ກອງປະຊຸມຄະນະລັດຖະບານແຫ່ງ ສປປລາວ ສະໄໝສາມັນປະຈໍາເດືອນ ສິງຫາ 2018
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 3 ຄັ້ງ | ເວລາ | 2026-07-18 06:16:16
ກອງປະຊຸມຄະນະລັດຖະບານແຫ່ງ ສປປລາວ ສະໄໝສາມັນປະຈໍາເດືອນ ສິງຫາ 2018 ໃຫ້ມີປະສິດທິຜົນສູງສຸດ" - at 22-23 ສິງຫາ 2018 ສໍານັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ ສປປລາວ
(ກ). ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນສິງຫາ 2018 ໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງ:
(1) ບົດລາຍງານກ່ຽວກັບສະພາບພົ້ນເດັ່ນ ພາຍໃນ ແລະ ຕ່າງປະເທດຄື:
1. ສະພາບພົ້ນເດັ່ນຂອງສາກົນ,
2. ສະພາບພົ້ນເດັ່ນກ່ຽວກັບໄພນໍ້າຖ້ວມ ໃນຂອບເຂດທົ່ວປະເທດ ແລະ ການແຂ້ໄຂໄພພິບັດຢູ່ແຂວງອັດຕະປື,
3. ສະພາບພົ້ນເດັ່ນກ່ຽວກັບການເຄື່ອນໄຫວ ວຽກງານສືບສວນສອບສວນ ສາເຫດຄູກັນນໍ້າຂອງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ແລະ ການກວດກາຄວາມປອດໄພຂອງເຂື່ອນໃນຂອບເຂດທົ່ວປະເທດ;
(2) ກອງປະຊຸມລັດຖະບານໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາຮ່າງກົດໝາຍສ້າງໃໝ່ ແລະ ປັບປຸງຈໍານວນ 05 ສະບັບ ພ້ອມດ້ວຍຮ່າງດໍາລັດ ຈໍານວນ 02 ສະບັບ ຄື:
1. ຮ່າງກົດໝາຍ ວ່າດ້ວຍລາຍເຊັນເອເລັກໂຕນິກ,
2. ຮ່າງກົດໝາຍ ວ່າດ້ວຍປະກັນສຸຂະພາບ,
3. ຮ່າງກົດໝາຍ ວ່າດ້ວຍການລົດໄຟ,
4. ຮ່າງກົດໝາຍ ວ່າດ້ວຍທະນາຄານທຸລະກິດ,
5. ຮ່າງປະມວນກົດໝາຍແພ່ງ,
6. ດຳລັດ ວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ຕາປະທັບ;
7. ດໍາລັດ ວ່າດ້ວຍການຄຸ້ມຄອງດ່ານຊາຍແດນ.
ຕໍ່ບັນດານິຕິກໍາດັ່ງກ່າວ, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນ ຈະແຈ້ງ, ສອດຄ່ອງ, ກົມກຽວ ແລະ ຮັດກຸມ ເພື່ອໃຫ້ທັນນໍາສະເໜີ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 06 ຂອງສະພາແຫ່ງຊາດ ຊຸດທີ VIII;
(ຂ) ກອງປະຊຸມລັດຖະບານຄັ້ງນີ້, ໄດ້ເປັນເອກະພາບສູງ ແລະ ຕັດສິນໃຈ ພ້ອມກັນຈັດຕັ້ງປະຕິບັດວຽກຈຸດສຸມ ໃນເດືອນກັນຍາ 2018 ດັ່ງນີ້:
(1) ໃຫ້ອົງການນໍາທຸກໆກະຊວງ, ອົງການທຽບເທົ່າກະຊວງ ແລະ ທຸກແຂວງ, ນະຄອນຫຼວງ ໃນທົ່ວປະເທດ ຈົ່ງເພີ່ມທະວີຄວາມຮັບຜິດຊອບ ຕໍ່ການຈັດຕັ້ງປະຕິບັດ ຄຳສັ່ງຂອງຄະນະເລຂາທິ ການສູນກາງພັກ ສະບັບເລກທີ 06/ຄລສມ, ລົງວັນທີ 16 ສິງຫາ 2018 ກ່ຽວກັບການນໍາພາ-ຊີ້ນຳການປ້ອງກັນ ແລະ ຮັບມືໄພພິບັດທຳມະຊາດ ໃຫ້ເກີດດອກອອກຜົນເປັນຈິງ;
(2) ລັດຖະບານ ມອບໃຫ້ຄະນະສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ສົມທົບ ກັບທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ການຄຸ້ມຄອງ, ການບໍລິຫານ-ຈັດການແກ້ໄຂໄພພິບັດ, ຊ່ວຍເຫຼືອປະຊາຊົນ, ຟື້ນຟູຊີວິດການເປັນຂອງປະຊາຊົນ ແລະ ຄຸ້ມຄອງ-ນໍາໃຊ້ເຄື່ອງບັນເທົາທຸກ, ອຸປະກອນ ແລະ ງົບປະມານຢ່າງມີປະສິດທິພາບ, ປະສິດທິຜົນ, ທົ່ວເຖິງ ແລະ ໂປ່ງໃສ, ຖືກຕ້ອງຕາມຈິດໃຈຊີ້ນໍາ ຂອງກອງປະຊຸມລັດຖະບານ ສະໄໝວິສາມັນໃນຕົ້ນເດືອນ ສິງຫາ 2018 ກ່ຽວກັບການແກ້ໄຂໄພພິບັດຢູ່ເມືອງ ສະໜາມໄຊ, ແຂວງອັດຕະປື ດັ່ງນີ້:
1. ໃຫ້ຄະນະສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ເອົາໃຈໃສ່ຄຸ້ມຄອງ ການຮັບເອົາການຊ່ວຍເຫຼືອ ແລະ ແຈກຢາຍເຄື່ອງບັນເທົາທຸກ ໃຫ້ແກ່ຜູ້ປະສົບໄພໃຫ້ເປັນລະບົບ, ໂດຍປະສານສົມທົບກັບຂະແໜງການ ທີ່ກ່ຽວຂ້ອງ ເພື່ອຈໍາກັດຊ່ອງຫວ່າງ, ການສວຍໂອກາດລັກລອບນໍາເຂົ້າ ແລະ ແຈກຢາຍເຄື່ອງບໍລິຈາກທີ່ບໍ່ຖືກຕ້ອງ ແລະ ບໍ່ຖືກຕາມເປົ້າໝາຍ,
2. ໃຫ້ປັບປຸງຄະນະຮັບຜິດຊອບ ວາງແຜນຟື້ນຟູຫຼັງໄພພິບັດໃຫ້ແທດກັບຕົວຈິງຕື່ມ ໂດຍມີຜູ້ຕາງໜ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຫົວໜ້າ, ກະຊວງແຜນການ ແລະ ການລົງທຶນ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງປ້ອງກັນປະເທດ, ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ແລະ ລົງໄປສໍາຫຼວດ, ວາງແຜນ ແລະ ລົງມືປະຕິບັດປະຈໍາຢູ່ສະໜາມ,
3. ໃຫ້ແຕ່ລະຂະແໜງການ ໂດຍສະເພາະ ຂະແໜງໂຍທາທິການ ແລະ ຂົນສົ່ງ, ກະສິກໍາ ແລະ ປ່າໄມ້, ສຶກສາທິການ ແລະ ກິລາ, ສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຊີ້ນໍາ ແລະ ມອບໝາຍໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງຕົນ ໄປປະຈໍາ ແລະ ເຮັດຕາມພາລະບົດບາດຂອງຕົນ ເພື່ອຊ່ວຍເຫຼືອແຂວງອັດຕະປື ໃນການແກ້ໄຂໄພພິບັດ ແລະ ຟື້ນຟູຫຼັງໄພພິບັດໃຫ້ແທດຕົວຈິງ, ທັນການ ແລະ ໜັກແໜ້ນກວ່າເກົ່າ,
4. ໃຫ້ສືບຕໍ່ເລັ່ງປະຕິບັດການສືບສວນ-ສອບສວນ ຫາສາເຫດຂອງຄູກັນນໍ້າຂອງເຂື່ອນແຕກພັງໃນຄັ້ງນີ້ ຢ່າງລະອຽດຮອບຄອບ ແລະ ໂປ່ງໃສທີ່ສຸດ ເພື່ອໃຫ້ໄດ້ຂໍ້ມູນ, ຂໍ້ສະຫຼຸບ ທີ່ບໍ່ສາມາດໂຕ້ແຍ່ງໄດ້. ພ້ອມນີ້ ກໍ່ສືບຕໍ່ເກັບກຳເອກະສານຂໍ້ມູນ ແລະ ຫຼັກຖານຕ່າງໆ ທີ່ຈະເປັນປະໂຫຍດ ແລະ ເປັນພື້ນຖານ ໃຫ້ແກ່ການສືບສວນ-ສອບສວນ ໃນຄັ້ງນີ້,
5. ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຮີບຮ້ອນຄົ້ນຄວ້າສ້າງຕັ້ງໜ່ວຍງານຮັບຜິດຊອບ ສຶກສາຄົ້ນ ຄວ້າຄວາມປອດໄພຂອງເຂື່ອນ ໂດຍເຊີນນັກຊ່ຽວຊານສາກົນເຂົ້າຮ່ວມນຳ ແລະ ໃຫ້ດຳເນີນການກວດກາສະພາບໂຄງການເຂື່ອນໄຟຟ້າ ທັງໝົດຢູ່ໃນ ສປປລາວ ເປັນຕົ້ນ ແມ່ນໂຄງການທີ່ໄດ້ດຳເນີນງານແລ້ວ ແລະ ກຳລັງກໍ່ສ້າງຢູ່, ເພື່ອໃຫ້ວຽກງານດັ່ງກ່າວ ດໍາເນີນໄປໄດ້ຢ່າງມີປະສິດທິຜົນ;
(3) ໃຫ້ຂະແໜງການ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ເອົາໃຈໃສ່ວຽກງານຕິດຕາມກວດກາ, ແຈ້ງສະພາບດິນຟ້າອາກາດ ທີ່ຈະມີຜົນກະທົບຕໍ່ການດຳລົງຊີວິດ ແລະ ການຜະລິດ, ດຳເນີນທຸລະກິດ ແລະ ການບໍລິການຂອງສັງຄົມ ໃຫ້ທົ່ວເຖິງທັນເວລາ ໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ ແລະ ຄຸ້ມຄອງໄພພິບັດແຫ່ງຊາດ ຕິດຕາມສະພາບນໍ້າຖ້ວມ ແລະ ຢູ່ໃນທ່າກຽມພ້ອມ ເມື່ອມີສະພາບນໍ້າຖ້ວມເກີດຂຶ້ນ ຢູ່ບ່ອນໃດກໍ່ໃຫ້ຮີບຮ້ອນ ປະສານກັບພາກສ່ວນກ່ຽວຂ້ອງ ຊ່ວຍເຫຼືອປະຊາຊົນ ໃຫ້ມີຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນ, ທັງວາງແຜນຟື້ນຟູພາຍ ຫຼັງນໍ້າຖ້ວມໄດ້ຫຼຸດລົງ ຫຼື ພາຍຫຼັງນໍ້າຖ້ວມ ເພື່ອໃຫ້ສະພາບກັບຄືນສູ່ປົກກະຕິໂດຍໄວ;
(4) ໃຫ້ບັນດາບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເປັນເຈົ້າການ ແລະ ຮັບຜິດຊອບຈັດຕັ້ງປະຕິບັດຄຳສັ່ງ ສະບັບເລກທີ 12/ນຍ, ລົງວັນທີ 23 ສິງຫາ 2018 ຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດ 08 ມາດຕະການຊຸກຍູ້ເສດຖະກິດ ໃຫ້ມີປະສິດທິຜົນ, ເຊິ່ງຄໍາສັ່ງດັ່ງກ່າວ ໄດ້ລະບຸລະອຽດ ເຖິງຄວາມຮັບຜິດຊອບ ຂອງບັນດາຂະແໜງການສູນກາງ;
(5) ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນເຈົ້າການປະສານສົມທົບກັບ ກະຊວງປ້ອງກັນຄວາມສະຫງົບ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ພາກສ່ວນກ່ຽວຂ້ອງ ຕິດຕາມການເຜີຍແຜ່ ແລະ ໂຄສະນາຜ່ານສື່ສັງຄົມອອນລາຍ ທີ່ຂັດກັບດໍາລັດວ່າດ້ວຍການຄຸ້ມຄອງ ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ (ສະບັບເລກທີ 327/ລບ, ລົງວັນທີ 16 ກັນຍາ 2014) ເພື່ອແກ້ໄຂໃຫ້ທັນເວລາ;
(6) ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ໃນການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ ໃນໄລຍະທີ່ມີ ນໍ້າຖ້ວມຢູ່ໃນຂອບເຂດທົ່ວປະເທດ ເປັນຕົ້ນ ແມ່ນເຄື່ອງອຸປະໂພກ-ບໍລິໂພກທີ່ຈຳເປັນ ເພື່ອບໍ່ໃຫ້ກະທົບ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ;
(7) ໃຫ້ກະຊວງສຶກສາທິການ ແລະ ກິລາ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ກະກຽມຄວາມພ້ອມໃນການເປີດສົກຮຽນໃໝ່ ເພື່ອຮັບປະກັນບໍ່ໃຫ້ມີສະພາບຫຍໍ້ທໍ້ ແລະ ຫາງສຽງກ່ຽວກັບການສອບເສັງ ແລະ ຄັດເລືອກນັກຮຽນ ເຂົ້າຮຽນຕໍ່ຢູ່ບັນດາສະຖາບັນການສຶກສາຕ່າງໆ ໃນຂອບເຂດທົ່ວປະເທດ ໃຫ້ຖືກຕ້ອງ ແລະ ໂປ່ງໃສ;
(8) ໃຫ້ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງ ເປັນເຈົ້າການກະກຽມບັນດາຮ່າງກົດໝາຍ ແລະ ເອກະສານທີ່ຈະລາຍງານຕໍ່ກອງປະຊຸມສະພາແຫ່ງຊາດສະໄໝສາມັນເທື່ອທີ 06 ໃຫ້ມີເນື້ອໃນຮອບຄອບຮັດກຸມ ແລະ ມີຄວາມເປັນເອກະພາບ ເພື່ອກຽມລາຍງານ ແລະ ອະທິບາຍຊີ້ແຈງຕໍ່ສະພາແຫ່ງຊາດ ດ້ວຍຄວາມຮັບຜິດຊອບ ແລະ ຄຸນນະພາບສູງ.
ແຫຼ່ງ: ສຳນັກງານນາຍົກ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ


