ຜົນສຳເລັດກອງປະຊຸມລັດຖະບານແຫ່ງ ສປປລາວ ສະໄໝສາມັນປະຈໍາເດືອນ ພຶດສະພາ 2018
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2026-07-18 06:16:32
ຜົນສຳເລັດກອງປະຊຸມລັດຖະບານແຫ່ງ ສປປລາວ ສະໄໝສາມັນປະຈໍາເດືອນ ພຶດສະພາ 2018" - at 23 ພຶດສະພາ 2018 ສໍານັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ ສປປລາວ
(ກ) ກອງປະຊຸມໃນຄັ້ງນີ້ ໄດ້ພ້ອມກັນປຶກສາຫາລື ແລະ ພິຈາລະນາຮັບຮອງເອົາ ບັນດາເອກະສານສໍາຄັນຈໍານວນ 04 ລາຍການ ດັ່ງນີ້:
1. ບົດລາຍງານສະພາບພົ້ນເດັ່ນ ຢູ່ພາຍໃນ ແລະ ຕ່າງປະເທດ,
2. ມາດຕະການກະຕຸ້ນ ການຂະຫຍາຍຕົວຂອງເສດຖະກິດມະຫາພາກ,
3. ຮ່າງກົດໝາຍ ວ່າດ້ວຍປະກັນສຸຂະພາບ,
4. ຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ);
(ຂ) ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ທຸກກະຊວງ, ອົງການ ແລະ ທ້ອງຖິ່ນ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມປະຈຳເດືອນ ມິຖຸນາ 2018 ດັ່ງນີ້:
(1) ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ ຕໍ່ວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ໂດຍເອົາໃຈໃສ່ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນບັນດາໜໍ່ແໜງຂອງອາຊະຍາກຳ, ການຄ້າມະນຸດການຂີ້ລັກງັດແງະ, ການເສບ ແລະ ຄ້າຂາຍຢາເສບຕິດ, ການມົ້ວສຸມຂີ່ລົດກວນເມືອງ, ອຸບັດຕິເຫດຕາມທ້ອງຖະໜົນ, ອັກຄີໄພ, ການຄຸ້ມຄອງອາວຸດເສິກ, ການໃຊ້ສື່ອອນລາຍເພື່ອທັບຖົມໂຈມຕີພັກ ແລະ ລັດ, ການເຄື່ອນໄຫວທຸລະກິດ ແລະ ການບໍລິການ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ ແລະ ອື່ນໆ, ເພື່ອເຮັດວຽກງານນີ້ໄດ້ດີ, ຕ້ອງໄດ້ລະດົມກຳລັງແຮງທົ່ວສັງຄົມ, ປະຊາຊົນ, ອົງການຈັດຕັ້ງຢູ່ຮາກຖານ ໂດຍສະເພາະແມ່ນ ຕ້ອງລະດົມຂະບວນການຂອງຊາວໜຸ່ມ ໃຫ້ເຂົ້າຮ່ວມຢ່າງແຂງແຮງ ໃນວຽກງານສະກັດກັ້ນການເຄື່ອນໄຫວ ທີ່ເປັນໜໍ່ແໜງຂອງຄວາມບໍ່ສະຫງົບຕ່າງໆ ທັງເປັນກຳລັງແຮງໃນການຊຸກຍູ້ການຜະລິດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ;
(2) ສືບຕໍ່ຕິດຕາມຢ່າງໃກ້ຊິດ ສະພາບການພາກພື້ນ ແລະ ສາກົນ ທີ່ມີການຫັນປ່ຽນຢ່າງສະລັບຊັບຊ້ອນ ແລະ ວ່ອງໄວ ໂດຍວິເຄາະວິໃຈຢ່າງເລີກເຊິ່ງ ຕໍ່ສະພາບການຜັນແປ ແລະ ທ່າອ່ຽງຜົນກະທົບຕໍ່ປະເທດເຮົາ. ພ້ອມກັນນີ້, ກໍ່ກະກຽມໃຫ້ແກ່ການເຄື່ອນໄຫວວຽກງານຕ່າງປະເທດ ຂອງການນໍາພັກ-ລັດ ໃຫ້ມີຄວາມຮອບຄອບ ແລະ ຮັດກຸມ ທັງທາງດ້ານເນື້ອໃນ ແລະ ແຜນເຄື່ອນໄຫວຕ່າງໆ. ສໍາລັບໃນເດືອນພຶດສະພາ ຕໍ່ໃສ່ ເດືອນມິຖຸນານີ້, ແມ່ນໃຫ້ເອົາໃຈໃສ່ກະກຽມໃຫ້ປະທານປະເທດ ແລະ ຄະນະໄປເຄື່ອນໄຫວຢ້ຽມຢາມທາງລັດຖະກິດຢູ່ ສປຈີນ, ກະກຽມໃຫ້ນາຍົກລັດຖະມົນຕີ ແລະ ຄະນະໄປຮ່ວມກອງປະຊຸມ ກ່ຽວກັບອະນາຄົດຂອງອາຊີ ຄັ້ງທີ 24 ທີ່ປະເທດຍີ່ປຸ່ນ, ກອງປະຊຸມສຸດຍອດ ACMECS ຄັ້ງທີ 8 ແລະ ກອງປະຊຸມສຸດຍອດ CLMV ທີ່ບາງກອກ, ປະເທດໄທ;
(3) ໃຫ້ບັນດາຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ ເຊື່ອມຊືມ,ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ເທື່ອທີ 6 ສະໄໝທີ X ທີ່ໄດ້ຮັບຮອງໃນກອງປະຊຸມໃນເດືອນພຶດສະພາ 2018;
(4) ສຶບຕໍ່ຊຸກຍູ້ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ໄປຕາມແຜນການທີ່ວາງໄວ້ຢ່າງຈິງຈັງ ໂດຍສະເພາະບັນດາຂະແໜງການ ແລະ ທ້ອງຖິ່ນ ທີ່ມີທ່າແຮງໃນການເກັບລາຍຮັບ ໃຫ້ສຸມໃສ່ແທ້ໆ ເພື່ອເຮັດແນວໃດໃຫ້ພວກເຮົາ ສາມາດບັນລຸເປົ້າໝາຍທີ່ລັດຖະບານພວກເຮົາໄດ້ວາງໄວ້ ກໍ່ຄື ສະພາແຫ່ງຊາດໄດ້ຮັບຮອງ;
(5) ໃຫ້ບັນດາຂະແໜງການ ແລະ ພາກສ່ວນກ່ຽວຂ້ອງເອົາໃຈໃສ່ ກະກຽມລາຍງານ, ເຂົ້າຮ່ວມຕິດຕາມ ແລະ ຊີ້ແຈງອະທິບາຍ ຫຼື ຕອບຄຳຊັກຖາມ ຂອງກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 5, ເຊິ່ງຈະຈັດຂຶ້ນ ໃນເດືອນມິຖຸນາ ທີ່ຈະມາເຖິງນີ້:
1. ໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະສານສົມທົບກັບ ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ກະກຽມບົດສະຫຼຸບລາຍງານໂດຍສັງເຂບ ກ່ຽວກັບສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳ 6 ເດືອນຕົ້ນປີ 2018 ແລະ ທິດທາງວຽງານຈຸດສຸມປະຈຳ 6 ເດືອນທ້າຍປີ 2018, ມາດຕະການກະຕຸ້ນການຂະຫຍາຍຕົວ ຂອງເສດຖະກິດມະຫາພາກ, ການສົ່ງເສີມທຸລະກິດຂະໜາດນ້ອຍ, ຂະໜາດກາງ, ການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ, ການແກ້ໄຂບັນຫາໜີ້ສິນ, ການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII, ກອງປະຊຸມຮ່ວມ ລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບລັດຖະບານ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ,
2. ໃຫ້ກະຊວງຍຸຕິທຳ ກະກຽມລາຍງານການປະຕິບັດມະຕິ ຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການອອກນິຕິກຳລຸ່ມກົດໝາຍ,
3. ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ກະກຽມລາຍງານກ່ຽວກັບໂຄງປະກອບລາຄາ ແລະ ສາເຫດການເພີ່ມຂຶ້ນຂອງລາຄານຳ້ມັນ ທີ່ພວມສົ່ງຜົນກະທົບຕໍ່ການຜະລິດ, ຊີວິດການເປັນຢູ່ຂອງປະຊາຊົນ, ພ້ອມທັງມາດຕະການ ແລະ ວິທີການແກ້ໄຂ,
4. ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກະກຽມລາຍງານ ກ່ຽວກັບແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ,
5. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເປັນໃຈກາງປະສານສົມທົບກັບກະຊວງພາຍໃນ ແລະ ພາກສ່ວນທີ່ກ່ຽວຂ້ອງ ກະກຽມລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມ ທຸກຍາກ ຕິດພັນກັບວຽກງານ 3 ສ້າງ;
6. ໃຫ້ກະຊວງປ້ອງກັນຄວາມສະຫງົບ ກະກຽມລາຍງານມາດຕະການ ແລະ ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນບັນຫາຢາເສບຕິດ, ບັນຫາອຸບັດຕິເຫດຕາມທ້ອງຖະໜົນ ແລະ ບັນຫາອື່ນໆ,
7. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເປັນໃຈກາງປະສານສົມທົບກັບກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພາກສ່ວນທີ່ກ່ຽວຂ້ອງ ກະກຽມລາຍງານ ການຈັດຕັ້ງປະຕິບັດມະຕິ ຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍຜົນກະທົບຈາກການນຳໃຊ້ເຄມີອັນຕະລາຍ ເກີນຄ່າມາດຕະຖານຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດ,
8. ນອກຈາກນີ້, ບັນດາຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ກໍ່ຈະໄດ້ລາຍງານ ແລະ ປ້ອງກັນກົດໝາຍ ທັງໝົດ 11 ສະບັບ ໃນກອງປະຊຸມສະພາຄັ້ງນີ້. ດັ່ງນັ້ນ, ຈຶ່ງມອບໃຫ້ບັນດາຂະແໜງການທີ່ຮັບຜິດຊອບ ກະກຽມໃຫ້ດີ ແລະ ຮີບຮ້ອນສົ່ງບົດລາຍງານຂອງຕົນ ທີ່ຈະນຳເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໃຫ້ຄະນະປະຈຳສະພາແຫ່ງຊາດ ຕາມກຳນົດເວລາ;
(6) ໃຫ້ຂະແໜງການ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ເອົາໃຈໃສ່ກະກຽມຮອບດ້ານ ໃຫ້ແກ່ການຜະລິດລະດູຝົນທີ່ກຳລັງເລິ່ມຕົ້ນ ເພື່ອໃຫ້ທັນກັບລະດູການ ໂດຍປະສານສົມທົບ, ໃຫ້ຄຳແນະນຳ, ຊຸກຍູ້ຊ່ວຍເຫຼືອປະຊາຊົນ ແລະ ຜູ້ປະກອບການ ໃນການກະກຽມລະດູການຜະລິດ, ເຝົ້າລະວັງພະຍາດລະບາດສັດ-ລະບາດພືດຕ່າງໆ ທີ່ອາດເກີດຂຶ້ນໃນລະດູຝົນນີ້, ນັບທັງການແຜ່ລະບາດຂອງຕັກກະແຕນຢູ່ບັນດາແຂວງພາກເໜືອ ແລະ ໃຫ້ຂໍ້ມູນຂ່າວສານ ພ້ອມທັງ ຄຳແນະນຳ ແລະ ການເຊື່ອມຕໍ່ການຜະລິດກັບຕະຫຼາດພາຍໃນ ແລະ ຕ່າງປະເທດ;
(7) ໃຫ້ຂະແໜງການທີ່ກ່ຽວຂ້ອງ ເປັນເຈົ້າການໃນການສ້າງຂະບວນການ ໃຫ້ມີບັນຍາກາດຟົດຟື້ນໃຫ້ທຸກພາກສ່ວນ ແລະ ທົ່ວປວງຊົນລາວ ມີສ່ວນຮ່ວມໃນກິດຈະກໍາຕ່າງໆ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ເພື່ອເປັນການສ້າງຈິດສໍານຶກທີ່ດີໃຫ້ແກ່ເດັກນ້ອຍ ໃຫ້ຮູ້ຄຸ່ນຄ່າ, ຮັກຫອມ ແລະ ປົກປັກຮັກສາທໍາມະຊາດ ແລະ ປ່າໄມ້ຂອງປະເທດເຮົາ. ນອກນີ້ ກໍໃຫ້ເອົາໃຈໃສ່ສ້າງເງື່ອນໄຂ, ສະພາບແວດລ້ອມ ແລະ ກິດຈະກຳດີໆ ໃນໄລຍະພັກຮຽນ ເພື່ອພັດທະນານັກຮຽນໃຫ້ເປັນຄົນດີ ແລະ ເຕີບໃຫຍ່ເປັນພົນລະເມືອງດີ ຂອງປະເທດຊາດ, ຮ່າງໄກຈາກຢາເສບຕິດ ແລະ ການເຄື່ອນໄຫວທີ່ເປັນຜິດໄພຕໍ່ສັງຄົມ.
ແຫຼ່ງ: ສຳນັກງານນາຍົກ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ



