ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນ ມິຖຸນາ 2020
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 4 ຄັ້ງ | ເວລາ | 2026-07-18 05:26:16
ຂປລ. ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມິຖຸນາ 2020 ໄດ້ເປີດຂຶ້ນໃນຕອນເຊົ້າ ແລະ ປິດລົງ ໃນຕອນແລງ ຂອງວັນທີ 17 ມິຖຸນາ 2020 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າພິຈາລະນາ ແລະ ປະກອບຄຳຄິດເຫັນຕໍ່ບົດລາຍງານ 3 ຫົວຂໍ້ ດັ່ງນີ້:
1. ຮ່າງບົດລາຍງານ ຂອງທ່ານນາຍົກລັດຖະມົນຕີ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ 5 ເດືອນ, ຄາດຄະເນ 6 ເດືອນ ຕົ້ນປີ 2020 ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020. ຜ່ານການພິຈາລະນາຮ່າງບົດລາຍງານ, ກອງປະຊຸມ ໄດ້ມີທິດຊີ້ນຳໃຫ້ປັບປຸງໂຄງຮ່າງບົດລາຍງານໃຫ້ເປັນລະບົບ ແລະ ເຂົ້າໃຈງ່າຍ ແລະ ປັບປຸງດ້ານເນື້ອໃນຕື່ມໃຫ້ຄົບຖ້ວນ, ຊັດເຈນ, ຮັດກຸມ ແລະ ຖືກຕ້ອງກັບຕົວຈິງ, ໃນນັ້ນ ສຳລັບການສະຫລຸບ 5 ເດືອນ ຕົ້ນປີ 2020 ແມ່ນໃຫ້ກວດກາ ແລະ ປັບປຸງຄືນຕື່ມບາງດ້ານ ເປັນຕົ້ນ ຕົວເລກການເຕີບໂຕທາງດ້ານເສດຖະກິດ, ການຈັດຕັ້ງປະຕິບັດຄາດໝາຍມະຫາພາກ ສົມທຽບກັບຕົວເລກທີ່ສະພາແຫ່ງຊາດໄດ້ຮັບຮອງ, ຄວາມຄືບໜ້າ ແລະ ແຜນການສືບຕໍ່ປະຕິບັດ 10 ນະໂຍບາຍແລະ 9 ມາດຕະການ ເພື່ອຫລຸດຜ່ອນຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ-19 ຕໍ່ເສດຖະກິດ ສປປ ລາວ. ສ່ວນແຜນວຽກຈຸດສຸມ 6 ເດືອນທ້າຍປີ 2020 ແມ່ນໃຫ້ຈັດລຽງບູລິມະສິດແຕ່ລະໜ້າວຽກຄືນໂດຍຕິດພັນກັບການແກ້ໄຂຈຸດອ່ອນຂໍ້ຄົງຄ້າງ. ພ້ອມກັນນີ້ໃຫ້ກຳນົດເພີ່ມບາງເນື້ອໃນເປັນຕົ້ນ ກຳນົດແຈ້ງ ບັນດາໂຄງການໃຫຍ່ ທີ່ຈະສືບຕໍ່ ຫລື ສຸມໃສ່ຈັດຕັ້ງປະຕິບັດ, ການສືບຕໍ່ກວດກາ ແລະ ເຈລະຈາ ຫຼຸດມູນຄ່າບັນດາໂຄງ ການລົງທຶນຂອງລັດ ທີ່ມີມູນຄ່າສູງເກີນລາຄາກາງ 20% ຂຶ້ນໄປ, ການຈັດຕັ້ງປະຕິບັດວຽກງານຂົງເຂດວັດທະນະທຳ-ສັງຄົມ, ການສ້າງວຽກເຮັດງານທຳ ແລະ ການນຳໃຊ້ແຮງງານລາວທີ່ກັບມາຈາກຕ່າງປະເທດ, ຈຸດສຸມຂອງວຽກງານການຕ່າງປະເທດ, ພາຍຫລັງປັບປຸງຮ່າງບົດລາຍງານແລ້ວ ໃຫ້ສົ່ງສະມາຊິກລັດຖະບານ ມີຄຳຄິດເຫັນຕື່ມ ກ່ອນສົ່ງໃຫ້ທ່ານນາຍົກລັດຖະມົນຕີ ພິຈາລະນາ ແລະ ມີທິດຊີ້ນຳ.
2. ບົດລາຍງານ ການປະຕິບັດນະໂຍບາຍ ລາຄາກະແສໄຟຟ້າ ໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ການປັບໂຄງສ້າງລາຄາໄຟຟ້າ ຄືນໃໝ່. ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບ ການຄົ້ນຄວ້າການປັບປຸງໂຄງສ້າງລາຄາໄຟຟ້າຄືນໃໝ່ ເຊິ່ງກະຊວງພະລັງງານ ແລະ ບໍ່ແຮ່ໄດ້ທົບທວນຄືນ ແລະ ຄົ້ນຄວ້າຄິດໄລ່ຫລາຍທາງເລືອກເພື່ອສະເໜີລັດຖະບານພິຈາລະນາ. ກອງປະຊຸມເຫັນດີມອບໃຫ້ໂຄສົກລັດຖະບານ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຜູ້ວ່າການຜູ້ອຳນວຍການລັດວິສາຫະກິດໄຟຟ້າລາວຮ່ວມກັນຖະແຫລງຂ່າວໃຫ້ສັງຄົມຮັບຊາບເປັນອັນສະເພາະ.
3. ບົດລາຍງານ ຄວາມຄືບໜ້າການປັບປຸງກົນໄກ ການອຳນວຍຄວາມສະດວກ ແລະ ບັນດາຕົວຊີ້ວັດຕ່າງໆ ໃນການດຳເນີນທຸລະກິດ ໃນ ສປປ ລາວ ຕາມຄຳສັ່ງເລກທີ 02/ນຍ, ລົງວັນທີ 1 ກຸມພາ 2018 ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ ແລະ ຄຳສັ່ງເລກທີ 03/ນຍ, ລົງວັນທີ 21 ມັງກອນ 2020 ວ່າດ້ວຍການປັບປຸງວຽກງານບໍລິການ ການອອກໃບອະນຸຍາດການລົງທຶນ ແລະ ການອອກໃບອະນຸຍາດດຳເນີນທຸລະກິດ.
ຕໍ່ການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 02/ນຍ, ກອງປະຊຸມ ໄດ້ຕີລາຄາວ່າ: ຕົວຊີ້ວັດທີ 1, 2, 3, 4, 6 ແລະ 8 ແມ່ນມີຄວາມຄືບໜ້າດີ, ສ່ວນຕົວຊີ້ວັດທີ 5, 7, 9 ແລະ 10 ແມ່ນຍັງບໍ່ທັນມີຄວາມຄືບໜ້າເທົ່າທີ່ຄວນ. ສຳລັບການຈັດຕັ້ງປະຕິບັດຄຳສັ່ງ 03/ນຍ ກໍຍັງມີຂໍ້ຄົງຄ້າງຈຳນວນໜຶ່ງທີ່ຕ້ອງໄດ້ສືບຕໍ່ແກ້ໄຂ ເປັນຕົ້ນ ການປະສານງານ, ການແກ້ໄຂເອກະສານບາງຄັ້ງຍັງຊັກຊ້າ, ແກ່ຍາວເວລາ. ກອງປະຊຸມໄດ້ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງ ຈະຕ້ອງໄດ້ເພີ່ມຄວາມເປັນເຈົ້າການ ໃນການວາງແຜນ, ການປະສານງານ, ການຕິດຕາມ ແລະ ຮ່ວມມືກັນແກ້ໄຂຂໍ້ຄົງຄ້າງ ໂດຍສະເພາະການປັບປຸງນິຕິກຳທີ່ກ່ຽວ ຂ້ອງໃຫ້ວ່ອງໄວ, ທັນການ ແລະ ມີປະສິດທິຜົນ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນທ້າຍເດືອນມິຖຸນາ ແລະ ເດືອນກໍລະກົດ 2020 ດັ່ງນີ້:
1. ສືບຕໍ່ຮັກສາສະຖຽນລະພາບ ທາງດ້ານການເມືອງ, ຮັບປະກັນຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ເພີ່ມທະວີສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ສືບຕໍ່ເອົາໃຈໃສ່ຕິດຕາມສະພາບການນໍາໃຊ້ສື່ສັງຄົມອອນລາຍ ແລະ ອື່ນໆ ທີ່ມີການເຄື່ອນໄຫວໂຄສະນາໂຈມຕີບິດເບືອນຄວາມເປັນຈິງ ແລະສ້າງຄວາມບໍ່ສະຫງົບໃນສັງຄົມ.
2. ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປີ 2020 ໂດຍສະເພາະສຸມໃສ່ການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ, ຮັບປະກັນການເບີກຈ່າຍເງິນເດືອນ, ຄຸ້ມຄອງອັດຕາແລກປ່ຽນໃຫ້ຢູ່ໃນເກນທີ່ກຳນົດໄວ້ ເພື່ອຮັບປະກັນບໍ່ໃຫ້ກະທົບຕໍ່ອັດຕາເງິນເຟີ້, ຊຸກຍູ້ການຜະລິດເປັນສິນຄ້າຂອງປະຊາຊົນ, ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ, ຊຸກຍູ້ສົ່ງເສີມການລົງທຶນ, ເອົາໃຈໃສ່ແກ້ໄຂບັນຫາໜີ້ສິນ ເພື່ອໃຫ້ພາກທຸລະກິດສາມາດສືບຕໍ່ເຄື່ອນໄຫວທຸລະກິດໄດ້.
3. ໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ສືບຕໍ່ເຂັ້ມງວດຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນເພື່ອຮັບປະກັນບໍ່ໃຫ້ພະຍາດດັ່ງກ່າວ ກັບຄືນມາລະບາດອີກຮອບໃໝ່ ຢູ່ ສປປ ລາວ ແລະຄົ້ນຄວ້າມາດຕະການຜ່ອນຜັນຫລັງຈາກວັນທີ 30 ມິຖຸນາ 2020. ພ້ອມກັນນີ້, ໃຫ້ຄະນະສະເພາະກິດ ຮັບຜິດຊອບຕິດຕາມຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ ແລະ ມາດຕະການເພື່ອຫລຸດຜ່ອນຜົນກະທົບຈາກພະຍາດ ໂຄວິດ-19 ຕໍ່ເສດຖະກິດຂອງ ສປປ ລາວ ສືບຕໍ່ຈັດຕັ້ງຜັນຂະຫຍາຍ ບັນດານະໂຍບາຍ ແລະ ມາດຕະການດ້ານເສດຖະກິດ ທີ່ລັດຖະບານໄດ້ຮັບຮອງແລ້ວຢ່າງມີປະສິດທິຜົນ ເພື່ອໃຫ້ບັນດາຫົວໜ່ວຍທຸລະກິດສາມາດ ດໍາເນີນທຸລະກິດ ແລະ ເຄື່ອນໄຫວໄດ້ເປັນປົກກະຕິ ມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ.
4. ໃຫ້ກະຊວງສາທາລະນະສຸກ ສົມທົບກັບທ້ອງຖິ່ນ ແລະພ າກສ່ວນກ່ຽວຂ້ອງເພີ່ມທະວີເອົາໃຈໃສ່ວຽກງານປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ, ລວມທັງພະຍາດຕາມລະດູການອື່ນໆ. ພ້ອມກັນນັ້ນ, ກໍປຸກລະດົມໃຫ້ທຸກຄົນໃນສັງຄົມເປັນເຈົ້າການປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ.
5. ໃຫ້ກະຊວງສຶກສາທິການ ແລະ ກິລາຊີ້ນຳສະຖາບັນການສຶກສາທັງພາກລັດ ແລະ ເອກະຊົນໃຫ້ດຳເນີນການຮຽນ-ການສອນຕາມຫລັກສູດ ແລະ ກະກຽມສອບເສັງຈົບຊັ້ນ-ເລື່ອນຊັ້ນຕາມແຜນທີ່ໄດ້ກຳນົດໄວ້ ທັງຮັບປະກັນຄຸນນະພາບ. ພ້ອມກັນນັ້ນກໍໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ 19 ຕາມຄຳແນະນຳຂອງຄະນະສະເພາະກິດ.
6. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ສົມທົບກັບຂະແໜງການກ່ຽວຂ້ອງ ແລະ ທ້ອງ ຖິ່ນໃນທົ່ວປະເທດ ລົງຊຸກຍູ້ການຜະລິດລະດູຝົນ, ຕ້ານແລ້ງ-ຕ້ານຖ້ວມ, ກະກຽມສະກັດກັ້ນ ແລະ ແກ້ໄຂການລະບາດຂອງສັດຕູພືດ. ພ້ອມກັນນັ້ນກໍກະກຽມຮັບມືກັບໄພພິບັດທຳມະຊາດ ທີ່ອາດຈະເກີດຂຶ້ນ.
7. ສືບຕໍ່ຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການເພື່ອບໍ່ໃຫ້ຜູ້ປະກອບການ, ພໍ່ຄ້າຊາວຂາຍສວຍໂອກາດຂຶ້ນລາຄາສິນຄ້າ ແລະ ການບໍລິການ; ຊຸກຍູ້ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງສາມາດດໍາເນີນທຸລະກິດ ແລະ ເຄື່ອນໄຫວໄດ້ເປັນປົກກະຕິ ມີຄວາມເຂັ້ມແຂງຂຶ້ນ.
8. ໃຫ້ກະຊວງການຕ່າງປະເທດ ສົມທົບກັບພາກສ່ວນກ່ຽວຂ້ອງກະກຽມຮອບດ້ານໃຫ້ແກ່ການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ຜ່ານລະບົບກອງປະຊຸມທາງ ໄກ ຂອງນາຍົກລັດຖະມົນຕີ. ພ້ອມກັນນັ້ນ, ໃຫ້ສືບຕໍ່ຕິດຕາມສະພາບການຂອງພາກພື້ນ ແລະ ສາກົນທີ່ມີທ່າອ່ຽງແລະ ຄວາມສ່ຽງທີ່ອາດມີຜົນກະທົບທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມຕໍ່ປະ ເທດເຮົາ.
9. ໃຫ້ບັນດາສະມາຊິກລັດຖະບານ ກະກຽມເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ລວມທັງກະກຽມເນື້ອໃນຕອບຄຳຊັກຖາມຂອງສະມາຊິກະສະພາແຫ່ງຊາດ.
10. ສືບຕໍ່ປັບປຸງຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IXແລະ ຮ່າງແຜນປີ 2021 ເພື່ອນຳເຂົ້າພິຈາລະນາໃນກອງປະຊຸມສະພາແຫ່ງຊາດ ໃນທ້າຍປີ.
ໃນຕອນທ້າຍ, ກອງປະຊຸມຮຽກຮ້ອງໄປຍັງປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ, ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ, ພະນັກງານ-ລັດຖະກອນ, ກຳມະກອນ ແລະ ນັກຮຽນຮູ້ປັນຍາຊົນ ທຸກຖ້ວນໜ້າຈົ່ງເຊີດຊູນ້ຳໃຈເປັນເຈົ້າຂອງປະເທດຊາດ; ໃຫ້ສື່ມວນຊົນລວມທັງ ສື່ອອນລາຍຕ່າງໆອອກຂ່າວ ແລະ ໃຫ້ຂໍ້ມູນຂ່າວສານຕ່າງໆ ໃຫ້ຖືກຕ້ອງກັບຄວາມເປັນຈິງ ແລະ ເປັນຜົນປະໂຫຍດສູງສຸດໃຫ້ແກ່ຊາດ ແລະ ປະຊາ ຊົນ, ຫລີກເວັ້ນການອອກຂ່າວ, ໃຫ້ຂໍ້ມູນເທັດ ທີ່ຈະສ້າງຄວາມປັ່ນປ່ວນ ແລະ ເປັນຜົນກະທົບດ້ານລົບຕໍ່ຈິດໃຈ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ຂອງສັງຄົມ.
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ


