ລັດຖະບານພິຈາລະນາຫລາຍບັນຫາສຳຄັນໃນເດືອນ ມັງກອນ 2020
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 3 ຄັ້ງ | ເວລາ | 2026-07-18 05:26:59
ຂປລ. ລັດຖະບານໄດ້ດຳເນີນກອງປະະຊຸມ ສະໄໝສາມັນ ປະຈໍາເດືອນມັງກອນ 2020 ໃນວັນທີ 22-23 ມັງກອນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ແລະ ພາກສ່ນກ່ຽວຂ້ອງເຂົ້າຮ່ວມ, ເຊິ່ງກອງປະຊຸມ ໄດ້ພິຈາລະນາບັນຫາສໍາຄັນຕ່າງໆ ລວມເຖິງແຜນວຽກຈຸດສຸມປະຈຳເດືອນກຸມພາ 2020 ແລະ ຟັງການລາຍງານຫຍໍ້ ຈາກຂະແໜງການທີ່ກ່ຽວຂ້ອງກ່ຽວກັບ ສະພາບພົ້ນເດັ່ນຂອງພາກພື້ນ ແລະ ສາກົນ, ການສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນ, ການເຝົ້າລະວັງພະຍາດຕິດແປດຕ່າງໆ, ອັດຕາແລກປ່ຽນເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າ, ສະພາບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ສະພາບຫາງສຽງສັງຄົມ.
ຕໍ່ບັນຫາດັ່ງກ່າວ, ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ແລະ ມີຄວາມເປັນເອກະພາບສູງ ເພື່ອກໍານົດມາດຕະການແກ້ໄຂ ເປັນຕົ້ນ: ໃຫ້ກະຊວງການຕ່າງປະເທດ ເປັນເຈົ້າການສືບຕໍ່ຕິດຕາມຢ່າງໃກ້ຊິດ, ກຽມພ້ອມຮັບມືຮອບດ້ານກັບບັນຫາຕ່າງໆ ທີ່ອາດຈະເກີດຂຶ້ນ ເພື່ອສືບຕໍ່ຮັກສາຄວາມສະຫງົບ ແລະ ຄວາມມີສະຖຽນລະພາບທາງດ້ານການເມືອງ ໃຫ້ໜັກແໜ້ນ ແລະ ໝັ້ນຄົງ ແລະ ມີການລາຍງານລັດຖະບານ ຢ່າງເປັນປົກກະຕິ; ໃຫ້ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ເພີ່ມທະວີຄວາມເປັນເຈົ້າການຕິດຕາມ ສະພາບປະກົດການຫຍໍ້ທໍ້ທາງສັງຄົມ, ປຸ້ນຈີ້ຊີງຊັບ, ຂີ້ລັກງັດແງະ, ການລັກລອບຄ້າຂາຍສິ່ງຜິດກົດໝາຍ, ການເກີດອຸປະຕິເຫດຕາມທ້ອງຖະໜົນ ແລະ ອັກຄີໄພທີ່ອາດເກີດຂຶ້ນ, ພ້ອມທັງ ກຳນົດມາດຕະການແກ້ໄຂ ປະກົດການຫຍໍ້ທໍ້ຕ່າງໆ ໃຫ້ເຂັ້ມງວດ, ເດັດຂາດ ແລະ ທັນການ; ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້ ສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຜະລິດສິນຄ້າພາຍໃນ, ໂດຍສະເພາະ ສິນຄ້າປະເພດສະບຽງອາຫານ ໃຫ້ສາມາດຕອບສະໜອງພຽງພໍກັບ ຄວາມຮຽກຮ້ອງຕ້ອງການ ພ້ອມທັງ ວາງມາດຕະການໃນການຄຸ້ມຄອງການນຳເຂົ້າສິນຄ້າ ອຸປະໂພກ-ບໍລິໂພກ, ການກຳນົດລາຄາສິນຄ້າໃນທ້ອງຕະຫລາດ ໃຫ້ມີຄວາມເໝາະສົມ ແລະ ສົມເຫດສົມຜົນ, ເດັດຂາດບໍ່ໃຫ້ມີການສວຍໂອກາດ ຂຶ້ນລາຄາສິນຄ້າ ໂດຍສະເພາະ ໃນຊ່ວງເທດສະການຕ່າງໆ; ໃຫ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກໍາ ແລະ ປ່າໄມ້ ເປັນເຈົ້າການສົມທົບກັບ ພາກສ່ວນກ່ຽວຂ້ອງ ຕິດຕາມການປ່ຽນແປງສະພາບດິນຟ້າອາກາດ ເອົາໃຈໃສ່ຊຸກຍູ້ການສະໜອງນໍ້າ ເຂົ້າໃນການຜະລິດ ການປູກພືດລະດູແລ້ງ ແລະ ຕິດຕາມເຝົ້າລະວັງການແຜ່ລະບາດຂອງພະຍາດສັດ ແລະ ແຈ້ງເຕືອນໃຫ້ປະຊາຊົນຮັບຊາບ ຢ່າງເປັນປົກກະຕິ; ໃຫ້ກະຊວງສາທາລະນະສຸກ ສົມທົບກັບພາກສ່ວນກ່ຽວຂ້ອງ ຕິດຕາມເຝົ້າລະວັງ ແລະ ສະກັດກັ້ນການລະບາດ ຂອງພະຍາດທາງເດີນຫາຍໃຈ ໄວຣັດຊະນິດໃໝ່ ພ້ອມທັງ ແຈ້ງເຕືອນ, ແນະນໍາໃຫ້ປະຊາຊົນຮັບຊາບ ແລະ ເຂົ້າໃຈເຖິງວິທີປ້ອງກັນ.
ພ້ອມນີ້, ກອງປະຊຸມ ໄດ້ຮັບຟັງການລາຍງານກ່ຽວກັບ ການຜັນຂະຫຍາຍຜົນຂອງກອງປະຊຸມຄັ້ງທີ 42 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລາວ-ຫວຽດນາມ, ຜ່ານການຮັບຟັງ ແລະ ການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ, ກອງປະຊຸມ ໄດ້ມີທິດຊີ້ນໍາ ໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ປະຈຳປີ 2020 ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ຫັນເປັນແຜນວຽກ, ແຜນງານ ແລະ ມີການແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ ໂດຍໃຫ້ເອົາໃຈໃສ່ເປັນພິເສດ ໃນການຈັດຕັ້ງປະຕິບັດວຽກງານ ແລະ ບັນດາໂຄງການຕ່າງໆ ໃຫ້ໄດ້ຮັບຜົນດີ; ກອງປະຊຸມ ໄດ້ຮັບຟັງການລາຍງານກ່ຽວກັບ ຜົນການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນວັນທີ 5-9 ມັງກອນ 2020. ຜ່ານການຮັບຟັງ ແລະ ການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ, ກອງປະຊຸມ ໄດ້ມີທິດຊີ້ນຳໃຫ້ຂະແໜງການກ່ຽວຂ້ອງ ເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະ ແກ້ໄຂບັນດາຂອດຄົງຄ້າງຕ່າງໆ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ບັນດາເນື້ອໃນເອກະສານ, ໂຄງການ ແລະ ກິດຈະກຳການຮ່ວມມືຕ່າງໆ ທີ່ໄດ້ຕົກລົງກັນ ໃຫ້ມີປະສິດທິຜົນ; ຮັບຟັງບົດລາຍງານການຍົກລະດັບການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສະຫະພັນ ຣັດເຊຍ ໃນສະພາບການໃໝ່ ແລະ ເຫັນດີໃຫ້ແຕ່ງຕັ້ງ ຄະນະຮັບຜິດຊອບຈັດຕັ້ງ ການສະເຫລີມສະຫລອງ 60 ປີ ສາຍພົວພັນການທູດ ລາວ-ຣັດເຊຍ ເຊິ່ງຈະຄົບຮອບໃນເດືອນຕຸລາ 2020 ໂດຍມີກະກຽມບັນດາກິດຈະກໍາ ການສະເຫລີມສະຫລອງໃຫ້ດີ ເຊັ່ນ: ການຫວນຄືນປະຫວັດສາດສາຍພົວພັນຮ່ວມມື ລະຫວ່າງ ສອງຊາດ ລາວ-ຣັດເຊຍ,ການແລກປ່ຽນດ້ານສິນລະປະວັນນະຄະດີ ແລະ ອື່ນໆ; ຮັບຟັງການລາຍງານກ່ຽວກັບ ການຫັນເປັນທັນສະໄໝ ໃນການຊໍາລະສະສາງ ແລະ ການເກັບລາຍຮັບເຂົ້າງົບປະມານ ຜ່ານລະບົບໂທລະສັບມືຖື "Mobile Money", ຜ່ານການຮັບຟັງ ແລະ ການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ, ກອງປະຊຸມລັດຖະບານໄດ້ມີທິດຊີ້ນໍາ ໃຫ້ແຕ່ງຕັ້ງຄະນະສະເພາະກິດ ໂດຍມອບໃຫ້ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ເປັນຫົວໜ້າຄະນະ ມີບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ ເປັນຄະນະ ແລະ ມີໜ່ວຍງານປະຕິບັດວຽກ ແລະ ລົງເລິກທາງດ້ານວິຊາການ ໂດຍໃຫ້ລົງເລິກຄົ້ນຄວ້າພາລະບົດບາດ ແລະ ກຳນົດໄລຍະເວລາ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ພ້ອມທັງ ສ້າງແຜນແມ່ບົດ ການຫັນໄປສູເສດຖະກິດດີຈີຕອນແຫ່ງຊາດ ແລະ ສ້າງແຜນແມ່ບົດ ການຫັນໄປສູ່ການຊໍາລະສະສາງ ແບບດີຈີຕອນ, ຈາກນັ້ນ ໃຫ້ນໍາມາລາຍງານຄວາມໜ້າຄືບໜ້າ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຕໍ່ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ມີນາ 2020 ທີ່ຈະມາເຖິງ; ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີຮັບຮອງເອົາຮ່າງດໍາລັດ ວ່າດ້ວຍກອງທຶນສົ່ງເສີມ ແລະ ພັດທະນາພະລັງງານຊົນນະບົດ. ກອງປະຊຸມ ໄດ້ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດສະບັບດັ່ງກ່າວ ແລະ ໄດ້ຊີ້ນໍາໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງປັບປຸງຕື່ມ ຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ບາງເນື້ອໃນຂອງບາງມາດຕາ ໃຫ້ຄົບຖ້ວນ, ລະອຽດ, ຈະແຈ້ງ, ຮັດກຸມ ແລະ ແທດຕົວຈິງ ໂດຍສະເພາະ ແຫລ່ງລາຍຮັບ ແລະ ການນໍາໃຊ້ກອງທຶນສົ່ງເສີມ ແລະ ພັດທະນາພະລັງງານ; ການຄຸ້ມຄອງບໍລິຫານກອງທຶນສົ່ງເສີມ ແລະ ພັດທະນາພະລັງງານ; ການເປີດບັນຊີ, ການກວດສອບ ແລະ ການລາຍງານ ແລະ ອື່ນໆ. ພາຍຫລັງປັບປຸງສໍາເລັດແລ້ວ ໃຫ້ສົມທົບກັບ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກວດກາຮຽບຮຽງຄືນ ແລ້ວສະເໜີທ່ານນາຍົກລັດຖະມົນຕີ ລົງລາຍເຊັນປະກາດໃຊ້ ຢ່າງເປັນທາງການ.
ໃນຕອນທ້າຍຂອງກອງປະຊທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາເນັ້ນໜັກ ໃຫ້ຄະນະລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມຈໍານວນໜຶ່ງ ໃນນັ້ນແຜນວຽກຈຸດສຸມ ປີ 2020 ແມ່ນສືບຕໍ່ຮັບປະກັນສະຖຽນລະພາບທາງດ້ານເສດຖະກິດມະຫາພາກແລະແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ມີທ່າຕັ້ງໜ້າກວ່າເກົ່າ; ຈັດຕັ້ງປະຕິບັດຄໍາສັ່ງເລກທີ 03/ນຍ, ລົງວັນທີ 21 ມັງກອນ 2020 ວ່າດ້ວຍການປັບປຸງວຽກງານການບໍລິການການອອກໃບອະນຸຍາດລົງທຶນແລະການອອກໃບອະນຸຍາດດໍາເນີນທຸລະກິດ; ສືບຕໍ່ແກ້ໄຂໜີ້ສິນໂຄງການລົງທຶນຂອງລັດໃຫ້ສໍາເລັດຕາມແຜນກໍານົດໄວ້ເພື່ອສ້າງຄວາມສະດວກ ໃຫ້ທຸລະກິດມີການຂັບເຂື່ອນໃນທາງທີ່ມີປະສິດທິພາບສູງຂຶ້ນ; ຍົກລະດັບແລະຄຸນນະພາບຂອງການສຶກສາແລະການບໍລິການດ້ານສາທາລະນະສຸກໃຫ້ດີຂຶ້ນ; ສຸມໃສ່ວຽກງານພັດທະນາຊົນນະບົດແລະລຶບລ້າງຄວາມທຸກຍາກ (ຕິດພັນກັບການຊຸກຍູ້ປຸກລະດົມຂະບວນການຮັກຊາດແລະພັດທະນາໃຫ້ເຂົ້າສູ່ລວງເລິກ); ຊ່ວຍເຫລືອປະຊາຊົນແລະຟື້ນຟູເຂດທີ່ຖືກກະທົບຈາກໄພພິບັດ; ສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ແລະ ຜັນຂະຫຍາຍແລະຈັດຕັ້ງປະຕິບັດແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ; ສືບຕໍ່ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ(SDG); ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມເພື່ອຮັບປະກັນສະຖຽນລະພາບທາງການເມືອງແລະຄວາມສະຫງົບຂອງສັງຄົມ; ສືບຕໍ່ເສີມຂະຫຍາຍວຽກງານພົວພັນຮ່ວມມືສາກົນໃນຂອບ 2 ຝ່າຍ ແລະ ຫລາຍຝ່າຍທີ່ໄດ້ຕົກລົງກັບບັນດາປະເທດເພື່ອນມິດ ແລະ ອົງການສາກົນໃຫ້ແຕກດອກອອກຜົນໂດຍໄວ (ໂດຍເອົາໃຈໃສ່ພິເສດຕໍ່ໂຄງການຮ່ວມມືລາວ-ຫວຽດນາມແລະລາວ-ຈີນ); ກະກຽມກອງປະຊຸມສຸດຍອດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (MCL) ຄັ້ງທີ 3, ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ນໍ້າອີລາວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 9; ກອງປະຊຸມສຸດຍອດ (CLMV) ຄັ້ງທີ 10 ແລະກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ (CLV) ທີ່ລາວຈະເປັນເຈົ້າພາບໃນເດືອນມີນາ 2020 ນີ້ແລະວຽກສໍາຄັນອື່ນໆ.
ສ່ວນແຜນວຽກຈຸດສຸມປະຈໍາເດືອນກຸມພາ 2020 ນັ້ນ ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນບາງວຽກຈຸດສຸມດັ່ງນີ້: ໃຫ້ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ປ້ອງກັນ, ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ໃນສັງຄົມເປັນຕົ້ນແມ່ນການຄາດຕະກໍາ, ປຸ້ນຈີ້ຊິງຊັບ, ຂີ້ລັກງັດແງະ, ອັກຄີໄພ, ບັນຫາສິງເສບຕິດແລະອື່ນໆໃຫ້ມີມາດຕະການລະອຽດແລະເຂັ້ມງວດເພື່ອເຮັດໃຫ້ບັນດາປະກົດການຫຍໍ້ທໍ້ຫຼຸດລົງເທື່ອລະກ້າວ. ພວກເຮົາຕ້ອງໄດ້ເພີ່ມຄວາມເອົາໃຈໃສ່ໃນການຄຸ້ມຄອງການສະຫລອງວັນປີໄໝຂອງຊາວຫວຽດນາມແລະຈີນໃຫ້ມີຄວາມເປັນລະບຽບຮຽບຮ້ອຍບໍ່ໃຫ້ມີການທີ່ບໍ່ດີເກີດຂຶ້ນ, ຫ້າມບໍ່ໃຫ້ຈຸດກະໂພກທີ່ມີສຽງດັງລົບກວນໃນຊວງໄລຍະປີໃໝ່ທີ່ຈະມາເຖິງ; ໃຫ້ສືບຕໍ່ຕິດຕາມແລະຄຸ້ມຄອງລາຄາສິນຄ້າຫ້າມບໍ່ໃຫ້ພໍ່ຄ້າຊາວຂາຍສວຍໂອກາດຂຶ້ນລາຄາສິນຄ້າ. ກໍລະນີຫາກມີຜູ້ລະເມີດສວຍໂອກາດຂຶ້ນລາຄາສິນຄ້າ ກໍໃຫ້ມີມາດຕະການເຂັ້ມງວດໃນການແກ້ໄຂໂດຍສະເພາະໃນຊ່ວງເທສະການຕ່າງໆ; ໃຫສືບຕໍ່ເອົາໃຈໃສ່ຄຸ້ມຄອງສະພາບອັດຕາແລກປ່ຽນ, ຮັກສາສະຖຽນລະພາບການເງິນ ແລະ ໄພເງິນເຟີ້ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້; ພ້ອມນີ້ກໍໃຫ້ຄົ້ນຄວ້າ ແລະ ລາຍງານທິດທາງການແກ້ໄຂບັນຫາເງິນເຟີ້ ແລະ ຄຸ້ມຄອງອັດຕາແລກປ່ຽນໄລຍະກາງແລະໄລຍະຍາວ; ເອົາໃຈໃສ່ຕິດຕາມຊຸກຍູ້ການຜະລິດເປັນຕົ້ນແມ່ນການແກ້ໄຂບັນຫາການສະໜອງນໍ້າໃນການຜະລິດ, ການລະບາດຂອງພະຍາດສັດ (ໄຂ້ຫວັດສັດປີກ) ແລະການປ້ອງກັນ-ສະກັດກັ້ນສັດຕູພືດ; ພ້ອມທັງມີການຄຸ້ມຄອງຈໍາກັດການນໍາເຂົ້າ, ການສົ່ງເສີມການຜະລິດແລະຊົມໃຊ້ພາຍໃນຂອບເຂດທົ່ວປະເທດຢ່າງເປັນຮູບປະທໍາ. ພ້ອມດຽວກັນ, ໃຫ້ເອົາໃຈໃສ່ການຜະລິດລະດູແລ້ງແລະມາດຕະການຮັບມື້ກັບໄພແຫ້ງແລ້ງທີ່ອາດຈະເກີດຂຶ້ນ; ໃຫ້ເອົາໃຈໃສ່ ແລະ ຕິດຕາມເຝົ້າລະວັງສະພາບການປ່ຽນແປງອາກາດ ເປັນຕົ້ນແມ່ນສະພາບອາກາດທີ່ເປັນມົນລະພິດແລະສະພາບປະລິມານນໍ້າບົກແຫ້ງແລະ ມີການແຈ້ງເຕືອນໃຫ້ປະຊາຊົນຮັບຊາບ ແລະ ກຽມຮັບມືຢ່າງທັນການ; ຕິດຕາມ, ເຝົ້າລະວັງ, ສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັດຊະນິດໃໝ່ (ອັກເສບປອດ) ທີ່ພວມແຜ່ລະບາດຢູ່ ສປ ຈີນ ພ້ອມທັງໃຫ້ຂໍ້ມູນຄວາມສ່ຽງແກ່ສັງຄົມທີ່ຖືກຕ້ອງທັນການເພື່ອປ້ອງກັນ ແລະ ສະກັດກັ້ນໃຫ້ທັນເວລາ, ມີປະສິດທິຜົນ; ໃຫ້ສືບຕໍ່ຕິດຕາມຢ່າງໃກ້ສິດຕໍ່ສະພາບການຂອງສາກົນ ແລະ ພາກພື້ນທີ່ມີຄວາມສັບສົນພ້ອມທັງມີການວິເຄາະ, ວິໄຈໃຫ້ຊັດເຈນທີ່ອາດສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ ສປປ ລາວ; ພ້ອມນີ້ກໍໃຫ້ກະກຽມແຜນການເຄື່ອນໄຫວວຽກງານຕ່າງປະເທດຂອງການນໍາຂັ້ນສູງ ໂດຍສະເພາະແມ່ນກຽມຕ້ອບຮັບ ແລະ ພົບປະສອງຝ່າຍກັບນາຍົກລັດຖະມົນຕີມາເລເຊຍ; ບັນດາຜູ້ນໍາຂອງຕ່າງປະເທດທີ່ຈະເຂົ້າຮ່ວມກອງປະຊຸມສາກົນໃນເດືອນມີນາ 2020 ແລະ ກະກຽມເປັນເຈົ້າພາບຮ່ວມກອງປະຊຸມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ກອງປະຊຸມທີ່ຕິດພັນ.
ເພື່ອຈັດຕັ້ງປະຕິບັດທິດຊີ້ນຳ ຂອງກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມັງກອນ 2020 ໃຫ້ມີປະສິດທິຜົນ, ກອງປະຊຸມມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຜັນຂະຫຍາຍຜົນກອງປະຊຸມລັດຖະບານໃນຄັ້ງນີ້ເປັນມະຕິ ແລະທແຈ້ງການເປັນອັນລະອຽດຕື່ມ ເພື່ອມອບຄວາມຮັບຜິດຊອບໃຫ້ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງນໍາໄປຈັດຕັ້ງປະຕິບັດ ພ້ອມທັງ ມອບໃຫ້ສະມາຊິກລັດຖະບານເອົາໃຈໃສ່ນຳພາຊີ້ນໍາການຈັດຕັ້ງປະຕິບັດວຽກງານຈຸດສຸມປະຈໍາເດືອນກຸມພາ ທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບຂອງຕົນໃຫ້ມີປະສິດທິຜົນ, ພ້ອມທັງສະຫລຸບລາຍງານຜົນການຈັດຕັ້ງປະຕິບັດ ໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.
ແຫຼ່ງ: ສຳນັກງານນາຍົກ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ


