ຜົນສຳເລັດກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ເມສາ 2019
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2026-07-18 05:26:22
ຜົນສຳເລັດກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນເມສາ 2019" - at 23-24 ເມສາ 2019 ສໍານັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ ສປປລາວ
(1) ກອງປະຊຸມໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດເຫັນ ແລະ ພິຈາລະນາຮັບຮອງເອົາ 05 ເອກະສານສໍາຄັນຄື:
1. ບົດລາຍງານຄວາມຄືບໜ້າ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ຕິດພັນກັບການຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X,
2. ບົດລາຍງານ ກ່ຽວກັບການສະເໜີຂໍອະນຸມັດຂຸດຄົ້ນໄມ້ ຢູ່ໃນຂອບເຂດໂຄງການພັດທະນາຕ່າງໆ ແລະ ເກັບເຄື່ອງປ່າຂອງດົງ ປະຈຳປີ 2019,
3. ບົດລາຍງານກ່ຽວກັບ ການປັບປຸງໂຄງສ້າງລາຄາໄຟຟ້າ,
4. ຮ່າງດຳລັດ ວ່າດ້ວຍການປະຢັດພະລັງງານ,
5. ຮ່າງດຳລັດ ວ່າດ້ວຍຈັນຍາບັນຂອງພະນັກງາານ-ລັດຖະກອນແຫ່ງ ສປປລາວ;
(2) ບົດລາຍງານຄວາມຄືບໜ້າ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ຕິດພັນກັບການຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X:
1. ກອງປະຊຸມເຫັນດີ ຮັບຮອງເອົາບົດລາຍງານດັ່ງກ່າວ ແລະ ມອບໃຫ້ກະຊວງກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານໃຫ້ມີເນື້ອໃນຄົບຖ້ວນ, ກະທັດຮັດ, ຈະແຈ້ງ, ເລິກເຊິ່ງ, ເຂົ້າໃຈງ່າຍ ແລະ ມີຄວາມເປັນເອກະພາບກັນສູງ,
2. ໃນນີ້ ແມ່ນໃຫ້ຕີລາຄາຕື່ມວ່າ ມາຮອດປະຈຸບັນ ມີອັນໃດທີ່ເຮັດສຳເລັດ ແລະ ຍັງມີອັນໃດຄົງຄ້າງ ໃນແຕ່ລະດ້ານ, ຕໍ່ບັນຫາຄົງຄ້າງນັ້ນ ຈະມີວິທີການແກ້ໄຂຄືແນວໃດ, ໂດຍລົງເລິກເປັນແຕ່ລະໜ້າວຽກ ເຊັ່ນການປັບປຸງນິຕິກຳ, ການປະຕິບັດ 08 ມາດຕະການຊຸກຍູ້ເສດຖະກິດ, ການປະຕິຮູບບັນດາວິສາຫະກິດ, ການຄຸ້ມຄອງເຂດເສດຖະກິດ, ການຄຸ້ມຄອງການລົງທຶນຂອງລັດ, ການປະຕິບັດມາດຕະການປະຢັດ, ການຄຸ້ມຄອງດ່ານ, ການຊຸກຍູ້ການທ່ອງທ່ຽວ, ການປະຕິບັດ 10 ຕົວຊີ້ວັດ ທີ່ອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດ ແລະ ອື່ນໆ;
(3) ການສະເໜີຂໍອະນຸມັດຂຸດຄົ້ນໄມ້:
1. ກອງປະຊຸມເຫັນດີອະນຸມັດຂຸດຄົ້ນໄມ້ ທີ່ນອນຢູ່ໃນເຂດໂຄງການພັດທະນາ ແລະ ກໍ່ສ້າງພື້ນຖານໂຄງລ່າງ ທີ່ໄດ້ດຳເນີນໄປແລ້ວ ເປັນຕົ້ນ ແລວກໍ່ສ້າງເສັ້ນທາງ, ສາຍສົ່ງໄຟຟ້າ, ອ່າງເກັບນໍ້າໃນເຂື່ອນ ໂດຍມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອກວດກາຄືນຄວາມຖືກຕ້ອງຂອງຂໍ້ມູນ, ມີການແຕ່ງຕັ້ງຄະນະຮັບຜິດຊອບຄັກແນ່, ກໍານົດແຜນການຂຸດຄົ້ນໃຫ້ລະອຽດ, ພ້ອມທັງ ຄົ້ນຄວ້າມາດຕະການຄຸ້ມຄອງໃຫ້ດີ, ແທດເໝາະກັບສະພາບຕົວຈິງ, ຫຼີກລ້ຽງການສວຍໂອກາດ, ສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງລັດ, ທັງສອດຄ່ອງກັບກົດໝາຍ ແລະ ລະບຽບການ,
2. ຄຽງຄູ່ກັນນັ້ນ ກໍ່ຕ້ອງໄດ້ມີການສຶກສາອົບຮົມປຸກລະດົມປະຊາຊົນ ໃຫ້ເຂົ້າໃຈຕໍ່ບັນຫາດັ່ງກ່າວຢ່າງຖືກຕ້ອງ, ສ່ວນເຄື່ອງປ່າຂອງດົງ ແມ່ນເຫັນດີໃຫ້ຂຸດຄົ້ນນໍາໃຊ້ຢ່າງສົມເຫດສົມຜົນ ແລະ ໃຫ້ຊົມໃຊ້ຢູ່ພາຍໃນປະເທດເປັນຫຼັກ, ແຕ່ຕ້ອງມີການກວດກາ, ຄຸ້ມຄອງຢ່າງເຂັ້ມງວດ, ອັນໃດຄວນອະນຸຍາດໃຫ້ຂຸດຄົ້ນນຳໃຊ້, ອັນໃດຄວນຢຸດເຊົາ, ຫຼີກລ້ຽງການເກັບທີ່ມີລັກສະນະດັບສູນ, ຮັບປະກັນໃຫ້ມີຄວາມຍືນຍົວ ແລະ ສ້າງໄດ້ມູນຄ່າເພີ່ມ. ພ້ອມນັ້ນ ກໍ່ໃຫ້ມີການກຳນົດປະເພດເຄື່ອງປ່າຂອງດົງ ທີ່ຄວນຈຳກັດ ແລະ ບໍ່ຈຳກັດ ໃນການສົ່ງອອກໄປຂາຍຕ່າງປະເທດຢ່າງຄັກແນ່;
(4) ບົດລາຍງານກ່ຽວກັບການປັບປຸງໂຄງສ້າງລາຄາໄຟຟ້າ:
1. ກອງປະຊຸມເຫັນວ່າລາຄາໄຟຟ້າ ເປັນປັດໃຈທີ່ສໍາຄັນຫຼາຍຕໍ່ການພັດທະນາປະເທດ, ເປັນໂຄງປະກອບຕົ້ນທຶນທໍາການຜະລິດ, ເປັນປັດໃຈດຶງດູດການລົງທຶນ, ສົ່ງເສີມການຜະລິດພາຍໃນ, ປັບປຸງຍຸກລະດັບຊີວິດການປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ອື່ນໆ.ສະນັ້ນ ຕ້ອງໄດ້ມີການປັບປຸງໂຄງສ້າງລາຄາໄຟຟ້າ ໃຫ້ແທດເໝາະກັບສະພາບການຕົວຈິງ ໃນໄລຍະແຕ່ນີ້ຮອດປີ 2025, ມີລາຄາທີ່ສົມເຫດສົມຜົນ, ມີຄວາມຍຸຕິທຳ, ເຮັດໃຫ້ທຸກພາກສ່ວນໃນສັງຄົມ ສາມາດຊົມໃຊ້ໄດ້, ປະ ກອບສ່ວນຊຸກຍູ້ການລົງທຶນພາຍໃນປະເທດ,ທັງຮັບປະກັນໃຫ້ຝ່າຍສະໜອງໄຟຟ້າແລະ ພັດທະນາພະລັງງານ ມີຄວາມໝັ້ນຄົງ, ຍືນຍົງ ແລະ ມີຜົນກຳໄລ ທີ່ຍຸຕິທຳ,
2. ສິ່ງສໍາຄັນອີກ ແມ່ນບໍ່ເຮັດໃຫ້ສັງຄົມມີຄວາມແຕກຕື່ນ, ບໍ່ສົ່ງຜົນກະທົບບໍ່ດີຕໍ່ຜູ້ທີ່ມີລາຍຮັບຕໍ່າ, ລວມທັງ ພາກທຸລະກິດ ທີ່ພັກ ແລະ ລັດເຮົາ ມີນະໂຍບາຍສົ່ງເສີມເປັນຕົ້ນ ການຜະລິດກະສິກຳ, ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ, ອຸດສາຫະກຳປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ. ໂດຍລວມແລ້ວ ການປັບປຸງລາຄາໄຟຟ້າໃນຄັ້ງນີ້ ເຫັນວ່າມີລາຄາທີ່ຖືກກວ່າ ແລະ ຍຸຕິທຳກວ່າໃນໄລຍະຜ່ານມາ;
(5) ກອງປະຊຸມໄດ້ຕົກລົງເຫັນດີຮັບຮອງເອົາ ຮ່າງດໍາລັດ ວ່າດ້ວຍການປະຢັດພະລັງງານ, ແນໃສ່ເປັນເຄື່ອງມືຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຊຸກຍູ້ການປະຢັດພະລັງງານ, ເຮັດໃຫ້ແຫຼ່ງພະລັງງານ ມີການຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ, ຫຼຸດຜ່ອນຄ່າໃຊ້ຈ່າຍດ້ານພະລັງງານ ແລະ ຜົນກະທົບຫຍໍ້ທໍ້ຕໍ່ສິ່ງແວດລ້ອມ. ພ້ອມກັນນັ້ນ ກໍ່ໃຫ້ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມຊິກລັດຖະບານ;
(6) ຮ່າງດຳລັດ ວ່າດ້ວຍຈັນຍາບັນຂອງພະນັກງາານ-ລັດຖະກອນ, ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງດຳລັດດັ່ງກ່າວ, ພ້ອມທັງ ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເພື່ອເຮັດໃຫ້ຮ່າງດຳລັດ ມີເນື້ອໃນຄົບຖ້ວນ, ຈະແຈ້ງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້, ພ້ອມທັງຮຽບຮຽງຄືນ ກ່ອນນໍາສະເໜີລັດຖະບານປະກາດໃຊ້ຕາມຂັ້ນຕອນ ແລະ ລະບຽບການ;
ແຫຼ່ງ: ສຳນັກງານນາຍົກ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ



