ກອງປະຊຸມລັດຖະບານແຫ່ງ ສປປລາວ ສະໄໝສາມັນປະຈໍາເດືອນ ກຸມພາ 2018
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 3 ຄັ້ງ | ເວລາ | 2026-07-18 06:16:26
ກອງປະຊຸມລັດຖະບານແຫ່ງ ສປປລາວ ສະໄໝສາມັນປະຈໍາເດືອນກຸມພາ ໄດ້ພິຈາລະນາ 08 ບັນຫາສຳຄັນ ແລະ 08 ແຜນວຽກຈຸດສຸມໃນເດືອນມີນາ" - at 20-21 ກຸມພາ 2018 ນະຄອນຫຼວງວຽງຈັນ ສປປລາວ
(ກ). ບັນຫາພິຈາລະນາຮັບຮອງພາຍໃນກອງປະຊູມລັດຖະບານປະຈຳເດືອນກຸມພາ:
(1) ບົດລາຍງານສະພາບພົ້ນເດັ່ນທາງດ້ານເສດຖະກິດມະຫາພາກ:
ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນ ສະຖາບັນຄົ້ນ ຄວ້າເສດຖະກິດແຫ່ງຊາດ ສືບຕໍ່ຄົ້ນຄວ້າ ແລະ ວິໄຈແຕ່ລະບັນຫາ ພ້ອມທັງ ສະເໜີວິທີແກ້ໄຂ ໃນການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ໂດຍໃຫ້ມີການລາຍງານລັດຖະບານຢ່າງເປັນປົກກະຕິ. ພ້ອມດຽວກັນນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ມອບໝາຍໃຫ້ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຄົ້ນຄວ້າ 05 ບັນຫາຄື:
1. ການນໍາໃຊ້ພະລັງງານໄຟຟ້າ ແລະ ບໍ່ແຮ່ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ເກີດປະໂຫຍດສູງສຸດ,
2. ປະເມີນຄືນການສ້າງຕັ້ງເຂດເສດຖະກິດພິເສດໃນຂອບເຂດທົ່ວປະເທດ ແມ່ນມີດ້ານດີ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງ, ແກ້ໄຂຄືແນວໃດ ແລະ ໃນຕໍ່ໜ້າຈະຫຍາຍເຂດເສດຖະກິດຢູ່ໃສ,
3. ປະເມີນຄືນດ້ານດີ ແລະ ຂໍ້ຄົງຄ້າງໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ການພັດທະນາຕາມທິດແບບຍືນຍົງ,
4. ນະໂຍບາຍພັດທະນາວິສາຫະກິດ ແລະ ການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນ ຕາມຮູບແບບສະຫະກອນແບບໃໝ່,
5. ຄົ້ນຄວ້າຄືນການຈັດຕັ້ງປະຕິບັດນະໂຍບາຍ ຢຸດຕິການຕັດໄມ້ທໍາລາຍປ່າ, ການຖາງປ່າເຮັດໄຮ່;
(2) ບົດລາຍງານກ່ຽວກັບແຜນພັດທະນາແບບກວມລວມ ທົ່ວເຂດພູພຽງບໍລະເວນ:
ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ໃຫ້ວິໃຈ ແລະ ຄົ້ນຄວ້າຕື່ມ ກ່ຽວກັບທີ່ຕັ້ງ ແລະ ຈຸດພິເສດໃນແຕ່ລະເຂດຂອງພູພຽງບໍລະເວນ ເພື່ອກຳນົດ ແລະ ຈັດສັນເຂດພັດທະນາຕາມທ່າແຮງຂອງພູພຽງບໍລະເວນ ເປັນຕົ້ນແມ່ນ ການກໍານົດເຂດປ່າຍອດນໍ້າ, ເຂດຜະລິດກະສິກໍາ, ເຂດປຸກສ້າງ ແລະ ເຂດທີ່ຈະສ້າງໃຫ້ກາຍເປັນແຫຼ່ງທ່ອງທ່ຽວ. ພາຍຫຼັງທີ່ປັບປຸງສໍາເລັດແລ້ວ ໃຫ້ນໍາໄປຜ່ານສະພາທ້ອງຖິ່ນຂອງແຂວງ ແລະ ສະເໜີຂໍທິດຊີ້ນໍາຕໍ່ກອງປະຊຸມກົມການເມືອງ. ພ້ອມດຽວກັນນັ້ນ, ໃຫ້ແຕ່ງຕັ້ງຄະນະຮັບ ຜິດຊອບເພື່ອຄຸ້ມຄອງ ແລະ ພັດທະນາເຂດພູພຽງບໍລະເວນ ໂດຍມອບໃຫ້ ອໍານາດການປົກຄອງທ້ອງຖິ່ນເປັນເຈົ້າການຮັບຜິດຊອບ;
(3) ບົດລາຍງານກ່ຽວກັບ ຜົນຂອງກອງປະຊຸມສອງກົມການເມືອງ, ຜົນກອງປະຊຸມ ຄັ້ງທີ 40 ຂອງສອງຄະນະກໍາມະການຮ່ວມມື ລາວ-ຫວຽດ ນາມ:
ຕໍ່ບັນຫາດັ່ງກ່າວ, ກອງປະຊຸມ ໄດ້ຊີ້ນໍາໃຫ້ທຸກພາກສ່ວນທີ່ກ່ຽວ ຂ້ອງນໍາເອົາເນື້ອໃນຈິດໃຈ ແລະ ຜົນຂອງກອງປະຊຸມພົບປະສອງກົມການ ເມືອງ ແລະ ຜົນກອງປະຊຸມ ຄັ້ງທີ 40 ຂອງສອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຂອງຕົນ ແລະ ເປັນເຈົ້າການໃນການຈັດຕັ້ງປະ ຕິບັດໃຫ້ໄດ້ຮັບຜົນດີ ແລະ ເກີດປະ ໂຫຍດສູງສຸດ. ສຳຄັນແມ່ນ ໃນຕໍ່ໜ້າໃຫ້ຄົ້ນຄວ້າບັນດາໂຄງການຊ່ວຍຂອງ ສສຫວຽດນາມ ແມ່ນໃຫ້ເນັ້ນໃສ່ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍສະເພາະແມ່ນປະຊາຊົນ ທີ່ຢູ່ເຂດຮ່າງໄກສອກຫຼີກ;
(4) ບົດລາຍງານກ່ຽວກັບຄວາມຄືບໜ້າໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ:
ກອງປະຊຸມ ໄດ້ຊີ້ນໍາໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍສະເພາະແມ່ນ ຄະ ນະຄຸ້ມຄອງໂຄງ ການກໍ່ສ້າງທາງລົດໄຟ ລາວ-ຈີນ ສືບຕໍ່ປະສານສົມທົບກັບຝ່າຍ ສປຈີນ ໃນການດຳເນີນການກໍ່ສ້າງໂຄງການດັ່ງ ກ່າວ ໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້. ພ້ອມດຽວກັນນັ້ນ, ໃຫ້ສືບຕໍ່ປະ ສານສົມທົບກັບບັນດາແຂວງ, ສະພາທ້ອງຖິ່ນຂອງແຂວງ ເພື່ອກໍານົດ ແລະ ເບີກຈ່າຍຄ່າຊົດເຊີຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ ສ້າງດັ່ງກ່າວ ໃຫ້ສໍາເລັດໂດຍໄວ. ສຳລັບທຶນສົມທົບກໍ່ສ້າງໂຄງການດັ່ງກ່າວຂອງລັດຖະບານ ແມ່ນໃຫ້ກໍານົດເຂົ້າໃນແຜນງົບປະມານໃນແຕ່ລະປີ;
(5) ຮ່າງດໍາລັດ ວ່າດ້ວຍການພົວພັນປະສານງານ ລະຫວ່າງ ບັນດາກະຊວງ, ແຂວງ, ນະຄອນຫຼວງວຽງຈັນ ກັບສໍານັກງານນາຍົກລັດຖະມົນຕີ:
ກອງປະຊຸມ ເຫັນດີຮັບຮອງດ້ານຫຼັກການ ແຕ່ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຕື່ມ ຕາມການປະກອບ ຄໍາຄິດຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ໃຫ້ຮຽບຮຽງຄືນບັນດາຄໍາສັບ, ຊື່, ເນື້ອໃນ ຂອງບາງໝວດ, ບາງມາດຕາ ເພື່ອເຮັດໃຫ້ດໍາລັດສະບັບດັ່ງມີຄວາມຄົບຖ້ວນ, ຊັດເຈນ ແລະ ຮັດກຸມ, ເມື່ອປະກາດໃຊ້ແລ້ວ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ. ສໍາຄັນແມ່ນໃຫ້ ກໍານົດຂອດການປະສານງານ ລະຫວ່າງ ສູນກາງກັບສູນກາງ, ສູນກາງກັບທ້ອງຖິ່ນ, ແລະ ທ້ອງຖິ່ນກັບທ້ອງຖິ່ນ ໃຫ້ມີຄວາມລະອຽດ, ຈະແຈ້ງ ແລະ ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດ;
(6) ຮ່າງດໍາລັດ ວ່າດ້ວຍຄະນະແມ່ນໍ້າຂອງແຫ່ງຊາດ:
ກອງປະຊຸມ ໄດ້ຮັບຮອງ ແລະ ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເພື່ອເຮັດໃຫ້ດຳ ລັດດັ່ງກ່າວ ມີເນື້ອໃນຄົບຖ້ວນ, ຈະແຈ້ງ ແລະ ຊັດເຈນ ເມື່ອປະ ກາດໃຊ້ແລ້ວສາມາດຈັດຕັ້ງປະຕິບັດໄດ້;
(7) ບົດລາຍງານກ່ຽວໂຄງການກໍ່ສ້າງ, ປັບປຸງ ແລະ ຂະຫຍາຍເທດສະບານເມືອງໃໝ່ ເມືອງພູຄູນ, ແຂວງຫຼວງພະບາງ:
ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງ ແລະ ສຶກສາອອກແບບຄືນໃໝ່, ການກໍ່ສ້າງແມ່ນຕ້ອງຢູ່ບົນຈິດໃຈປະຢັດມັດທະ ຍັດ ແລ້ວຈຶ່ງສືບຕໍ່ພິຈາລະນາໃນຂັ້ນຕໍ່ໄປ;
(



