ຜົນກອງປະຊຸມຂອງລັດຖະບານ ສະໄໝສາມັນປະຈໍາເດືອນຕຸລາ 2021
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2026-07-18 05:26:16
ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ຕຸລາ 2021 ໄດ້ເປີດຂຶ້ນ ແລະ ປິດລົງໃນວັນທີ 29 ຕຸລາ ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ; ມີບັນດາທ່ານສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານໄດ້ຖະແຫຼງວ່າ: ກອງປະຊຸມຄັ້ງນີ້ໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະ ຕົກລົງ ຕໍ່ເອກະສານສໍາຄັນຕ່າງໆ ດັ່ງນີ້:
ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບົດສະຫຼຸບຕີລາຄາຮອບດ້ານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງລັດຖະບານ ໃນເດືອນຕຸລາ ຜ່ານມາ ແລະ ທິດທາງແຜນວຽກຈຸດສຸມເດືອນພະຈິກ 2021 ແລະ ບົດລາຍງານສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19. ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປັບປຸງຄືນເນື້ອໃນບົດສະຫຼຸບລາຍງານດັ່ງກ່າວ ຕາມການປະກອບຄຳເຫັນຂອງ ສະມາຊິກລັດຖະບານ ເພື່ອໃຫ້ຄົບຖ້ວນ, ສົມບູນ, ໂດຍສະເພາະແມ່ນການກະກຽມພິທີເປີດການນຳໃຊ້ເສັ້ນທາງລົດໄຟລາວ-ຈີນ, ການແກ້ໄຂບັນຫາໂຄວິດ, ການແກ້ໄຂບັນຫາຢາເສບຕິດ ແລະ ປັບປຸງການຄຸ້ມຄອງແລກປ່ຽນເງິນຕາ ໃຫ້ມີປະສິດທິຜົນສູງຂຶ້ນ ເພື່ອເປັນບ່ອນອີງໃຫ້ບັນດາຂະແໜງການສູນກາງ ແລະ ທ້ອງຖິ່ນ ນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ
ກອງປະຊຸມ ເຫັນດີດ້ານຫຼັກການຮັບຮອງເອົາ 5 ເອກະສານທີ່ຈະລາຍງານ ຕໍ່ກອງປະຊຸມສະໄໝສາມັນ ເທືີ່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະໄດ້ເປີດຂຶ້ນໃນຕົ້ນເດືອນ ພະຈິກ ດັ່ງນີ້:
1). ບົດລາຍງານໂດຍສັງເຂບ ຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;
2). ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈໍາປີ 2021 ແລະ ແຜນ ປີ 2022;
3). ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັັ້ງປະຕິບັດ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2021 ແລະ ແຜນ ປີ 2022;
4). ບົດລາຍງານຂອງລັດຖະບານ ກ່ຽວກັບແຜນພັດທະນາພະລັງງານໄຟຟ້າ ຂອງ ສປປ ລາວ (2021-2030) ແລະ ແຜນພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ 5 ປີ (2021-2025);
5). ບົດລາຍງານຂອງລັດຖະບານ ກ່ຽວກັບວິໄສທັດ 20 ປີ (2021-2040), ຍຸດທະສາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ 5 ປີ (2021-2025).
ຜ່ານການຮັບຟັງການລາຍງານ ແລະ ປະກອບຄໍາເຫັນຄິດຄໍາເຫັນ ຂອງບັນດາສະມາຊິກລັດຖະບານ, ກອງປະຊຸມໄດ້ຊີ້ນໍາໃຫ້ຄະນະຮັບຜິດຊອບກະກຽມແຕ່ລະເອກະສານ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຄືນ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຮັດກຸມ ແລະ ແທດກັບຕົວຈິງ ເພື່ອລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມາເຖິງ.
ສຳລັບ ເດືອນພະຈິກ 2021 ເປັນອີກເດືອນໜຶ່ງທີ່ລັດຖະບານ ຈະສືບຕໍ່ສຸມໃສ່ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການລະບາດ ຂອງໂຄວິດ-19. ດັ່ງນັ້ນ, ໃນເດືອນພະຈິກ ປີນີ້, ສະເໜີບັນດາທ່ານ ສະມາຊິກລັດຖະບານ ສືບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ເອົາໃຈໃສ່ບາງວຽກງານ ດັ່ງນີ້:
1) ຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ: ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ໃຫ້ແຂງແຮງຂຶ້ນກວ່າເກົ່າ ແນໃສ່ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ດ້ວຍມາດຕະການຕ່າງໆທີ່ເຂັ້ມງວດກວ່າເກົ່າ, ໃນນີ້ ລວມທັງປົກປັກຮັກສາ ແລະ ແກ້ໄຂບັນຫາຊາຍແດນ, ການປ້ອງກັນສຳນັກງານ, ອົງການ, ທ້ອງຖິ່ນ ໃຫ້ເປັນປົກກະຕິ, ທັງສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ໄດ້ຮັບຜົນດີເປັນກ້າວໆ.
2) ຂົງເຂດເສດຖະກິດ: ສືບຕໍ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍການອອກເປັນມາດຕະການລະອຽດ ຕາມຂອບເຂດຄວາມຮັບຜິດຊອບຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ໃຫ້ປະກົດຜົນເປັນຈິງ.
ສືບຕໍ່ປັບປຸງສະພາບແວດລ້ອມໃນການລົງທຶນ ໂດຍຕ້ອງໄດ້ລົງເລິກກວດກາ ແລະ ຕີລາຄາຄືນບັນດາກົດໝາຍ ແລະ ນິຕິກຳລຸ່ມກົດໝາຍທີ່ກ່ຽວ, ນິຕິກຳອັນໃດທີ່ເຫັນວ່າບໍ່ສອດຄ່ອງ, ມີຫຼາຍຂັ້ນຂອດທີ່ກີດຂວາງ, ກົດໜ່ວງຖ່ວງດຶງ ແລະ ສ້າງຄວາມຫຍຸ້ງຍາກລໍາຄານ ໃຫ້ຜູ້ປະກອບການ ຫຼື ນັກລົງທຶນ ແມ່ນຕ້ອງໄດ້ໃຫ້ຮີບຮ້ອນສືບຕໍ່ປັບປຸງໄວກວ່າເກົ່າ.
ສືບຕໍ່ຈັດເກັບລາຍຮັບງົບປະມານ ໃຫ້ຄົບຖ້ວນ ແລະ ທັນເວລາ ສໍາລັບສອງເດືອນທ້າຍປີ 2021 ທີ່ຕ້ອງໄດ້ສຸມໃສ່ຢ່າງແຂງແຮງກວ່າເກົ່າ ໂດຍສະເພາະແມ່ນການເຊົ່າສໍາປະທານ, ພັນທະຕາມກົດໝາຍ ຂອງບັນດາຫົວໜ່ວຍທຸລະກິດ, ຮີບຮ້ອນເລັ່ງທວງໜີ້ຄ້າງມອບຄ່າສໍາປະທານ ການຊອກຄົ້ນ, ສໍາຫລວດ ຫຼື ຂຸດຄົ້ນແຮ່ທາດ, ໜີ້ຄ້າງມອບຄ່າພາກຫຼວງໄຟຟ້າ ແລະ ອື່ນໆ.
ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການເປີດນຳໃຊ້ລົດໄຟ ລາວ-ຈີນ ແລະ ຮີບຮ້ອນຜັນຂະຫຍາຍແຜນຍຸດທະສາດ, ນະໂຍບາຍພັດທະນາໃນຂອບການຮ່ວມມືລາວ-ຈີນ ທີ່ໄດ້ຕົກລົງກັນແລ້ວນັ້ນ ໂດຍການຫັນເປັນແຜນງານອັນລະອຽດ ຂອງແຕ່ລະຂະແໜງການ ແລະ ໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອດຶງດູດການລົງທຶນຕາມແລວທາງລົດໄຟລາວ-ຈີນ ພ້ອມທັງເປັນການສົ່ງເສີມການທ່ອງທ່ຽວ.
ຍູ້ແຮງການຜະລິດກະສິກໍາ-ປ່າໄມ້ ໂດຍສຸມໃສ່ການກະກຽມປັດໄຈ, ພັນພືດ ແລະ ສັດ ສໍາລັບຮັບໃຊ້ການຜະລິດໃນລະດູແລ້ງນີ້ ໃຫ້ພຽງພໍ ຕິດພັນກັບການນໍາໃຊ້ທ່າແຮງ ແລະ ເງື່ອນໄຂທີ່ເອື້ອອໍານວຍ ຈາກເສັ້ນທາງລົດໄຟ ລາວ-ຈີນ ໃຫ້ເກີດຜົນປະໂຫຍດສູງສຸດ.
ສືບຕໍ່ຄຸ້ມຄອງລາຄາສິນຄ້າອຸປະໂພກ ແລະ ບໍລິໂພກ, ການນໍາເຂົ້າ-ສົ່ງອອກສິນຄ້າ ໃຫ້ເປັນໄປຕາມລະບຽບກົດ ໝາຍຢ່າງເຂັ້ມງວດ ພ້ອມທັງຊຸກຍູ້ ແລະ ສົ່ງເສີມການຜະລິດພາຍໃນ ແລະ ສົ່ງເສີມການຊົມໃຊ້ສິນຄ້າພາຍໃນ ຢ່າງກວ້າງ ຂວາງ ແລະ ໄດ້ຮັບຜົນດີ.
ສືບຕໍ່ຈັດຕັ້ງປະຕິບັດແຜນແມ່ບົດແຫ່ງຊາດ ວ່າດ້ວຍການຈັດສັນທີ່ດິນ; ເພີ່ມທະວີການຄຸ້ມຄອງທີ່ດິນທົ່ວປະເທດ ຢ່າງເປັນລະບົບ ໂດຍນຳໃຊ້ເຄື່ອງມີທີ່ທັນສະໄໝ ເພື່ອສະດວກໃນການຕິດຕາມ ແລະ ຫຼີກລ່ຽງບັນຫາການອອກໃບຕາດິນຊ້ຳຊ້ອນ.
ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ໃນການສ້ອມແປງເສັ້ນທາງ, ໂຄງການກໍ່ສ້າງທາງດ່ວນ ເພື່ອຮັບປະກັນການສັນຈອນໄປມາໃຫ້ມີຄວາມສະດວກ ແລະ ຮັບປະກັນຄວາມປອດໄພ.
ສືບຕໍ່ຄົ້ນຄວ້າແຜນການຈັດສັນແຮງງານ ເພື່ອຮອງຮັບໃນໄລຍະການລະບາດ ແລະ ຟື້ນຟູພາຍຫຼັງການລະບາດ ພະຍາດໂຄວິດ-19.
3) ຂົງເຂດວັດທະນະທຳ-ສັງຄົມ: ສຸມໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ ການຮຽນ-ການສອນທາງໄກ, ການຜະລິດສື່ການຮຽນ-ການສອນ, ຄົ້ນຄວ້ານິຕິກຳ ກ່ຽວກັບການພັດທະນາ, ການປະເມີນຜົນ ແລະ ຄຸ້ມຄອງການຮຽນ-ການສອນ ຜ່ານສື່ເອເລັກໂຕຣນິກ ແລະ ການຮຽນ-ການສອນທາງໄກ. ພ້ອມດຽວກັນນັ້ນ ກໍໃຫ້ສືບຕໍ່ ສຸມໃສ່ກະກຽມຄວາມພ້ອມດ້ານສະຖານທີ່ ແລະ ປະເມີນຄວາມເປັນໄປໄດ້ ຕາມແຕ່ລະເຂດ ໃນການເປີດສົກຮຽນໃໝ່ ສົກປີ 2021-2022 ຂອງທຸກຊັ້ນຮຽນ ໃຫ້ສອດຄ່ອງຕາມມາດຕະການ ຂອງຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອໃຫ້ການຮຽນການສອນສົກຮຽນໃໝ່ ສາມາດດຳເນີນໄປໄດ້ຢ່າງເປັນປົກກະຕິ.
ສືບຕໍ່ເອົາໃຈໃສ່ຕິດຕາມສະພາບຫາງສຽງຂອງສັງຄົມ, ການນໍາໃຊ້ສື່ສັງຄົມອອນລາຍ ແລະ ອື່ນໆ ທີ່ເຄື່ອນໄຫວສ້າງຄວາມປ່ັນປ່ວນໃນສັງຄົມ ແລະ ເຜີຍແຜ່ຂໍ້ມູນທີ່ບໍ່ມີຄວາມຈິງ ຫຼື ບິດເບືອນຄວາມຈິງ. ພ້ອມດຽວກັນນັ້ນ ກໍສືບຕໍ່ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ຂໍ້ມູນສຸຂະສຶກສາ, ການແນະນໍາວິທີປ້ອງກັນ ແລະ ຮັກສາສຸຂະພາບໃຫ້ແກ່ປະຊາຊົນ ເພື່ອສະກັດກັ້ນບໍ່ໃຫ້ມີການແຜ່ລະບາດເປັນວົງກວ້າງ;
ສືບຕໍ່ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ຕາມທິດທາງປົກປ້ອງຊີວິດ ແລະ ສຸຂະພາບ ຂອງປະຊາຊົນ ໄປຄຽງຄູ່ກັບການສ້າງທຸກເງື່ອນໄຂ ໃຫ້ແກ່ການດໍາເນີນຊີວິດ-ສັງຄົມ ແບບໃໝ່ຢ່າງເປັນປົກກະຕິ, ສືບຕໍ່ສັກວັກຊີນໃຫ້ປະຊາຊົນຢ່າງກວ້າງຂວາງ. ພ້ອມດຽວກັນນັ້ນ, ກໍປະເມີນຕີລາຄາສະພາບການລະບາດຢ່າງຖີ່ຖ້ວນ ແລະ ຮອບດ້ານ ເພື່ອວາງແຜນປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດໂຄວິດ-19 ໃຫ້ຈະແຈ້ງ ແລະ ສອດຄ່ອງກັບເງື່ອນໄຂ, ຄວາມສາມາດຕົວຈິງ ຂອງປະເທດເຮົາ.
ສືບຕໍ່ຕິດຕາມເຝົ້າລະວັງ ການປ່ຽນແປງດິນຟ້າອາກາດ ເພື່ອສະໜອງຂໍ້ມູນຂ່າວສານ ທັງຕິດຕາມເຝົ້າລະວັງ ແລະ ກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຮັບມືໃຫ້ທັນສະພາບການ.
4) ຂົງເຂດການປົກຄອງ ແລະ ຍຸຕິທໍາ: ສືບຕໍ່ຄົ້ນຄວ້າປັບປຸງດໍາລັດວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງບັນດາກະຊວງ-ອົງການ ທີ່ຍັງບໍ່ທັນຮັບຮອງໃຫ້ສໍາເລັດ;
ສືບຕໍ່ຕິດຕາມ, ຊຸກຍູ້ ແລະ ກວດກາການເຄື່ອນໄຫວວຽກງານ ແລະ ການປັບປຸງແບບແຜນວິທີເຮັດວຽກ ຂອງຂະແໜງການແຕ່ລະຂັ້ນ ຕິດພັນກັບການຊີ້ນໍາ ປັບປຸງກົງຈັກການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງຕົນ ໃຫ້ໜັກແໜ້ນ, ເຂັ້ມແຂງ ແນໃສ່ສ້າງຄວາມເປັນເອກະພາບ ແລະ ຕັດສິນໃຈສູງໃນການແກ້ໄຂບັນຫາຕົວຈິງ ເພື່ອສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານ, ຍົກສູງສະຕິເຄົາລົບລັດຖະທໍາມະນູນ ແລະ ກົດໝາຍຢູ່ແຕ່ລະຂະແໜງການ, ອົງການ ແລະ ທ້ອງຖິ່ນ-ຮາກຖານ;
ໃຫ້ບັນດາກະຊວງ-ອົງການ ກະກຽມຄວາມພ້ອມຮອບດ້ານ ເພື່ອການເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ພ້ອມທັງຕອບຄໍາຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ຕາມຄວາມຮັບຜິດຊອບຂອງຂະແໜງການຕົນ.
ສືບຕໍ່ສຸມໃສ່ຄົ້ນຄວ້າປັບປຸງ ແລະ ຮຽບຮຽງ ບັນດານິຕິກໍາຈໍານວນໜຶ່ງໃຫ້ສໍາເລັດ ແລະ ກະກຽມປັບປຸງກົດໝາຍ ປີ 2022.
ສືບຕໍ່ຈັດຕັ້ງປະຕິບັດມະຕິ ຂອງສະພາແຫ່ງຊາດ ເລກທີ 018/ສພຊ, ລົງວັນທີ 28 ພະຈິກ 2016 ກ່ຽວກັບການຜັນຂະຫຍາຍເນຶ້ອໃນບາງມາດຕາຂອງກົດໝາຍ ອອກເປັນນິຕິກຳໃຕ້ກົດໝາຍ ຂອງບັນດາກະຊວງ ແລະ ອົງການລັດທຽບເທົ່າກະຊວງ.
5) ຂົງເຂດວຽກງານການຕ່າງປະເທດ: ສືບຕໍ່ຕິດຕາມສະພາບການພາກພື້ນ ແລະ ສາກົນ ຢ່າງໃກ້ຊິດພ້ອມທັງຄົ້ນຄວ້າ, ວິເຄາະ ແລະ ວິໄຈ ບັນຫາທີ່ອາດສົ່ງຜົນກະທົບຕໍ່ປະເທດຊາດ, ຍຶດໝັ້ນທັດສະນະ, ແນວທາງການຕ່າງປະເທດຫຼາຍຝ່າຍ, ຫຼາຍລະດັບ, ຫຼີກລ່ຽງການເລືອກຂ້າງ, ການເຄື່ອນໄຫວວຽກງານຕ່າງປະເທດ ເພື່ອຮັບປະກັນຜົນປະໂຫຍດລວມຂອງປະເທດຊາດ, ພ້ອມນັ້ນ ສືບຕໍ່ກະກຽມໃຫ້ແກ່ການໄປເຄື່ອນໄຫວຂອງການນໍາຂັ້ນສູງ ໃນການເຂົ້າຮ່ວມກອງປະຊຸມສໍາຄັນຕ່າງໆທີ່ສາກົນຈັດຂື້ນ ແລະ ການເຄື່ອນໄຫວທາງລັດຖະການຢູ່ປະເທດເພື່ອນມິດຍຸດທະສາດ ຂອງການນໍາພັກ-ລັດ, ການຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຂອງຜູ້ນໍາປະເທດເພື່ອນມິດຈໍານວນໜຶ່ງ, ສືບຕໍ່ຜັນຂະຫຍາຍຜົນສໍາເລັດ ຂອງກອງປະຊຸມລະດັບສາກົນຕ່າງໆ, ການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງ, ສັນຍາການຮ່ວມມືຕ່າງໆ ໃຫ້ເກີດໝາກອອກຜົນເປັນຈິງ.
ເພື່ອໃຫ້ທິດທາງວຽກຈຸດສຸມ ເດືອນພະຈິກ 2021 ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາຕົວຈິງ, ບັນດາທ່ານ ສະມາຊິກລັດຖະບານ ຕະຫຼອດຮອດອົງການປົກຄອງທ້ອງຖິ່ນ ຕ້ອງໄດ້ຫັນເປັນແຜນປະຕິບັດລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄົນຢູ່ແຕ່ລະຂັ້ນໃນແຕ່ລະໄລຍະໃຫ້ຈະແຈ້ງ, ທັງສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ຂອງແຕ່ລະບ່ອນ ໃນການຈັດຕັ້ງປະຕິບັດແຕ່ລະວຽກຕ້ອງແທດເໝາະກັບຕົວຈິງ, ແລະ ໄດ້ຮັບຜົນຕົວຈິງເປັນກ້າວໆ.
ຂ່າວ: ຫສນຍ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ



