ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 3 ຄັ້ງ | ເວລາ | 2026-07-18 04:29:52
+ ມີ 9 ຂໍ້ຄົງຄ້າງ:
(1). ການຂະຫຍາຍຕົວຂອງເສດຖະກິດບໍ່ທັນຕໍ່ເນື່ອງຕາມທິດທີ່ວາງໄວ້ ຄຸນນະພາບຂອງການເຕີບໂຕເສດຖະກິດຍັງບໍ່ທັນສູງ ແລະ ໝັ້ນທ່ຽງ.
(2). ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ-ເງິນຕາ ແລະ ບັນຫາໜີ້ສາທາລະນະ ຍັງບໍ່ທັນສາມາດແກ້ໄຂໄດ້ຢ່າງຕັ້ງໜ້າເທື່ອ, ການປະຕິບັດວິໄນແຜນການ-ການເງິນຍັງບໍ່ເຂັ້ມງວດ, ສະຖຽນລະພາບດ້ານເງິນຕາຍັງບອບບາງ, ຄັງສຳຮອງເງິນຕາຕ່າງປະເທດ ບາງໄລຍະຍັງຕ່ຳກວ່າແຜນການທີ່ວາງໄວ້;
- ຂໍ້ຄົງຄ້າງສະເພາະດ້ານການເງິນ ແລະ ງົບປະມານ ຕົ້ນຕໍ ຈຳນວນໜຶ່ງ ເຊັ່ນ:
ກ. ການກຳນົດອັດຕາການຂາດດຸນງົບປະມານແຫ່ງລັດໃນແຕ່ລະໄລຍະ ບໍ່ອີງໃສ່ຄວາມສາມາດລາຍຮັບພາຍໃນ ແລະ ການຊ່ວຍເຫຼືອລ້າຕົວຈິງ ແຕ່ເອົາການກູ້ຢືມພາຍນອກມາດຸ່ນດ່ຽງລາຍຈ່າຍບໍລິຫານປົກກະຕິຂອງລັດ ຈຶ່ງພາໃຫ້ເກີດມີການສະສົມໜີ້ສິນຢ່າງຕໍ່ເນື່ອງ ຍາກທີ່ຈະຄວບຄຸມໄດ້ ແລະ ຈະກ້າວເຂົ້າສູ່ວິກິດການ ຖ້າພວກເຮົາບໍ່ພ້ອມກັນຕັດສິນໃຈແກ້ໄຂຢ່າງຈິງຈັງ;
ຂ. ບໍ່ເຄົາລົບບັນດາຂັ້ນຕອນ ຂອງການພິຈາລະນາ, ຮັບຮອງ ແລະ ດຳເນີນການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດ, ເຮັດໃຫ້ມູນຄ່າຂອງໂຄງການລົງທຶນສ່ວນຫຼາຍ ສູງເກີນຄວາມເປັນຈິງຫຼາຍເທົ່າ. ຄຽງຄູ່ກັນນັ້ນ, ກໍ່ມີການລະເມີດກົດໝາຍວ່າດ້ວຍງົບປະມານແຫ່ງລັດກ່ຽວກັບການຊຳລະສະສາງ ໂຄງການລົງທຶນ, ຕັດແຍກ ລະຫວ່າງການເຮັດສັນຍາຊຳລະສາງຕົວຈິງ ສ້າງຜົນກະທົບຮ້າຍແຮງ ທີ່ນາໍໄປເຖິງການສະສົມໜີ້ຄ້າງຈ່າຍ ອັນມະຫາສານ ຈາກລັດຕໍ່ບັນດາບໍລິສັດຮັບເໝົາ ແລະ ບໍ່ສາມາດຊຳລະເງິນກູ້ຈາກທະນາຄານ ແລະ ການມອບພັນທະເຂົ້າງົບປະມານ ກາຍເປັນໜີ້ຄຸມເຄືອທີ່ບໍລິສັດຮັບເຂົ້າງົບປະມານ;
ຄ. ການກຳນົດກົນໄກ ເ ແລະ ມາດຕະການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານຍັງມີຊ່ອງວ່າງຫຼາຍ ເຮັດໃຫ້ເຈົ້າໜ້າທີ່ສວຍໃຊ້ສິດອຳນາດ ເພື່ອຫາຜົນປະໂຫຍດສ່ວນຕົວ, ການສວຍໃຊ້ໜ້າທີ່ຕຳແໜ່ງ ໃນຂົງເຂດຄຸ້ມຄອງລາຍຮັບ- ລາຍຈ່າຍໄດ້ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ກວ້າງຂວາງ, , ແກ່ຍາວ ເຊິ່ງບໍ່ສະເພາະ ແຕ່ບັນທອນປະສິດທິພາບຂອງກົງຈັກຄຸ້ມຄອງລາຍຮັບໂດຍກົງເທົ່ານັ້ນ ຍັງກໍ່ໃຫ້ເກີດການຮົ່ວໄຫຼງົບປະມານຢ່າງກວ້າງຂວາງໃນກົງຈັກລັດຢູ່ແຕ່ລະຂັ້ນ;
ງ ກົງຈັກບໍລິຫານລັດ ຍັງມີລັກສະນະໃຫຍ່ໂຕ ເຊິ່ງກໍ່ໃຫ້ເກີດມີລາຍຈ່າຍ ບໍລິຫານຟູມເຟືອຍ, ເປັນພາລະແບກຫາບຢ່າງໜັກໜ່ວງ ຂອງງົບປະມານແຕ່ລະປີ, ການຈັດຕັ້ງປະຕິບັດນະໂຍບາຍປະຢັດ ຍັງບໍ່ທັນເປັນຮູບປະທຳ ແລະ ບໍ່ທັນແຂງແຮງ ເຮັດໃຫ້ການຂາດດຸນງົບປະມານນັບມື້ເພີ່ມຂຶ້ນ ແລະ ມີຄວາມຈຳເປັນຕ້ອງກູ້ຢືມເພື່ອມາດຸ່ນດ່ຽງ;
ຈ. ການກູ້ຢືມມາລົງທຶນໃນໂຄງການຕ່າງໆໃນໄລຍະຜ່ານມາ ມີປະສິດທິຜົນບໍ່ສູງ ບໍ່ສາມາດສ້າງພື້ນຖານເສດຖະກິດ ແລະ ຖານລາຍຮັບ ທີ່ມາຊຳລະດອກເບ້ຍ ແລະ ຕົ້ນທຶນໃນການກູ້ຢືມໄດ້, ໂດຍສະເພາະແມ່ນໂຄງການລົງທຶນ ໃນຂະແໜງສາຍສົ່ງໄຟຟ້າ, ດາວທຽມ, ການບິນລາວ ແລະ ອື່ນໆ;
ສ. ສະພາບຄັງສຳຮອງເງິນຕາຕ່າງປະເທດໃນໄລຍະຜ່ານມາ ໄດ້ຫຼຸດລົງຢ່າງຕໍ່ເນື່ອງ ເຊິ່ງເປັນບັນຫາຕໍ່ຄວາມໝັ້ນຄົງ, ລະດັບຄວາມເຊື່ອໝັ້ນເສດຖະກິດ-ການເງິນຂອງປະເທດ, ທັງສົ່ງຜົນກະທົບຕໍ່ສະຖຽນລະພາບຂອງຄ່າເງິນ ແລະ ລະດັບລາຄາພາຍໃນປະເທດ.
ສະນັ້ນ, ຈຶ່ງເຮັດໃຫ້ລະບົບເສດຖະກິດຂາດຄວາມສົມດຸນຢ່າງໜັກໜ່ວງ ຍ້ອນການຂາດດຸນ ທັງ 2 ດ້ານ ຄື: ການຂາດດູນງົບປະມານ (ເປັນການຂາດດູນພາຍໃນ) ແລະ ການຂາດດຸນຊຳລະສະສາງກັບຕ່າງປະເທດ (ເປັນການຂາດດູນພາຍນອກ).
(3). ການປັບປຸງສະພາບແວດລ້ອມດ້ານການລົງທຶນ ລະກິດ ຍັງເຮັດບໍ່ທັນໄດ້ດີຕາມນະໂຍບາຍ ແລະ ດ ຳເນີນທຸ ແລະ ຄຳສັ່ງ ທີ່ວາງອອກ, ຍັງມີ ຫຼາຍຈຸດທີ່ຂາດຄວາມໂປ່ງໃສ ເຊິ່ງເປັນການກົດໜ່ວງທ່ວງດຶງຕໍ່ການພັດທະນາ;
(4). ການຊຸກຍູ້ສົ່ງເສີມຜູ້ປະກອບການພາຍໃນ ໂດຍສະເພາະ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME)ຍັງບໍ່ທັນແຂງແຮງ, ບັນດາວິສາຫະກິດພາຍໃນປະເທດສ່ວນຫຼາຍຍັງບໍ່ທັນເປັນເຈົ້າການພັດທະນາຕົນເອງ ແລະ ຍັງຂາດປະສິດທິພາບໃນການແຂ່ງຂັນ, ລັດວິສາຫະກິດ (SOE) ສ່ວຍຫຼາຍດຳເນີນທຸລະກິດຂາດທຶນ ແລະ ມີໜີ້ສິນຢ່າງຫຼວງຫຼາຍ;
(5). ຄວາມເປັນເຈົ້າການໃນການເສີມຂະຫຍາຍການນາໍໃຊ້ທ່າແຮງ ແລະ ຄວາມອາດສາມາດບົ່ມຊ້ອນ ແລະ ປັດໄຈອື່ນໆຂອງຊາດຍັງບໍ່ທັນສູງ, ການນາໍ ໃຊ້ກາລະໂອກາດ ແລະ ເງື່ອນໄຂໃໝ່ໆ ທີ່ເກີດຈາກການຮ່ວມມືສາກົນ ຍັງບໍ່ທັນແຂງແຮງ ແລະ ບໍ່ສົມຄູ່;
(6). ການຫັນເປັນທັນສະໄໝ ຍັງບໍ່ທັນບຸກທະລຸໄດ້ເທົ່າທີ່ຄວນ, ການກໍ່ສ້າງ ແລະ ຍົກລະດັບດ້ານວິຊາການ-ເຕັກນິກໃນຫຼາຍຂົງເຂດຍັງບໍ່ທັນສາມາດ ຕອບສະໜອງຄວາມຕ້ອງການຂອງບັນດາໂຄງການພັດທະນາໃນແຕ່ລະໄລຍະ;
(7). ປະກົດການຫຍໍ້ທໍ້ໃນສັງຄົມ ຍັງບໍ່ທັນແກ້ໄດ້ຢ່າງເປັນຮູບປະທຳ, ໄພວ່າງງານ ຍັງຢູ່ໃນລະດັບສູງ, ການຄຸ້ມຄອງດັດສົມ ແລະ ກະຈາຍລາຍໄດ້ບໍ່ທັນທົ່ວເຖິງເທົ່າທີ່ຄວນ ພາໃຫ້ມີສະພາບຄວາມແຕກໂຕນທາງດ້ານສັງຄົມລະຫວ່າງເຂດແຄວ້ນຕ່າງໆ ລວມທັງຕົວເມືອງ ແລະ ເຂດຊົນນະບົດ;
(8). ການບໍລິຫານລັດ ແລະ ການຄຸ້ມຄອງສັງຄົມດ້ວຍກົດໝາຍ ເຖິງວ່າມີຄວາມເອົາໃຈໃສ່ ແລະ ມີຄວາມພະຍາຍຍາມ ແຕ່ບໍ່ທັນເຂັ້ມງວດເທົ່າທີ່ຄວນ,ຍັງມີປະກົດການລະເມີດກົດໝາຍ, ລະເມີດສິດທິສ່ວນບຸກຄົນຢູ່ຢ່າງເປັນປະຈຳບັນຫາຄວາມຍຸຕິທຳໃນສັງຄົມ ຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງເຖິງຖອງ, ການເບິ່ງຂັ້ນຄຸ້ມຄອງຕາມທິດ 3 ສ້າງ ຍັງບໍ່ທັນມີການຫັນປ່ຽນຢ່າງຕັ້ງໜ້າ, ການປັບປຸງກົງຈັກລັດໃຫ້ມີຄວາມກະທັດຮັດຍັງເຮັດບໍ່ທັນໄດ້ດີ ແລະ ບໍ່ທັນແຂງແຮງ ເທົ່າທີ່ຄວນ, ຍັງມີປະກົດການເຮັດວຽກຊ້ຳຊ້ອນ ແລະ ກ້າວກ່າຍກັນ ລວມທັງການປະຕິບັດກົນໄກປະຕູດຽວ;
(9). ພະນັກງານຈຳນວນໜຶ່ງ ຍັງຂາດຄວາມຮັບຜິດຊອບ, ຍັງມີປະກົດ ການສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຜົນປະໂຫຍດສ່ວນຕົວທາງກົງຫລືທາງອ້ອມ ການສັບຊ້ອນ ແລະ ຈັດວາງພະນັກງານຢູ່ແຕ່ລະຂັ້ນຢູ່ບາງຂົງເຂດວຽກງານຍັງບໍ່ທັນສາມາດສ້າງການຫັນປ່ຽນແບບບຸກທະລຸ ແລະ ເລິກເຊິ່ງເທື່ອ.
+ ມີ 5 ສາເຫດທີ່ພາໃຫ້ມີຂໍ້ຄົງຄ້າງ:
(1). ການນຳພາ-ຊີ້ນຳຜັນຂະຫຍາຍແຜນ 5 ປີ ຄັ້ງທີ VIII ຕິດພັນກັບ ການປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ໃຫ້ເປັນອັນລະອຽດ ຂະແໜງການ ແລະ ທ້ອງຖິ່ນ ຍັງບໍ່ທັນດຳເນີນໄດ້ຢ່າງຈິງຈັງ, ເປັນລະບົບຕໍ່ເນື່ອງ, ເຂັ້ມແຂງ ແລະ ແທດຕົວຈິງເທົ່າທີ່ຄວນ, ເຮັດໃຫ້ຜົນໄດ້ຮັບ ເມື່ອທຽບ ໃສ່ທ່າແຮງທີ່ມີຂອງປະເທດບໍ່ສູງ;
(2). ການປະຕິບັດກົດໝາຍ, ລະບຽບການບໍ່ເຄັ່ງຄັດ ກາຍເປັນຊ່ອງວ່າງ ໃຫ້ເກີດມີປະກົດການລະເມີດວິໄນແຜນການ-ການເງິນ, ການສວຍໃຊ້ໜ້າທີ່ຕຳແໜ່ງທີ່ບໍ່ຖືກຕ້ອງ, ການປະສານສົມທົບລະຫວ່າງຂະແໜງການດ້ວຍກັນ ແລະ ຂະແໜງການກັບທ້ອງຖິ່ນ ຍັງເຮັດບໍ່ທັນໄດ້ດີ, ການຕິດຕາມກວດກາຍັງບໍ່ທັນຂັ້ມງວດ ແລະ ອື່ນໆ ຕົວຢ່າງ: ຍັງມີການຈັບຈອງທີ່ດິນ, ປ່າໄມ້ ແລະ ບໍ່ແຮ່ໄວ້ ບໍ່ໄດ້ຮັບການພັດທະນາ ຈຶ່ງບໍ່ສາມາດເຮັດໃຫ້ຊັບພະຍາກອນເຫຼົ່ານັ້ນ ກາຍເປັນທຶນ ແລະ ມີການພັດທະນາ ເພື່ອສ້າງລາຍຮັບຕົວຈິງໃຫ້ງົບປະມານຂອງລັດ;
(3). ຄວາມຮຽກຮອງຕ້ອງການໃນການພັດທະນາຂອງຂະແໜງການ ແລະ ທ້ອງຖິ່ນຮາກຖານມີສູງ ແຕ່ຄວາມສາມາດໃນການສະໜອງງົບປະມານມີຈຳກັດ;
(4). ເສດຖະກິດມະຫາພາກມີຄວາມບອບບາງ, ການຜະລິດພາຍໃນ ຍັງບໍ່ແຂງແຮງ, ບໍ່ມີຈຸດສຸມ ແລະ ບໍ່ຫຼາກຫຼາຍ, ການສົ່ງອອກ ແລະ ການນຳເຂົ້າຂອງເງິນຕາຕ່າງປະເທດບໍ່ສົມຄູ່ກັນ, ເມື່ອເກີດເຫດການບັງເອີນຕ່າງໆ ກໍ່ບໍ່ ມີທຶນຮອນພຽງພໍ ເພື່ອແກ້ໄຂປົວແປງ ໃຫ້ຄືນສູ່ສະພາບປົກກະຕິໂດຍໄວ ແລະ ຕາມຈິດໃຈທີ່ເຮົາຢາກໄດ້;
(5). ສະພາບໄພພິບັດທຳມະຊາດ (ນ້ຳຖ້ວມ, ແຫ້ງແລ້ງ, ສັດຕູພືດ), ສັນຄູກັນນໍ້າຂອງເຂື່ອນໄຟຟ້າແຕກ; ການລະບາດຂອງພະຍາດ Covid-19; ສົງຄາມການຄ້າ ແລະ ຄວາມຂັດແຍ່ງກັນ ທີ່ຕໍ່ເນື່ອງໃນດ້ານຕ່າງໆຂອງປະເທດມະຫາອຳນາດ ໄດ້ສົ່ງຜົນກະທົບຕໍ່ການປະຕິບັດຄາດໝາຍຕ່າງໆ ຂອງແຜນຄັ້ງທີ VIII ຢ່າງຫຼີກລ່ຽງບໍ່ໄດ້.
+ ມີ 6 ບົດຮຽນທີ່ຖອດຖອນໄດ້ ດັ່ງນີ້:
(1). ການຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ ແລະ ເພີ່ມທະວີຄວາມສາມັກຄີເປັນປືກແຜ່ນ ຂອງປະຊາຊົນບັນດາເຜົ່າພາຍໃນຊາດ ພາຍໃຕ້ການນຳພາຂອງພັກ ພ້ອມກັນຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ ເຂົ້າສູ່ລວງເລິກ ຕິດພັນກັບ “ຂະບວນການຮັກຊາດ ແລະ ພັດທະນາ" ແມ່ນເງື່ອນໄຂສຳຄັນ ແລະ ຈຳເປັນຂອງຄວາມສຳເລັດ ຫຼື ບໍ່ສຳເລັດຂອງແຜນການ;
(2). ການຮັບປະກັນຄວາມສອດຄ່ອງ ລະຫວ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກັບບັນດາຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ຮອດປີ 2025, ວິໄສທັດ 2030, ເປົ້າໝາຍການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ການເຕີບໂຕສີຂຽວ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ແມ່ນຫຼັກການຂອງການພັດທະນາແບບຕໍ່ເນື່ອງ;
(3). ການເພີ່ມປະສິດທິພາບການບໍລິຫານລັດຕາມກົດໝາຍ, ປະຕິບັດກົດໝາຍ ແລະ ລະບຽບການຢ່າງເຄັ່ງຄັດ ລວມທັງການແກ້ໄຂຄວາມທຸກຍາກ ຫລຸດຜ່ອນຄວາມແຕກໂຕນໃນສັງຄົມຢ່າງຕັ້ງໜ້າ ແລະ ເຂົ້າສູ່ລວງເລິກ ແມ່ນປັດໄຈຕັດສິນຄຸນນະພາບຂອງການພັດທະນາ;
(4). ການສ້າງສະພາບແວດລ້ອມທີ່ອຳນວຍ ຢ່າງເປັນລະບົບຕໍ່ເນື່ອງ ລວມທັງການວາງນະໂຍບາຍ, ກົນໄກທີ່ສອດຄ່ອງ, ມີຖານຂໍ້ມູນດ້ານຕ່າງໆ ທີ່ຊັດເຈນ ແລະ ມີໂຄງລ່າງພື້ນຖານເສດຖະກິດທີ່ສະດວກ ແມ່ນປັດໄຈສຳຄັນ ໃນການດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນການພັດທະນາ;
(5). ການເພີ່ມທະວີປະຕິບັດຍຸດທະສາດ ຫັນເປັນອຸດສາຫະກຳທັນສະໄໝ ຕາມທິດອຸດສາຫະກຳ 4.0 ຕິດພັນກັບການສ້າງຄວາມເຂັ້ມແຂງໃນການພັດທະນາດ້ານບຸກຄະລາກອນ ທີ່ສອດຄ່ອງກັບໂຄງປະກອບເສດຖະກິດແມ່ນ ປັດໄຈສຳຄັນ ສຳລັບຂັບເຄື່ອນການພັດທະນາປະເທດ ໄປຕາມທິດທີ່ພັກເຮົາວາງໄວ້;
(6). ການສຶກສາອົບຮົມຄົນໃນທົ່ວສັງຄົມ ຢ່າງເປັນລະບົບຕໍ່ເນື່ອງ ເພື່ອໃຫ້ຮູ້ປະຢັດມັດທະຍັດ ແລະ ມີລະບຽບວິໄນເປັນປັດໄຈທີ່ສຳຄັນໜຶ່ງ ໃນການພັດທະນາປະເທດໃຫ້ມີຄວາມໝັ້ນທ່ຽງ ແລະ ຍືນຍົງ.
+. ມີ 7 ບັນຫາສຳຄັນຕົ້ນຕໍ ທີ່ຈະຕ້ອງເອົາໃຈໃສ່ແກ້ໄຂຢ່າງຮີບດ່ວນໃນ 5 ປີ ຕໍ່ໜ້າ:
(1). ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ການພັດທະນາຕາມທິດ 3 ສ້າງ ຄຽງຄູ່ກັບການສ້າງວຽກເຮັດງານທຳ ແລະ ການກະຈາຍລາຍໄດ້ໃຫ້ທົ່ວເຖິງກວ່າເກົ່າ ເພື່ອຫຼຸດຜ່ອນຄວາມແຕກໂຕນທາງດ້ານສັງຄົມ(ລະຫວ່າງຄົນຮັ່ງ ແລະ ຄົນທຸກ, ຕົວເມືອງ ແລະ ຊົນນະບົດ), ສຸມໃສ່ຮັບປະກັນການເຂົ້າເຖິງການ ບໍລິການສາທາລະນະ (ສຶກສາ, ສາທາ) ຢູເຂດຫາງໄກສອກຫຼີກ ໃຫ້ໄດ້ໂດຍພື້ນຖານ;
(2). ແກ້ໄຂຄວາມບອບບາງທາງດ້ານເສດຖະກິດ ເປັນຕົ້ນແມ່ນ: ເຕີບໂຕສ່ວນໃຫຍ່ທີ່ເອື່ອຍອີງໃສ່ແຕ່ການຂຸດຄົ້ນ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດທີ່ບໍ່ທັນມີປະສິດທິຜົນເທົ່າທີ່ຄວນ, ຄຸນນະພາບຂອງການເຕີບໂຕບໍ່ສູງ, ບໍ່ທັນສາມາດກະຈາຍລາຍໄດ້ຢ່າງທົ່ວເຖິງ, ຖານການຜະລິດຍັງບໍ່ທັນມີພື້ນຖານໜັກແໜ້ນ ແລະ ໝັ້ນຄົງ, ເພີ່ມທະວີການຕິດຕາມການຈັດຕັ້ງປະຕິບັດບັນດາໂຄງການຈຸດສຸມທີ່ຊຸກຍູ້ການຜະລິດ ແລະ ບໍລິການ;
(3). ແກ້ໄຂຄວາມບອບບາງດ້ານການເງິນ, ແກ້ໄຂບັນຫາໜີ້ສິນສາທາລະນະ, ການເກັບລາຍຮັບບໍ່ຄົບຖ້ວນ, ບໍ່ສົມຄູ່ກັບຄວາມສາມາດບົ່ມຊ້ອນ ແລະ ມີການຮົ່ວໄຫຼ, ງົບປະມານບໍ່ພຽງພໍກັບຄວາມຈຳເປັນຂອງການພັດທະນາ (ສ່ວນ ຫຼາຍແມ່ນສຸມໃສ່ແກ້ໜີ້ສິນ ທີ່ບໍ່ມີລັກສະນະກະຕຸ້ນລະບົບເສດຖະກິດພັດທະນາ), ຍົກລະດັບການປະຕິບັດນະໂຍບາຍປະຢັດ ໃຫ້ກາຍເປັນວາລະ ແຫງຊາດ;
(4). ແກ້ໄຂຄວາມບອບບາງທາງດ້ານເງິນຕາ ໂດຍສຸມໃສ່ການແກ້ໄຂ ສະພາບການຂາດດຸນຊຳລະກັບຕ່າງປະເທດ, ດັດສົມປະລິມານເງິນ M2 ເພື່ອສ້າງຄວາມຄ່ອງຕົວໃຫ້ແກ່ລະບົບ ແລະ ສະໜອງສິນເຊື່ອໃຫ້ການຜະລິດ ແລະ ການບໍລິການພາຍໃນທີ່ມີປະສິດທິຜົນ ແນໃສ່ຫຼຸດຜ່ອນການນຳເຂົ້າ ແລະ ສົ່ງເສີມການສົ່ງອອກ, ສ້າງຄວາມເຂັ້ມແຂງໃຫ້ຖານະເງິນຕາຕ່າງປະເທດ ເພື່ອຮັບປະກັນໄດ້ສະຖຽນລະພາບຂອງຄ່າເງິນ ແລະ ລາຄາ;
(5). ແກ້ໄຂຜົນກະທົບການລະບາດພະຍາດໂຄວິດ-19 ເລັ່ງໃສ່ການຟື້ນຟູທຸລະກິດ ທີ່ໄດ້ຮັບຜົນກະທົບຈາກການລະບາດດັ່ງກ່າວ ໃຫ້ຄືນສູ່ສະພາບປົກກະຕິ, ຕົ້ນຕໍແມ່ນເອົາໃຈໃສ່ແກ້ໄຂບັນຫາວ່າງງານ ແລະ ສ້າງສີມືແຮງງານ;
(6). ແກ້ໄຂການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ແລະ ປະກົດການຫຍໍ້ທໍ້ຕ່າງໆເປັນຕົ້ນ ບັນຫາຢາເສບຕິດ, ການສໍ້ລາດບັງຫຼວງ, ອຸບັດຕິເຫດຕາມທ້ອງຖະໜົນ ໃຫ້ເຄັ່ງຄັດເຂົ້າສູ່ລວງເລິກ ຫັນເຂົ້າສູ່ການຄຸ້ມຄອງດ້ວຍກົດໝາຍຢ່າງເຂັ້ມງວດ ແລະ ເດັດຂາດ, ປັບປຸງ ແລະ ສ້າງສະພາບແວດລ້ອມເອື້ອອຳນວຍໃຫ້ແກ່ການດຶງດູດການລົງທຶນ, ແກ້ໄຂປະກົດການສວຍໃຊ້ໜ້າທີ່ຂອງພະນັກງານໃນທາງທີ່ບໍ່ຖືກຕ້ອງ;
(7). ສຸມໃສ່ແກ້ໄຂການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ, ມີຈຸດສຸມ, ສົ່ງເສີມວິຊາຊີບ ແລະ ການຫັນເປັນຊ່ຽວຊານ ຕິດພັນກັບການ ຫັນເປັນທັນສະໄໝໃນຍຸກ 4.0 ແລະ ວິຖີຊີວິດແບບໃໝ່ (New Normal).
………………………………….
(ຄັດຈາກ ບົດລາຍງານການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ VIII ແລະ ແຜນງົບປະມານແຫ່ງລັດ 5 ປີ 2016-2020 , ເອກະສານ ກອງປະຊຸມໃຫຍ່ ຄັ້ງທີ XI ພັກປະຊາຊົນ ປະຕິວັດລາວ ປີ 2021 ໜ້າທີ 110-117)
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ

