ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ກໍລະກົດ 2019
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2026-07-18 05:26:22
ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນກໍລະກົດ 2019, ໄດ້ຄົ້ນຄວ້າ ປະກອບຄໍາເຫັນ ແລະ ເປັນເອກະພາບກັນສູງຕໍ່ 06 ຫົວຂໍ້ທີ່ນໍາມາປຶກສາຫາລື" - at 23-24 ກໍລະກົດ 2019 ນະຄອນຫຼວງວຽງຈັນ ສປປລາວ
(ກ) ຜົນກອງປະຊູມລັດຖະບານແຫ່ງ ສປປລາວ ປະຈຳເດຶອນ ກໍລະກົດ 2019:
(1) ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາເຫັນ ແລະ ເປັນເອກະພາບກັນສູງຕໍ່ 06 ຫົວຂໍ້ ທີ່ນໍາມາປຶກສາຫາລື, ເຊິ່ງມີລາຍລະອຽດດັ່ງນີ້:
1. ບັນຫາແຜ່ລະບາດຂອງໄຂ້ຍຸງລາຍ (ໄຂ້ເລືອດອອກ) ໃນທົ່ວປະເທດ,
2. ບັນຫາໂລກອະຫິວາໝູລະບາດ,
3. ບັນຫາລະບາດຂອງສັດຕູພືດຊະນິດໃໝ່ (ບົ້ງກິນຕົ້ນສາລີ, ພືດອື່ນໆ),
4. ບັນຫາໄພແຫ້ງແລ້ງ ເຮັດໃຫ້ແມ່ນໍ້າລໍາເຊ ແລະ ແມ່ນໍ້າຂອງຫຼຸດລະດັບລົງຫລາຍ ເປັນຜົນກະທົບຕໍ່ການພັດທະນາກະສິກໍາ ແລະ ການປູກຝັງຂອງປະຊາຊົນ,
5. ບັນຫາອັດຕາແລກປ່ຽນ ແລະ ຄວາມຄ່ອງຕົວຂອງລະບົບເງິນຕາຂອງປະເທດ,
6. ສະພາບການຫາງສຽງຂອງປະຊາຊົນຕໍ່ບັນຫາຕ່າງໆ ຂອງການຄຸ້ມຄອງບໍລິຫານລັດ, ລວມທັງການຄຸ້ມຄອງລະບົບຂ່າວສານ ໂດຍສະເພາະ ສື່ອອນລາຍ. (ກອງປະຊຸມໄດ້ໃຫ້ທິດຊີ້ນໍາຢ່າງລະອຽດ ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ມີມາດຕະການແກ້ໄຂ ຕໍ່ສະພາບການດັ່ງກ່າວ);
(2) ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບສະພາບການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ໃນໄລຍະຜ່ານມາ, ບັນຫາຄົງຄ້າງ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ເຊິ່ງກອງປະຊຸມໄດ້ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເພີ່ມຄວາມເປັນເຈົ້າການໃນການຄຸ້ມຄອງທັງ 12 ເຂດເສດຖະກິດພິເສດທີ່ໄດ້ອະນຸມັດ;
(3) ພ້ອມກັນນີ້, ມອບໃຫ້ອົງການກວດ ກາລັດຖະບານ ແຕ່ງຕັ້ງໜ່ວຍງານລົງໄປກວດກາການປະຕິບັດກົດໝາຍ, ລະບຽບການ ແລະ ສັນຍາໂຄງການຂອງບັນດາເຂດເສດຖະກິດດັ່ງກ່າວ ໃຫ້ສໍາເລັດໃນກໍານົດ 03 ເດືອນ;
(4) ກອງປະຊຸມໄດ້ຮັບຟັງການກະກຽມກອງປະຊຸມໂຕະມົນປະຈໍາປີ 2019 ແລະ ໄດ້ເປັນເອກະພາບມອບໃຫ້ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການຕ່າງປະເທດ ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ກະກຽມເນື້ອໃນກອງປະຊຸມດັ່ງກ່າວຢ່າງຮອບດ້ານ ແລະ ຮັດກຸມ, ໂດຍໃຫ້ຈັດກອງປະຊຸມດ້ານວິຊາການ ຮ່ວມກັບ ຂະແໜງການກ່ຽວຂ້ອງເພື່ອເປັນເອກະພາບສູງ ແລ້ວລາຍງານລັດຖະບານຕື່ມກ່ອນເປີດກອງປະຊຸມ;
(5) ກອງປະຊຸມໄດ້ຄົ້ນຄວ້າຮ່າງດໍາລັດວ່າດ້ວຍ ນະໂຍບາຍການພັດທະນາເສດຖະກິດ ແຂວງໄຊສົມບູນ:
1. ເປັນເອກະພາບໃນຫຼັກການ ຮັບຮອງເອົາຮ່າງດໍາລັດສະບັບດັ່ງກ່າວ,
2. ພ້ອມກັນນີ້, ກໍ່ມອບໃຫ້ຄະນະຊ່ວຍວຽກຄະນະຮັບຜິດຊອບ ຊີ້ນໍາການພັດທະນາເຂດຈຸດສຸມໃຈກາງ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຄືນບັນດາເນື້ອໃນ, ບາງມາດຕາໃຫ້ລະອຽດ, ຄົບຖ້ວນ, ຈະແຈ້ງ ແລະ ຮັດກຸມ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ,
3. ນໍາໄປທາບທາມຂໍຄວາມເຫັນຂອງຄະນະປະຈໍາສະພາແຫ່ງຊາດ,
4. ຫຼັງຈາກນັ້ນ ຈຶ່ງນໍາສະເໜີໃຫ້ນາຍົກລັດຖະມົນຕີລົງລາຍເຊັນ,
5. ພາຍຫຼັງຈາກລົງລາຍເຊັນແລ້ວ, ຈຶ່ງໃຫ້ຄະນະປະຈໍາສະພາແຫ່ງຊາດ ອອກມະຕິຕົກລົງ;
(6) ກອງປະຊຸມໄດ້ຄົ້ນຄວ້າຮ່າງດໍາລັດວ່າດ້ວຍການປ່ຽນແປງດິນຟ້າອາກາດ ແລະ ເປັນເອກະພາບໃນຫຼັກການຮັບຮອງເອົາຮ່າງດໍາລັດສະບັບດັ່ງກ່າວ, ພ້ອມກັນນີ້ ກໍ່ມອບໃຫ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຄືນບາງເນື້ອໃນ, ບາງມາດຕາໃຫ້ລະອຽດ, ຄົບຖ້ວນ, ຈະແຈ້ງ ແລະ ຮັດກຸມ ແລ້ວຈຶ່ງນໍາສະເໜີນາຍົກລັດຖະມົນຕີລົງລາຍເຊັນ ແລະ ປະກາດໃຊ້ເປັນທາງການ;
(ຂ). ສໍາລັບແຜນວຽກຈຸດສຸມຂອງລັດຖະບານປະຈໍາເດືອນສິງຫາ 2019, ກອງປະຊຸມໄດ້ເປັນເອກະພາບດັ່ງນີ້:
(1) ຈະໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດວຽກງານທີ່ກອງປະຊຸມລັດຖະບານໃນຄັ້ງນີ້ ໄດ້ພິຈາລະນາ ແລະ ເປັນເອກະພາບ ຕາມມະຕິກອງປະຊຸມລັດຖະບານໃນຄັ້ງນີ້,
(2) ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນສັງຄົມ,
(3) ເອົາໃຈໃສ່ປະຕິບັດທິດຊີ້ນໍາຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ແລະ ກອງປະຊຸມອື່ນໆທີ່ນາຍົກ ແລະ ບັນດາຮອງນາຍົກລັດຖະມົນຕີໄດ້ຊີ້ນໍາໃນຂົງເຂດເສດຖະກິດ, ເປັນຕົ້ນແມ່ນ:
1. ການເກັບລາຍຮັບງົບປະມານ,
2. ການແກ້ໄຂໂຄງການລົງທຶນຂອງລັດ,
3. ການຄຸ້ມຄອງເງິນຕາ ແລະ ອັດຕາແລກປ່ຽນ,
4. ການສົ່ງເສີມ SMEs,
5. ການຄຸ້ມຄອງການນໍາເຂົ້າສິນຄ້າບໍລິໂພກ,
6. ການສົ່ງເສີມການຜະລິດພາຍໃນ ແລະ ບັນຫາອື່ນໆທີ່ໄດ້ມີມະຕິອອກໄປແລ້ວ;
(4) ເອົາໃຈໃສ່ປະຕິບັດວຽກງານໃນຂົງເຂດວັດທະນະທໍາ-ສັງຄົມ, ໂດຍສະເພາະ:
1. ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ,
2. ການຟື້ນຟູເຂດຖືກຜົນກະທົບຈາກໄພພິບັດໃນປີຜ່ານມາ ແລະ ວຽກງານກວດກາການປະຕິບັດຄໍາສັ່ງເລກທີ 15/ນຍ,
3. ວຽກງານການກຽມຄວາມພ້ອມຮັບມືກັບໄພພິບັດທໍາມະຊາດ ແລະ ບັນຫາອື່ນໆ;
(5) ເອົາໃຈໃສ່ປັບປຸງຮ່າງກົດໝາຍທີ່ສະພາຮັບຮອງໃນກອງປະຊຸມໃນຄັ້ງຜ່ານມາ ແລະ ຮ່າງກົດໝາຍ ທີ່ຈະນໍາໄປຜ່ານກອງປະຊຸມສະພາໃນຄັ້ງຕໍ່ໄປ ໃຫ້ມີຄຸນນະພາບ ແລະ ທັນກັບກໍານົດເວລາ.
(ຄ). ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມລັດຖະບານປະຈໍາເດືອນກໍລະກົດໃນຄັ້ງນີ້ ໃຫ້ມີປະສິດທິຜົນ, ຂໍມອບໃຫ້:
(1) ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄົ້ນຄວ້າຜັນຂະຫຍາຍມະຕິກອງປະຊຸມລັດຖະບານສະໄໝສາມັນໃນຄັ້ງນີ້ ໃຫ້ເປັນນິຕິກໍາລະອຽດ ພ້ອມທັງຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແລ້ວລາຍງານ ໃຫ້ລັດຖະບານຊາບ ກ່ອນກອງປະຊຸມລັດຖະບານໃນເດືອນກັນຍາ 2019;
(2) ໃຫ້ແຕ່ລະຂະແໜງການທີ່ເປັນພາກສ່ວນຮັບຜິດຊອບຕໍ່ແຕ່ລະຫົວຂໍ້ຂອງກອງປະຊຸມເອົາໃຈໃສ່ປະຕິບັດຈິດໃຈຊີ້ນໍາຂອງກອງປະຊຸມໃຫ້ມີປະສິດທິຜົນ ແລະ ທັນການ;
(3) ໃຫ້ສະມາຊິກລັດຖະບານ ປະກອບສ່ວນຕາມພາລະບົດບາດຂອງຕົນ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຜົນຂອງກອງປະຊຸມໃນຄັ້ງນີ້ ແລະ ເອົາໃຈໃສ່ຊີ້ນໍາການຈັດຕັ້ງປະຕິບັດວຽກງານຈຸດສຸມປະຈໍາເດືອນສິງຫາທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບຂອງຂະແໜງການຕົນໃຫ້ມີປະສິດທິຜົນ, ພ້ອມທັງສະຫຼຸບລາຍງານຜົນ ໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພາຍໃນວັນທີ 15 ຂອງເດືອນສິງຫາ 2019.
ກ່ອນຈະປິດກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ:
1. ເຊີນຊວນບັນດາທ່ານສະມາຊິກລັດຖະບານ ສະແດງຄວາມຊົມເຊີຍຄະນະຮັບຜິດຊອບ ແລະ ພາກສ່ວນທີ່ກ່ຽວຂ້ອງທີ່ປະຕິບັດໜ້າທີດ້ວຍຄວາມຮັບຜິດຊອບສູງ, ເຮັດໃຫ້ທົ່ງໄຫຫີນ, ແຂວງຊຽງຂວາງ ໄດ້ຖືກຮັບຮອງເປັນມໍລະດົກໂລກໃນເດືອນຜ່ານມາ,
2. ພ້ອມກັນນີ້ ກໍ່ໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຮັກສາ ແລະ ເສີມຂະຫຍາຍໝາກຜົນຂອງການຮັບຮອງເອົາທົ່ງໄຫຫີນເປັນມໍລະດົກໂລກ ໃຫ້ເປັນກໍາລັງແຮງທີ່ສໍາຄັນຂອງການພັດທະນາ ກໍ່ຄືການນໍາເອົາຜົນປະໂຫຍດຕົວຈິງມາສູ່ປະເທດຊາດ ແລະ ປະຊາຊົນ,
3. ສະແດງຄວາມຂອບໃຈ ແລະ ຊົມເຊີຍ ບັນດາທ່ານສະມາຊິກລັດຖະບານ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ດ້ວຍຄວາມຮັບຜິດຊອບສູງ.
4. ສໍາລັບເດືອນສິງຫາ 2019 ນີ້, ຄາດວ່າຈະດໍາເນີນກອງະຊຸມລັດຖະບານສະໄໝວິສາມັນໃນວັນທີ 05 ສິງຫາ 2019 ແລະ ສະໄໝສາມັນ ໃນວັນທີ 21-22 ສິງຫາ 2019 ຊຶ່ງລາຍລະອຽດ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຈະແຈ້ງໃຫ້ຊາບຕື່ມຕາມພາຍຫຼັງ.
5. ດັ່ງນັ້ນ, ໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເປັນໃຈກາງປະສານສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງກະກຽມກອງປະຊຸມດັ່ງກ່າວໃຫ້ຮັດກຸມ ແລະ ໄດ້ຮັບໝາກຜົນດີ.
ແຫຼ່ງ: ສຳນັກງານນາຍົກ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ


