ຜົນສຳເລັດກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນ ກຸມພາ 2019
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2026-07-18 05:26:17
ຜົນສຳເລັດກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນ ກຸມພາ 2019" - at 19-20 ກຸມພາ 2019 ນະຄອນຫຼວງວຽງຈັນ ສປປລາວ
(1) ກອງປະຊຸມໄດ້ພ້ອມກັນສຸມໃສ່ປຶກສາຫາລື ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາ 07 ເອກະສານສໍາຄັນ:
1. ບົດລາຍງານກ່ຽວກັບແຜນຜັງລວມຕົວເມືອງນະຄອນຫຼວງວຽງຈັນ ຮອດປີ 2030,
2. ບົດລາຍງານກ່ຽວກັບຜົນການກວດກາໂຄງການເຊົ່າ-ສໍາປະທານທີ່ດິນລັດ ໃນຂອບເຂດທົ່ວປະເທດ,
3. ຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປຸງ),
4. ດໍາລັດວ່າດ້ວຍ ກອງທຶນພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ (ສະບັບປັບປຸງ),
5. ບົດລາຍງານກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ໃນການດໍາເນີນທຸລະກິດຢູ່ ສປປລາວ,
6. ບົດລາຍງານກ່ຽວກັບຄວາມຄືບໜ້າ ໃນການຫັນການເກັບລາຍຮັບງົບປະມານເປັນທັນສະໄໝ,
7. ບົດລາຍງານກ່ຽວກັບແຜນຈຸດສຸມພັດທະນາຊົນນະບົດ ຕິດພັນກັບການພັດທະນາການລົງທຶນ;
(2) ບົດລາຍງານກ່ຽວກັບແຜນຜັງລວມຕົວເມືອງນະຄອນຫຼວງວຽງຈັນ, ກອງປະຊຸມໄດ້ພິຈາລະນາຮັບຮອງດ້ານຫຼັກການ ແລະ ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນແມ່ນ:
1. ການວາງແຜນພັດທະນາຕົວເມືອງນະຄອນຫຼວງວຽງຈັນ ເມື່ອວາງອອກແລ້ວຕ້ອງສາມາດຈັດຕັ້ງປະຕິບັດໄດ້ຖືກກັບຕົວຈິງ,
2. ພ້ອມດຽວກັນນີ້, ໃຫ້ເອົາໃຈໃສ່ໃນການກວດກາຕີລາຄາຄືນ ກ່ຽວກັບການຈັດຕັ້ງປະຕິບັດການວາງຜັງເມືອງໃນໄລຍະທີ່ຜ່ານມາ ມີຫຍັງແດ່ທີ່ສາມາດປະຕິບັດໄດ້, ມີອັນໃດແດ່ທີ່ຖືກລະເມີດ ແລະ ອັນໃດທີ່ພວມຈະມີການລະເມີດ ເພື່ອມີວິທີການສະກັດກັ້ນ,
3. ເອົາໃຈໃສ່ໃນການຄຸ້ມຄອງ ແລະ ເຄັ່ງຄັດໃນການປະຕິບັດກົດໝາຍຜັງເມືອງວາງອອກ, ຖ້າມີການລະເມີດແມ່ນໃຫ້ມີການປະຕິບັດຕາມກົດໝາຍ, ລະບຽບການຢ່າງເຂັ້ມງວດ,
4. ການວາງແຜນຂະຫຍາຍຕົວເມືອງນະຄອນຫຼວງວຽງຈັນ ບໍ່ຄວນຈະຂະຫຍາຍຕົວໃຫຍ່ກວ້າງຈົນເກີນໄປ ສໍາຄັນແມ່ນໃຫ້ເອົາໃຈໃສ່ໃນການຂະຫຍາຍການພັດທະນາ ໃຫ້ໄປສູ່ບັນດາແຂວງຕ່າງໆ,
5. ການວາງແຜນພັດທະນາຕົວເມືອງນະຄອນຫຼວງວຽງຈັນ ຕ້ອງເຮັດໄປຕາມທິດ 06 ສໍ ວາງອອກໃຫ້ປະ ກົດຜົນເປັນຈິງ,
6. ນອກຈາກນັ້ນ ຕ້ອງເອົາ ໃຈໃສ່ໃນການຈັດສັນເຂດພັດທະນາຕ່າງໆໃຫ້ດີ ເປັນຕົ້ນເຂດການຜະລິດກະສິກຳ, ເຂດອະນຸລັກ, ເຂດສໍານັກງານອົງການ, ເຂດເສດຖະກິດພິເສດ, ເຂດທໍາການຜະລິດອຸດສາຫະກໍາ ແລະ ອື່ນໆ,
7. ຕ້ອງເອົາ ໃຈໃສ່ການຄຸ້ມຄອງ, ສຳລັບໄລຍະເວລາຂອງແຜນພັດທະນາດັ່ງກ່າວ ຕ້ອງໄດ້ກໍານົດເປັນແຕ່ລະໄລຍະ ເປັນຕົ້ນ ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ຮອດປີ 2050,
8. ພາຍຫຼັງປັບປຸງແລ້ວແມ່ນໃຫ້ນໍາສະເໜີຂໍທິດຊີ້ນໍາ ຈາກກົມການເມືອງສູນກາງພັກ ກ່ອນນໍາສະເໜີຕໍ່ກອງປະຊຸມສະພາແຫ່ງຊາດພິຈາລະນາຮັບຮອງ;
(3) ກອງປະຊຸມ ໄດ້ເຫັນດີດ້ານຫຼັກການ ແລະ ພິລາລະນາຮັບເອົາບົດລາຍງານກ່ຽວກັບຜົນການກວດກາໂຄງການເຊົ່າ-ສໍາປະທານທີ່ດິນລັດ ໃນຂອບເຂດທົ່ວປະເທດ ແລະ ຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປຸງ) ຕໍ່ບັນຫາດັ່ງກ່າວ, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ, ໂດຍໄດ້ປຶກສາຫາລື ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາ ເຖິງມາດຕະການຍົກເລີກສັນຍາ ຫຼື ປັບໃໝ ຕໍ່ຜູ້ເຊົ່າ-ສໍາປະທານດິນ ທີ່ບໍ່ເຄື່ອນໄຫວເລີຍ ຈໍານວນ 201 ໂຄງການ ກວມເນື້ອທີ່ຈໍານວນ 81.879 ເຮັກຕາ, ສໍາລັບໂຄງການໃດທີ່ເຊົ່າ-ສໍາປະທານທີ່ດິນຈາກລັດຖະບານ ເຫັນດີປະຕິບັດ 05 ຂໍ້ ສະເໜີວິທີແກ້ໄຂ ຄື:
1. ພິຈາລະນາຍົກເລີກສັນຍາ ຫຼື ປັບໃໝ ຕໍ່ຜູ້ເຊົ່າ-ສໍາປະທານ ຫຼື ເຊົ່າດິນ ທີ່ບໍ່ເຄື່ອນໄຫວເລີຍ ຈໍານວນ 201 ໂຄງການ ຊຶ່ງກວມເນື້ອທີ່ຈໍານວນ 81.879 ເຮັກຕາ,
2. ໃຫ້ບັນດາກະຊວງອົງການ ແລະ ອົງການປົກຄອງທ້ອງຖິ່ນ ເອກະພາບກັບກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລົງສໍາຫຼວດວັດແທກຕົວຈິງ ເພື່ອອອກແຜນທີ່ດິນລັດ ກ່ອນເຊັນສັນຍາສໍາປະທານ ເພື່ອເປັນເອ ກະສານໃຫ້ກະຊວງການເງິນ ສາມາດເກັບຄ່າເຊົ່າ-ສໍາປະທານດິນໄດ້,
3. ມູນການເຊົ່າ ແລະ ສຳປະທານທີ່ດິນລັດມີການປ່ຽນແປງເລື້ອຍໆ ແລະ ມີຄວາມສະຫຼັບສັບຊ້ອນ ຍ້ອນມີຫຼາຍຂະແໜງການນັບທັງສູນກາງ ແລະ ທ້ອງຖິ່ນ ມີພາລະບົດບາດໃນການອະນຸມັດ ແລະ ຄຸ້ມຄອງ ສະນັ້ນ, ຈຶ່ງຕ້ອງມີການປັບປຸງຖານຂໍ້ມູນຢ່າງເປັນລະບົບຕໍ່ເນື່ອງ ແລະ ຕ້ອງມີກົນໄກແລກ ປ່ຽນຂໍ້ມູນຂອງແຕ່ລະຂະແໜງການ,
4. ການເຊົ່າ-ສໍາປະທານທີ່ດິນ ເຫັນວ່າມີ 240 ໂຄງການ ທີ່ໄດ້ສ້າງຜົນກະທົບຕໍ່ສິ່ງ ແວດລ້ອມທໍາມະຊາດ ແລະ ກວມເອົາສາມປະເພດປ່າໄມ້ ຈຶ່ງເຫັນວ່າການວາງແຜນໃນການພັດທະນາໂດຍລວມ ກໍ່ຄື ຂົງ ເຂດການລົງທຶນຂອງເອກະຊົນ ໃນຂົງເຂດຊັບພະຍາ ກອນທໍາມະຊາດ ຈະຕ້ອງເຮັດແບບປະສົມປະສານ ລະຫວ່າງຂະແໜງ ການຢ່າງໃກ້ສິດ ເພື່ອຫຼີກລ້ຽງບັນຫາການຂຸດຄົ້ນບໍ່ແຮ່ທີ່ຈະສົ່ງຜົນກະທົບຕໍ່ປ່າໄມ້,
5. ກ່ຽວກັບການອະນຸມັດໂຄງການລົງທຶນ ທີ່ພົວພັນເຖິງບັນດາຂະແໜງການ ຄວນກຳນົດໄວ້ໃນພັດທະນາເສດຖະກິດ-ສັງຄົມ ແລະ ຕ້ອງອີງຕາມແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ແຜນແມ່ບົດຈັດສັນທີ່ດິນຂັ້ນແຂວງ ພ້ອມທັງ ມີການປະສານສົມ ທົບຢ່າງໃກ້ສິດ ລະຫວ່າງຂະແໜງການທີ່ຮັບຜິດ ຊອບໂຄງການ, ຂະແໜງການເງິນ, ຂະແໜງແຜນການ ແລະ ການລົງທຶນ, ຂະແໜງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ. ແຕ່ຕ້ອງໄດ້ປະຕິບັດເປັນແຕ່ລະກໍລະນີ, ໂດຍມີຂໍ້ມູນທີ່ລະອຽດ ແລະ ຈະແຈ້ງ;
(4) ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີຮັບຮອງເອົາຮ່າງດໍາລັດ ວ່າດ້ວຍກອງທຶນພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ ສະບັບປັບປຸງ, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຕື່ມຕາມການປະກອບ ຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ:
1. ການກຳນົດຫົວຂໍ້ທີ່ຈະນໍາມາຄົ້ນຄວ້າ ຕ້ອງນໍາໃຊ້ເຂົ້າໃນວຽກງານຊຸກຍູ້ການຜະລິດຂອງປະຊາຊົນ,
2. ການກະຕຸ້ນເສດຖະກິດຂອງລັດ ແລະ ຄົ້ນຄວ້າຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງການພັດທະນາ,
3. ພາຍຫຼັງມີການຄົ້ນຄວ້າອອກມາແລ້ວຕ້ອງໄດ້ມີການໂຄສະນາເຜີຍແຜ່ຢ່າງກວ້າງຂວາງ ເພື່ອໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າໃຈ ແລະ ສາມາດນໍາໄປໃຊ້ໄດ້,
4. ການນໍາໃຊ້ກອງທຶນດັ່ງກ່າວ ຕ້ອງມີຈຸດສຸມ ບໍ່ເຮັດແບບກະແຈກກະຈາຍທຶນ ແລະ ບໍ່ນໍາໃຊ້ເຂົ້າໃນວຽກງານບໍລິຫານ;
(5) ໃນກອງປະຊຸມໄດ້ມີການລາຍງານວ່າ ໃນໜຶ່ງເດືອນຜ່ານມາ: ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມທີ່ສໍາຄັນຈຳນວນໜຶ່ງ ເປັນຕົ້ນ:
1. ໄດ້ສະຫຼຸບຕີລາຄາ ແລະ ຊີ້ນໍາການຟື້ນຟູ ແລະ ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ຢູ່ເມືອງສະໜາມໄຊ, ແຂວງອັດຕະປື ໂດຍສະເພາະ ແມ່ນການຮີບຮ້ອນແກ້ໄຂເຮືອນຢູ່ຊົ່ວຄາວໃຫ້ປະຊາຊົນ, ການຟື້ນຟູພື້ນຖານໂຄງລ່າງ (ຖະໜົນຫົນທາງ, ຂົວ, ຊົນລະປະທານ, ນໍ້າສະອາດ ແລະ ອື່ນໆ) ການຈັດສັນເຂດຜະລິດ ແລະ ເຂດຕັ້ງຖິ່ນຖານຖາວອນໃຫ້ແກ່ປະຊາຊົນ,
2. ໄດ້ກະກຽມ ແລະ ເຂົ້າຮ່ວມການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢ່າງມີເນື້ອໃນ ແລະ ເປັນຂະບວນຟົດຟື້ນ, ທັງຮັບປະກັນໄດ້ຄວາມສະຫງົບປອດໄພໃນທົ່ວສັງຄົມ ຢູ່ຫລາຍແຂວງ;
(6) ນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມທາງການຢູ່ປະເທດບຣູໄນ:
1. ໃນການຢ້ຽມຢາມຄັ້ງນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວນການຮ່ວມມືດ້ານການສຶກສາ,
2. ສະພາອຸດສາຫະກໍາ ແລະ ການຄ້າແຫ່ງຊາດລາວ ໄດ້ເຊັນ ບົດບັນທຶກການຮ່ວມມື ລະຫວ່າງສະພາການຄ້າຂອງສອງປະເທດ,
3. ພ້ອມນີ້, ພາກທຸລະກິດຂອງປະເທດ ບຣູໄນ ກໍ່ມີຄວາມສົນໃຈ ທີ່ຈະຮ່ວມມືລົງທຶນພັດທະນາ ໂຄງການສ້າງໂຮງງານກັ່ນນໍ້າມັນ, ໂຄງການປູກເຂົ້າ ແລະ ໂຄງການລ້ຽງໄກ່ຮາລານ ຢູ່ປະເທດເຮົາ;
(7) ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດປີທ່ອງທ່ຽວ ລາວ 2018 ແລະ ຈັດຕັ້ງດໍາເນີນການເປີດປີທ່ອງທ່ຽວລາວ-ຈີນ ປີ 2019 ຢ່າງເປັນທາງການດ້ວຍບັນຍາກາດທີ່ຟົດຟື້ນ, ພ້ອມທັງເຄື່ອນໄຫວກິດຈະກໍາຊຸກຍູ້ສົ່ງເສີມການທ່ອງທ່ຽວຢູ່ແຂວງຕ່າງໆ ເຊັ່ນ: ພິທີເປີດບຸນວັດພູຈໍາປາສັກ, ແຫຼ່ງທ່ອງທ່ຽວຖໍ້ານໍ້າລອດ ເຊບັ້ງໄຟ, ຖໍ້າກອງລໍ ແຂວງຄໍາມ່ວນ;
(8) ໃນໂອກາດນີ້, ລັດຖະບານ ຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ, ລັດຖະກອນ, ທະຫານຕໍາຫຼວດ, ນັກຮຽນ, ນັກສຶກສາ, ກໍາມະກອນ, ນັກທຸລະກິດທັງພາກລັດ ແລະ ເອກະຊົນ, ບັນດາຊັ້ນຄົນ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງຍົກສູງ ນໍ້າໃຈເປັນເຈົ້າປະເທດຊາດ, ຕັ້ງໜ້າປະຕິບັດສິດ ແລະ ພັນທະຂອງຕົນໃຫ້ຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ໃນທົ່ວວົງສາຄະນະຍາດແຫ່ງຊາດ, ຕັ້ງໜ້າປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກເຮົາ, ຍົກສູງສະຕິລະວັງຕົວ, ເດັດດ່ຽວສະກັດກັ້ນ ແລະ ຕ້ານກົນອຸບາຍແບ່ງແຍກ, ການໃສ່ຮ້າຍປ້າຍສີ ຂອງພວກຄົນທີ່ບໍ່ຫວັງດີ ຢູ່ພາຍໃນ ແລະ ຕ່າງປະເທດ.
ແຫຼ່ງ: ສຳນັກງານນາຍົກ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ


