ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2021 ປຶກສາຫາລືຫຼາຍບັນຫາສຳຄັນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 3 ຄັ້ງ | ເວລາ | 2026-07-18 04:38:21
ກອງປະຊຸມເປີດກວ້າງ ຄັ້ງທີ 2 ປີ 2021 ໄດ້ເປີດຂຶ້ນໃນວັນທີ 23 ທັນວາ 2021 ທີ່ຫໍປະຊຸມ ແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ບັນດາທ່ານລັດຖະມົນຕີ, ຖືກເຊີນເຂົ້າຮ່ວມ, ນອກຈາກນີ້ ຍັງມີບັນດາທ່ານ ເຈົ້າແຂວງ, ຕາງໜ້າຈາກແນວລາວສ້າງຊາດ, ອົງການຈັດຕັ້ງຂອງພັກ, ອົງການຈັດຕັ້ງມະຫາຊົນ, ອົງການກວດສອບແຫ່ງລັດ ໄດ້ເຂົ້າຮ່ວມ ແລະ ຕິດຕາມຜ່ານລະບົບກອງປະຊຸມທາງໄກ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອສຸມໃສ່ປຶກສາຫາລື, ແລກປ່ຽນຄໍາຄິດເຫັນ ແລະ ສ້າງ ຄວາມເປັນເອກະພາບ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນງານຂອງລັດຖະບານ ຊຸດທີ IX ໃນປີ 2021, ຜ່ານຮ່າງດໍາລັດວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2022 ແລະ ຮັບຟັງການສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດ ຂະບວນການແຂ່ງຂັນຮັກຊາດ ແລະ ການຜັນຂະຫຍາຍວຽກງານ 3 ສ້າງ ບົນຈິດໃຈສ້າງການຫັນປ່ຽນ ໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕາມມະຕິກອງປະຊຸມໃຫຍ່ ຄັ້ງ ທີ XI ຂອງພັກ ທີ່ ກຳນົດໄວ້.
ກອງປະຊຸມ ໃນຄັັ້ງນີ້ ຈະດໍາເນີນໄປເປັນເວລາ 2 ວັນ ຄື: ວັນທີ 23-24 ທັນວາ 2021, ໃນນີ້ ກອງປະຊຸມຈະໄດ້ຮັບຟັງການລາຍງານ ແລະ ປຶກສາຫາລື ໃນ 3 ວາລະສໍາຄັນ ຄື:
1) ຜ່ານຮ່າງສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານ ຂອງລັດຖະບານປະຈຳປີ 2021 ແລະ ທິດທາງປີ 2022; ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ; ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ; ການຈັດຕັ້ງປະຕິບັດວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ; ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ການກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດແຜນຕ້ອນຮັບນັກທ່ອງທ່ຽວ.
2) ຮ່າງດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2022 ເພື່ອເປັນການຜັນຂະຫຍາຍມະຕິ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX;
3) ສະຫຼຸບລາຍງານການຈັດຕັ້ງປະຕິບັດ ຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງ ເຂົ້າສູ່ລວງເລິກ ແລະ ທິດທາງແຜນການໃນຕໍ່ໜ້າ.
ໃນໂອກາດກ່າວເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນໃນສະພາບການທີ່ພະຍາດໂຄວິດ-19 ຢູ່ປະເທດເຮົາຍັງສືບຕໍ່ແຜ່ລະບາດຢູ່ໃນຊຸມຊົນເປັນວົງ ກວ້າງ, ດັ່ງນັ້ນ, ກອງປະຊຸມ ຈຶ່ງໄດ້ຈັດຂຶ້ນທັງໃນຮູບແບບເຊິ່ງໜ້າກັນສຳລັບສະມາຊິກລັດຖະບານ ແລະ ຜ່ານລະບົບກອງປະຊຸມທາງໄກ ສຳລັບຫົວໜ້າອົງການພັກ-ລັດ, ອົງການແນວລາວສ້າງຊາດ, ອົງການ ຈັດຕັ້ງມະຫາຊົນ ແລະ ບັນດາທ່ານເຈົ້າແຂວງໃນຂອບເຂດທົ່ວປະເທດ. ລັດຖະບານຊຸດທີ IX, ພາຍ ຫຼັງໄດ້ຮັບໜ້າທີ່ຢ່າງເປັນທາງການ ໃນເດືອນເມສາ ປີ 2021 ກໍໄດ້ພະຍາຍາມຜັນຂະຫຍາຍ ແລະ ຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປີ 2021 ທີ່ລັດຖະບານ ຊຸດທີ VIII ໄດ້ສົ່ງຕໍ່ໃຫ້ໂດຍໄດ້ຖືເອົາການ ກະກຽມ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍ ບັນຫາຢາເສບຕິດ ເປັນວຽກງານບຸລິມະສິດຮີບດ່ວນ ເພື່ອແນ ໃສ່ຜ່ານຜ່າຄວາມຫຍຸ້ງຍາກ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາໃຫ້ມີການ ຫັນປ່ຽນໃໝ່ ຊຶ່ງໄດ້ດໍາເນີນໄປໃນເງື່ອນໄຂສະພາບການສາກົນ, ພາກພື້ນ ແລະ ພາຍໃນປະເທດ ທີ່ມີທັງຂໍ້ສະດວກ, ກາລະໂອກາດ ແລະ ຂໍ້ຫຍຸ້ງຍາກ ທີ່ເປັນສິ່ງທ້າທາຍຫຼາຍປະການ ໂດຍສະເພາະແມ່ນ ສົງຄາມການຄ້າ ແລະ ເຕັກໂນໂລຊີ ຂອງບາງປະເທດ, ການລະບາດຂອງພະຍາດໂຄວິດ-19 ທີ່ຍັງ ສືບຕໍ່ເປັນໄພຄຸກ ຄາມຕໍ່ສັງຄົມມະນຸດ. ຄຽງຄູ່ກັບການປະເຊີນກັບສິ່ງທ້າທາຍດັ່ງກ່າວ ໃນປີ 2021, ລັດຖະບານ ໄດ້ພະ ຍາຍາມປະຄັບປະຄອງໃນການແກ້ໄຂບັນຫາເສດຖະກິດ ເພື່ອບໍ່ໃຫ້ຕົກເຂົ້າສູ່ສະພາບວິກິດທັງໄດ້ສ້າງ ພື້ນຖານສຳຄັນຈຳນວນໜຶ່ງ ເພື່ອຢືນຕົວກ້າວຕໍ່ໄປ ໃນປີ 2022 ເຊັ່ນ: ການເປີດເສັ້ນທາງລົດໄຟລາວ-ຈີນ, ການເປີດນຳໃຊ້ໂຄງການທ່າບົກ-ທ່ານາແລ້ງ ໃນຕົ້ນເດືອນນີ້ ຊຶ່ງໄດ້ສ້າງກາລະໂອກາດ ແລະ ທ່າແຮງສໍາຄັນ ທີ່ຈະຊ່ວຍຂັບເຄື່ອນເສດຖະກິດຂອງປະເທດໃຫ້ຟື້ນຕົວຄືນ ໂດຍສະ ເພາະໃນຂະແໜງ ບໍລິການຂົນສົ່ງສິນຄ້າ ແລະ ທ່ອງທ່ຽວ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແຕ່ປີ 2020 ເປັນຕົ້ນມາ. ສຳລັບການແຜ່ລະບາດຂອງພະຍາດໂຄວິດໃນຊຸມຊົນໃນໄລຍະທ້າຍປີ 2021 ເປັນຕົ້ນມາ ໄດ້ເຮັດໃຫ້ຄະ ນະຮັບຜິດຊອບສະເພາະກິດໂຄວິດ-19 ແຕ່ລະຂັ້ນ ລວມທັງປະຊາຊົນລາວຈໍານວນບໍ່ໜ້ອຍ ໄດ້ຮັບຮູ້, ເຂົ້າໃຈ ແລະ ມີທັດສະນະໃໝ່ທີ່ຖືກຕ້ອງກວ່າເກົ່າ ກ່ຽວກັບການຢູ່ຮ່ວມກັບພະຍາດໂຄວິດ-19. ນອກຈາກ ນັ້ນ, ອັດຕາການສັກວັກຊິນຢູ່ພາຍໃນປະເທດ ບັນລຸໄດ້ຕາມຄາດໝາຍທີ່ລັດຖະບານກໍານົດໄວ້ ກໍເປັນ ເງື່ອນໄຂເບື້ອງຕົ້ນທີ່ດີໃນການສຶກສາຄວາມເປັນໄປໄດ້ໃນການເປີດປະເທດ ໃນຕົ້ນປີ 2022 ເພື່ອຮອງ ຮັບການທ່ອງທ່ຽວ ແລະ ຟື້ນຟູເສດຖະກິດຂອງປະເທດ ໃຫ້ກັບສູ່ສະພາບປົກກະຕິ ໄປຄຽງຄູ່ກັບການ ຮັກສາສຸຂະພາບຂອງປະຊາຊົນລາວ.
ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານ ກໍຄືບັນດາທ່ານທີ່ເຂົ້າ ຮ່ວມປະຊຸມ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນດ້ວຍຄວາມຮັບຜິດຊອບສູງ, ກົງໄປກົງ ມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອໃຫ້ກອງປະຊຸມມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້.
ຂ່າວ-ພາບ: ຫສນຍ

ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ຫສນຍ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ