ກອງປະຊຸມລັດຖະບານຊຸດທີ VIII ເປີດກວ້າງທ້າຍສະໄໝ (ຄະນະລັດຖະບານ)
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2026-07-18 05:26:18
ວັນທີ 07-08 ມັງກອນ 2021, ກອງປະຊຸມລັດຖະບານຊຸດທີ VIII ເປີດກວ້າງທ້າຍສະໄໝ (ຄະນະລັດຖະບານ ແລະ ການນຳແຂວງທົ່ວປະເທດ) ໄດ້ຈັດຂຶ້ນຮອບສຸດທ້າຍຢ່າງເປັນທາງການຢູ່ພາຍໃນຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ສປປລາວ."
(1). ກອງປະຊຸມໃນຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ແລະ ພິຈາລະນາໃນຫລາຍບັນ ຫາສຳຄັນ ເປັນຕົ້ນ:
1. ການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ຊຸດທີ VIII ນັບແຕ່ 2016 ຫາ2020,
2. ການສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີ ຄັ້ງທີ VIII ນັບແຕ່ 2016 - 2020 ແລະ ຜ່ານຮ່າງເບື້ອງຕົ້ນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ IX ນັບແຕ່ 2021 - 2025,
3. ລາຍງານຄວາມຄືບໜ້າການປັບປຸງກົນໄກການອຳນວຍຄວາມສະດວກ ແລະ ບັນດາຕົວຊີ້ວັດຕ່າງໆໃນການດຳເນີນທຸລະກິດຢູ່ລາວ, ການຈັດຕັ້ງປະຕິບັດຄຳສັ່ງວ່າດ້ວຍ ການປັບປຸງວຽກງານບໍລິການ ການອອກໃບອະນຸຍາດລົງທຶນ ແລະ ການອອກໃບອະນຸຍາດດຳເນີນທຸລະກິດ,
4. ຮ່າງແຜນຍຸດທະສາດການສົ່ງເສີມຜະລິດເປັນສິນຄ້າຕິດພັນກັບກົນໄກການເຂົ້າເຖິງຕະຫລາດຈໍາໜ່າຍສິນຄ້າ ແລະ ການຄ້າຊາຍແດນ,
5. ຄົ້ນຄວ້າ, ປະກອບຄຳເຫັນ ກ່ຽວກັບການຄົ້ນຄວ້າການຫັນຊັບສິນຂອງລັດເປັນທຶນ,
6. ຜົນການຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດ ຄໍາສັ່ງ 15/ນຍ ໃນປີ 2020 ຜ່ານມາ,
7. ການກະກຽມໃຫ້ແກ່ການຫລຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ (LDCs),
8. ຜົນການຈັດຕັ້ງປະຕິບັດແຜນແກ້ໄຂບັນຫາຄົນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຂອງລາວ,
9. ການຈັດຕັ້ງປະຕິບັດການແກ້ໄຂຜົນກະທົບ ແລະຜັນຂະຫຍາຍນະໂຍບາຍ, ມາດຕະການເພື່ອຫລຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ 19 ຕໍ່ເສດຖະກິດຂອງລາວ,
10. ການຜັນຂະຫຍາຍຜົນກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງລັດຖະບານລາວ ແລະ ລັດຖະບານຫວຽດນາມ ຄັ້ງທີ 43 ປະຈຳປີ 2020,
11. ຫລັງຈາກນັ້ນ, ບັນດາຄະນະລັດຖະບານ, ເຈົ້າແຂວງ, ຮອງເຈົ້າແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ພ້ອມ ກັນປະກອບຄຳຄິດຄຳເຫັນໃສ່ຫລາຍບັນຫາສຳຄັນຢ່າງກົງໄປກົງມາ.
(2). ໂອກາດນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເນັ້ນໃຫ້ຜູ້ເຂົ້າຮ່ວມກອງປະຊຸມຍົກສູງຄວາມຮັບຜິດຊອບໃນການລາຍງານໃຫ້ກະທັດຮັດ, ຊັດເຈນ, ໃຫ້ມີຈຸດສຸມໃນຂອບເວລາທີ່ໄດ້ກຳນົດ, ສ່ວນການປະກອບຄຳຄິດຄຳເຫັນໃຫ້ລົງເລິກບັນຫາທີ່ເປັນຂໍ້ຄົງຄ້າງ, ພ້ອມທັງວິເຄາະວິໄຈສາເຫດ ແລະ ສະເໜີທິດທາງ, ມາດຕະການໃນການແກ້ໄຂໃນ 06 ເດືອນຕົ້ນປີ 2021
ແຫຼ່ງ: ວິທະຍຸກະຈາຍສຽງແຫ່ງຊາດລາວ.
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ



