ກອງປະຊຸມລັດຖະບານແຫ່ງ ສປປລາວ ສະໄໝສາມັນປະຈໍາເດືອນພຶດສະພາ 2019
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 3 ຄັ້ງ | ເວລາ | 2026-07-18 05:26:00
ກອງປະຊຸມລັດຖະບານແຫ່ງ ສປປລາວ ສະໄໝສາມັນປະຈໍາເດືອນພຶດສະພາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການ" - at 22-23 ພຶດສະພາ 2019 ສໍານັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ ສປປລາວ
(ກ). ຕາມວາລະກອງປະຊຸມລັດຖະບານຄັ້ງນີ້, ຈະໄດ້ພ້ອມກັນຄົ້ນຄວ້າ ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາ 09 ເອກະສານສໍາຄັນ ຄື:
1. ບົດລາຍງານການຄຸ້ມຄອງ, ການຟື້ນຟູ ແລະ ການປູກປ່າ ເພື່ອທົດແທນການຫັນເນື້ອທີ່ປ່າເປັນເຂດສຳປະທານການລົງທຶນ ແລະ ເພື່ອບັນລຸຄາດໝາຍເນື້ອທີ່ປ່າປົກຫຸ້ມ ໃນປີ 2020,
2. ບົດລາຍງານການປະຕິບັດ ວຽກຈຸດສຸມພັດທະນາຊັບພະຍາກອນມະນຸດ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ,
3. ບົດລາຍງານຜົນການວິເຄາະໂຄງສ້າງລາຄານໍ້າມັນ ແລະ ທິດທາງໃນການຄຸ້ມຄອງນໍ້າມັນໃນ ສປປລາວ,
4. ບົດສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດຄຳສັ່ງ ສະບັບເລກທີ 02/ນຍ, ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດ ຢູ່ ສປປລາວ,
5. ບົດລາຍງານ ການຈັດຕັ້ງປະຕິບັດປີທ່ອງທ່ຽວ ລາວ-ຈີນ 05 ເດືອນຕົ້ນປີ ແລະ ວຽກຈຸດສຸມສົ່ງເສີມປີທ່ອງທ່ຽວ ລາວ-ຈີນ 2019,
6. ບົດລາຍງານການຄຸ້ມຄອງ, ການອອກໃບຕາດິນຊໍ້າຊ້ອນໃນໄລຍະຜ່ານມາ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ,
7. ບົດລາຍງານການປັບປຸງຮ່າງລັດຖະບັນຍັດ 003/ປປທ, ວ່າດ້ວຍຄ່າທຳນຽມແລະຄ່າບໍລິການ.
8. ບົດລາຍງານກ່ຽວກັບບັນຊີລາຍການໄມ້ ແລະ ຜະລິດຕະພັນໄມ້ ເພື່ອສົ່ງອອກ,
9. ບົດລາຍງານຜົນການສຶກສາ ກ່ຽວກັບແຜນຍຸດທະສາດ ສຳລັບການຄຸ້ມຄອງທຸລະກິດຄາຊິໂນ ຢູ່ ສປປລາວ ແລະ ອະນາຄົດ;
(ຂ). ຜົນກອງປະຊຸມ ໄດ້ພິຈາລະນາເຫັນດີດ້ານຫຼັກການຮັບຮອງເອົາ 07 ບົດລາຍງານ ເພື່ອຈະນໍາສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 07 ຂອງສະພາແຫ່ງຊາດ ຊຸດທີ VIII ດັ່ງນີ້:
1. ບົດລາຍງານການຟື້ນຟູ ແລະ ປູກໄມ້ ເພື່ອບັນລຸຄາດໝາຍເນື້ອທີ່ປ່າປົກຫຸ້ມໃນປີ 2020,
2. ບົດລາຍງານກ່ຽວກັບການພັດທະນາຊັບພະຍາກອນມະນຸດ ທີ່ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ,
3. ບົດລາຍງານກ່ຽວກັບການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານໃນການດໍາເນີນທຸລະກິດຢູ່ ສປປລາວ,
4. ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວ ລາວ-ຈີນ 5 ເດືອນຕົ້ນປີ ແລະ ວຽກງານຈຸດສຸມປີທ່ອງທ່ຽວ ລາວ-ຈີນ ປີ 2019,
5. ບົດລາຍງານກ່ຽວກັບການຄຸ້ມຄອງ, ການອອກໃບຕາດິນຊໍ້າຊ້ອນໃນໄລຍະຜ່ານມາ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ,
6. ບົດລາຍງານການປັບປຸງຮ່າງລັດຖະບັນຍັດ 003/ປປທ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ,
7. ບົດລາຍງານກ່ຽວກັບບັນຊີລາຍການໄມ້ ແລະ ຜະລິດຕະພັນໄມ້ເພື່ອສົ່ງອອກ;
(ຄ). ສຳລັບເດືອນມິຖຸນາ 2019 ລັດຖະບານຈະສຸມໃສ່ປະຕິບັດວຽກຈຸດສຸມຕົ້ນຕໍຈໍານວນໜຶ່ງ ເຊັ່ນ:
1. ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍເອົາໃຈໃສ່ການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆທີ່ຍັງເກີດຂຶ້ນຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນອຸບັດເຫດຕາມທ້ອງຖະໜົນ, ການຂີ້ລັກງັດແງະ, ປຸ້ນຈີ້ຊີງຊັບ, ການຄ້າຂາຍ ແລະ ເສບຢາເສບຕິດ, ການມົ້ວສຸມຂີ່ລົດກວນເມືອງ, ອັກຄີໄພ, ການບິດເບືອນ ຄວາມຈິງຂອງສື່ອອນລາຍ ແລະ ອື່ນໆ,
2. ຄົ້ນຄວ້າ ແລະ ຜັນຂະຫຍາຍຈິດໃຈຊີ້ນຳຂອງກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ 10 ໃຫ້ເປັນແຜນການຈຸດສຸມຂອງແຕ່ລະຂະແໜງການ ໂດຍສະເພາະແມ່ນວຽກງານການພັດທະນາຊົນນະບົດ, ການແບ່ງຂັ້ນຄຸ້ມຄອງ, ການແກ້ໄຂບັນຫາຂອດຂັ້ນກ່ຽວກັບການລົງທຶນ, ການແກ້ໄຂບັນຫາຄັງສໍາຮອງເງິນຕາ, ການປັບປຸງລັດວິສາຫະກິດໄຟຟ້າລາວ, ການປັບປຸງລັດວິສາຫະກິດການບິນລາວ, ການຊຸກຍູ້ສົ່ງເສີມວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ແລະ ການສ້າງຖານລາຍຮັບໃໝ່, ການອອກໃບຕາດິນ, ແລະ ການກວດຄືນການແກ້ໄຂຄະດີຕາມຂະບວນຍຸຕິທໍາ,
3. ຄົ້ນຄວ້າ ແລະ ຜັນຂະຫຍາຍຜົນການເຄື່ອນໄຫວຢ້ຽມຢາມລັດຖະກິດຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດທີ່ ສປຈີນ ໃນທ້າຍເດືອນຜ່ານມາ ເຊິ່ງໃນໂອກາດດັ່ງກ່າວການນຳຂັ້ນສູງຂອງສອງປະເທດໄດ້ຕົກລົງກັນຫຼາຍບັນຫາ, ເປັນຕົ້ນແມ່ນ: ແຜນແມ່ບົດການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຂອບການຮ່ວມມືພັດທະນາຕາມແລວທາງເສດຖະກິດ ລາວ-ຈີນ ( 2019-2030 ),
4. ຊຸກຍູ້ ແລະ ລົງຊ່ວຍເຫຼືອປະຊາຊົນໃນການຜະລິດລະດູຝົນທີ່ຈະມາເຖິງໃຫ້ຖ່ວງທັນຕາມລະດູການ ແລະ ໄດ້ຕາມແຜນການຜະລິດ,
5. ປັບປຸງບັນຊີໄມ້ ແລະ ຜະລິດຕະພັນໄມ້ທີ່ເຫັນສົມຄວນສົ່ງອອກ ຄຽງຄູ່ກັບການຊຸກຍູ້ການປຸງແຕ່ງຜະລິດຕະພັນໄມ້ ເພື່ອປົດລັອກທຸລະກິດໄມ້ໃຫ້ສາມາດເຄື່ອນໄຫວມີປະສິດທິຜົນທາງດ້ານເສດຖະກິດຫຼາຍຂຶ້ນ ແລະ ສ້າງແຫຼ່ງລາຍຮັບເຂົ້າງົບປະມານ, ແຕ່ບົນພື້ນຖານກົດໝາຍ ແລະ ລະບຽບການທີ່ລັດຖະບານໄດ້ກໍານົດອອກ,
6. ສືບຕໍ່ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ່າໄມ້ ແລະ ຄໍາສັ່ງ 15/ນຍ ຢ່າງເຂັ້ມງວດ ແລະ ມີປະສິດທິຜົນຢ່າງແທ້ຈິງ,
7. ສືບຕໍ່ຕິດຕາມ, ກວດກາການນໍາເຂົ້າສິນຄ້າອຸປະໂພກ ແລະ ບໍລິໂພກ, ອາຫານທະເລທີ່ນໍາເຂົ້າມາຈາກປະເທດໃກ້ຄຽງຢູ່ດ່ານຕ່າງໆ ເພື່ອສະກັດກັ້ນການນໍາເຂົ້າສິນຄ້າທີ່ມີສານປົນເປື້ອນ ແລະ ສານຕົກຄ້າງ. ພ້ອມກັນນີ້, ກໍໃຫ້ລົງກວດກາດ້ານສຸຂະນາໄມສັດຢູ່ໂຮງງານຂ້າສັດຕ່າງໆໃນຂອບເຂດທົ່ວປະເທດ,
8. ສືບຕໍ່ກວດກາຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການໃຫ້ມີຄວາມເໝາະສົມ ແລະ ບໍ່ກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ,
9. ກະກຽມໃຫ້ແກ່ການຈັດຕັ້ງສະເຫຼີມສະຫຼອງເຂດທົ່ງໄຫຫີນເປັນມໍລະດົກໂລກ ພ້ອມທັງປົກປັກຮັກສາມໍລະດົກໂລກທີ່ໄດ້ປະກາດໄປແລ້ວໃຫ້ເປັນຂະບວນຟົດຟື້ນ ແລະ ມີເນື້ອໃນ,
10. ເອົາໃຈໃສ່ວຽກງານກະກຽມ ແລະ ດໍາເນີນການສອບເສັງຈົບຊັ້ນ ປະຈໍາປີ 2019 ຂອງນັກຮຽນ-ນັກສຶກສາໃຫ້ຖືກຕ້ອງ, ໂປ່ງໃສ ແລະ ຮັບປະກັນຄຸນນະພາບ,
11. ສືບຕໍ່ປະສານສົມທົບ, ຄົ້ນຄວ້າ ແລະ ແກ້ໄຂຄໍາສະເໜີຂອງປະຊາຊົນຜ່ານສາຍດ່ວນຂອງລັດຖະບານ, ຈາກການສະເໜີຂອງຂະແໜງຕ່າງໆ, ຈາກສື່ສັງຄົມອອນລາຍ ແລະ ຕາມແຫຼ່ງອື່ນໆໃຫ້ວ່ອງໄວ, ແທດຕົວຈິງ ແລະ ໃຫ້ລາຍງານຄວາມຄືບໜ້າການແກ້ໄຂແຕ່ລະບັນຫາໃຫ້ລັດຖະບານຮັບຊາບ ແລະ ມີທິດຊີ້ນໍາ,
12. ສືບຕໍ່ເອົາໃຈໃສ່ລົງໄປຕິດຕາມ, ກວດກາ ແລະ ແກ້ໄຂບັນຫາການຕັ້ງພູມລໍາເນົາຂອງປະຊາຊົນຢູ່ເຂດປ່າສະຫງວນຜ່ານມາ ແລະ ການບຸກລຸກທີ່ດິນລັດຢູ່ເຂດປ່າສະຫງວນເພື່ອການພັດທະນາ ເປັນຕົ້ນແມ່ນເຂດກໍ່ສ້າງສະຖານີລົດໄຟທ່ານາແລ້ງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ແລະ ອື່ນໆ ເພື່ອຫຼີກເວັ້ນການແກ້ໄຂບັນຫາທີ່ຈະຕາມມາພາຍຫຼັງ ແລະ ສ້າງ ຄວາມຫຍຸ້ງຍາກໃນການພັດທະນາໃນອະນາຄົດ.
ແຫຼ່ງ: ສຳນັກງານນາຍົກ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ



