ຜົນສຳເລັດກອງປະຊຸມລັດຖະບານແຫ່ງ ສປປລາວ ສະໄໝສາມັນ ປະຈໍາເດືອນ ຕຸລາ 2018
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 4 ຄັ້ງ | ເວລາ | 2026-07-18 05:26:16 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 0000-00-00 00:00:00
ຜົນສຳເລັດກອງປະຊຸມລັດຖະບານແຫ່ງ ສປປລາວ ສະໄໝສາມັນ ປະຈໍາເດືອນ ຕຸລາ 2018" - at 18-19 ຕຸລາ 2018 ສຳນັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ ສປປລາວ
(ກ) ກອງປະຊຸມ ຄັ້ງນີ້ ໄດ້ພ້ອມກັນສຸມໃສ່ພິຈາລະນາ, ປະກອບຄໍາເຫັນເຂົ້າໃສ່ 06 ເອກະສານສໍາຄັນ ດັ່ງນີ້:
(1) ການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປະຈໍາປີ 2018 ແລະ ທິດທາງແຜນການ ສໍາລັບປີ 2019, ກອງປະຊຸມ ໄດ້ສະຫຼຸບຕີລາຄາ ຄື:
1. ເຖິງວ່າການຈັດຕັ້ງປະຕິບັດຕົວເລກຄາດໝາຍຕ່າງໆ ອາດຈະບໍ່ບັນລຸຕາມຄາດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງ,
2. ໂດຍລວມເສດຖະກິດມະຫາພາກ ຍັງຂະຫຍາຍຕົວ, ປະເທດຊາດ ຍັງສືບຕໍ່ມີສະຖຽນລະພາບການເມືອງ, ສັງຄົມມີຄວາມສະ ຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ,
3. ກອງປະຊຸມ ເຫັນດີຮັບຮອງເອົາ ແລະ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ໃຫ້ຈະ ແຈ້ງ, ຮັດກຸມ ແລະ ມີເຫດມີຜົນຕື່ມ ເພື່ອນໍາໄປຂໍທິດຊີ້ນໍາຈາກກອງປະຊຸມສູນກາງ ເທື່ອທີ 07 ສະໄໝທີ X ແລະ ຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 06 ຂອງສະພາແຫ່ງຊາດ ຊຸດທີ VIII,
4. ໃຫ້ກະຊວງການເງິນ ເອົາໃຈໃສ່ຊຸກຍູ້ການເກັບລາຍຮັບ ໃຫ້ໄດ້ຕາມເປົ້າໝາຍວາງໄວ້ ພ້ອມນັ້ນໃຫ້ເອົາໃຈໃສ່ປັບປຸງກົນໄກການເກັບລາຍຮັບ ໂດຍການນໍາໃຊ້ເຕັກໂນໂລຊີ, ເຄື່ອງມືທີ່ທັນສະໄໝ ແລະ ການຊອກຄົ້ນຖານລາຍຮັບໃໝ່,
5. ສືບຕໍ່ຄຸ້ມຄອງເກັບກໍາບັນຊີການນໍາເຂົ້າສິນຄ້າ ໃຫ້ມາເສຍພາສີ-ອາກອນ ຖືກຕ້ອງ ແລະ ຄົບຖ້ວນຕາມບັນຊີຂອງຕົ້ນທາງການນໍາເຂົ້າ,
6. ສຳລັບການເກັບພາສີທີ່ດິນເຂດການຜະລິດ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ໃນປີ 2018 ແມ່ນໃຫ້ຍົກເວັ້ນເສຍພາສີທີ່ດິນ ໃຫ້ເໝາະສົມ ໂດຍສົມ ທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອສໍາຫຼວດເນື້ອທີ່ດິນຕົວຈິງ ວ່າມີທັງໝົດຈັກຕອນໃນຂອບເຂດທົ່ວປະເທດ ທີ່ໄດ້ຮັບຜົນກະທົບ,
7. ສືບຕໍ່ເອົາໃຈ ໃສ່ຈັດຕັ້ງປະຕິບັດດໍາລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ ຢ່າງເປັນຮູບປະທໍາ,
8. ໃຫ້ກະຊວງແຜນການ ແລະ ການລົງທຶນ ເອົາໃຈໃສ່ກວດກາຄືນບັນດາໂຄງການລົງທຶນຂອງລັດ, ໂຄງການໃດທີ່ມີປະສິດ ທິຜົນ ແລະ ບໍ່ມີປະສິດທິຜົນ,
9. ສໍາລັບໂຄງການທີ່ຈັດຕັ້ງປະຕິບັດສໍາເລັດໄດ້ 100% ໃຫ້ກວດກາຄືນຄຸນນະພາບ ແລະ ມາດຕະຖານເຕັກນິກຕ່າງໆ ໂດຍການແຕ່ງຕັ້ງຄະນະຮັບຜິດຊອບລົງກວດກາຢູ່ບັນດາໂຄງການດັ່ງກ່າວ ຕົວຈິງ,
10. ໃນຕໍ່ໜ້າໃຫ້ສຸມໃສ່ຈັດລຽງບູລິມະສິດ ໂຄງການລົງທຶນຂອງລັດທີ່ເຫັນວ່າມີຄວາມຈໍາເປັນ ແລະ ໂຄງການທີ່ມີປະສິດທິຜົນ ໂດຍໃຫ້ອີງຕາມງົບປະມານ ແລະ ຄວາມສາມາດທາງດ້ານການເງິນຕົວຈິງ,
11. ພ້ອມດຽວກັນນັ້ນ, ໃຫ້ປະເມີນຄືນການຈັດ ຕັ້ງປະຕິບັດ 08 ມາດຕະການຊຸກຍູ້ເສດຖະກິດຂອງລັດຖະບານ ໂດຍສະເພາະ ການອໍານວຍຄວາມສະດວກໃຫ້ແກ່ພາກ ສ່ວນທຸລະກິດລົງທຶນຂອງພາກເອກະຊົນ ທີ່ຢູ່ໃນກອບຂອງກົດໝາຍ ແລະ ນະໂຍບາຍການລົງທຶນທີ່ ພັກ-ລັດ ວາງອອກ:
12. ໃຫ້ທະນາຄານແຫ່ງ ສປປລາວ ເອົາໃຈໃສ່ຄຸ້ມຄອງອັດຕາແລກປ່ຽນເງິນຕາຕ່າງປະເທດ, ນະໂຍບາຍສິນເຊື່ອ ເພື່ອຊຸກຍູ້ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ໃຫ້ຫຼາຍຂຶ້ນ, ຄຽງຄູ່ກັບການປັບປຸງຄືນກົງຈັກການຈັດຕັ້ງ ແລະ ສຶກສາອົບຮົມພະນັກງານ ວຽກງານແນວຄິດ ໃນຂົງເຂດທະນາຄານ;
(2) ການສໍາຫຼວດ, ສຶກສາຄົ້ນຄວ້າ ແລະ ວິເຄາະວິໄຈ ກ່ຽວກັບການສ້າງຕັ້ງ ແລະ ດໍາເນີນງານຂອງເຂດເສດຖະກິດພິເສດ, ກອງປະຊຸມ ໄດ້ສະຫຼຸບຕີລາຄາວ່າ:
1. ນັບແຕ່ປີ 2003 ເປັນຕົ້ນມາ, ລັດຖະບານ ໄດ້ກໍານົດເອົາເຂດເສດຖະກິດພິເສດ ສະຫວັນ-ເຊໂນ ເປັນເຂດທໍາອິດຢູ່ ສປປ ລາວ ຕາມດໍາລັດສະບັບເລກທີ 148/ນຍ, ລົງວັນທີ 29 ກັນຍາ 2003 ເພື່ອສ້າງໃຫ້ເປັນນິຄົມອຸດສາຫະກໍາທີ່ທັນສະໄໝ ຕາມແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ໂດຍອີງຕາມຍຸດທະສາດທາງດ້ານທີ່ຕັ້ງສໍາຄັນ ຂອງການເຊື່ອມຕໍ່ພາຍໃນ ແລະ ພາກພື້ນ ຂອງ ສປປ ລາວ,
2. ມາຮອດປັດຈຸບັນ, ທົ່ວປະເທດ ມີເຂດເສດຖະກິດພິເສດ ທັງໝົດຈໍານວນ 12 ແຫ່ງ ແລະ ລັດຖະບານ ໄດ້ອອກດໍາລັດ ສະບັບເລກທີ 188/ລບ, ລົງວັນທີ 7 ມິຖຸນາ 2018 ວ່າດ້ວຍເຂດເສດຖະກິດພິເສດ ເຊິ່ງມີຜົນບັງຄັບໃຊ້ໃນປະຈຸບັນ,
3. ຕໍ່ບັນຫາດັ່ງກ່າວ, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ,
4. ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ໃນການຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ເປັນຕົ້ນ ເອົາໃຈໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກ ໃນການດໍາເນີນທຸລະກິດຢູ່ໃນເຂດເສດຖະກິດພິເສດ ຕາມຈຸດພິເສດຂອງແຕ່ລະບ່ອນ,
5. ເອົາໃຈໃສ່ປະຕິບັດກົນໄກປະຕູດຽວ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ,
6. ກໍານົດນະໂຍບາຍ ພາສີ-ອາກອນ ຕາມກົດໝາຍ, ລະບຽບການ,
7. ສຳຄັນໃຫ້ເອົາໃຈໃສ່ໃນການຄຸ້ມຄອງ ເຂດເສດຖະກິດພິເສດໃຫ້ດີ ເພື່ອບໍ່ໃຫ້ມີການສວຍໂອກາດ ຫຼື ຫຼີກລ້ຽງການຖອກພັນທະໃຫ້ລັດຖະບານ;
(3) ກ່ຽວກັບບົດລາຍງານສະພາບການຄຸ້ມຄອງ ແລະ ນໍາໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນລາຍ:
1. ປະຈຸບັນການພັດທະນາ, ການຄຸ້ມຄອງ ແລະ ການນໍາໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຫຼື ICT ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງ ທັງໃນດ້ານບວກ ແລະ ດ້ານລົບ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງໂລກ, ເວົ້າສະເພາະ ສປປລາວ ຂອງພວກເຮົາ,
2. ກອງປະຊຸມ ໄດ້ເຫັນດີຕໍ່ບົດລາຍງານຂອງຂະແໜງການ ແລະ ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປຄົ້ນຄວ້າ, ຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ການຄຸ້ມຄອງ ແລະ ນໍາໃຊ້ ອິນເຕີເນັດ ແລະ ສື່ສັງຄົມອອນໄລນ໌ ໃຫ້ເກີດປະໂຫຍດສູງສຸດ ຕໍ່ການພັດທະນາເສດຖະກິດ-ສັງຄົມ;
(4) ຮ່າງດໍາລັດ ວ່າດ້ວຍການຈັດຕັ້ງປະຕິບັດແຜນແມ່ນບົດຈັດສັນທີ່ດິນ ແຫ່ງຊາດ:
1. ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ໂດຍໃຫ້ເຮັດເປັນຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ບັນດາຂະແໜງການ ເພື່ອຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ,
2. ພ້ອມດຽວກັນນີ້, ໃຫ້ປັບປຸງຄວາມຮັບຜິດຊອບຂອງຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ໄປຕາມທິດສາມສ້າງ,
3. ສິ່ງສໍາຄັນແມ່ນ ບໍ່ໃຫ້ຊໍ້າຊ້ອນກັນໃນການຈັດຕັ້ງປະຕິບັດຕົວຈິງ, ນອກນັ້ນ ໃຫ້ກໍານົດກົນໄກການປະສານງານ ລະຫວ່າງບັນດາຂະແໜງການ ແລະ ທ້ອງຖິ່ນ;
(5) ຮ່າງດໍາລັດ ວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ:
1. ກອງປະຊຸມ ເຫັນດີຮັບຮອງດ້ານຫຼັກການ ແລະ ຊີ້ນໍາໃຫ້ສະມາຊິກລັດຖະບານ ນໍາໄປຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຕື່ມ ບາງມາດຕາທີ່ເຫັນວ່າຍັງບໍ່ທັນຊັດເຈນ, ຈະແຈ້ງ ແລະ ຄົບຖ້ວນ,
2. ພາຍຫຼັງປັບປຸງແລ້ວ ໃຫ້ພາກສ່ວນທີ່ກ່ຽວຂ້ອງປະສານສົມທົບກັບ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຮຽບຮຽງຄືນ ເພື່ອເຮັດໃຫ້ດໍາລັດດັ່ງກ່າວ ມີເນື້ອໃນຄົບຖ້ວນສົມບູນ;
(6) ດໍາລັດ ວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ສະບັບປັບ ປຸງ), ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປຄົ້ນຄວ້າ ແລະ ປັບປຸງຄືນ ພາຍຫຼັງສໍາເລັດການປັບປຸງແລ້ວ ໃຫ້ນໍາມາຜ່ານກອງປະຊຸມລັດຖະບານ ໃນຄັ້ງຕໍ່ໄປ.
(ຂ) ໃນເດືອນກັນຍາ 2018 ຜ່ານມາ, ລັດຖະບານແຫ່ງ ສປປລາວ ໄດ້ປະຕິບັດຫຼາຍວຽກງານຈຸດສຸມທີ່ສໍາຄັນ ດັ່ງນີ້:
(1) ໄດ້ຊີ້ນໍາຢ່າງເອົາໃຈໃສ່ ແລະ ຕິດຕາມຢ່າງຈົດຈໍ່ຕໍ່ການແກ້ໄຂໄພພິບັດຢູ່ແຂວງອັດຕະປື ແລະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ, ຄະນະຮັບຜິດຊອບທັງແກ້ໄຂໄພພິບັດ ແລະ ສືບສວນ-ສອບສວນ ທີ່ຖືກແຕ່ງຕັ້ງພາຍໃຕ້ການເປັນປະທານຂອງ 02 ຮອງນາຍົກລັດຖະມົນຕີ ໄດ້ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ມີຄວາມຄືບໜ້າເປັນຢ່າງດີ;
(2) ໄດ້ສຸມໃສ່ການຊຸກຍູ້ການຈັດຕັ້ງປະຕິບັດ ແຜນງົບປະມານ ປີ 2018 ໃຫ້ບັນລຸຕາມແຜນ ພ້ອມທັງຄົ້ນຄວ້າ ແລະ ຫັນການສ້າງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປີ 2019 ໃຫ້ແທດຕົວຈິງ ໂດຍຜ່ານກອງປະຊຸມປຶກສາຫາລືຫຼາຍຄັ້ງ, ລວມທັງກອງປະຊຸມລັດຖະບານ ໃນຄັ້ງນີ້, ຖືເປັນບາດກ້າວໃໝ່ທີ່ສຳຄັນ, ເຊິ່ງລັດຖະບານຈະນຳສະເໜີຕໍ່ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 07 ໃນອາທິດໜ້ານີ້;
(3) ໄດ້ດໍາເນີນກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອພິຈາລະນາຫຼາຍບັນຫາທີ່ສໍາຄັນ ເປັນຕົ້ນແມ່ນ:
1. ການຈັດສັນ ແລະ ພັດທະນາຕາມແລວທາງລົດໄຟ ຢູ່ບັນດາແຂວງທີ່ມີທາງລົດໄຟຜ່ານ,
2. ການພິຈາລະນາໂຄງການລົງ ທຶນ ທີ່ສຳຄັນ,
3. ຄໍາສະເໜີຂອງຂະແໜງການ ແລະ ທ້ອງຖິ່ນ ແລະ ບັນຫາອື່ນໆ ຈຳນວນໜຶ່ງ ເຊິ່ງໄດ້ອອກເປັນນິຕິກຳທັງໝົດ 614 ສະບັບ ໃນນັ້ນເປັນຄໍາສັ່ງ 01 ສະບັບ, ດໍາລັດ 11 ສະບັບ, ຂໍ້ຕົກລົງ 03 ສະບັບ, ແຈ້ງການ 599 ສະບັບ;
(4) ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຮ່ວມ:
1. ກອງປະຊຸມເວທີປຶກສາຫາລືເສດຖະກິດໂລກ ວ່າດ້ວຍອາຊຽນ ຢູ່ ສສ ຫວຽດນາມ,
2. ກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 10 ທີ່ປະເທດຍີ່ປຸ່ນ ແລະ
3. ກອງປະຊຸມພົບປະຜູ້ນຳອາຊຽນ ແລະ ສະຖາບັນການເງິນສາກົນ ທີ່ປະເທດອິນໂດເນເຊຍ,
4. ບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ກໍ່ໄດ້ໄປເຄື່ອນໄຫວຕາມພາລະບົດບາດ ແລະ ການມອບໝາຍຢູ່ທັງພາຍໃນ ແລະ ຕ່າງປະເທດຢ່າງຕັ້ງໜ້າ.
(ຄ) ກອງປະຊຸມ ໄດ້ເປັນເອກະພາບ ແລະ ຕັດສິນໃຈສູງ ເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນເດືອນພະຈິກ 2018 ດັ່ງນີ້:
(1) ໃຫ້ກະຊວງປ້ອງກັນຄວາມສະຫງົບ ສືບຕໍ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເພີ່ມທະວີຄວາມເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ໂດຍໃຫ້ທົ່ວສັງຄົມມີສ່ວນຮ່ວມຊ່ວຍກັນ, ຕອບຕ້ານ ແລະ ສະກັດກັ້ນທຸກກົນອຸບາຍເລ່ລ່ຽມທີ່ເຄື່ອນໄຫວກໍ່ຄວາມບໍ່ສະຫງົບຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີ ສືບຕໍ່ຕິດຕາມ, ກວດກາ ແລະ ບັງຄັບໃຊ້ກົດໝາຍ ແລະ ລະບຽບການ ເພື່ອຄຸ້ມຄອງການນຳໃຊ້ສື່ສັງຄົມອອນລາຍຕ່າງໆ;
(2) ໃຫ້ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ ແລະ ທະນາຄານແຫ່ງ ສປປລາວ ປະສານສົມທົບກັນ ເພື່ອຄວາມເປັນເອກະພາບ ໃນການກະກຽມລາຍງານກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ສຳລັບປີ 2018 ແລະ ທິດທາງແຜນການ ປີ 2019 ຕໍ່ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 07 ສະໄໝທີ X ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 22 ຫາ 30 ຕຸລາ 2018;
(3) ໃຫ້ກະຊວງການເງິນ ເປັນເຈົ້າການສົມກັບພາກສ່ວນກ່ຽວຂ້ອງສືບຕໍ່ບຸກບືນເກັບລາຍຮັບ ຈາກຖານລາຍຮັບຕ່າງໆ ເປັນຕົ້ນແມ່ນຈາກພາສີທີ່ດິນ, ການນຳເຂົ້າ ແລະ ສົ່ງອອກສິນຄ້າ, ໜີ້ຄ້າງມອບຄ່າສຳປະທານທີ່ດິນ, ຄ່າສຳປະທານເພື່ອການຊອກຄົ້ນ, ສຳຫຼວດ ຫຼື ຂຸດຄົ້ນແຮ່ທາດ, ໜີ້ຄ້າງມອບຄ່າພາກຫຼວງໄຟຟ້າ ແລະ ອື່ນໆ;
(4) ໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງປະສານກັບບັນດາຂະແໜງການ ເພື່ອເລັ່ງແກ້ໄຂ ບັນດາ 07 ສິ່ງກີດຂວາງໃນການດຳເນີນທຸລະກິດ ແລະ ການລົງທຶນ ເພື່ອປັບປຸງບັນຍາກາດ ແລະ ສິ່ງແວດລ້ອມໃນການລົງທຶນ ຂອງປະເທດເຮົາໃຫ້ດີຂຶ້ນ, ພ້ອມທັງຕິດຕາມຊຸກຍູ້ ແລະ ສະຫຼຸບລາຍງານການຈັດຕັ້ງປະຕິບັດ 08 ມາດຕະການຊຸກຍູ້ເສດຖະກິດໃຫ້ມີຄວາມຄືບໜ້າ ແລະ ມີປະສິດທິຜົນ ເພື່ອກຽມລາຍງານຕໍ່ກອງປະຊຸມສະພາ ເທື່ອທີ 06 ຂອງສະພາແຫ່ງຊາດ ຊຸດທີ 08 ທີ່ຈະມາເຖິງນີ້;
(5) ໃຫ້ທະນາຄານແຫ່ງ ສປປລາວ ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບເງິນຕາຕ່າງປະເທດ ໃຫ້ມີຄວາມໝັ້ນທ່ຽງ, ຄຸ້ມຄອງອັດຕາແລກປ່ຽນໃຫ້ເໜັງຕີງໃນລະດັບທີ່ກຳນົດໄວ້, ຄຸ້ມຄອງການເຄື່ອນໄຫວຂອງທະນາຄານທຸລະກິດ ແລະ ເພີ່ມທະວີການຕິດຕາມ-ກວດກາສິນເຊື່ອ ຂອງບັນດາສະຖາບັນການເງິນຈຸນລະພາກ ໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບ-ກົດໝາຍ, ຄົ້ນຄວ້າອັດຕາດອກເບ້ຍເງິນກູ້ ເພື່ອສົ່ງເສີມຊຸກຍູ້ການຜະລິດ, ການລົງທຶນ ແລະ ເພື່ອກະຕຸ້ນເສດຖະກິດ ໃຫ້ຂະຫຍາຍຕົວ;
(6) ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ພ້ອມທັງ ຊອກຫາຕະຫຼາດ ໃຫ້ຜູ້ປະກອບການເພື່ອຮອງຮັບ, ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ ເນື່ອງຈາກລາຄານໍ້າມັນມີການເໜັງຕິງ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ພ້ອມກັນນີ້, ກໍ່ໃຫ້ຄົ້ນຄວ້າທິດທາງ ແລະ ຄຳສະເໜີ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືດ້ານການຄ້າ ລາວ-ຈີນ ໃນໂອກາດທີ່ຄະນະຜູ້ແທນຂອງລັດຖະບານ ຈະເຂົ້າຮ່ວມງານວາງສະແດງສິນຄ້າທີ່ ສປຈີນ ໃນຕົ້ນເດືອນພະຈິກ ທີ່ຈະມາເຖິງ;
(7) ໃຫ້ກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສືບຕໍ່ໂຄສະນາຂົນຂວາຍ ເພື່ອຍາດແຍ່ງນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ ໃນໄຕມາດສຸດທ້າຍຂອງປີ 2018 ເຊິ່ງເປັນໄລຍະທີ່ນັກທ່ອງທ່ຽວຈະມາຫຼາຍ (High Season) ເພື່ອເປັນກຳລັງແຮງສຳຄັນ ໃຫ້ພວກເຮົາບັນລຸຕົວເລກຄາດໝາຍ ການເຕີບໂຕທາງດ້ານເສດຖະກິດທີ່ວ່າງໄວ້;
(8) ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ປະສານສົມທົບ ແລະ ວາງແຜນໃຫ້ສົມຄູ່ກັນໃນການສ້ອມແປງ, ປັບປຸງ ແລະ ຟື້ນຟູພື້ນຖານໂຄງລ່າງທີ່ຈຳເປັນ ແລະ ປັດໃຈການຜະລິດຕ່າງໆ ເປັນຕົ້ນແນວພັນພືດ ແນວພັນສັດ ເພື່ອຊຸກຍູ້ການຜະລິດຂອງປະຊາຊົນ ພາຍຫຼັງໄພນໍ້າຖ້ວມ, ທັງກະກຽມໃຫ້ແກ່ການຜະລິດລະດູແລ້ງ;
(9) ໃຫ້ຄະນະຮັບຜິດຊອບແກ້ໄຂໄພພິບັດ ສືບຕໍ່ສໍາຫຼວດຜົນເສຍຫາຍ ແລະ ສືບຕໍ່ຊ່ວຍເຫຼືອປະຊາຊົນຜູ້ຖືກຜົນກະທົບ ຈົນໄດ້ຮັບການຟື້ນຟູໄດ້ເປັນປົກກະຕິ. ພ້ອມດຽວກັນນີ້, ກໍ່ໃຫ້ຄະນະສືບສວນສອບສວນ ຫາສາເຫດການແຕກຟັງຄູກັນນໍ້າຂອງເຂື່ອນເຊປຽນ-ເຊນໍ້ານ້ອຍ ແລະ ຄະນະກວດກາຄຸນນະພາບຂອງເຂື່ອນ ໃນຂອບເຂດທົ່ວປະເທດ ສືບຕໍ່ປະຕິບັດວຽກງານຈຸດສຸມຂອງຕົນ ໃຫ້ມີຄວາມຄືບໜ້າຕາມແຜນການທີ່ວາງໄວ້, ທັງຮັບປະກັນຄຸນນະພາບ, ຄວາມໂປ່ງໃສ, ປະຢັດງົບປະມານ ແລະ ເປັນທີ່ຍອມຮັບຕໍ່ພາຍໃນ ແລະ ສາກົນ;
(10) ໃຫ້ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງ ຂຸ້ນຂ້ຽວປະຕິບັດວຽກງານກະກຽມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ເມືອງວຽງໄຊເຂດທີ່ໝັ້ນການປະຕິວັດລາວ ຄົບຮອບ 50 ປີ ຕາມແຜນການຂອງຄະນະຮັບ ຜິດຊອບຂັ້ນສູນກາງວາງອອກ;
(11) ໃຫ້ກະຊວງການຕ່າງປະເທດ ສືບຕໍ່ຕິດຕາມສະພາບການຂອງສາກົນ ແລະ ພາກພື້ນຢ່າງໃກ້ຊິດ ແລະ ສັງ ລວມລາຍງານເອົາທັດສະນະຂອງ ສປປລາວ ຕໍ່ບັນຫາ ແລະ ລາຍງານຂັ້ນເທິງຢ່າງເປັນປະຈໍາ;
(12) ພ້ອມກັນນີ້, ກໍ່ໃຫ້ເອົາ ໃຈໃສ່ຄົ້ນຄວ້າ ແລະ ຜັນຂະຫຍາຍໝາກຜົນຂອງການເຂົ້າຮ່ວມກອງປະຊຸມສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ, ຊ່ວຍເຫຼືອ ແລະ ຜັນຂະຫຍາຍຂໍ້ຕົກລົງການຮ່ວມມືກັບຕ່າງປະເທດ;
(13) ໃຫ້ປະສານກັບຂະແໜງການກ່ຽວຂ້ອງ ກະກຽມການເຄື່ອນ ໄຫວວຽກງານຕ່າງປະເທດ ໃຫ້ແກ່ການນໍາພັກ-ລັດ ໂດຍສະເພາະການກະກຽມເຂົ້າຮ່ວມງານວາງ ສະ ແດງເອັກສະໂປຣ ທີ່ ສປຈີນ, ການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງ ທີ່ປະເທດສິງກະໂປ ແລະ ອື່ນໆ.
ແຫຼ່ງ: ສຳນັກງານນາຍົກ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ

