ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2019
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 4 ຄັ້ງ | ເວລາ | 2026-07-18 05:26:20
ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2019 ແລະ ຜົນກອງປະຊຸມຊຸກຍູ້ຂະບວນການຮັກຊາດແລະພັດທະນາຕິດພັນກັບການພັດະນາຊົນນະບົດເພື່ອແກ້ໄຂຄວາມທຸກຍາກ."
(ກ). ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2019 ໄດ້ຖືກຈັດຂຶ້ນໃນລະຫວ່າງວັນທີ 26-27 ມິຖຸນາ 2019 ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ:
(1) ບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາເຈົ້າແຂວງທົ່ວປະເທດ, ຜູ້ຕາງໜ້າອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ອົງການຕຸລາການ, ອົງການໄອຍະການປະຊາຊົນສູງສຸດ, ສູນກາງແນວລາວສ້າງຊາດ,ສະຫະພັນນັກຮົບເກົ່າແຫ່ງຊາດ, ອົງການມະຫາຊົນ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ;
(2) ກອງປະຊຸມລັດຖະບານເປີດກວ້າງໃນຄັ້ງນີ້ ເປັນກອງປະຊຸມຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຜົນສໍາເລັດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 08 ສະໄໝທີ X ແລະ ກອງປະຊຸມສະໄໝສາມັນເທື່ອທີ 07 ຂອງສະພາແຫ່ງຊາດຊຸດທີ 08;
(3) ກອງປະຊຸມໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນ ດ້ວຍຄວາມຮັບຜິດຊອບສູງ ແລະ ກົງໄປກົງມາ ຕໍ່ 03 ກຸ່ມເນື້ອໃນສຳຄັນ ດັ່ງນີ້:
1. ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 06 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 06 ເດືອນທ້າຍປີ 2019,
2. ທິດທາງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນການລົງທຶນຂອງລັດປະຈໍາປີ 2020,
3. ຕີລາຄາການຈັດຕັ້ງປະຕິບັດຄໍາສັ່ງເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານ ໃນການດໍາເນີນທຸລະກິດຢູ່ ສປປລາວ ແລະ ບັນຫາພົ້ນເດັ່ນອີກຈຳນວນໜຶ່ງ;
(4) ສະຫຼຸບຕີລາຄາກ່ຽວກັບການແກ້ໄຂໄພພິບັດ ໃນຂອບເຂດທົ່ວປະເທດ ແລະ ການກະກຽມຄວາມພ້ອມ ເພື່ອຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນ ໃນຕໍ່ໜ້າ;
(5) ສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ການກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ໃນໄລຍະ 3 ປີທີ່ຜ່ານມາ ແລະ ທິດທາງຕໍ່ໜ້າ.
(ຂ). ຜົນຂອງການປຶກຫາລື ແລະ ພິຈາລະນາ ມີດັ່ງນີ້:
(1) ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດແລະແຜນເງິນຕາໃນ 06 ເດືອນຕົ້ນປີ ກໍ່ຄື 06 ເດືອນທ້າຍປີ 2019 ແລະ ທິດທາງປີ 2020 ນັ້ນ, ລັດຖະບານໄດ້ລາຍງານຕໍ່ກອງປະຊຸມເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 08 ແລະ ສະພາແຫ່ງຊາດໄດ້ມີມະຕິຮັບຮອງເລກທີ 01/ສພຊ, ລົງວັນທີ 07 ມິຖຸນາ 2019 ແລ້ວ;
(2) ແຕ່ກອງປະຊຸມກໍ່ໄດ້ສະຫຼຸບສັງລວມຕື່ມວ່າ: ຕການພັດທະນາເສດຖະກິດ-ສັງຄົມ ໂດຍລວມ ແມ່ນດຳເນີນໄປຕາມແຜນການທີ່ວາງໄວ້, ເສດຖະກິດມະຫາພາກຍັງສືບຕໍ່ຢູ່ໃນທ່າຂະຫຍາຍຕົວ, ພວກເຮົາຮັກສາ ສະຖຽນລະພາບທາງດ້ານການເມືອງໄດ້ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ, ການຄຸ້ມຄອງລັດ ແລະ ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ລະບຽບການມີຄວາມເຂັ້ມງວດຂື້ນກ່ວາເກົ່າ, ບົດບາດຂອງປະເທດເຮົາໃນເວທີສາກົນກໍ່ໄດ້ຮັບການເຊີດຊູສູງຂຶ້ນຢ່າງຕໍ່ເນື່ອງ;
(3) ເຖິງຢ່າງໃດກໍ່ຕາມ, ກອງປະຊຸມກໍ່ໄດ້ຕີລາຄາຢ່າງກົງໄປກົງມາວ່າ ພວກເຮົາຍັງມີຄວາມສ່ຽງ, ມີດ້ານອ່ອນຄົງຄ້າງທີ່ຕ້ອງໄດ້ສູ້ຊົນບຸກບືນແກ້ໄຂຕື່ມ. ຈາກນັ້ນ,ກອງປະຊຸມກໍ່ໄດ້ເປັນເອກະພາບກຳນົດວຽກຈຸດສຸມສຳຄັນສຳລັບ 06 ເດືອນທ້າຍປີ2019 ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນການທີ່ວາງໄວ້ ແລະ ມະຕິ 01 ຂອງສະພາແຫ່ງຊາດເປັນຕົ້ນ:
1. ຕ້ອງສຸມໃສ່ຄຸ້ມຄອງການເກັບລາຍຮັບໃຫ້ຄົບຖ້ວນ ແລະ ໄປຕາມກົດໝາຍ, ລະບຽບການກຳນົດຢ່າງເຂັ້ມງວດ, ໃຫ້ບັນດາກະຊວງທີ່ມີລາຍຮັບ ແລະ ທ້ອງຖິ່ນເອົາໃຈໃສ່ຖືວຽກງານນີ້ເປັນໃຈກາງ. ພ້ອມກັນນີ້, ກໍ່ຕ້ອງເອົາໃຈໃສ່ຄຸ້ມຄອງລາຍຈ່າຍ ແລະ ເຂັ້ມງວດຈັດຕັ້ງປະຕິບັດນະໂຍບາຍປະຢັດ,
2. ຕ້ອງເອົາໃຈໃສ່ຄຸ້ມຄອງເສດຖະກິດມະຫາພາກ, ສູ້ຊົນໃຫ້ບັນລຸບັນດາຄາດໝາຍຕົວເລກມະຫາພາກໃນແຜນພັດທະນາເສດຖະກິດ-ສັງຄົມ; ຮັກສາສະຖຽນລະພາບເງິນຕາ, ອັດຕາແລກປ່ຽນແລະອັດຕາເງິນເຟີ້ໃຫ້ຢູ່ໃນເກນທີ່ກຳນົດໄວ້,
3. ສຸມໃສ່ຈັດຕັ້ງປະຕິບັດ 08 ມາດຕະການກະຕຸ້ນເສດຖະກິດຊຶ່ງລັດຖະບານໄດ້ມອບໜ້າທີ່ຄວາມຮັບຜິດຊອບໃຫ້ແຕ່ລະຂະແໜງການແລ້ວ, ຄຽງຄູ່ກັບການຈັດຕັ້ງປະຕິບັດຄຳສັ່ງ 02 ຢ່າງເຂັ້ມງວດ,
4. ເອົາໃຈໃສ່ຊຸກຍູ້ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ແລະ ສືບຕໍ່ແກ້ໄຂໜີ້ສິນໂຄງການລົງທຶນຂອງລັດຕາມນະໂຍບາຍຂອງລັດຖະບານ,
5. ບັນດາຂະແໜງການ ແລະ ທ້ອງຖິ່ນຕ້ອງຕັ້ງໜ້າຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມ ແລະ ອະນຸຍາດການລົງທຶນຕາມສິດ, ພາລະບົດບາດຂອງຕົນ, ອັນໃດເກີນສິດຈຶ່ງສະເໜີມາຍັງລັດຖະບານ ແລະ ລັດຖະບານກໍ່ຈະເອົາໃຈໃສ່ພິຈາລະນາແກ້ໄຂໃຫ້ທັນການ,
5. ເອົາໃຈໃສ່ຊຸກຍູ້ການຜະລິດໃນລະດູຝົນ, ກະກຽມປ້ອງກັນ ແລະ ແກ້ໄຂບັນຫາພະຍາດລະບາດສັດ ແລະ ສັດຕູພືດ,ເລັ່ງລັດການຜະລິດສິນຄ້າໂດຍສະເພາະສິນຄ້າກະສິກຳສົ່ງອອກ,
6. ສືບຕໍ່ເພີ່ມທະວີເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍສະເພາະຕ້ອງນຳໃຊ້ມາດຕະການຕ່າງໆ ສະກັດກັ້ນ ແລະ ຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງພວກບໍ່ຫວັງດີທີ່ຜ່ານສື່ສັງຄົມອອນລາຍ, ການຕ້ານບັນຫາຢາເສບຕິດຕ້ອງເອົາໃຈໃສ່ເຮັດຢ່າງແຂງແຮງກວ່າເກົ່າ, ທຸກພາກສ່ວນຕ້ອງຮ່ວມມືຊ່ວຍກັນ,
7. ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມາດຕະການ 06 ເດືອນທ້າຍປີ 2019 ທີ່ກອງປະຊຸມສະພາແຫ່ງຊາດ ໄດ້ຮັບຮອງຕາມມະຕິສະບັບເລກທີ 01/ສພຊ, ລົງວັນທີ 07 ມິຖຸນາ 2019;
(4) ສຳລັບທິດທາງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປີ 2020 ນັ້ນ, ລັດຖະບານ ມອບໃຫ້ບັນດາກະຊວງ ແລະ ທ້ອງຖິ່ນ ສືບຕໍ່ຄົ້ນຄວ້າ, ກະກຽມໃຫ້ລະອຽດ, ຮັດກຸມ ແລະ ທັນຕາມກຳນົດເວລາ, ທັງສອດຄ່ອງກັບຕາມຄວາມສາມາດຕົວຈິງ ຢູ່ໃນຈິດໃຈບຸກບືນ ແລະ ບຸກທະລຸ.
(ຄ). ສຳລັບບັນຫາພົ້ນເດັ່ນຈຳນວນໜຶ່ງກອງປະຊຸມໄດ້ເຫັນດີເປັນເອກະພາບດັ່ງນີ້ :
(1) ການຈັດຕັ້ງປະຕິບັດຄຳສັ່ງເລກທີ 02/ນຍ:
1. ຕ້ອງຮີບຮ້ອນສືບຕໍ່ສຸມໃສ່ປັບປຸງຕົວຊີ້ວັດຕ່າງໆ ເປັນຕົ້ນແມ່ນຕົວຊີ້ວັດທີ່ຍັງບໍ່ທັນມີຄວາມຄືບໜ້າ, ສູ້ຊົນແກ້ໄຂສິ່ງອຸດຕັນ (ດ້ານນິຕິກຳ, ກົນໄກ ແລະ ຂັ້ນຕອນປະຕິບັດທີ່ເຫັນວ່າ ຍັງເປັນການກົດໜ່ວງໃຫ້ສຳເລັດເປັນກ້າວໆ),
2. ຄຽງຄູ່ກັບການສືບຕໍ່ປະຕິບັດນະໂຍບາຍ 03 ເປີດ, ແນ່ໃສ່ເຮັດໃຫ້ການດຳເນີນທຸລະກິດຢູ່ພາຍໃນປະເທດເຮົາງ່າຍຂຶ້ນ ແລະ ທຸລະກິດສາມາດຂະຫຍາຍຕົວໄດ້,
3. ບັນດາຂະແໜງການຕ້ອງເອົາໃຈໃສ່ຊີ້ນຳ ແລະ ຊຸກຍູ້ພະນັກງານວິຊາການຂອງຕົນໃຫ້ປະຕິບັດວຽກງານດັ່ງກ່າວນີ້ດ້ວຍຄວາມຮັບຜິດຊອບສູງ;
(2) ການປັບປຸງໂຄງສ້າງລາຄາໄຟຟ້າ:
1. ໄດ້ຮັບຮອງດ້ານຫຼັກການຕໍ່ການປັບປຸງໂຄງສ້າງລາຄາໄຟຟ້າໃຫ້ສອດຄ່ອງ,
2. ໃນນີ້ສໍາລັບລາຄາໄຟຟ້າຮັບໃຊ້ທີ່ຢູ່ອາໄສ ແມ່ນໃຫ້ປະຕິບັດຕາມລາຄາດຽວ, ໂດຍມີນະໂຍບາຍອຸດໜູນຕໍ່ເປົ້າໝາຍທີ່ຊົມໃຊ້ໄຟຟ້າ ຕໍ່າກວ່າ 50 ກິໂລວັດໂມງ,
3. ພ້ອມກັນນັ້ນ, ກໍ່ໃຫ້ປັບປຸງລາຄາໄຟຟ້າຮັບໃຊ້ການຜະລິດກະສິກຳ, ອຸດສາຫະກຳ, ການບໍລິການຕ່າງໆ ໃຫ້ສົມເຫດສົມຜົນ ເພື່ອຮັບປະກັນຊຸກຍູ້ການຜະລິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ,
4. ມອບໃຫ້ກະຊວງພະລັງງານແລະບໍ່ແຮ່ ສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງຕື່ມກ່ອນຈະປະກາດໃຊ້,
5. ພ້ອມກັນນີ້, ກໍ່ໃຫ້ຄົ້ນຄວ້າປັບຫຼຸດຕົ້ນທຶນຂອງການສ້າງເຂື່ອນ ຫຼື ໂຮງງານໄຟຟ້າ, ຕົ້ນທຶນຂອງການກໍ່ສ້າງສາຍສົ່ງ, ຕົ້ນທຶນຊື້ໄຟຟ້າ ຈາກໂຮງງານ, ຕົ້ນທຶນການກູ້ຢືມ ແລະ ອື່ນໆ,
6. ລວມທັງຄົ້ນຄວ້າອອກມາດຕະການຫຼຸດຜ່ອນຕົ້ນທຶນຄ່າບໍລິຫານ ແລະ ຄ່າສິ້ນເປືອງຕ່າງໆ ຂອງບໍລິສັດໄຟຟ້າລາວຢ່າງສົມເຫດສົມຜົນ;
(3)ການກວດກາແລະຄຸ້ມຄອງການປູກກ້ວຍ:
1. ປະຊາຊົນລາວປູກກ້ວຍມາແຕ່ດົນນານ, ລັດຖະບານບໍ່ໄດ້ຫ້າມການປູກກ້ວຍ, ແຕ່ຕ້ອງສົ່ງເສີມການປູກກ້ວຍປອດສານພິດ ແລະ ເປັນມິດກັບທຳມະຊາດເພື່ອເປັນສິນຄ້າສົ່ງອອກຕ່າງປະເທດ,
2. ມອບໃຫ້ທ້ອງຖິ່ນຕ່າງໆເປັນເຈົ້າການສືບຕໍ່ເອົາໃຈໃສ່ກວດກາ ແລະ ຄຸ້ມຄອງໂຄງການປູກກ້ວຍທີ່ໄດ້ຮັບການອະນຸຍາດແລ້ວຫັນມາປູກແບບປອດສານພິດ, ໃຫ້ນຳໃຊ້ຝຸ່ນ ຫຼື ປຸ໋ຍຊີວະພາບ ແລະ ບໍ່ໃຫ້ໃຊ້ສານເຄມີທີ່ເປັນອັນຕະລາຍ,
3. ໃນກໍລະນີກວດເຫັນການກະທຳຜິດ ກໍ່ໃຫ້ຢຸດຕິ ແລະ ແກ້ໄຂບັນຫາຢ່າງທັນການ,
4. ສຳລັບໂຄງການທີ່ຈະລົງທຶນໃໝ່ ໃຫ້ປະກອບບົດວິພາກເສດຖະກິດ-ເຕັກນິກ ຕາມລະບຽບການການລົງທຶນ ແລະ ລະບຽບການກ່ຽວຂ້ອງຢ່າງເຂັ້ມງວດ,
5. ຄຽງຄູ່ກັນນີ້, ກໍ່ໃຫ້ເອົາໃຈໃສ່ ສົ່ງເສີມການຜະລິດພືດກະສິກຳອື່ນ ທີ່ເປັນມິດຕໍ່ສິ່ງແວດລ້ອມ ເພື່ອເປັນການດຸ່ນດ່ຽງ ຕາມຄວາມຕ້ອງການຂອງຕະຫລາດ ແລະ ຕາມທ່າແຮງຂອງແຕ່ລະທ້ອງຖິ່ນ;
(4) ການຄຸ້ມຄອງລາຄາສິນຄ້າ ແລະ ການນໍາເຂົ້າສິນຄ້າ:
1. ປະຈຸບັນລາຄາສິນຄ້າ ແລະ ຄ່າຄອງຊີບແມ່ນສູງສົມຄວນທຽບກັບຫຼາຍປະເທດໃນອາຊຽນ ຊຶ່ງກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລວມທັງການສົ່ງເສີມການທ່ອງທ່ຽວ,
2. ກອງປະຊຸມໄດ້ປຶກສາຫາລືກ່ຽວກັບສາເຫດຕົ້ນຕໍທີ່ພາໃຫ້ສິນຄ້າ ແລະ ຄ່າຄອງຊີບແພງ,
3. ຊີ້ນຳໃຫ້ກະຊວງອຸດສາຫະກຳ ແລະ ການຄ້າສົມທົບກັບພາກສ່ວນກ່ຽວຂ້ອງຮີບຮ້ອນຄົ້ນຄວ້າ ແລະ ຊອກຫາວິທີແກ້ໄຂເປັນຕົ້ນຕ້ອງສົ່ງເສີມການຜະລິດສິນຄ້າພາຍໃນໃຫ້ແຂງແຮງ,
4. ຫຼຸດຕົ້ນທຶນການຜະລິດໃຫ້ເໝາະສົມ ແລະ ຄຸ້ມຄອງການນຳເຂົ້າສິນຄ້າຕ່າງໆ ໂດຍສະເພາະສິນຄ້າຍຸດທະສາດເຊັ່ນນ້ຳມັນ, ໄຟຟ້າເປັນຕົ້ນ;
(5) ການຄຸ້ມຄອງ ແລະ ສົ່ງເສີມການທ່ອງທ່ຽວ:
1. ເອົາໃຈໃສ່ພັດທະນາ ແລະ ຄຸ້ມຄອງແຫຼ່ງທ່ອງທ່ຽວເພື່ອຮັກສາໄວ້ຄວາມເປັນທຳມະຊາດ ແລະ ເອກະລັກຂອງຊາດ,
2. ແກ້ໄຂຂັ້ນຂອດທີ່ຕິດພັນກັບການບໍລິການຂອງພາກລັດຢ່າງເປັນລະບົບ, ແກ້ໄຂບັນຫາການເກັບຄ່າຕ່າງໆຢູ່ສະຖານທີ່ທ່ອງທ່ຽວ ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ,
3. ຊຸກຍູ້ໃຫ້ຜູ້ປະກອບການທ່ອງທ່ຽວປັບປຸງການບໍລິການຂອງຕົນໃຫ້ມີຄຸນນະພາບສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ, ຫຼີກລ່ຽງການເອົາປຽບນັກທ່ອງທ່ຽວ;
(6) ການແກ້ໄຂບັນຫາທີ່ດິນ, ໂດຍສະເພາະບັນຫາການເຊົ່າ ແລະ ສຳປະທານທີ່ດິນລັດທີ່ໄດ້ອະນຸມັດໄປແລ້ວ:
1. ບາງໂຄງການບໍ່ປະຕິບັດຕາມສັນຍາ, ບໍ່ເສຍພັນທະຫຼືເສຍບໍ່ຄົບແມ່ນໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມສົມທົບກັບພາກສ່ວນກ່ຽວຂ້ອງຮີບຮ້ອນແກ້ໄຂ ແລະ ປະຕິບັດມາດຕະການຢ່າງເຂັ້ມງວດຕໍ່ຜູ້ກະທຳຜິດ,
2. ພ້ອມກັນນັ້ນ, ກໍ່ຕ້ອງຈັດຕັ້ງປະຕິບັດຢ່າງເຂັ້ມງວດຕໍ່ມະຕິເລກທີ 04/ສພຊ, ລົງວັນທີ 10 ມິຖຸນາ 2019 ຂອງສະພາແຫ່ງຊາດກ່ຽວກັບການຄຸ້ມຄອງການອອກໃບຕາດິນ, ການແກ້ໄຂການອອກໃບຕາດິນຊ້ຳຊ້ອນ;
(7) ການແກ້ໄຂບັນຫາພະຍາດອະຫິວາໝູອາຟຣິກາ:
1. ກອງປະຊຸມໄດ້ຊີ້ນຳໃຫ້ກະຊວງກະສິກຳແລະປ່າໄມ້ສົມທົບກັບແຂວງສາລະວັນຮີບຮ້ອນແກ້ໄຂບັນຫາດັ່ງກ່າວໃຫ້ທັນການ,
2. ພ້ອມທັງຄົ້ນຄ້ວາທິດທາງ ແລະ ກໍານົດມາດຕະການທີ່ຮັດກຸມກ່ວາເກົ່າ ໃນການຄວບຄຸມ ແລະ ສະກັດກັ້ນ ເພື່ອບໍ່ໃຫ້ແຜ່ລາມໄປສູ່ເຂດອື່ນອີກຕາມຫຼັກວິທະຍາສາດ ໃຫ້ທັນການ;
(8) ການພັດທະນາຊັບພະຍາກອນມະນຸດ:
1. ກອງປະຊຸມໄດ້ເຫັນດີເປັນເອກະພາບມອບໃຫ້ກະຊວງສຶກສາທິການແລະກິລາ ສົມທົບກັບຂະແໜງການກ່ຽວຂ້ອງຄົ້ນຄວ້າສ້າງແຜນພັດທະນາຊັບພະຍາກອນມະນຸດ,
2. ໃຫ້ອີງໃສ່ຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງຂະແໜງການ ແລະ ທ້ອງຖິ່ນກໍ່ຄືຕະຫຼາດແຮງງານ, ໂຄງປະກອບເສດຖະກິດ ແລະ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນໄລຍະຍາວ,
3. ເພີ່ມທະວີການໂຄສະນາ, ສ້າງຈິດສໍານຶກ ແລະ ສ້າງຄ່ານິຍົມຂອງສັງຄົມຕໍ່ການພັດທະນາວິຊາຊີບສີມືແຮງງານ ແລະ ປັບປຸງຍົກລະດັບສະຖາບັນ ຫຼື ສູນຝຶກອົບຮົມພະນັກງານໃນແຕ່ລະຂົງເຂດວິຊາສະເພາະ ໃຫ້ມີຄຸນນະພາບ,
4. ເປັນສະຖານທີ່ບຳລຸງສ້າງ ແລະ ພັດທະນາ ພະນັກງານລັດຖະກອນ ໃຫ້ມີຄວາມຮູ້, ຄວາມສາມາດ ແລະ ຕອບສະໜອງໄດ້ການປະຕິບັດໜ້າທີ່ວຽກງານຕົວຈິງ.
(ງ). ສໍາລັບບົດລາຍງານຄວາມຄືບໜ້າກ່ຽວກັບການແກ້ໄຂໄພພິບັດ ໃນຂອບເຂດທົ່ວປະເທດ ແລະ ການກະກຽມຄວາມພ້ອມ ເພື່ອຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນ ໃນ 06 ເດືອນທ້າຍປີ:
(1) ກອງປະຊຸມໄດ້ຕີລາຄາສູງຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງປະເທດຕ່າງໆແລະອົງການສາກົນ ກໍ່ຄື ປະຊາຊົນ ແລະ ອົງການຈັດຕັ້ງຕ່າງໆພາຍໃນປະເທດຕໍ່ການແກ້ໄຂໄພ ພິບັດຜ່ານມາ;
(2) ພ້ອມກັນນີ້, ກອງປະຊຸມໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບກ່ຽວກັບການສະຫຼຸບການແກ້ໄຂໄພພິບັດໃນໄລຍະຜ່ານມາ ແລະ ແຜນກະກຽມຄວາມພ້ອມ ເພື່ອຮັບມືກັບໄພພິບັດ ໃນ 06 ເດືອນທ້າຍປີເປັນຕົ້ນ:
1. ກຳນົດຍຸດທະສາດໃນການຕອບໂຕ້ໄພພິບັດ ໂດຍການກໍານົດຂັ້ນຕອນການປະຕິບັດງານທີ່ເປັນມາດຕະຖານ ໃນການຕອບໂຕ້ເຫດການໄພພິບັດ, ການຄຸ້ມຄອງ ແລະ ການປະສານງານ,
2. ຕິດຕາມ ແລະ ວິເຄາະສະຖານະການແນວໂນ້ມໄພພິບັດທີ່ອາດຈະເກີດຂຶ້ນຈາກການປ່ຽນແປງຂອງດິນຟ້າອາກາດ, ປະສານສົມທົບແໜ້ນກັບບັນດາຂະແໜງການຂອງສູນກາງ ແລະ ທ້ອງຖິ່ນ,
3. ກະກຽມຄວາມພ້ອມດ້ານຕ່າງໆ ຕາມສະພາບຄວາມເປັນຈິງ (ງົບປະມານ,ກຳລັງຄົນ, ພາຫະນະ, ອຸປະກອນ, ເຄື່ອງຊ່ວຍເຫຼືອບັນເທົາທຸກ ແລະ ອື່ນໆ),
4. ຮີບຮ້ອນປັບປຸງກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ຕາມຄໍາເຫັນຂອງກອງປະຊຸມສະໄໝສາມັນເທື່ອທີ 07 ຂອງສະພາແຫ່ງຊາດ ຊຸດທີ 08 ເພື່ອນໍາສະເໜີຄະນະປະຈໍາສະພາແຫ່ງຊາດພິຈາລະນາ ແລະ ປະກາດໃຊ້ໂດຍໄວ ແນໃສ່ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານໄພພິບັດ,
5. ໃຫ້ເອົາໃຈໃສ່ແກ້ໄຂຂໍ້ຄົງຄ້າງການຟື້ນຟູຜົນກະທົບຈາກໄພພິບັດນ້ຳຖ້ວມປີ2018 ໂດຍສະເພາະຢູ່ສະໜາມໄຊ ເປັນຕົ້ນການຊົດເຊີຍໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ ໂດຍໃຫ້ຮີບຮ້ອນເຈລະຈາກັບບໍລິສັດພັດທະນາເຂື່ອນກ່ຽວກັບຄວາມຮັບຜິດຊອບຂອງບໍລິສັດ.
(ຈ). ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ໃນໄລຍະ 03 ປີ:
(1) ກອງປະຊຸມ ໄດ້ຕີລາຄາວ່າຄະນະສະເພາະກິດ ແລະ ທຸກພາກສ່ວນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ຂອງຕົນຢ່າງຈິງຈັງແລະເຂັ້ມງວດ, ສະພາບການລັກລອບຂຸດຄົ້ນ ແລະ ສົ່ງອອກໄມ້ເຖິງວ່າຫຼຸດລົງຫຼາຍແຕ່ກໍ່ຍັງມີຢູ່;
(2) ສະນັ້ນຈຶ່ງມອບໃຫ້ຄະນະສະເພາະກິດສືບຕໍ່ວຽກງານດັ່ງກ່າວນີ້ ແລະ ໃຫ້ບັນດາເຈົ້າແຂວງສືບຕໍ່ເຂັ້ມງວດບໍ່ໃຫ້ມີການລັກລອບຕັດໄມ້ລວມທັງດຳເນີນຕອບໂຕ້ຂ່າວໃສ່ຮ້າຍບິດເບືອນທີ່ບໍ່ມີຄວາມຈິງ;
(3) ການແກ້ໄຂບັນຫາໄມ້ຕົກຄ້າງຢູ່ໂຮງງານປຸງແຕ່ງໄມ້ ແລະ ໄມ້ປູກ:
1. ກອງປະຊຸມໄດ້ເຫັນດີຮັບຮອງການເພີ່ມບັນຊີລາຍການຜະລິດຕະພັນໄມ້ທຳມະຊາດເພື່ອສົ່ງອອກ (ເພີ່ມຂະໜາດຈຳນວນ 06 ລາຍການແລະຜະລິດຕະພັນໃໝ່ 09 ລາຍການ) ແລະ ລາຍການຜະລິດຕະພັນໄມ້ປູກເພື່ອສົ່ງອອກ (ໄມ້ວິກ, ໄມ້ກະຖິນນະລົງ, ໄມ້ຢາງພາລາ ແລະ ໄມ້ສັກ ແມ່ນສາມາດສົ່ງອອກໄດ້ທຸກຮູບແບບໂດຍມີການປຸງແຕ່ງ ຫຼື ບໍ່ປຸງແຕ່ງກໍ່ໄດ້, ສ່ວນໄມ້ປູກອື່ນໆໃຫ້ປະຕິບັດຕາມຮູບແບບ ແລະລັກສະນະທີ່ກຳນົດໃນລາຍການຜະລິດຕະພັນໄມ້ທຳມະຊາດ),
2. ແຕ່ໃຫ້ມີການຄຸ້ມຄອງຢ່າງຮັດກຸມ ແລະ ບໍ່ໃຫ້ມີຊ່ອງຫວ່າງເອົາໄມ້ປະເພດອື່ນອອກ.
(ສ). ໃນຕອນທ້າຍກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້:
(1) ຊີ້ນຳໃຫ້ສະມາຊິກລັດຖະບານ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາເຈົ້າແຂວງຈົ່ງນຳເອົາເນື້ອໃນຈິດໃຈ ທີ່ໄດ້ຕົກລົງເປັນເອກະພາບໃນກອງປະຊຸມຄັ້ງນີ້ ລວມທັງບັນດາວຽກງານທີ່ເປັນຈຸດສຸມ ໃນທ້າຍປີ 2019 ໄປຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ;
(2) ຮຽກຮ້ອງໃຫ້ທຸກຄົນຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນຂື້ນອີກລະດັບໜື່ງ, ເຮັດວຽກໃຫ້ຫຼາຍ ແລະ ມີປະສິດທິຜົນກວ່າເກົ່າ ເພື່ອພ້ອມກັນຂັບເຄື່ອນການພັດທະນາປະເທດຂອງພວກເຮົາ ໄປຕາມທິດທາງທີ່ພັກໄດ້ກຳນົດ ແລະ ລັດຖະບານໄດ້ຜັນຂະຫຍາຍເປັນວິໃສທັດ, ເປັນຍຸດທະສາດ ແລະ ເປັນແຜນພັດທະນາແຕ່ລະໄລຍະ ເພື່ອໃຫ້ບັນລຸຕາມເປົ້າໝາຍ ແລະ ຄາດ ໝາຍທີ່ໄດ້ວາງໄວ້.
(ຊ). ກ່ຽວກັບຜົນກອງປະຊຸມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບການພັດທະນາຊົນນະບົດເພື່ອແກ້ໄຂຄວາມທຸກຍາກ:
(1) ໃນວັນທີ 28 ມິຖຸນາ 2019, ພາຍຫຼັງກອງປະຊຸມລັດຖະບານເປີດກວ້າງໄດ້ປິດລົງ, ລັດຖະບານກໍ່ໄດ້ດໍາເນີນກອງປະຊຸມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ພາຍໃຕ້ຫົວຂໍ້ " ການພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ" ເພື່ອທົບທວນຄືນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃນໄລຍະຜ່ານມາ ພ້ອມທັງ ຊຸກຍູ້ໃຫ້ພາກທຸລະກິດ ເຂົ້າຮ່ວມໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ;
(2) ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ພາກທຸລະກິດ, ເປັນຕົ້ນພາກທຸລະກິດເອກະຊົນທີ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ;
(3) ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ສູນກາງພັກ ແລະ ລັດຖະບານ ໂອ້ລົມຕໍ່ກອງປະຊຸມ, ໂດຍທ່ານໄດ້:
1. ຮຽກຮ້ອງມາຍັງບັນດາຜູ້ປະກອບການ, ທຸກພາກສ່ວນເສດຖະກິດ, ຜູ້ມີປະສົບການ, ມີກໍາລັງແຮງ, ມີທຶນຮອນ, ມີນ້ຳໃຈເສຍສະຫຼະ, ລວມທັງປະຊາຊົນບັນດາເຜົ່າທຸກຊັ້ນຄົນ ໃຫ້ປະກອບສ່ວນ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ກໍ່ຄື ການປະຕິບັດຂະບວນການແຂ່ງຂັນຮັກຊາດ-ພັດທະນາ,
2. ເພື່ອໃຫ້ຊົນນະບົດຂອງປະເທດເຮົາໄດ້ຮັບການພັດທະນາຢ່າງທົ່ວເຖິງ, ຄວາມທຸກຍາກຂອງປະຊາຊົນ ໄດ້ຮັບການແກ້ໄຂຢ່າງໜັກແໜ້ນ, ປະເທດຊາດມີຄວາມຈະເລີນວັດທະນາຢ່າງບໍ່ຢຸດຢັ້ງ,
3. ມອບໃຫ້ບັນດາກະຊວງ ແລະ ແຂວງຕ່າງໆ ຈົ່ງອຳນວຍຄວາມສະດວກ, ໃຫ້ໂອກາດແກ່ພາກທຸລະກິດ ປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມຄວາມສາມາດຕົວຈິງ ດ້ວຍຄວາມສະໝັກໃຈ.
ທ້າຍສຸດນີ້, ຂ້າພະເຈົ້າ ໃນນາມໂຄສົກລັດຖະບານ ຂໍຮຽກຮ້ອງມາຍັງບັນດາພະນັກງານ, ສະມາຊິກພັກ, ລັດຖະກອນ, ກໍາມະກອນ, ນັກຮຽນຮູ້ປັນຍາຊົນ, ປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆຊາວຕ່າງດ້າວຜູ້ບໍ່ມີສັນຊາດທີ່ດຳລົງຊີວິດຢູ່ລາວ, ນັກທຸລະກິດ ພາກລັດ ແລະເອກະຊົນ ລວມທັງ ນັກທຸລະກິດຕ່າງປະເທດທີ່ມາລົງທຶນຢູ່ລາວ ຈົ່ງພ້ອມກັນເຊີດຊູນໍ້າໃຈເປັນເຈົ້າປະເທດຊາດ, ສາມັກຄີເປັນຈິດໜຶ່ງໃຈດຽວ, ເດັດດ່ຽວຜ່ານຜ່າອຸປະສັກຕ່າງໆ, ສູ້ຊົນເຂົ້າຮ່ວມຈັດຕັ້ງປະຕິບັດວຽກງານສໍາຄັນຕ່າງໆ ທີ່ລັດຖະບານວາງອອກໃຫ້ປະກົດຜົນເປັນຈິງ ເພື່ອຜົນປະໂຫຍດຂອງຊາດ, ຂອງປະຊາຊົນ ແລະ ຂອງພວກເຮົາໝົດທຸກຄົນ.
ພ້ອມກັນນີ້, ກໍ່ຂໍໃຫ້ຍົກສູງສະຕິລະວັງຕົວຕໍ່ຜູ້ທີ່ບໍ່ຫວັງດີ, ເພີ່ມທະວີຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ, ເດັດດ່ຽວຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກໍາລັງປໍລະປັກ ໃນທຸກຮູບແບບ, ລວມທັງຜ່ານສື່ສັງຄົມອອນລາຍ ເພື່ອບໍ່ໃຫ້ຖືກກົນອຸບາຍແບ່ງແຍກ, ຍຸແຍ່ໃສ່ຮ້າຍປ້າຍສີຂອງພວກຄົນບໍ່ດີ ຢູ່ພາຍໃນ ແລະ ຕ່າງປະເທດ ໂດຍຜ່ານຮູບແບບຕ່າງໆ.
ແຫຼ່ງ: ສຳນັກງານນາຍົກ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ



