ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳ ເດືອນ ສິງຫາ 2020
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2026-07-18 05:26:16
ຂປລ. ກອງປະຊຸມລັດຖະບານສະໄໝສາມັນປະຈຳ ເດືອນສິງຫາ 2020 ໄດ້ເປີດໃນຕອນເຊົ້າວັນທີ 20 ແລະ ປິດລົງໃນວັນທີ 21 ສິງຫາ 2020 ທີ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າພິຈາລະນາ ແລະ ປະກອບຄຳຄິດເຫັນ ຕໍ່ບັນດາເອກະສານສໍາຄັນ ດັ່ງນີ້: ຮັບຟັງການລາຍງານຈາກຂະແໜງການກ່ຽວຂ້ອງ ກ່ຽວກັບສະພາບພົ້ນເດັ່ນພາຍໃນ, ຕ່າງປະເທດ ແລະ ສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19. ຕໍ່ກັບສະພາບການພາຍໃນ, ກອງປະຊຸມໄດ້ຊີ້ນໍາໃຫ້ທຸກພາກສ່ວນ ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຂອງຄົນບໍ່ຫວັງດີ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໍໃນສັງຄົມ, ແກ້ໄຂບັນຫາອຸບັດເຫດຕາມທ້ອງຖະໜົນ, ຈັດຕັ້ງປະຕິບັດມາດຕະການປະຢັດຕ້ານການຟູມເຟືອຍ ກ້າວໄປສູ່ການກຸ້ມຕົນເອງ. ກ່ຽວກັບສະພາບການຂອງສາກົນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ, ມີການວິເຄາະວິໄຈຢ່າງລະອຽດຜົນກະທົບທີ່ອາດເກີດມີຕໍ່ໍປະເທດເຮົາ, ພ້ອມກັນນີ້ ໃຫ້ກະກຽມຄວາມພ້ອມໃນການເປັນເຈົ້າພາບຈັດກອງປະຊຸມສາກົນທາງໄກ ເປັນຕົ້ນ ກອງປະຊຸມແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ. ສຳລັບການປ້ອງກັນ, ຄວບຄຸມ, ສະກັດກັ້ນແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃຫ້ເອົາໃຈໃສ່ຕິດຕາມເຝົ້າລະວັງຢ່າງໃກ້ຊິດ, ຈັດຕັ້ງປະຕິບັດມາດຕະການຢ່າງເຄັ່ງຄັດ ເພື່ອຮັບປະກັນບໍ່ໃຫ້ເຊື້ອພະຍາດດັ່ງ ກ່າວແຜ່ລາມ ສ້າງຄວາມເສຍຫາຍໃຫ້ແກ່ສຸຂະພາບ ແລະ ຊີວິດຂອງພົນລະເມືອງລາວ, ແກ້ໄຂພະຍາດໄຂ້ເລືອດອອກໃຫ້ທັນການ; ຮ່າງນະໂຍບາຍ, ຍຸດທະສາດ ແລະ ແຜນປະຕິບັດງານແຫ່ງຊາດເພື່ອຄົນພິການ ຈຸດປະສົງເພື່ອຜັນຂະຫຍາຍນະໂຍບາຍຂອງພັກ ໂດຍສະເພາະແມ່ນ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກ່ຽວກັບການບໍລິການທາງດ້ານສະຫວັດດີການສັງຄົມ ໄດ້ຮັບການຍົກລະດັບ ແລະ ທຸກຄົນໄດ້ເຂົ້າເຖິງ ລວມທັງຄົນພິການດ້ວຍການໃຫ້ນະໂຍບາຍ, ຍຸດທະສາດ ແລະ ແຜນປະຕິບັດງານເພື່ອຈັດຕັ້ງປະຕິບັດ, ເພື່ອເປັນການຜັນຂະຫຍາຍສົນທິສັນຍາສາກົນວ່າດ້ວຍສິດທິຂອງຄົນພິການທີ່ ສປປ ລາວ ເປັນພາຄີ ໃຫ້ເປັນພາກປະຕິບັດຕົວຈິງ ພ້ອມທັງ ເປັນບ່ອນອີງໃນການຍາດແຍ່ງການຊ່ວຍເຫລືອຈາກຕ່າງປະເທດ ເຂົ້າໃນການພັດທະນາວຽກງານຄົນພິການ. ກອງປະຊຸມໄດ້ມີທິດຊີ້ນຳໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເອົາໃຈໃສ່ບາງບັນຫາຕື່ມເປັນຕົ້ນ ແມ່ນໃຫ້ປັບປຸງເປັນສະບັບດຽວ ເພື່ອເຮັດໃຫ້ນະໂຍບາຍດັ່ງກ່າວ ມີຄວາມລະອຽດ, ເລິກເຊິ່ງເຂົ້າໃຈງ່າຍ ແລະ ກະທັດຮັດເມື່ອປະກາດໃຊ້ແລ້ວສາມາດປະຕິບັດໄດ້ຢ່າງມີປະສິດທິຜົນ ແລະ ທົ່ວເຖິງ.
ກອງປະຊຸມ ໄດ້ເຫັນດີດ້ານຫລັກການຮັບຮອງເອົາ 3 ຮ່າງກົດໝາຍ ຄື: ຮ່າງກົດໝາຍ ວ່າດ້ວຍຍານພາຫະນະທາງບົກ ເຊິ່ງເປັນຮ່າງກົດໝາຍສ້າງໃໝ່; ຮ່າງກົດໝາຍ ວ່າດ້ວຍການສຶກສາຊັ້ນສູງ ເປັນການຍົກລະດັບດຳລັດວ່າດ້ວຍການສຶກສາຊັ້ນສູງ ຂຶ້ນເປັນກົດໝາຍຕາມແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ; ຮ່າງກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ເປັນຮ່າງກົດໝາຍສ້າງໃໝ່. ຕໍ່ 3 ຮ່າງກົດໝາຍດັ່ງກ່າວ, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງສົມທົບກັບກະຊວງຍຸຕິທໍາ ແລະ ທ່ານລັດຖະມົນຕີປະຈໍາສຳນັກງານນາຍົກລັດຖະມົນຕີ ນໍາໄປປັບປຸງ ແລະ ຮຽບຮຽງຄືນ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ການກໍານົດຊື່ຂອງກົດໝາຍ, ເນື້ອໃນ ແລະ ການໃຊ້ຄໍາສັບ ໃນບາງໝວດ, ບາງມາດຕາ ເພື່ອເຮັດໃຫ້ບັນດາກົດໝາຍດັ່ງກ່າວ ມີເນື້ອໃນຄົບຖ້ວນ, ຮັດກຸມ, ຈະແຈ້ງ ແລະ ບໍ່ຂັດກັບກົດໝາຍສະບັບອື່ນທີ່ປະກາດໃຊ້ແລ້ວນັ້ນ. ຫລັງຈາກນັ້ນ ໃຫ້ສົ່ງໃຫ້ສະພາແຫ່ງຊາດ ເພື່ອພິຈາລະນາ ແລະ ນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ຈະມາເຖິງ.
ກອງປະຊຸມ ໄດ້ພິຈາລະນາຮ່າງດໍາລັດ ວ່າດ້ວຍກອງທຶນຄຸ້ມຄອງໄພພິ ບັດ ເພື່ອກຳນົດຫລັກການ, ລະບຽບການ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ກອງທຶນຄຸ້ມຄອງໄພພິບັດ ເພື່ອລະດົມທຶນ ແລະ ສະສົມທຶນຈາກພາຍໃນ ແລະ ຕ່າງປະເທດ ແນໃສ່ສະໜອງທຶນ ໃຫ້ແກ່ການຊ່ວຍເຫລືອສຸກເສີນ, ເຮັດໃຫ້ຊີວິດການເປັນຢູ່ຂອງຜູ້ປະສົບໄພພິບັດ ກັບຄືນສູ່ສະພາບປົກກະຕິ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ກອງປະຊຸມ ໄດ້ຊີ້ນໍາ ໃຫ້ປັບປຸງຊື່ຂອງກອງທຶນ ເປັນ ດຳລັດວ່າດ້ວຍ ກອງທຶນໄພພິບັດ ແລະ ເຮັດເປັນກອງທຶນດຽວ ໂດຍມອບໃຫ້ພາກສ່ວນກ່ຽວຂ້ອງນໍາເອົາຮ່າງດຳລັດດັ່ງກ່າວໄປປັບປຸງ ເນື້ອໃນໃຫ້ຊັດເຈນ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ພາລະບົດບາດຂອງກອງທຶນ, ແຫລ່ງລາຍຮັບ, ການລະດົມທຶນ, ການນໍາໃຊ້ກອງທຶນ, ການຄຸ້ມຄອງບໍລິຫານກອງທຶນ ແລ້ວສະເໜີທ່ານນາຍົກລັດຖະມົນຕີ ແລະ ບັນດາຮອງນາຍົກລັດຖະມົນຕີມີຄໍາເຫັນ ແລະ ພິຈາລະນາ.
ໃນຕອນທ້າຍ, ກອງປະຊຸມ ຍັງໄດ້ຊີ້ນຳໃຫ້ບັນດາຂະແໜງການ ເພີ່ມທະວີຄວາມເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານໃນເດືອນກັນຍາ 2020 ເປັນຕົ້ນ ໃຫ້ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມລັດຖະບານປະຈຳເດືອນກໍລະກົດ 2020 ໂດຍສະເພາະການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສະພາແຫ່ງຊາດ; ໃຫ້ເພີ່ມທະວີຈັດຕັ້ງປະຕິບັດມະຕິກົມການເມືອງ ກ່ຽວກັບວຽກງານຮັກສາຄວາມສະຫງົບໃນໄລຍະໃໝ່, ສືບຕໍ່ປົກປັກຮັກສາສະຖຽນລະພາບທາງດ້ານການເມືອງໃຫ້ໝັ້ນຄົງ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ, ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ຫລຸດລົງ ເທື່ອລະກ້າວ; ເພີ່ມທະວີຄວາມເຂັ້ມງວດຄຸ້ມຄອງການເຂົ້າ-ອອກປະເທດ, ຮັບປະກັນບໍ່ໃຫ້ມີການລັກລອບເຂົ້າເມືອງບໍ່ຜ່ານດ່ານຊາຍແດນ ທັງເປັນການຮັບປະກັນວຽກງານປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19; ສືບຕໍ່ສຸມໃສ່ເກັບລາຍຮັບງົບປະມານ 4 ເດືອນທ້າຍປີ 2020 ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ ຫລື ຍັບໃກ້ເຂົ້າແຜນຫລາຍທີ່ສຸດ. ພ້ອມນີ້, ກໍໃຫ້ສືບຕໍ່ປັບປຸງກົນໄກການເກັບລາຍຮັບງົບປະມານໃຫ້ເປັນທັນສະໄໝ ໃຫ້ສໍາເລັດໂດຍພື້ນຖານ ເພື່ອຮັບປະກັນການແກ້ໄຂບັນຫາຮົ່ວໄຫລຂອງງົບປະມານ; ເອົາໃຈໃສ່ພິເສດຕໍ່ການຈ່າຍເງິນ ເດືອນໃຫ້ພະນັກງານລັດຖະກອນ, ທະຫານ, ຕໍາຫລວດ ໃຫ້ໄດ້ທັນເວລາ; ສືບຕໍ່ຕິດຕາມ ແລະ ຄຸ້ມຄອງການແລກປ່ຽນເງິນຕາ, ອັດຕາເງິນເຟີ້ໃຫ້ຢູ່ໃນເກນທີ່ສາມາດຄວບຄຸມໄດ້, ແກ້ໄຂບັນຫາໜີ້ສິນ ແລະ ຜົນກະທົບຂອງການຈັດອັນດັບຄວາມໜ້າເຊື່ອຖືດ້ານການເງິນຂອງ ສປປ ລາວ ຈາກສະຖາບັນການເງິນສາກົນ; ປັບປຸງບັນດານະໂຍບາຍສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ(SMEs) ແລະ ນິຕິກໍາທີ່ກ່ຽວຂ້ອງ ໃຫ້ສອດຄ່ອງກັບສະພາບຕົວຈິງຂອງຂະແໜງການ ເປັນຕົ້ນ ການປັບປຸງອັດຕາດອກເບ້ຍເງິນກູ້, ເງື່ອນໄຂ ແລະ ຂອດຂັ້ນການເຂົ້າເຖິງກອງທຶນສົ່ງເສີມ SMEs ໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນ, ພ້ອມທັງເອົາໃຈໃສ່ຕິດຕາມກວດກາ ແລະ ວາງແຜນການຈັດຕັ້ງປະຕິບັດຊ່ວຍຜູ້ປະກອບການໃຫ້ດໍາເນີນທຸລະກິດຢ່າງມີຜົນກໍາໄລ ແລະ ເພື່ອຫລີກເວັ້ນບໍ່ໃຫ້ຜູ້ປະກອບການລົ້ມລະລາຍ ແລະ ບໍ່ສາມາດຊໍາລະຕົ້ນທຶນ ແລະ ດອກເບ້ຍໄດ້; ສືບຕໍ່ຈັດສັນການຊໍາລະໜີ້ສິນໂຄງການລົງທຶນຂອງລັດ ເພື່ອເປັນການຊ່ວຍໃຫ້ບໍລິສັດ ສາມາດດໍາເນີນກິດຈະການໄດ້ເປັນປົກກະຕິ, ພ້ອມທັງ ຊຸກຍູ້ບັນດາໂຄງການລົງທຶນຂະໜາດໃຫຍ່ ເປັນຕົ້ນ ໂຄງການທາງລົດໄຟ ລາວ-ຈີນ, ທາງດ່ວນ, ໂຄງການພັດທະນາເສດຖະກິດຕາມແລວທາງລົດໄຟ ໃຫ້ສໍາເລັດຕາມແຜນທີ່ວາງໄວ້; ໃຫ້ຄະນະສະເພາະກິດ ສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດຢູ່ພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ສືບຕໍ່ຄົ້ນຄວ້າປຶກສາຫາລື ຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນຂອງພວກເຮົາໃນການຜະລິດເປັນສິນຄ້າ-ອຸປະໂພກ-ບໍລິໂພກ ເພື່ອສາມາດຕອບສະໜອງໃຫ້ພຽງພໍກັບຄວາມຕ້ອງການ ຂອງສັງຄົມ ດ້ວຍການຊຸກຍູ້ສົ່ງເສີມຂະບວນການປູກຝັງ, ລ້ຽງສັດ ຕິດພັນກັບການແປຮູບ ທີ່ມີຄຸນນະພາບ ເພື່ອເປັນສິນຄ້າສົ່ງອອກ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດພາຍໃນປະເທດ ຫລຸດຜ່ອນການນໍາເຂົ້າຈາກຕ່າງປະເທດ; ກະກຽມຄວາມພ້ອມຮອບດ້ານ ເພື່ອຊຸກຍູ້ການຜະລິດລະດູຝົນປີ 2020 ສະໜອງແນວພັນພືດ, ແນວພັນສັດ ແລະ ເຕັກນິກວິຊາການ ເຂົ້າໃສ່ການຜະລິດກະສິກໍາ, ກະສິກໍາສະອາດ ຕາມທ່າແຮງຂອງປະເທດເຮົາ ເພື່ອຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ໃຫ້ພຽງພໍກັບການບໍລິໂພກພາຍໃນ ແລະ ເປັນສິນຄ້າສົ່ງອອກ; ສືບຕໍ່ຕິດຕາມເຝົ້າລະວັງການປ່ຽນແປງດິນຟ້າອາກາດຢ່າງໃກ້ຊິດ ເພື່ອແຈ້ງໃຫ້ປະຊາຊົນໄດ້ຮັບຮູ້ຂໍ້ມູນຂ່າວສານ ທັງກະກຽມຮັບມືໃຫ້ທັນສະພາບການ, ພ້ອມທັງຕິດຕາມເຝົ້າລະວັງ ແລະ ກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຕ້ານແລ້ງ-ຕ້ານຖ້ວມ. ພ້ອມກັນນີ້ເພື່ອກະກຽມແກ້ໄຂຜົນກະທົບຂອງໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ທີ່ອາດຈະເກີດຂຶ້ນ ໃນໄລຍະລະດູຝົນນີ້, ກໍລະນີຫາກເກີດມີໄພນໍ້າຖ້ວມ ກໍໃຫ້ຮີບຮ້ອນໃຫ້ການຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບຢ່າງຮີບດ່ວນ ແລະ ທັນການ; ສືບຕໍ່ຕິດຕາມປະລິມານນໍ້າໃນບັນດາເຂື່ອນຕ່າງໆ ເພື່ອວາງແຜນຄຸ້ມຄອງນໍ້າໃຫ້ດີ, ຖ້າຫາກມີການປ່ອຍນໍ້າຕ້ອງໄດ້ແຈ້ງເຕືອນປະຊາຊົນລ່ວງໜ້າ; ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ທີ່ໄດ້ອະນຸມັດໄປແລ້ວ ເຊັ່ນ: ໂຄງການໄຟຟ້າຖ່ານຫີນ, ໂຄງການສາຍສົ່ງ ແລະ ໂຄງການບໍ່ແຮ່; ກວດກາ ແລະ ສ້ອມແປງເສັ້ນທາງຫລວງແຫ່ງຊາດ, ດິນເຊາະເຈື່ອນຖົມທາງ ໃນຊ່ວງລະດູຝົນ ເພື່ອຮັບປະກັນການສັນຈອນໄປມາໃຫ້ມີຄວາມສະດວກ ແລະ ຮັບປະກັນຄວາມປອດໄພ;ກະກຽມ ແລະ ດຳເນີນການເປີດສົກຮຽນໃໝ່ໃຫ້ໄປຕາມແຜນການ, ເອົາໃຈໃສ່ຄຸ້ມຄອງ, ກວດກາການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນໃຫ້ຖືກຕ້ອງ, ໂປ່ງໃສ, ຄົ້ນຄວ້າຍົກລະດັບການຮຽນ-ການສອນ ໃຫ້ມີປະສິດຜົນ, ຮັບປະກັນໄດ້ຄຸນນະພາບການສຶກສາ ໄປຄຽງຄູ່ກັບການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19. ພ້ອມນັ້ນ, ກໍໃຫ້ກະກຽມການສະໜອງອຸປະກອນການສຶກສາ, ເຄື່ອງນຸ່ງຫົ່ມ ທີ່ຮັບໃຊ້ໃນການສຶກສາໃຫ້ພຽງພໍ ໂດຍເນັ້ນໃສ່ການຜະລິດພາຍໃນປະເທດ ເພື່ອຫລຸດຜ່ອນການນໍາເຂົ້າຈາກຕ່າງປະເທດ ທັງເປັນການຊ່ວຍເຫລືອຜູ້ລົງທຶນ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19; ສືບຕໍ່ຊຸກຍູ້ສົ່ງເສີມວຽກງານທ່ອງທ່ຽວພາຍໃນ ໃຫ້ມີຄວາມຫລາກຫລາຍ ພ້ອມທັງ ປັບປຸງກົນໄກບໍລິຫານທີ່ຍັງບໍ່ທັນມີຄວາມສະດວກ ເພື່ອເຮັດໃຫ້ວຽກງານທ່ອງທ່ຽວກັບຄືນມາມີບັນຍາກາດ ພາຍຫລັງສິ້ນສຸດການແພ່ລະບາດ ແລະ ສາມາດເກັບລາຍຮັບເຂົ້າງົບປະມານ; ເອົາໃຈໃສ່ຝຶກສີມືແຮງງານ ແລະ ສ້າງວຽກເຮັດງານທຳໃຫ້ແກ່ແຮງງານລາວ ດ້ວຍການປະສານສົມທົບກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະພາກທຸລະກິດ; ກະກຽມແຜນການເຄື່ອນໄຫວໃຫ້ແກ່ການນໍາພັກ-ລັດຖະບານ ເພື່ອຮັບປະກັນດ້ານເນື້ອໃນໃຫ້ລະອຽດຮັດກຸມ ແລະ ໃຫ້ກະກຽມເນື້ອໃນໃຫ້ແກ່ກອງປະຊຸມ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ທີ່ຈະຈັດຂຶ້ນໃນວັນທີ 24 ສິງຫາ 2020 ໃຫ້ຮັດກຸມ ແລະ ມີຜົນສໍາເລັດຢ່າງຈົບງາມ; ໃຫ້ກະຊວງ-ອົງການຕ່າງໆ ສືບຕໍ່ສ້າງຂະບວນການຕິດພັນກັບວຽກງານຂອງຂະແໜງການຕົນ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ອົງຄະນະພັກຂອງຕົນ ໃຫ້ສໍາເລັດຕາມແຜນການ ເພື່ອສ້າງບັນຍາກາດອັນດີ ແລະ ເອື້ອອໍານວຍໃຫ້ແກ່ການຈັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃນຕົ້ນປີ 2021 ທີ່ຈະມາເຖິງນີ້.
ພ້ອມກັນນີ້, ປະທານກອງປະຊຸມ ຍັງໄດ້ຮຽກຮ້ອງມາຍັງສະມາຊິກລັດຖະບານ ຈົ່ງເພີ່ມທະວີຄວາມຮັບຜິດຊອບນໍາພາ-ຊີ້ນໍາ ແລະ ຂຸ້ນຂ້ຽວຈັດຕັ້ງປະຕິບັດວຽກງານຂອງຂະແໜງການຕົນ ໃຫ້ບັນລຸແຜນການ ເພື່ອຊຸກຍູ້ສົ່ງເສີມເສດຖະກິດພາຍໃນ ໃຫ້ສືບຕໍ່ຂະຫຍາຍຕົວ ແລະ ບັນລຸຕົວເລກຄາດໝາຍ ຈີດີພີ ທີ່ສະພາແຫ່ງຊາດໄດ້ຮັບຮອງແລ້ວ, ພ້ອມທັງຈັດຕັ້ງປະຕິບັດທິດຊີ້ນໍາຂອງກອງປະຊຸມລັດຖະບານ ຄັ້ງນີ້ ແລະ ແຜນວຽກຈຸດສຸມໃຫ້ເກີດຜົນເປັນຈິງຢ່າງມີປະສິດທິຜົນສູງ.
ຂ່າວ-ຮູບ: ກົມປະຊາສໍາພັນ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ



