ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນ ເມສາ 2020
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 4 ຄັ້ງ | ເວລາ | 2026-07-18 05:26:18
ຂປລ. ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ຖະແຫລງຜົນຂອງກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2020 ໄດ້ໄຂຂຶ້ນໃນຕອນເຊົ້າ ແລະ ປິດລົງໃນຕອນແລງຂອງວັນທີ 23 ເມສາ 2020 ໂດຍເປັນກອງປະຊຸມທາງໄກ (Video Conference), ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ພ້ອມດ້ວຍຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຄະນະສະເພາະກິດຮັບຜິດຊອບຕິດຕາມຜົນກະທົບ, ຜັນຂະຫຍາຍນະໂຍບາຍ ແລະ ມາດຕະການຫລຸດຜ່ອນຜົນກະທົບການແຜ່ລະບາດຂອງພະຍາດໂຄວິດ-19 ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້, ລັດຖະບານໄດ້ຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄໍາເຫັນຕໍ່ບົດລາຍງານຄວາມຄືບໜ້າ ແລະ ຜົນການຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ການກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ທັງຕິດພັນກັບວຽກງານປ້ອງກັນຄວາມສະ ຫງົບ ແລະ ວຽກງານການຕ່າງປະເທດ; ບົດລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ການແກ້ໄຂຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ, ມາດຕະການ ເພື່ອຫລຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຕໍ່ເສດຖະກິດຂອງລາວ; ມາດຕະການໃນຕໍ່ໜ້າ ເພື່ອຮັບມືການລະບາດຂອງພະຍາດ.
ຜ່ານການພິຈາລະນາ ແລະ ປະກອບຄຳເຫັນ, ກອງປະຊຸມໄດ້ສະແດງຄວາມຊົມເຊີຍຄະນະສະ ເພາະກິດ ທັງ 2 ຄະນະ, ບັນດາຂະແໜງການທີ່ກ່ຽວຂ້ອງ, ນະຄອນຫລວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ ໄດ້ເອົາໃຈໃສ່ ແລະ ສຸມທຸກກຳລັງເຂົ້າໃນການຈັດຕັ້ງປະຕິບັດຄຳສັ່ງຢ່າງເຂັ້ມຂຸ້ນ ແລະ ມີປະສິດທິຜົນດີ, ທຸກພາກສ່ວນໃນສັງຄົມໄດ້ເຂົ້າຮ່ວມ ແລະ ຮັບຜິດຊອບຕາມພາລະບົດບາດຂອງຕົນເອງ, ສ້າງໄດ້ຂະບວນການທີ່ເປັນຮູບປະທໍາຢ່າງແທ້ຈິງ ຈຶ່ງສາມາດຄວບຄຸມການລະບາດ ໂດຍບໍ່ມີຜູ້ຕິດເຊື້ອເພີ່ມອີກ ຊຶ່ງເປັນມື້ທີ 11 ຕິດຕໍ່ກັນ.
ເຖິງແນວໃດກໍຕາມ ພວກເຮົາກໍບໍ່ທັນອຸ່ນອ່ຽນໃຈໄດ້ເທື່ອ ເພາະການລະບາດຂອງພະຍາດຢູ່ບັນດາປະເທດຕ່າງໃນໂລກ ແລະ ພາກພື້ນຍັງສືບຕໍ່ມີຄວາມຮຸນແຮງ, ມີຜູ້ຕິດເຊື້ອ ແລະ ເສຍຊິວິດເພີ່ມຂຶ້ນ ເປັນຈຳນວນຫລວງຫລາຍໃນທຸກໆຊົ່ວໂມງ. ສຳລັບປະເທດພວກເຮົາ ກໍຍັງຈະມີຄວາມສ່ຽງ ແລະ ສິ່ງທ້າທາຍ ຈໍານວນບໍ່ໜ້ອຍ, ແຮງງານລາວທີ່ກັບຄືນມາແລ້ວເຖິງວ່າສ່ວນຫລາຍໄດ້ຄົບໄລຍະເວລາກັກກັນ ແລະ ກັບບ້ານແລ້ວ, ແຕ່ກໍຍັງມີແຮງງານຈຳນວນໜຶ່ງ ທີ່ຈະສືບຕໍ່ເຂົ້າມາຕື່ມໃນແຕ່ລະວັນ, ຊຶ່ງຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ເປັນພິເສດໃນການກັກກັນ ເພາະວ່າໂຄວິດ-19 ແມ່ນພະຍາດນຳເຂົ້າ ແລະ ເວລານີ້ປະເທດອ້ອມຂ້າງພວມມີການລະບາດຫລາຍກວ່າໄລຍະກ່ອນໜ້ານີ້, ເຊິ່ງໃນນີ້ບາງປະເທດແມ່ນເປັນການລະບາດຮອບທີ 2.
ໂດຍອີງໃສ່ການລາຍງານຂອງຄະນະສະເພາະກິດທັງສອງຄະນະ ແລະ ການປະກອບຄຳເຫັນ ຂອງສະມາຊິກລັດຖະບານ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນ ໂດຍເນັ້ນຕື່ມບາງບັນຫາດັ່ງນີ້:
1. ເປົ້າໝາຍໃນຕໍ່ໜ້າ:
1) ຕ້ອງປົກປ້ອງຊີວິດ ແລະ ສຸຂະພາບຂອງປະຊາຊົນ, ຮັບປະກັນບໍ່ໃຫ້ມີການລະບາດຂອງພະ ຍາດອອກສູ່ວົງກວ້າງ ແລະ ພະຍາຍາມໃຫ້ຮັກສາຈຳນວນຜູ້ຕິດເຊື້ອໃນ 19 ຄົນ ນີ້ເທົ່ານັ້ນ, ພ້ອມທັງພະຍາຍາມປິ່ນປົວຜູ້ຕິດເຊື້ອແລ້ວໃຫ້ຫາຍດີ.
2) ຫລຸດຜ່ອນຜົນກະທົບຂອງການລະບາດພະຍາດດັ່ງກ່າວ ຕໍ່ເສດຖະກິດ-ສັງຄົມຂອງລາວ ໃຫ້ໜ້ອຍທີ່ສຸດເທົ່າທີ່ຈະເຮັດໄດ້.
3) ຕ້ອງຮັບປະກັນຄວາມສະຫງົບ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ.
ເພື່ອເຮັດໃຫ້ສາມເປົ້າດັ່ງກ່າວບັນລຸຜົນ, ສະເໜີໃຫ້ຄະນະສະເພາະກິດ, ບັນດາຂະແໜງການທີ່ກ່ຽວ ຂ້ອງ, ທ້ອງຖິ່ນ ແລະ ທົ່ວສັງຄົມ ເອົາໃຈໃສ່ຕື່ມໃນບາງບັນຫາດັ່ງນີ້:
2. ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ ແລະ ຮັບມື ການລະບາດໂຄວິດ-19:
1) ໃຫ້ສືບຕໍ່ເຂັ້ມງວດໃນການປະຕິບັດຄຳສັ່ງ ເລກທີ 06/ນຍ, ແຈ້ງການ ຫລື ຄໍາແນະນໍາ ຂອງຄະນະສະເພາະກິດ ແລະ ຂະແໜງການທີ່ກ່ຽວຂ້ອງຈົນຮອດວັນທີ 3 ພຶດສະພາ 2020 ຕາມທີ່ລັດຖະ ບານໄດ້ຕົກລົງ, ໃນນີ້ໃຫ້ເພີ່ມຄວາມເຂັ້ມງວດ ໃນການປະຕິບັດມາດຕະການຈໍານວນໜຶ່ງ ຍັງບໍ່ທັນປະຕິບັດໄດ້ດີເທົ່າທີ່ຄວນ ແລະ ຍັງມີລັກສະນະຖືເບົາ ນັບແຕ່ວັນທີ 20 ເມສາ ມານີ້ ເປັນຕົ້ນ.
2) ໃຫ້ສືບຕໍ່ເອົາໃຈໃສ່ຄຸ້ມຄອງຄົນທີ່ຈະມາຈາກຕ່າງປະເທດໃນຕໍ່ໜ້າ ໂດຍສະເພາະແຮງງານລາວທີ່ຈະກັບມາຈາກປະເທດໃກ້ຄຽງ ທີ່ຈະສືບຕໍ່ເຂົ້າມາ ແລະ ຊ່ຽວຊານບັນດາໂຄງການ ແມ່ນໃຫ້ມີການກັກກັນຢູ່ສູນ ແລະ ກວດຫາເຊື້ອພະຍາດກ່ອນ. ຖ້າຜົນກວດອອກມາເປັນບວກ (ມີເຊື້ອ) ໃຫ້ສົ່ງເຂົ້າໂຮງໝໍເພື່ອຮັບການປິ່ນປົວທັນທີ, ຖ້າຜົນກວດອອກມາເປັນລົບ (ບໍ່ມີເຊື້ອພະຍາດ) ໃຫ້ສືບຕໍ່ກັກກັນຕົວ ແລະ ຕິດຕາມອາການຈົນຄົບ 14 ວັນ. ຫ້າມເດັດຂາດບໍ່ໃຫ້ກັກກັນຕົວຢູ່ເຮືອນ.
3) ໃຫ້ຄະນະສະເພາະກິດ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ເປັນພິເສດຕໍ່ວຽກງານຈຳນວນໜຶ່ງທີ່ຜ່ານມາ ຍັງມີຄວາມເຂົ້າໃຈທີ່ບໍ່ເປັນເອກະພາບກັນ ຊຶ່ງບາງທ້ອງຖິ່ນໄດ້ກຳນົດເງື່ອນໄຂສະ ເພາະຂອງຕົນ ໂດຍບໍ່ທັນສອດຄ່ອງກັບເນື້ອໃນຈິດໃຈຄຳສັ່ງ 06/ນຍ ໃນການຈັດຕັ້ງປະຕິບັດຕົວຈິງ ເປັນ ຕົ້ນ: ບາງທ້ອງຖິ່ນ ຍັງມີການຈຳກັດ ແລະ ສ້າງຄວາມຫຍຸ້ງຍາກ ໃຫ້ປະຊາຊົນໄປທຳການຜະລິດ, ໄປນາ, ໄປສວນ ແລະ ໄປທໍາມາຫາກິນ, ຊຶ່ງໃນຄໍາສັ່ງແມ່ນບໍ່ໄດ້ຫ້າມ; ການອອກນິຕິກຳຜັນຂະຫຍາຍ ຫລື ແນະນໍາຂອງບາງຂະແໜງການ ແລະ ທ້ອງຖິ່ນ ເຫັນວ່າມີກໍລະນີຂັດກັບເນື້ອໃນຈິດໃຈຂອງຄໍາສັ່ງ06/ນຍ; ຍັງມີການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງ, ຂ່າວລວງ, ຂ່າວລື, ຂ່າວອະກຸສົນ ແລະ ຂ່າວປັ່ນປ່ວນ.
4) ໃຫ້ຄະນະສະເພາະກິດ ຄົ້ນຄວ້າ ແລະ ກຳນົດວ່າ ເຂດໃດເປັນເຂດທີ່ມີຄວາມສ່ຽງສູງ, ເຂດໃດເປັນເຂດທີ່ມີຄວາມສ່ຽງໜ້ອຍ ແລະ ເຂດໃດບໍ່ມີຄວາມສ່ຽງ (ເຂດແດງ, ເຂດເຫລືອງ ແລະ ເຂດຂຽວ) ພ້ອມທັງກຳນົດແຈ້ງວ່າມາດຕະການປ້ອງກັນ ແລະ ຄວບຄຸມ ໃນແຕ່ລະເຂດຕ້ອງເຮັດແນວໃດ, ເຂດທີ່ມີຄວາມສ່ຽງໜ້ອຍ ແລະ ບໍ່ມີຄວາມສ່ຽງ ຈະຜ່ອນຜັນໃນການປະຕິບັດບັນດາມາດຕະການປ້ອງກັນ ແລະ ຄວບຄຸມຄືແນວໃດ?, ຈາກນັ້ນອອກຄໍາແນະນໍາໃຫ້ບັນດາທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະ ຕິບັດ.
5) ໃຫ້ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ປະຊາຊົນເອົາໃຈໃສ່ ແລະ ມີສະຕິໃນການປ້ອງກັນຕົນເອງ ເພື່ອບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອ ຕາມການແນະນໍາຂອງຄະນະສະເພາະກິດ ເປັນຕົ້ນ ມາດຕະການນໍາໃຊ້ຜ້າປິດປາກ-ດັງ, ມາດຕະການລ້າງມືດ້ວຍນໍ້າຢາລ້າງມື, ມາດຕະການຮັກສາໄລຍະຫ່າງ, ມາດຕະການຮັກສາຄວາມສະອາດໃນການກິນຢູ່ ແລະ ວາງແຜນໃນການປັບປຸງຟື້ນຟູການທ່ອງທ່ຽວ ແລະ ການບໍລິການໃນໄລຍະສັ້ນ, ກາງ ແລະ ຍາວ.
6) ໃຫ້ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ ແລະ ອົງການປົກຄອງທ້ອງຖິ່ນ ເອົາໃຈໃສ່ສະກັດກັ້ນແກ້ໄຂການລະເມີດຄຳສັ່ງ, ນິຕິກຳຕ່າງໆໃນການຕ້ານໂຄວິດ-19 ແລະ ບັນດາປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ເຂັ້ມງວດ ແລະ ສັກສິດຕື່ມ.
3. ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດຂໍ້ຕົກລົງ 31/ນຍ ເພື່ອຫລຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຕໍ່ເສດຖະກິດ-ສັງຄົມ:
1) ໃຫ້ຄະນະສະເພາະກິດຕາມຂໍ້ຕົກລົງ 32/ນຍ ສືບຕໍ່ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການ ທີ່ໄດ້ກຳນົດໃນຂໍ້ຕົກລົງ 31/ນຍ ໃຫ້ສຳເລັດ ແລະ ປະກົດຜົນເປັນຈິງ, ໃນພາກປະຕິບັດຕົວຈິງຖ້າມີບັນຫາໃດຫຍຸ້ງຍາກ ກໍໃຫ້ສຸມໃສ່ແກ້ໄຂໃຫ້ທະລຸລ່ວງເພື່ອຊ່ວຍຫລຸດຜ່ອນຜົນກະທົບຕໍ່ພາກທຸລະກິດ.
2) ໃຫ້ຄະນະສະເພາະກິດ ທັງສອງຄະນະ ຮີບຮ້ອນສົມທົບກັນແຕ່ງຄະນະວິຊາການໄປກວດກາບັນດາກິດຈະການ, ໂຄງການ, ໂຮງຈັກໂຮງງານ ທີ່ໄດ້ສະເໜີມາວ່າມີຄວາມຈໍາເປັນໃນການສືບຕໍ່ເຄື່ອນໄຫວ ແລະ ດຳເນີນທຸລະກິດ ໂດຍເຮັດເປັນຫລາຍຄະນະ, ຖ້າກິດຈະການ ຫລື ໂຄງການໃດ ສາມາດປະຕິບັດຕາມເງື່ອນໄຂ ແລະ ມາດຖານທີ່ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຕາມຂໍ້ຕົກລົງ 31/ສພກ ກໍສາມາດອະນຸຍາດໄດ້, ແຕ່ຕ້ອງມີການຄຸ້ມຄອງ ແລະ ຕິດຕາມຢ່າງໃກ້ຊິດ. ສໍາລັບກິດຈະກໍາ ຫລື ໂຄງການ ທີ່ຂຶ້ນກັບຄວາມຮັບຜິດຊອບ ຂອງບັນດາແຂວງ ກໍຄວນມອບໃຫ້ຄະນະສະເພາະກິດແຂວງລົງກວດກາ ໂດຍອີງໃສ່ຄຳແນະນໍາຂອງຄະນະສະເພາະກິດຂັ້ນສູນກາງກຳນົດ.
3) ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ຮີບຮ້ອນສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ທ້ອງ ຖິ່ນ ແກ້ໄຂບັນດາອຸປະສັກໃນການຂົນສົ່ງ-ຈໍລະຈອນສິນຄ້າຢູ່ພາຍໃນປະເທດ ແລະ ຢູ່ຕາມດ່ານຊາຍແດນ, ໃຫ້ຄົ້ນຄວ້າຫລາຍວິທີແກ້ໄຂແບບປະສົມປະສານກັນ ຕາມສະພາບຕົວຈິງຂອງແຕ່ລະບ່ອນ ເຮັດແນວໃດ ບໍ່ໃຫ້ສິນຄ້າອັ່ງອໍ ແລະ ເໜົ່າເສຍ ຍ້ອນອຸປະສັກໃນການຂົນສົ່ງເດັດຂາດ, ຄຽງຄູ່ກັນນັ້ນ ກໍຕ້ອງຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອ.
4) ສຳລັບການປະຕິບັດນະໂຍບາຍຕໍ່ແຮງງານທີ່ໄດ້ເຂົ້າໃນລະບົບປະກັນສັງຄົມ ໃຫ້ປະຕິບັດຕາມລະບຽບກົດໝາຍ, ສໍາລັບແຮງງານທີ່ຢູ່ນອກລະບົບ ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ ນຳໄປຄົ້ນຄວ້າລະອຽດ ແລ້ວມາລາຍງານຕໍ່ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ.
5) ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ມີວິທີແນະນໍາໃຫ້ປະຊາຊົນເພີ່ມພຸນຜະລິດຜົນ ໂດຍສະເພາະການປູກ ແລະ ການລ້ຽງສັດ ກຸ້ມຕົນເອງ.
6) ໃຫ້ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສ້າງແຜນປັບປຸງສະຖານທີ່ທ່ອງທ່ຽວ ແລະ ການບໍລິການຂອງບັນດາທຸລະກິດປິ່ນອ້ອມ ເພື່ອຈັດຕັ້ງປະຕິບັດພາຍຫລັງວັນທີ 3 ພຶດສະພາ ເພື່ອກຽມຄວາມພ້ອມເປີດການທ່ອງທ່ຽວເມື່ອການລະບາດຂອງພະຍາດຢຸດເຊົາ.
7) ສຳລັບການສະເໜີຂໍຫລຸດອັດຕາອາກອນມູນຄ່າເພີ່ມໄຟຟ້າ ແລະ ນໍ້າປະປາ ນັ້ນ ເນື່ອງຈາກຈະມີຜົນກະທົບຕໍ່ການເກັບລາຍຮັບຫລາຍສົມຄວນ ຈຶ່ງເຫັນວ່າບໍ່ທັນຕົກລົງໄດ້ເທື່ອ, ໃຫ້ໄປຄົ້ນຄວ້ານະໂຍ ບາຍດ້ານອື່ນໆແທນ.
8) ໃຫ້ກະຊວງການເງິນ ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປຶກສາຫາລືກັບສະຖາບັນການເງິນສາກົນ ແລະ ບັນດາປະເທດ G20 ກ່ຽວກັບການເລື່ອນຫນີ້ຕາມນະໂຍບາຍ ຂອງກອງປະຊຸມ ກຸ່ມ G20. ພ້ອມກັນນັ້ນ ກໍໃຫ້ສະເໜີຂໍເງິນກູ້ດອກເບ້ຍຕໍ່າບ້ວງໃໝ່ ເພື່ອມາຟື້ນຟູຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ-19.
9) ໃຫ້ຄະນະສະເພາະກິດ ສືບຕໍ່ຄົ້ນຄວ້າບັນດາຂໍ້ສະເໜີໃໝ່ເພີ່ມເຕີມຂອງພາກທຸລະກິດ ໃຫ້ລະ ອຽດ ໂດຍສະເພາະບັນດານະໂຍບາຍດ້ານການເງິນ, ທະນາຄານ ກໍຄືບັນດານະໂຍບາຍ ເພື່ອສົ່ງເສີມການຜະລິດກະສິກຳເປັນສິນຄ້າ. ພ້ອມກັນນັ້ນ ກໍໃຫ້ຄົ້ນຄວ້າມາດຕະການຟື້ນຟູເສດຖະກິດ ໃນໄລຍະສັ້ນ, ໄລ ຍະກາງ ແລະ ໄລຍະຍາວ ພາຍຫລັງການລະບາດຂອງພະຍາດໂຄວິດ-19 ຢຸດຕິລົງ, ແລ້ວສະເໜີລັດ ຖະບານພິຈາລະນາ.
10) ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເປັນໃຈກາງສົມທົບກັບຄະນະສະເພາະກິດທັງສອງຄະນະ ແລະ ຂະແໜງການກ່ຽວຂ້ອງສັງລວມ ແລະ ຮຽບຮຽງຕາມການປະກອບຄໍາຂອງສະ ມາຊິກລັດຖະບານ ເພື່ອອອກເປັນມະຕິຂອງລັດຖະບານ ແລະ ແຈ້ງການ ຜົນກອງປະຊຸມລັດຖະບານ ໃນຄັ້ງນີ້ ເພື່ອເປັນບ່ອນອີງໃຫ້ຄະນະສະເພາະກິດ, ຂະແໜງການ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດ.
ໃນຕອນທ້າຍ ກອງປະຊຸມລັດຖະບານຄັ້ງນີ້ ໄດ້ຮຽກຮ້ອງໄປຍັງປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ, ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ, ພະນັກງານ-ລັດຖະກອນ, ກຳມະກອນ ແລະ ນັກຮຽນຮູ້ປັນຍາຊົນ ທຸກຖ້ວນໜ້າ ຈົ່ງເຊີດຊູນ້ຳໃຈເປັນເຈົ້າຂອງປະເທດຊາດ ສູງກວ່າເວລາໃດໝົດ, ສືບຕໍ່ຕັ້ງໜ້າເຂົ້າຮ່ວມປະຕິບັດບັນດາມາດຕະການທີ່ລັດຖະບານວາງອອກ ຕື່ມອີກ 10 ວັນ ດ້ວຍຄວາມຕື່ນຕົວ ແລະ ເປັນເຈົ້າການສູງ ເພື່ອເຮັດໃຫ້ການປ້ອງກັນ, ສະກັດກັ້ນພະຍາດ ໂຄວິດ-19 ຄັ້ງນີ້ ໄດ້ຮັບໄຊຊະນະ. ຂໍໃຫ້ສື່ມວນຊົນທຸກປະເພດ ລວມທັງ ສື່ອອນລາຍຕ່າງໆ ຈົ່ງຍົກສູງນ້ຳໃຈຮັກຊາດ, ຮັບໃຊ້ປະຊາຊົນບັນດາເຜົ່າອອກຂ່າວ, ໃຫ້ຂໍ້ມູນຂ່າວສານຕ່າງໆ ໃຫ້ຖືກຕ້ອງກັບຄວາມເປັນຈິງ ແລະ ເປັນຜົນປະໂຫຍດສູງສຸດ ໃຫ້ແກ່ຊາດ ແລະ ປະຊາຊົນ, ຫລີກເວັ້ນການອອກຂ່າວ, ໃຫ້ຂໍ້ມູນເທັດ ທີ່ຈະສ້າງຄວາມປັ່ນປ່ວນ ແລະ ເປັນຜົນກະທົບດ້ານລົບຕໍ່ຈິດໃຈ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ຂອງສັງຄົມ.
ແຫຼ່ງ: ຂ່າວສານປະເທດລາວ, ພາບ: ຂັນໄຊ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ

