກຂຶ້ນ.
- ສືບຕໍ່ຜັນຂະຫຍາຍນະໂຍບາຍການພັດທະນາເສດຖະກິດດີຈີຕອນ ໃຫ້ເປັນຮູບປະທໍາໃນບາງຂົງ ເຂດໃຫ້ໄດ້ຮັບຜົນດີຂຶ້ນ.
3). ຂົງເຂດວັດທະນະທໍາ-ສັງຄົມ:
- ສືບຕໍ່ເປີດການຮຽນ-ການສອນ ທຸກສາຍ ແບບເຊິ່ງໜ້າ ແລະ ຮູບແບບຕ່າງໆ ໃນສະຖານການສຶກສາ ລວມທັງປຸກລະດົມນັກຮຽນ-ນັກສຶກສາ ຕາມເກນອາຍຸ ທີ່ກະຊວງສາທາລະນະສຸກກຳນົດໄວ້ໃຫ້ໄປຮັບວັກຊິນປ້ອງກັນໂຄວິດ-19 ຕາມແຜນການ. ນອກຈາກນັ້ນ, ກໍກະກຽມຄວາມພ້ອມດ້ານຕ່າງໆ ເພື່ອເຂົ້າຮ່ວມງານມະຫະກໍາກິລາ ຊີເກມ ຄັ້ງທີ 35 ທີ່ຈະຈັດຂຶ້ນຢູ ສສ ຫວຽດນາມ.
- ເພີ່ມທະວີການຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະການກວດຫາເຊື້ອ, ການຈໍາກັດບໍລິເວນ, ການປິ່ນປົວ, ການສັກວັກຊິນ ແລະ ການປະຕິບັດນະໂຍບາຍຕ່າງໆ ໃຫ້ແກ່ເປົ້າໝາຍກ່ຽວຂ້ອງ ຢ່າງເປັນລະບົບ.
- ສືບຕໍ່ເອົາໃຈໃສ່ຊຸກຍູ້ ແລະ ຕິດຕາມ ການປະຕິບັດບົດບາດຂອງຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ແຂງແຮງກວ່າເກົ່າ ຕິດພັນກັບການໂຄສະນາເຜີຍແຜ່ແນວທາງ, ນະໂຍບາຍຂອງພັກ-ລັດ ແລະ ຕອບໂຕ້ສະພາບຫາງສຽງຂອງສັງຄົມ ທີ່ເຄື່ອນໄຫວໂຄສະນາໂຈມຕີ ບິດເບືອນຕໍ່ແນວທາງ ແລະ ນະໂຍບາຍຂອງພັກ-ລັດ ເຮົາໃຫ້ທັນກັບສະພາບການ.
4). ຂົງເຂດການປົກຄອງ ແລະ ຍຸຕິທໍາ.
- ຮີບຮ້ອນປັບປຸງຮ່າງກົດໝາຍສ້າງໃໝ່ ແລະ ສະບັບປັບປຸງ ທີ່ຂະແໜງການຕົນຮັບຜິດຊອບ ເພື່ອສະເໜີຄະນະປະຈຳສະພາແຫ່ງຊາດ ນຳເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຕາມແຜນທີ່ວາງໄວ້.
- ສືບຕໍ່ກະກຽມການສະຫຼຸບຕີລາຄາການປະຕິບັດວຽກງານ 3 ສ້າງ, ການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ສໍາເລັດຕາມແຜນການທີ່ກໍານົດໄວ້.
- ສືບຕໍ່ເອົາໃຈໃສ່ກວດກາ ແລະ ປະຕິບັດຄໍາຕັດສິນຂອງສານໃຫ້ຖືກຕ້ອງ ແລະ ບັນລຸຕາມແຜນການ ທີ່ໄດ້ກໍານົດໄວ້.
5). ວຽກງານການຕ່າງປະເທດ:
- ສືບຕໍ່ຕິດຕາມສະພາບການຂອງໂລກ ທີ່ມີການຜັນແປຢ່າງສັບສົນ ແລະ ເຄັ່ງຮ້ອນຢ່າງໃກ້ຊິດ ໂດຍມີການວິເຄາະວິໄຈຢ່າງເລິກເຊິ່ງ ກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບທາງການເມືອງ, ເສດຖະກິດ ແລະ ສັງຄົມ ຕໍ່ປະເທດເຮົາ ໃຫ້ເປັນລະບົບ. ນອກຈາກນັ້ນ, ກໍໃຫ້ຂຶ້ນແຜນການເຄື່ອນໄຫວວຽກງານການຕ່າງປະເທດຂອງການນໍາ ໃຫ້ສອດຄ່ອງກັບສະພາບການຜັນແປ ໃນແຕ່ລະໄລຍະ, ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຜົນຂອງການພົບປະລະຫວ່າງ ການນໍາຂອງພັກ-ລັດ ເຮົາ ກັບບັນດາປະເທດເພື່ອນມິດ ແລະ ກອງປະຊຸມທີ່ສໍາຄັນຕ່າງໆ ທີ່ພົວພັນເຖິງປະເທດພວກເຮົາ ໃຫ້ຖືກຕ້ອງ-ທັນການ ແລະ ໄດ້ຮັບຜົນດີ.
ເພື່ອໃຫ້ທິດທາງວຽກຈຸດສຸມ ເດືອນເມສາ ປີ 2022 ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ, ບັນດາຂະແໜງການຂັ້ນສູນກາງ ຕະຫຼອດຮອດອົງການປົກຄອງທ້ອງຖິ່ນ ຕ້ອງໄດ້ຫັນເປັນແຜນປະຕິບັດລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄົນ ຢູ່ແຕ່ລະຂັ້ນ ໃນແຕ່ລະໄລຍະໃຫ້ຈະແຈ້ງ ທັງສອດຄ່ອງກັບເງື່ອນໄຂ ແລະ ສະພາບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ.
ນອກຈາກນັ້ນ, ໃຫ້ບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ເພີ່ມຄວາມເອົາໃຈໃສ່ໃນການປະສານ ທັງພາກລັດ ແລະ ພາກທຸລະກິດ ເພື່ອອໍານວຍຄວາມສະດວກໃນການແກ້ໄຂບັນຫາ ຕາມພາລະບົດບາດ ແລະ ເປັນເຈົ້າໃນການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ ໃຫ້ສໍາເລັດຕາມແຜນທີ່ກຳນົດໄວ້ ແລະ ໃຫ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ລັດຖະບານຊາບເປັນປົກກະຕິ ແລະ ທັນກັບສະພາບການ.
(ຂ່າວ-ພາບ: ສນຍ)
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ



