ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ II ປີ 2018
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 3 ຄັ້ງ | ເວລາ | 2026-07-18 05:26:54
ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ II ປີ 2018 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງວຽງຈັນ ເຊົ້າວັນທີ 17 ກັນຍາ 2018, ໂດຍບັນຫາສ່ວນໃຫຍ່ໃນວັນນີ້ກອງປະຊຸມໄດ້ເນັ້ນໃສ່ການປຶກສາຫາລືກ່ຽວກັບສະພາບ ແລະ ການແກ້ໄຂໄພພິບັດໃນຂອບເຂດທົ່ວປະເທດ"
(1) ກອງປະຊຸມດັ່ງກ່າວ, ດຳເນີນພາຍໃຕ້ການເປັນປະທານຂອງພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໂດຍມີບັນດາສະມາຊິກລັດຖະບານ, ເຈົ້າຄອງນະຄອນຫລວງວຽງຈັນ, ບັນດາເຈົ້າແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ;
(2) ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ II ປີ 2018 ເພື່ອຕີລາຄາສະພາບການ, ຄົ້ນຄວ້າ ແລະ ປຶກສາຫາລື ບັນດາວຽກງານທີ່ສໍາຄັນຕ່າງໆ ແລະ ດຳເນີນໄປເປັນເວລາ 02 ວັນເຕັມ;
(3) ຈະສຸມໃສ່ພິຈາລະນາໃນ 03 ຫົວຂໍ້ທີ່ສຳຄັນຄື:
1. ສະຫລຸບສະພາບ ແລະ ການແກ້ໄຂໄພພິບັດ ໃນຂອບເຂດທົ່ວປະເທດ,
2. ສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 08 ເດືອນຕົ້ນປີ, ຄາດຄະເນໝົດປີ 2018 ແລະ ທິດທາງແຜນປີ 2019,
3. ສະຫລຸບສັງລວມຕີລາຄາຜົນຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີຄັ້ງທີ VIII ກາງສະໄໝ ແລະ ກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021 - 2025);
(4) ທ່ານນາຍົກລັດຖະມົນຕີ ກໍໄດ້ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມທັງໝົດໃຫ້ເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນດ້ວຍຄວາມຮັບຜິດຊອບສູງ, ສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກ ເພື່ອເຮັດໃຫ້ກອງປະຊຸມມີປະສິດທິຜົນ, ບັນລຸຕາມຈຸດປະສົງ ແລະ ຄາດໝາຍ;
(5) ໃນໄລຍະກອງປະຊຸມ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໂດຍຕາງໜ້າຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໄດ້ລາຍງານສະພາບຜົນເສຍຫາຍຈາກໄພນໍ້າຖ້ວມ, ການປະຕິບັດໃຫ້ການຊ່ວຍເຫລືອສຸກເສີນ ແລະ ແຜນການຟື້ນຟູຜົນກະທົບຫລັງໄພພິບັດຢູ່ ບັນດາແຂວງໃນທົ່ວປະເທດ;
(6) ໄພນໍ້າຖ້ວມໃນຄັ້ງນີ້, ໂດຍນັບແຕ່ກາງເດືອນກໍລະກົດເປັນຕົ້ນມາ:
1. ສົ່ງຜົນກະທົບໂດຍກົງຕໍ່ຊີວິດ, ຊັບສິນຂອງປະຊາຊົນ ແລະ ສ້າງຄວາມເສຍຫາຍຕໍ່ໂຄງລ່າງ ພື້ນຖານທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ,
2. ລວມມີ 17 ແຂວງ 01 ນະຄອນຫລວງວຽງຈັນ, 115 ເມືອງ, 2.409 ບ້ານ, 131.507 ຄອບຄົວ, 639.437 ຄົນ,
3. ໃນນັ້ນ, ເສຍຊີວິດ 55 ຄົນ, ບາດເຈັບ 02 ຄົນ ແລະ ສູນຫາຍ 100 ຄົນ (ຢູ່ອັດຕະປື 97 ຄົນ, ຫລວງພະບາງ 03 ຄົນ),
4. ແຂວງອັດຕະປື ມີຈໍານວນຜູ້ເສຍຊີວິດ ແລະ ຜູ້ສູນຫາຍຫລາຍກວ່າໝູ່, ຊຶ່ງມີຜູ້ເສຍຊີວິດເຖິງ 40 ຄົນ ແລະ ສູນຫາຍ 97 ຄົນ, ຮອງລົງມາແມ່ນ ແຂວງ ຫລວງພະບາງ ມີຜູ້ເສຍຊີວິດ 10 ຄົນ ແລະ ສູນຫາຍ 03 ຄົນ, ຊຽງຂວາງ ເສຍຊີວິດ 04 ຄົນ ແລະ ແຂວງ ບໍລິຄໍາໄຊ ເສຍຊີວິດ 01 ຄົນ,
5. ລວມມູນຄ່າເສຍຫາຍທີ່ຄາດຄະເນຂອງແຕ່ລະຂະແໜງມີ ຄື: ດ້ານໂຍທາທິການ ແລະ ຂົນສົ່ງ 631,8 ຕື້ກີບ, ດ້ານໄຟຟ້າ 25 ຕື້ກີບ, ດ້ານທີ່ຢູ່ອາໃສຂອງປະຊາຊົນ 12,5 ຕື້ກວ່າກີບ, ດ້ານກະສິກໍາ ແລະ ປ່າໄມ້ 1.2 ຕື້ກວ່າກີບ,
6. ສ່ວນດ້ານສຶກສາ ແລະ ສາທາລະນະສຸກ ຍັງບໍ່ສາມາດຄາດຄະເນມູນຄ່າເສຍຫາຍໄດ້ເທື່ອ;
(7) ສຳວຽກງານທີ່ຕ້ອງໄດ້ປະຕິບັດເລັ່ງດ່ວນປະກອບມີ:
1. ສືບຕໍ່ເບີກຈ່າຍເງິນແຮຖົງ ໃຫ້ຄອບຄົວຜູ້ປະສົບໄພພິບັດຢູ່ເມືອງສະໜາມໄຊ ຈໍານວນ 7.095 ຄົນ (100.000 ກີບ/ຄົນ/ເດືອນ),
2. ສືບຕໍ່ບຸກເບີກພື້ນທີ່, ດໍາເນີນການສໍາຫລວດແຜນຜັງ ແລະ ປຸກສ້າງທີ່ຢູ່ອາໃສຊົ່ວຄາວຕາມ 5 ຈຸດ,
3. ສືບຕໍ່ຊອກຄົ້ນ ແລະ ເກັບກູ້ຊາກສົບຜູ້ສູນຫາຍ,
4. ສືບຕໍ່ໃຫ່ການຊ່ວຍເຫລືອບັນເທົາທຸກຈໍາວັນເປັນປົກກະຕິ,
5. ສືບຕໍ່ສໍາຫລວດຈໍານວນຄອບຄົວ, ຈໍານວນພົນ ແລະ ອອກບັດໃຫ້ສໍາເລັດໂດຍໄວ,
6. ກະກຽມເປີດກອງປະຊຸມປະເມີນຜົນກະທົບ ດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ,
7. ເລັ່ງຕິດຕາມຊຸກຍູ້ການນໍາເຂົ້າເຮືອນສໍາເລັດຮູບ, ພ້ອມທັງປະກອບ ແລະ ມອບໃຫ້ປະຊາຊົນເພື່ອນໍາໃຊ້ເປັນທີ່ພັກອາໃສຊົ່ວຄາວໂດຍໄວ,
8. ເລັ່ງໃນການເປີດການຮຽນ-ການສອນ ເຂດປະສົບໄພໃຫ້ທັນກໍານົດເວລາໂດຍໄວ ແລະ ກະ ກຽມຝຶກອົບຮົມ ໃຫ້ຄະນະຄຸ້ມຄອງສູນ ແລະ ອໍານາດການປົກຄອງບ້ານ.
ຂໍ່ານັບຊົມເຊີຍ "ຜົນກອງປະຊຸມເປີດກວ້າງລັດຖະບານ ຄັ້ງທີ II ປີ 2018" - at 17-18 ກັນຍາ 2018 ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ສປປລາວ
(1) ກອງປະຊຸມໄດ້ດຳເນີນການ ໂດຍເປັນປະທານຂອງພະນະທ່ານ ນາຍົກລັດຖະມົນຕີແຫ່ງ ສປປລາວ ແລະ ເຂົ້າຮ່ວມຂອງບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ເຈົ້າຄອງນະຄອນຫລວງວຽງຈັນ, ເຈົ້າແຂວງທົ່ວປະເທດ, ຜູ້ຕາງໜ້າອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ;
(2) ໃນຕອນແລງວັນທີ 18 ກັນຍາ 2018, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ປະຈຳສຳນັກງານນາຍົກໂຄສົກລັດຖະບານ, ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຮ່ວມຖະແຫລງຂ່າວ ຜົນກອງປະຊຸມລັດຖະບານເປີດກວ້າງຄັ້ງທີ II;
(3) ກອງປະຊຸມລັດຖະບານ ເປີດກວ້າງຄັ້ງນີ້, ໄດ້ພ້ອມກັນສຸມໃສ່ພິຈາລະນາ ປະກອບຄໍາເຫັນເຂົ້າໃສ່ ເນື້ອໃນທີ່ສໍາຄັນ ດັ່ງນີ້:
1. ສັງເກດຕີລາຄາສະພາບການແກ້ໄຂໄພພິບັດທໍາມະຊາດ ທີ່ເກີດຂຶ້ນທົ່ວປະເທດ,
2. ສະຫລຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 08 ເດືອນຕົ້ນປີ,
3. ຄາດຄະເນໝົດປີ 2018 ແລະ ທິດທາງແຜນປີ 2019 ສະຫລຸບຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ VIII ກາງສະໄໝ,
4. ກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ IX;
(4) ສະພາບການແກ້ໄຂໄພພິບັດທໍາມະຊາດ ກອງປະຊຸມກໍໄດ້ປຶກສາຫາລື ແລະ ເປັນເອກະພາບກ່ຽວກັບທິດທາງໃນການແກ້ໄຂ ແລະ ຟື້ນຟູໄພພິບັດ ຄື:
1. ໃຫ້ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ປັບປຸງຄືນບົດສະຫລຸບຜົນເສຍຫາຍຈາກໄພພິບັດ ໃນທົ່ວປະເທດ ໃຫ້ແທດກັບຕົວຈິງ,
2. ສ່ວນເມືອງສະໜາມໄຊ ແມ່ນໃຫ້ຄະນະປະເມີນຜົນເສຍຫາຍ ແລະ ຟື້ນຟູ ຮີບຮ້ອນປະເມີນຜົນເສຍຫາຍໃຫ້ສຳເລັດໂດຍໄວ, ຈາກນັ້ນ ໃຫ້ວາງທິດທາງແກ້ໄຂໃນສະເພາະໜ້າ ແລະ ຍາວນານ,
3. ພ້ອມກັນນີ້, ໃຫ້ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ລາຍງານຕົວເລກຜູ້ສູນຫາຍ ຢູ່ເມືອງສະໜາມໄຊ ຢ່າງເປັນທາງການ ເພື່ອໃຫ້ລັດຖະບານພິຈາລະນາຮັບຮອງ;
(5) ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນກະກຽມ ແລະ ສ້າງເງື່ອນໄຂເອື້ອອໍານວຍເພື່ອກຽມຜະລິດລະດູແລ້ງ ທົດແທນຜົນຫາຍ ຈາກໄພນໍ້າຖ້ວມ ໂດຍມອບໃຫ້:
1. ກະຊວງການເງິນ ສົມທົບກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄົ້ນຄວ້າ ກ່ຽວກັບການຜ່ອນຜັນ ຫລື ໂຈະການເກັບພາສີທີ່ດິນ ໃນເຂດທີ່ເກີດໄພພິບັດ,
2. ກະຊວງພະລັງງານ ແລະ ບໍ່ແຮ່ ຄົ້ນຄວ້າກ່ຽວກັບ ນະໂຍບາຍຫລຸດຜ່ອນລາຄາກະແສໄຟຟ້າ ໃນການຜະລິດລະດູແລ້ງ ເພື່ອທົດແທນຕົ້ນທຶນຂອງການຜະລິດສິນຄ້າທົດແທນເຂດຖືກນໍ້າຖ້ວມ,
3. ກະຊວງການເງິນ ຄົ້ນຄວ້າກ່ຽວກັບ ການນຳໃຊ້ງົບປະມານສຸກເສີນ ເພື່ອແກ້ໄຂໄພພິບັດໃຫ້ມີປະສິດທິຜົນ ແລະ ທັນກັບສະພາບການ, ພ້ອມທັງຄົ້ນຄວ້າ ນະໂຍບາຍຫລຸດອັດຕາພາສີ, ອາກອນ ໃນການນຳເຂົ້າ ປັດໄຈການຜະລິດ ເຊັ່ນ: ຝຸ່ນ, ປຸ໋ຍ, ແນວພັນພືດ ແລະ ສັດ,
4. ກະຊວງກະສິກຳ ແລະ ປ່າໄມ້ ຄົ້ນຄວ້າ ແລະ ກຽມສະໜັບສະໜູນ ແລະ ຊ່ວຍເຫລືອພິເສດ ໃນເຂດໄດ້ຮັບຜົນກະທົບຈາກໄພພິບັດ ເປັນຕົ້ນແມ່ນ ການສະໜອງນໍ້າໃຫ້ແກ່ເຂດຜະລິດໃນລະດູແລ້ງ, ການສະໜັບສະໜູນ ທາງດ້ານສັດຕະວະແພດ, ການປາບປາມສັດຕູພືດ, ການໃຫ້ຄວາມຮູ້ທາງດ້ານເຕັກນິກວິຊາການ,
5. ພ້ອມກັນນີ້, ກໍ່ໃຫ້ຄົ້ນຄວ້າກຳນົດເງື່ອນໄຂລະອຽດ ເພື່ອເປັນປັດໄຈກະຕຸກຊຸກຍູ້ ໃນການເຮັດນາແຊງ, ປູກພືດ ແລະ ລ້ຽງສັດ ເພື່ອໃຫ້ການຊຸກຍູ້ ແລະ ສະໜັບສະໜູນໃນແຕ່ລະດ້ານ,
6. ພ້ອມທັງຄົ້ນຄວ້າ ກ່ຽວກັບງົບປະມານ ທີ່ຈະນຳໃຊ້ເຂົ້າໃນບັນດາວຽກງານດັ່ງກ່າວ ເພື່ອສະເໜີຄວາມຕ້ອງການຢ່າງລະອຽດຈະແຈ້ງ.
(6) ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ:
1. ຮີບຮ້ອນກວດກາ, ປະເມີນ ແລະ ແກ້ໄຂບັນຫາການຄົມມະນາຄົມ, ຂົນສົ່ງ ໃຫ້ໄວ, ທັນກັບສະພາບການ ຮັບປະກັນບໍ່ໃຫ້ເສັ້ນທາງຫລວງແຫ່ງຊາດ ຖືກຕັດຂາດ,
2. ການແກ້ໄຂສຸກເສີນ ຕ້ອງບົນພື້ນຖານການປະຢັດ ແລະ ສົມເຫດສົມຜົນ, ລະດົມທຸກກຳລັງແຮງຂອງສັງຄົມ ແລະ ປະຊາຊົນ ມີສ່ວນຮ່ວມໃນການແກ້ໄຂ ໃຫ້ສາມາດສັນຈອນໄປມາໄດ້ ສະດວກໃນສະເພາະໜ້າ,
3. ຈາກນັ້ນ, ຈຶ່ງຄົ້ນຄວ້າໃນການສ້າງແຜນແກ້ໄຂຍາວນານ ໃຫ້ສອດຄອ່ງກັບຄວາມອາດສາມາດທາງດ້ານງົບປະມານ ແລະ ສະພາບການຕົວຈິງຕໍ່ໄປ;
(7) ໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ປະສານສົມທົບ ວາງແຜນຈັດສັນງົບປະມານ ບູລິມະສິດ ສຸມໃສ່ຊຳລະໃຫ້ບໍລິສັດ ແກ້ໄຂສຸກເສີນ ບັນດາເສັ້ນທາງ ໃນແຂວງຕ່າງໆ ທີ່ເກີດອຸທົກກະໄພ ໃນປີ 2018-2019;
(8) ໃຫ້ຄົ້ນຄວ້າຊອກຫາງົບປະມານ ເພື່ອແກ້ໄຂໜີ້ສິນຄ້າງຊໍາລະ ແຕ່ປີ 2010 ຈົນຮອດປັດຈຸບັນ, ໃນນັ້ນ ໃຫ້ກວດກາຄືນການໄລ່ລຽງມູນຄ່າຂອງບັນດາໂຄງການຕ່າງໆ ທີ່ໄດ້ຮັບການຈັດຕັ້ງປະຕິບັດໃຫ້ຖືກຕ້ອງກັບຄວາມເປັນຈິງ ພ້ອມທັງປ້ອງກັນບໍ່ໃຫ້ມີໂຄງການນອກແຜນ ແລະ ຮັບປະກັນການສ້ອມ ແປງ ໃຫ້ໄດ້ຄຸນນະພາບຕາມມາດຕະຖານເຕັກນິກ;
(9) ພ້ອມກັນນີ້, ກໍໃຫ້ບັນດາກະຊວງ ລົງສົມທົບກັບ ແຂວງຕ່າງໆ ເພື່ອຮ່ວມກັນຄົ້ນຄວ້າ ແລະ ກໍານົດຄວາມຮັບຜິດຊອບ ອັນໃດຈະມອບໃຫ້ແຂວງແກ້ໄຂ, ອັນໃດແມ່ນຄວາມຮັບຜິດຊອບຂອງກະຊວງກ່ຽວຂ້ອງ;
(10) ໃຫ້ກະຊວງການເງິນ ແລະ ທະນາຄານແຫ່ງ ສປປລາວ ປຶກສາຫາລືກັນລະອຽດ ກ່ຽວກັບການປັບປຸງກອງທຶນ SMEs, ທະນາຄານສົ່ງເສີມກະສິກຳ ແລະ ທະນາຄານພັດທະນາລາວ ເພື່ອສ້າງເງື່ອນໄຂໃຫ້ກອງທຶນ ແລະ ສະຖາບັນການເງິນດັ່ງກ່າວ ໃຫ້ມີຄວາມສາມາດສະໜອງສິນເຊື່ອ ໃນໄລຍະເກີດ ແລະ ການຟື້ນຟູອຸທົກກະໄພ, ແນໃສ່ຖືເອົາວິກິດການດັ່ງກ່າວ ເປັນການປັບປຸງປ່ຽນແປງ ໂດຍໃຫ້ເຮັດເປັນແຜນລະອຽດສະເໜີລັດຖະບານ;
(11) ໃຫ້ກະຊວງສຶກສາທິການ ແລະ ກິລາ ເອົາໃຈໃສ່ກວດກາ ແລະ ຊຸກຍູ້ຊ່ວຍເຫລືອບັນດາໂຮງຮຽນ ທີ່ໄດ້ຮັບຜົນກະທົບໃນຊ່ວງເວລານໍ້າຖ້ວມ ໃຫ້ສາມາດສືບຕໍ່ການຮຽນ-ການສອນ ໃຫ້ເປັນປົກກະຕິ ແລະ ທັນກັບແຜນສົກຮຽນ;
(12) ໃຫ້ກະຊວງສາທາລະນະສຸກ ເອົາໃຈໃສ່ກວດກາ ການລະບາດຂອງພະຍາດ ທີ່ອາດຈະເກີດຂຶ້ນຫລັງນໍ້າຖ້ວມ, ເດັດຂາດບໍ່ໃຫ້ເກີດມີພະຍາດລະບາດຮ້າຍແຮງເກີດຂຶ້ນ ອັນຈະສົ່ງຜົນກະທົບເພີ່ມເຕີມ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ການທ່ອງທ່ຽວ ແລະ ຄວາມເຊື່ອໝັ້ນຂອງສາກົນ ຕໍ່ກັບປະເທດເຮົາ;
(13) ກະຊວງພະລັງງານ ແລະ ບໍ່ແຮ່ ເອົາໃຈໃສ່ຕິດຕາມການບໍລິຫານນໍ້າ ຈັດການນໍ້າຢູ່ເຂື່ອນຕ່າງໆ, ໂດຍໃຫ້ຈັດເວນຍາມຕະຫລອດ 24 ຊົ່ວໂມງ ແລະ ສຳລັບບັນດາເຂື່ອນ ທີ່ມີຄວາມຫລໍ່ແຫລມ ແມ່ນຕ້ອງເຝົ້າລະວັງ ກໍລະນີມີສະພາບພົ້ນເດັ່ນ ກໍໃຫ້ຮີບຮ້ອນລາຍງານ ແລະ ແກ້ໄຂໃຫ້ທັນກັບສະພາບການ;
(14) ໃຫ້ບັນດາແຂວງ ໃຫ້ຢຸດຕິການອະນຸມັດ ການພັດທະນາເຂື່ອນໄຟຟ້າຂະໜາດນ້ອຍໄວ້ກ່ອນ. ສ່ວນໂຄງການທີ່ໄດ້ຮັບອະນຸຍາດໃຫ້ເລີ່ມກໍ່ສ້າງຜ່ານມາ ກໍ່ໃຫ້ກວດກາຄືນການສໍາຫລວດ, ອອກແບບ ແລະ ກໍ່ສ້າງ ເພື່ອປ້ອງກັນບໍ່ໃຫ້ເກີດໄພພິບັດຂຶ້ນອີກ, ຫາກໂຄງການໃດບໍ່ຮັບປະກັນທາງດ້ານເຕັກນິກ ແລະ ກໍ່ໃຫ້ໂຈະການກໍ່ສ້າງທັນທີ.
ສຳລັບການສະຫລຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດສັງຄົມ ແລະ ແຜນງົບປະມານແຫ່ງລັດ 08 ເດືອນຕົ້ນປີ ແລະ ໝົດປີ 2018, ການສະຫລຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ກາງສະໄໝ ແລະ ການພັດທະນາເສດຖະກິດ-ສັງຄົມ 05 ປີ ຄັ້ງທີ IX ນັ້ນ, ກອງປະຊຸມກໍ່ໄດ້ສະຫລຸບຕີລາຄາວ່າ ເຖິງວ່າການຈັດຕັ້ງປະຕິບັດຕົວເລກຄາດໝາຍຕ່າງໆ ອາດຈະບໍ່ບັນລຸຕາມຄາດໝາຍທີ່ກຳນົດໄວ້, ແຕ່ໂດຍລວມເສດຖະກິດມະພາພາກຂອງພວກເຮົາ ຍັງຢູ່ໃນທ່າຂະຫຍາຍຕົວ, ປະເທດຊາດ ຍັງມີສະຖຽນລະພາບການເມືອງດີ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.
ແຫຼ່ງ: ສຳນັກງານນາຍົກ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ



