ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ເມສາ 2018
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2026-07-18 06:16:16
ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ເມສາ 2018 ໄດ້ດໍາເນີນມາເປັນເວລາ 2 ວັນ ຄື: ວັນທີ 23-24 ເມສາ 2018 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ; ສະມາຊິກລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
I. ກອງປະຊຸມໃນຄັ້ງນີ້ ໄດ້ພ້ອມກັນປຶກສາຫາລື ແລະ ພິຈາລະນາຮັບຮອງເອົາບັນດາເອກະສານສໍາຄັນຈໍານວນ 7 ລາຍການ ດັ່ງນີ້:
1. ບົດລາຍງານກ່ຽວກັບສະພາບພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ສະພາບພົ້ນເດັ່ນພາຍໃນປະເທດ;
2. ບົດລາຍງານກ່ຽວກັບການກະກຽມອອກວິຊ່າ ແບບທັນສະໄໝ (E-VISA);
3. ບົດລາຍງານແຫ່ງຊາດ ປະຈໍາໄລຍະ 2-3 ການຈັດຕັ້ງປະຕິບັດອະນຸສັນຍາກ່ຽວກັບການເຂົ້າຮ່ວມຂອງເດັກ ໃນການປະທະກັນດ້ວຍກໍາລັງປະກອບອາວຸດ ແລະ ອະນຸສັນຍາກ່ຽວກັບຄ້າເດັກ, ການຄ້າປະເວນີເດັກ ແລະ ສິ່ງລາມົກອະນາຈານກ່ຽວກັບເດັກ;
4. ບົດລາຍງານກ່ຽວກັບຄວາມຄືບໜ້າ ແລະ ຄວາມພ້ອມໃນການກະກຽມກອງປະຊຸມໂຕະມົນ ຂອງຄະນະຊີ້ນໍາລະດັບຊາດ ປະຈໍາປີ 2018;
5. ບົດງາຍງານກ່ຽວກັບຜົນການສໍາຫຼວດການນໍາໃຊ້ຄູ;
6. ບົດລາຍງານກ່ຽວກັບຄວາມຄືບໜ້າໃນການກະກຽມບັນດາກົດໝາຍທີ່ຈະສະເໜີສະພາແຫ່ງຊາດພິຈາລະນາໃນກອງປະ ຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໃນເດືອນ ມິຖຸນາ 2018;
7. ຮ່າງນະໂຍບາຍແຫ່ງຊາດ ວ່າດ້ວຍຄວາມປອດໄພທາງລະບົບຄອມພິວເຕີ.
II. ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານ ໃນເດືອນ ເມສາ 2018 ທີ່ຜ່ານມາ ລັດຖະບານ ໄດ້ບັດຕິບັດວຽກງານຈຸດສຸມສໍາຄັນຫຼາຍດ້ານ ດັ່ງນີ້:
1. ໄດ້ສຶບຕໍ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຂອງສັງຄົມ ໂດຍສະເພາະບັນຫາອຸປະຕິເຫດຕາມທ້ອງຖະໜົນ, ຢາເສບຕິດ ແລະ ອັກຄີໄພ, ໃນນີ້ ໄດ້ເອົາໃຈໃສ່ພິເສດໃນວຽກງານຄຸ້ມຄອງ ແລະ ກວດກາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການໃນຊ່ວງບຸນປີໃໝ່ລາວ ເຮັດໃຫ້ສະພາບໂດຍລວມມີຄວາມສະຫງົບ, ອຸປະຕິເຫດ ແລະ ການສວຍໂອກາດຂຶ້ນລາຄາສິນຄ້າ ໃນຊ່ວງປີໃໝ່ກໍ່ບໍ່ເພີ່ມຫຼາຍ ເມື່ອທຽບໃສ່ປີຜ່ານມາ.
2. ໄດ້ເອົາໃຈໃສ່ຊຸກຍູ້-ສົ່ງເສີມ ການຜະລິດເປັນສິນຄ້າ ແລະ ສົ່ງເສີມປີທ່ອງທ່ຽວລາວຜ່ານຫຼາຍກິດຈະກໍາ ເປັນຕົ້ນແມ່ນ: ການເປີດປີທ່ອງທ່ຽວລາວຢູ່ແຂວງຫຼວງພະບາງ ພ້ອມກັບການປະກາດເມືອງຫຼວງພະບາງ ເປັນນະຄອນ-ຫຼວງພະບາງ, ການໂຄສະນາ ແລະ ຈັດກິດຈະກຳສົ່ງເສີມຄົນລາວທ່ຽວເມືອງລາວ ຜ່ານສື່ຕ່າງໆ, ການຈັດງານສົ່ງເສີມກາເຟລາວ, ງານສີມືຫັດຖະກຳລາວ, ການຈັດງານສະເຫຼີມສະຫຼອງ ການຮັບຮອງເອົາສຽງແຄນເຊື້ອຊາດລາວ ເປັນມໍລະດົກໂລກ ແລະ ອື່ນໆ.
3. ໄດ້ດໍາເນີນກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອພິຈາລະນາຫຼາຍບັນຫາທີ່ສໍາຄັນ ເປັນຕົ້ນແມ່ນ: ການເລັ່ງປັບປຸງລັດວິສາຫະກິດການບິນລາວ, ການພິຈາລະນາທາງເລືອກເພື່ອເຂົ້າຫາແຫຼ່ງທຶນຊົດເຊີຍປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ຜົນການກວດກາການຂຸດຄົ້ນ ແລະ ສົ່ງອອກຫີນປາໂກໄດ, ການປັບຂຶ້ນຄ່າແຮງງານຂັ້ນຕ່ຳສຸດຂອງຜູ້ອອກ ແຮງງານ (ເຊິ່ງຈະເປັນຂອງຂວັນສຳຄັນໃຫ້ແກ່ຜູ້ອອກແຮງງານລາວ ໃນໂອກາດວັນກຳມະກອນສາກົນ ທີ່ຈະມາເຖິງໃນອາທິດໜ້ານີ້) ແລະ ບັນຫາອື່ນໆ.
4. ໄດ້ພິຈາລະນາ ແລະ ອອກນິຕິກໍາລຸ່ມກົດໝາຍຈໍານວນໜື່ງ ເປັນຕົ້ນແມ່ນດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງນະຄອນ; ດໍາລັດວ່າດ້ວຍການສ້າງຕັ້ງນະຄອນ (ນະຄອນ-ຫຼວງພະບາງ, ນະຄອນໄກສອນພົມວິຫານ ແລະ ນະຄອນປາກເຊ) ແລະ ແກ້ໄຂຄໍາສະເໜີຂອງບັນດາຂະແໜງການ, ທ້ອງຖິ່ນ, ນິຕິບຸກຄົນ ແລະ ບຸກຄົນ ເຊິ່ງໄດ້ອອກເປັນແຈ້ງການທັງໝົດ 128 ສະບັບ.
5. ໄດ້ລົງຊຸກຍູ້ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ການເກັບລາຍຮັບຢູ່ຫຼາຍທ້ອງຖິ່ນ. ໄດ້ໄປແຂວງສະຫວັນນະເຂດ ແລະ ແຂວງຄໍາມ່ວນ, ໄດ້ລົງຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ພັດທະນາຊົນນະບົດໃໝ່, ການຜະລິດກະສິກໍາ ແລະ ຫັດຖະກໍາຂອງປະຊາຊົນ. ສ່ວນບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ກໍ່ໄດ້ໄປເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ຫຼາຍແຂວງໃນທົ່ວປະເທດ.
6. ໄດ້ໄປເຄື່ອນໄຫວຕ່າງປະເທດ ໃນນາມລັດຖະບານ ເປັນຕົ້ນແມ່ນ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອົດສະຕາລີ; ກອງປະຊຸມສຸດຍອດຂອບການຮ່ວມມື ອະນຸພາກພື້ນແມ່ນໍ້າຂອງ ທີ່ ສສ ຫວຽດນາມ; ກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 3 ທີ່ປະເທດກໍາປູເຈຍ ຊຶ່ງໄດ້ຮັບໝາກຜົນເປັນຢ່າງດີ. ນອກນັ້ນກໍ່ຍັງໄດ້ແຂກຕ່າງປະເທດທີ່ໄດ້ມາຢ້ຽມຢາມປະເທດເຮົາຫຼາຍຄະນະ.
ທີ່ມາ: ຫ້ອງວ່າການລັດຖະບານ.
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ



