ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນພະຈິກ 2018
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2026-07-18 05:26:20
ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນພະຈິກ 2018 ດຳເນີນຂຶ້ນໃນວັນທີ 12 ພະຈິກ 2018, ພາຍໃຕ້ການເປັນປະທານຂອງພະນະທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ."
(1) ກອງປະຊຸມ ຄັ້ງນີ້ ໄດ້ພ້ອມກັນສຸມໃສ່ພິຈາລະນາ, ປະກອບຄໍາເຫັນເຂົ້າໃສ່ 08 ເອກະສານສໍາຄັນ ທີ່ຈະນໍາສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 06 ຂອງສະພາແຫ່ງຊາດຊຸດທີ VIII ທີ່ຈະໄຂຂຶ້ນໃນທ້າຍເດືອນພະຈິກ 2018 ເຊິ່ງມີເນື້ອໃນລາຍລະອຽດດັ່ງນີ້:
1. ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນໃນໄລຍະທີ່ຜ່ານມາ ແລະ ທິດທາງວຽກຈຸດສຸມໃນຕໍ່ໜ້າຂອງລັດຖະບານ,
2. ບົດລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປີ 2018 ແລະ ທິດທາງແຜນປີ 2019,
3. ບົດລາຍງານກ່ຽວກັບສະພາບການກໍ່ສ້າງ ແລະ ສ້ອມແປງຖະໜົນຫົນທາງ ໃນໄລຍະຜ່ານມາທີ່ເຫັນວ່າຄຸນນະພາບຕໍ່າ, ມູນຄ່າການກໍ່ສ້າງສູງ ແລະ ແກ່ຍາວເວລາໃນການກໍ່ສ້າງ,
4. ບົດລາຍງານກ່ຽວກັບຄຸນນະພາບຂອງການບໍລິການປິ່ນຢູ່ໂຮງໝໍ, ສຸກສາລາ ແລະ ທິດທາງແກ້ໄຂໃນຕໍ່ໜ້າ,
5. ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບເປົ້າໝາຍພັດທະນາແບບຍືນຍົງ (SDGs) ແຕ່ປີ 2016-2018 ແລະ ທິດທາງແຜນການປີ 2019,
6. ບົດລາຍງານກ່ຽວກັບຄວາມພ້ອມໃນການສ້າງກົດໝາຍ ທີ່ຈະສະເໜີຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 06 ຂອງສະພາແຫ່ງຊາດຊຸດທີ VIII ແລະ ສະເໜີແຜນການສ້າງ ແລະ ປັບປຸງນິຕິກຳປີ 2019,
7. ບົດລາຍງານກ່ຽວກັບການເອີ້ນຊື່ຊົນເຜົ່າບຣູ,
8. ບົດລາຍງານກ່ຽວກັບຜົນການກວດກາຕາມຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສົກປີ 2015-2016;
(2) ບັນດາເອກະສານດັ່ງກ່າວນີ້, ກອງປະຊຸມເຫັນດີເປັນເອກະພາບຮັບຮອງເອົາ ແລະ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕາມການປະກອບຄໍາຄິດຄໍາເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຈະແຈ້ງ, ຮັດກຸມ ແລະ ມີເຫດມີຜົນ ເພື່ອເປັນຂໍ້ມູນທີ່ເປັນລະບົບຄົບຊຸດນໍາສະເໜີກອງປະຊຸມສະໄໝສາມັນ ເທື່ອທີ 06 ຂອງສະພາແຫ່ງຊາດຊຸດທີ VIII ພິຈາລະນາຮັບຮອງ.
ແຫຼ່ງ: ສຳນັກງານນາຍົກ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ


