ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ທັນວາ 2017
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2026-07-18 06:16:29
ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ທັນວາ ເຊີ່ງເປັນຄັ້ງສຸດທ້າຍຂອງປີ 2017 ໄດ້ດໍາເນີນມາເປັນເວລາ 2 ວັນ ຄື: ວັນທີ 25-26 ທັນວາ 2017 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ; ສະມາຊິກລັດຖະບານ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ແລກປ່ຽນຄໍາເຫັນກ່ຽວກັບສະພາບພົ້ນເດັ່ນຂອງພາກພື້ນ ແລະ ສາ ກົນ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານ ແລະ ການປ່ຽນແປງດິນຟ້າອາກາດໃນປະຈຸບັນ. ກອງປະຊຸມ ໄດ້ພິຈາລະນານິຕິກໍາ 06 ສະບັບ (ກົດໝາຍ 04 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍທະບຽນຄອບຄົວ ສະບັບປັບປຸງ; ຮ່າງກົດໝາຍວ່າດ້ວຍ ການປ່ຽນແປງຂອງສະພາບດິນຟ້າອາກາດ (ຕໍ່ກັບຮ່າງກົດໝາຍດັ່ງກ່າວ ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຄືນຕາມການປະກອບຄໍາຄິດຄໍາເຫັນຂອງສະມາຊິກລັດຖະບານ ໂດຍໃຫ້ເຮັດເປັນດໍາລັດ); ຮ່າງກົດໝາຍວ່າດ້ວຍ ການຈັດສັນພູມລໍາເນົາ ແລະ ຮ່າງກົດ ໝາຍວ່າດ້ວຍ ວັກຊີນ) ແລະ ດໍາລັດ 02 ສະບັບ ຄື: (ດໍາລັດວ່າດ້ວຍ ພະນັກງານລັດວິສາຫະກິດ ແລະ ດໍາລັດວ່າດ້ວຍ ເຂດເສດຖະກິດພິເສດ ສະບັບປັບປຸງ) ແລະ ເນື່ອງຈາກເປັນເດືອນສຸດທ້າຍຂອງປີ, ກອງປະຊຸມຂອງພວກເຮົາ ກໍໄດ້ສະຫຼຸບຕີລາຄາການດໍາເນີນກອງປະຊຸມລັດຖະບານ ປະຈໍາປີ 2017 ແລະ ປຶກສາຫາລືແຜນດໍາເນີນກອງປະຊຸມລັດຖະ ບານ ປີ 2018.
ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ສະຫຼຸບສັງລວມການເຄື່ອນໄຫວວຽກງານຈຸດສຸມທີ່ພົ້ນເດັ່ນຂອງລັດຖະບານ ໃນເດືອນ ທັນວາ ທີ່ຜ່ານມາ ແລະ ຊີ້ນຳວຽກງານຈຸດສຸມໃນເດືອນ ມັງກອນ 2018 ດັ່ງ ນີ້:
v ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານ ໃນເດືອນ ທັນວາ 2017 ທີ່ຜ່ານມາ ລັດຖະບານ ໄດ້ບັດຕິບັດວຽກງານຈຸດສຸມສໍາຄັນຫຼາຍດ້ານ ເປັນຕົ້ນ
1. ໄດ້ສຶບຕໍ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຂອງສັງຄົມ ໂດຍສະເພາະ ບັນຫາຢາເສບຕິດ, ອຸປະຕິເຫດຕາມທ້ອງຖະໜົນ, ອັກຄີໄພ, ຂີ້ລັກງັດແງະ, ປຸ້ນຈີ້ ຊິງຊັບ ແລະ ບັນຫາອື່ນໆ ໄດ້ຫຼາຍສົມຄວນເຮັດໃຫ້ສະພາບສັງຄົມໂດຍ ລວມສືບຕໍ່ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ການພັດທະນາ ແລະ ການ ດໍາລົງຊີວິດ ທີ່ສະຫງົບ-ເປັນປົກກະຕິ ຂອງປະຊາຊົນ.
2. ໄດ້ຈັດຕັ້ງສະເຫຼີມສະຫຼອງ ແລະ ເລົ່າມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 42 ປີ ແລະ ວັນຄ້າຍວັນເກີດຂອງປະທານໄກສອນ ພົມວິຫານ 13 ທັນວາ ຄົບຮອບ 97 ປີ ຢ່າງກວ້າງຂວາງ ແລະ ມີເນື້ອໃນຢູ່ບັນດາກົງຈັກການຈັດ ຕັ້ງຂອງ ພັກ-ລັດຖະບານ ແລະ ອົງການປົກຄອງທ້ອງຖີ່ນ ໃນຂອບເຂດທົ່ວປະເທດ.
3. ໄດ້ກະກຽມໃຫ້ແກ່ການຢ້ຽມຢາມສັນທະວະໄມຕີ ແລະ ເຂົ້າຮ່ວມພິທີປິດການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2017 ແລະ ການສືບຕໍ່ແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ 2 ຝ່າຍຢ່າງເປັນຂະ ບວນຟົດຟື້ນ.
4. ໄດ້ດຳເນີນກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ແລະ ພິຈາລະນາຫຼາຍບັນຫາສໍາຄັນ ເປັນຕົ້ນແມ່ນ ການແກ້ໄຂບັນຫາການລັກລອບຄ້າໄມ້ ແລະ ການລັກລອບຂຸດຄົ້ນຄຳ ທີ່ເກີດຂຶ້ນຢູ່ບາງແຂວງ; ການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງປູຍາງສອງຊັ້ນ 3 ເສັ້ນ ຢູ່ແຂວງໄຊສົມບູນ; ການແຕ່ງຕັ້ງຄະນະຊີ້ນຳລະດັບຊາດ ເພື່ອໄກ່ເກ່ຍ ແລະ ຄ່າຊົດເຊີຍໂຄງການລົງ ທຶນຂະໜາດໃຫຍ່ຂອງພາກລັດ ແລະ ພາກເອກະຊົນ; ການອະນຸຍາດເປີດນໍາໃຊ້ທ່າເຮືອຢູ່ເຂດສາມລ່ຽມຄໍາ ເປັນທ່າ ເຮືອສາກົນ ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ; ແຜນຈັດຊື້ລົດປະຈໍາຕໍາແໜ່ງການນໍາຂັ້ນສູງ; ແກ້ໄຂບັນຫາການນໍາເຂົ້າລົດທີ່ບໍ່ຖືກຕ້ອງ, ແກ້ໄຂບັນຫາການລົງທຶນພັດທະນາໂຮງງານຊີມັງ ຢູ່ແຂວງຫຼວງພະບາງ ແລະ ບັນຫາອື່ນໆ.
5. ລັດຖະບານໄດ້ດໍາເນີນການສະຫຼຸບຕີລາຄາ ການດໍາເນີນກອງປະຊຸມລັດຖະບານ ໃນປີ 2017 ແລະ ກໍານົດແຜນດຳເນີນກອງປະຊຸມລັດຖະບານ ປະຈໍາປີ 2018. ພ້ອມກັນນີ້, ຫຼາຍຂະແໜງການ ກໍໄດ້ສະຫຼຸບການເຄື່ອນໄຫວປະ ຕິບັດວຽກງານປະຈໍາປີ 2017 ແລະ ກໍານົດແຜນວຽກຈຸດສຸມຂອງຕົນ ໃນປີ 2018. ໃນອາທິດຜ່ານມາກໍ່ມີ ກອງປະຊຸມວຽກງານທີ່ດິນທົ່ວປະເທດ; ມື້ນີ້ ແລະ ມື້ອື່ນ ກໍ່ຍັງມີກອງປະຊຸມວຽກງານແຜນການ ແລະ ການເງິນ ແລະ ໃນທ້າຍອາທິດກໍ່ຈະມີກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ, ກອງປະຊຸມເຫຼົ່ານີ້, ກໍ່ມີການນໍາຂັ້ນສູງຂອງພັກ ແລະ ລັດຖະບານ ໄປຮ່ວມເພື່ອຊຸກຍູ້ ແລະ ຊີ້ນໍາວຽກງານຂອງແຕ່ລະຂະແໜງການດັ່ງກ່າວ.
6. ບັນດາສະຫາຍຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ກໍໄດ້ໄປເຄື່ອນໄຫວວຽກງານ ທັງພາຍໃນ ແລະ ຕ່າງປະເທດ ຕາມແຜນວຽກຈຸດສຸມຂອງຕົນ ເພື່ອປະກອບສ່ວນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານປະຈໍາເດືອນ ທັນວາ ຂອງລັດຖະບານຢ່າງມີປະສິດທິຜົນ.
7. ໄດ້ຄົ້ນຄວ້າ ແລະ ອອກນິຕິກໍາລຸ່ມກົດໝາຍ ທີ່ສຳຄັນຈໍານວນໜຶ່ງ, ຊຶ່ງໃນໜື່ງເດືອນຜ່ານມາແມ່ນໄດ້ອອກ ດຳລັດ 31 ສະບັບ, ຂໍ້ຕົກລົງ 7 ສະບັບ ແລະ ແຈ້ງການ ຈຳນວນ 185 ສະບັບ. ພ້ອມກັນນີ້, ບັນດາຂະແໜງການກໍ່ພວມປັບປຸງບັນດາຮ່າງກົດໝາຍ ທັງໝົດ 16 ສະບັບ ທີ່ລັດຖະບານ ຈະສະເໜີໃຫ້ກອງປະຊຸມສະໄໝສາມັນ ເທື່ອທີ່ 5 ຂອງສະພາແຫ່ງຊາດ ຊຸດທີ VIII ເພື່ອປັບປຸງ ແລະ ປະກາດໃຊ້.
ກ່ຽວກັບວຽກງານຈຸດສຸມ ໃນເດືອນ ມັງກອນ ທ່ານນາຍົດລັດຖະມົນຕີ ໄດ້ຊີ້ນໍາວ່າ: ຄຽງຄູ່ກັບວຽກງານຈຸດສຸມ ທີ່ປະຕິບັດໄດ້ໃນ 1 ເດືອນຜ່ານມາ ,ພວກເຮົາກໍ່ມີຫຼາຍບັນຫາທີ່ຍັງຄົງຄ້າງ ແລະ ຈະຕ້ອງໄດ້ສືບຕໍ່ແກ້ໄຂ ເຊິ່ງໃນເດືອນໜ້າເປັນເດືອນເລີ່ມຕົ້ນຂອງປີ, ເປັນເດືອນທຳອິດຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2018 ແລະ ກໍ່ເປັນເດືອນທີ່ລັດຖະບານ ຈະມີການເຄື່ອນໄຫວວຽກງານທີ່ສຳຄັນທັງພາຍໃນ ແລະ ຕ່າງປະເທດ. ເພື່ອໃຫ້ການປະຕິບັດວຽກງານດຳເນີນໄປຢ່າງມີປະສິດທິຜົນນັ້ນ ບັນດາສະມາຊິກລັດຖະບານ ຈົ່ງສືບຕໍ່ເອົາໃຈໃສ່ວຽກງານຈຸດສຸມ ປະຈຳເດືອນ ມັງກອນ 2018 ຂອງລັດຖະບານ ດັ່ງຕໍ່ໄປນີ້ :
1. ເອົາໃຈໃສ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນເຂດຊາຍແດນ; ຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໃຫ້ໜັກແໜ້ນ ໂດຍສືບຕໍ່ສ້າງແຜນແມ່ບົດຈັດສັນລະບຽບສັງຄົມ ໃຫ້ສຳເລັດໂດຍໄວ; ສືບຕໍ່ເອົາ ໃຈໃສ່ເປັນພິເສດ ຕໍ່ການແກ້ໄຂບັນຫາປະກົດການຫຍໍ້ທໍ້ທາງສັງຄົມ ເປັນຕົ້ນແມ່ນ ບັນຫາຢາເສບຕິດ, ອຸປະຕິເຫດຕາມທ້ອງຖະໜົນ, ອັກຄີໄພ, ຕິດຕາມໄພໜາວ ແລະ ສຸຂະພາບຂອງປະຊາຊົນ ເພື່ອຊ່ວຍ ເຫຼືອປະຊາຊົນໃຫ້ທັນການ ແລະ ບັນຫາອື່ນໆ ທີ່ເປັນປະກົດການຊໍ້າເຮື້ອ ບໍ່ໃຫ້ເພີ່ມຂຶ້ນ, ໃຫ້ສູ້ຊົນເຮັດໃຫ້ຫຼຸດລົງໃຫ້ໄດ້.
2. ສືບຕໍ່ຕິດຕາມຢ່າງໃກ້ຊິດສະພາບການພາກພື້ນ ແລະ ສາກົນ ທີ່ກຳລັງຜັນແປໄປຢ່າງສະຫຼັບຊັບຊ້ອນ ແລະ ອາດມີຜົນກະທົບ ທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ຕໍ່ປະເທດເຮົາ. ໃຫ້ເອົາໃຈໃສ່ວິເຄາະວິໄຈ ສະພາບການໃຫ້ເລິກເຊິ່ງ ແລະ ກໍານົດທັດສະນະໃຫ້ເໝາະສົມ ເພື່ອມີການຂໍຄວາມເຫັນ ແລະ ການຊີ້ນຳຈາກຂັ້ນເທິງໃຫ້ທັນການ ເພື່ອຖະແຫຼງຕໍ່ສາກົນໃຫ້ທັນເວລາ, ພ້ອມທັງກະກຽມປ້ອງກັນຄວາມສ່ຽງຕ່າງໆ ທີ່ອາດຈະເກີດຂຶ້ນ. ພ້ອມກັນນີ້, ກໍ່ໃຫ້ກະກຽມຮອບດ້ານ ໃຫ້ແກ່ການເຄື່ອນໄຫວວຽກງານຕ່າງປະເທດ ຂອງການນຳພັກ-ລັດ ເປັນຕົ້ນແມ່ນ ການເຂົ້າຮ່ວມກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 2 ທີ່ກຳປູເຈຍ, ການເດີນທາງໄປຢ້ຽມຢາມ ສ. ມຽນມ້າ ຢ່າງເປັນທາງການຂອງນາຍົກລັດຖະມົນຕີ, ການເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ ການເປັນຄູ່ຮ່ວມອາຊຽນ-ອິນເດຍ ຄົບຮອບ 25 ປີ (1992-2017) ທີ່ຈະຈັດຂຶ້ນທີ່ ນິວເດນລີ, ປະເທດອິນເດຍ ແລະ ການເຄື່ອນ ໄຫວວຽກງານຕ່າງປະເທດອື່ນໆ.
3. ຈັດຕັ້ງເຜີຍແຜ່ ແລະ ຊຸກຍູ້ການຈັດຕັ້ງປະຕິບັດດໍາລັດວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈຳປີ 2018 (ສະບັບເລກທີ 397/ນຍ, ລົງວັນທີ 22 ທັນວາ 2017) ໃຫ້ທົ່ວເຖິງ. ດໍາລັດສະບັບນີ້ໄດ້ກຳນົດບັນດາໜ້າທີ່ລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມຂອງລັດຖະບານ ເຊິ່ງໄດ້ກຳນົດ 10 ຈຸດສຸມຕົ້ນຕໍ [ ຄື: 1) ການຊຸກຍູ້ການເຕີບໂຕຂອງເສດຖະກິດ; 2) ການຄຸ້ມຄອງລະບົບການເງິນ-ງົບປະ ມານ; 3) ການຄຸ້ມຄອງເງິນຕາ; 4) ການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ; 5) ການຊຸກຍູ້ສົ່ງ ເສີມການຜະລິດ ແລະ ບໍລິການ; 6) ການພັດທະນາທາງດ້ານວັດທະນະທຳ-ສັງຄົມ ແລະ ການແກ້ໄຂຄວາມທຸກຍາກ; 7) ການຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາ ແບບຍືນຍົງ; 8)ການບໍລິຫານລັດ, ການເຄື່ອນໄຫວຂອງຜູ້ປະກອບການ; 9)ການປັບປຸງບັນດານິຕິກໍາ ແລະ 10) ການສ້າງສະພາບແວດລ້ອມທີ່ດີໃຫ້ແກ່ການພັດທະນາ].
4. ພ້ອມກັນນີ້ ກໍ່ຍັງໄດ້ກຳໜົດຄວາມຮັບຜິດຊອບ ແລະ ວຽກຈຸດສຸມຕົ້ນຕໍຂອງຂະແໜງການຕ່າງໆລະອຽດສົມຄວນ.
5. ດັ່ງນັ້ນ, ສະເໜີໃຫ້ສະມາຊິກລັດຖະບານ ເຊິ່ງເປັນຫົວຈັກຫຼັກແຫຼ່ງຂອງບັນດາຂະແໜງການ ຜັນຂະຫຍາຍດຳລັດສະບັບນີ້ໃຫ້ເປັນບົດແນະນຳ, ເປັນແຜນວຽກຈຸດສຸມປະຈຳປີ, ປະຈຳ 6 ເດືອນ, ປະຈຳໄຕມາດ ແລະ ອອກເປັນແຜນປະຈໍາເດືອນຂອງຕົນ ເພື່ອຈັດຕັງປະຕິບັດ ເລີ່ມແຕ່ເດືອນມັງກອນ 2018 ເປັນຕົ້ນໄປ ໃຫ້ມີປະສິດທິຜົນ. ພ້ອມກັນນີ້, ກໍ່ໃຫ້ຂະແໜງການແຜນການ ແລະ ລົງທຶນ ເປັນເຈົ້າການໃນການຕິດຕາມ, ຊຸກຍູ້ ແລະ ສະຫຼຸບລາຍງານຄວາມຄືບໜ້າໃນການ ຈັດຕັ້ງປະຕິບັດແຜນປີ 2018 ໃຫ້ແກ່ລັດຖະບານ ເປັນແຕ່ລະໄຕມາດ.
6. ໃນການປະຕິບັດແຜນປີ 2018, ພວກເຮົາຕ້ອງໄດ້ເອົາໃຈໃສ່ການລະດົມ ແລະ ນຳໃຊ້ທຶນ ເພື່ອການພັດທະ ນາເສດຖະກິດ-ສັງຄົມ ໃນປີ 2018 ໃຫ້ມີປະສິດທິຜົນສູງກວ່າເກົ່າ, ໃນນັ້ນ, ໃຫ້ເອົາໃຈໃສ່ເປັນພິເສດ ໃນການຊຸກຍູ້ການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມື ລະຫວ່າງປະເທດເຮົາ ແລະ ຮ່ວມມືສາກົນ ເປັນຕົ້ນແມ່ນ:
- ໂຄງການຊ່ວຍເຫຼືອທາງການ ຂອງ ສປ ຈີນ ໃນມູນຄ່າ 4 ຕື້ຢວນ ແລະ 1,2 ຕື້ຢວນ ໃຫ້ຮີບຮ້ອນຜັນຂະຫຍາຍ, ສ້າງເປັນໂຄງການລະອຽດ ແລະ ປະສານກັບພາກສ່ວນກ່ຽວຂ້ອງຂອງຈີນ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນໂດຍໄວ.
- ໂຄງການຮ່ວມມືລາວ-ຫວຽດນາມ ທີ່ລັດຖະບານ ທັງສອງປະເທດ ໄດ້ເປັນເອກະພາບດ້ານຫລັກການແລ້ວ ໂດຍຮີບຮ້ອນປະສານ ແລະ ເຈລະຈາ ກັບພາກສ່ວນກ່ຽວຂ້ອງຂອງ ສສ ຫວຽດນາມ ເພື່ອຈັດຕັ້ງປະຕິບັດ ແລະ ໃຫ້ໄດ້ເຊັນ 4 ສັນຍາ ໃນໂອກາດການພົບປະ ລະຫວ່າງ ສອງກົມການເມືອງ ແລະ ກອງປະຊຸມຄະນະກຳມາທິການ ລາວ-ຫວຽດນາມ ຄັ້ງທີ 40 ໃນເດືອນ ມັງກອນ ປີ 2018 ທີ່ຈະມາເຖິງ.
- ບັນດາໂຄງກາທີ່ໄດ້ສະເໜີຂໍກູ້ຢືມມູນຄ່າສູງ ທີ່ສະພາໄດ້ຮັບຮອງແລ້ວ ໃຫ້ຮີບຮ້ອນປະສານສົມທົບ ກັບຜູ້ໃຫ້ທຶນກູ້ຢືມ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໂດຍໄວ. ໃນຕໍ່ໜ້າ, ການກູ້ຢືມ ຈະເໜັ້ນໃສ່ບັນດາໂຄງການທີ່ມີປະສິດທິຜົນສູງແທ້ ເພື່ອບໍ່ໃຫ້ເພີ່ມໜີ້ສິນຫຼາຍເກີນໄປ.
- ບັນດາໂຄງການລົງທຶນຂະໜາດໃຫຍ່ ທີ່ໄດ້ເລີ່ມດຳເນີນການຈັດຕັ້ງປະຕິບັດແລ້ວ ໂດຍຊຸກຍູ້ໃຫ້ສາມາດດຳ ເນີນໄປຕາມແຜນ ເຊັ່ນ: ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ໂຄງການພັດທະນາຕາມນະໂຍບາຍ 1 ແລວທາງ 1 ເສັ້ນທາງ, ໂຄງການພັດທະນາເຂດເສດຖະກິດພິເສດທີ່ກຳລັງດຳເນີນ, ໂຄງການທີ່ກຳລັງສຶກສາຄວາມເປັນໄປໄດ້ ແລະ ໂຄງ ການລົງທຶນຂະໜາດໃຫຍ່ອື່ນໆ ທີ່ມີຜົນກະທົບສູງຕໍ່ການພັດທະນາອື່ນໆ ໃຫ້ສາມາດດໍາເນີນໄປໄດ້ດີ.
7. ເພື່ອລະດົມທຶນ ເພື່ອການພັດທະນາທັງພາຍໃນ ແລະ ຕ່າງປະເທດ ທັງທາງດ້ານປະລິມານ ແລະ ຄຸນນະພາບໃຫ້ໄດ້ຫລາຍຂຶ້ນ ຕ້ອງໄດ້ເອົາໃຈໃສ່ວຽກງານປັບປຸງສະພາບແວດລ້ອມ ຂອງການດຳເນີນທຸລະກິດ, ສຸມໃສແກ້ໄຂບັນຫາຄວາມບໍ່ສະດວກໃນການດຳເນີນທຸລະກິດ ແລະ ການອະນຸມັດການລົງທຶນຜ່ານປະຕູດຽວ ໃຫ້ວ່ອງໄວ, ໂປງໃສ ແລະ ສອດຄ່ອງຕາມກົດໝາຍ-ລະບຽບການ. ສູ້ຊົນເຮັດໃຫ້ ອັນດັບຄວາມສະດວກ ໃນການດຳເນີນທຸລະກິດຢູ່ປະ ເທດເຮົາ ໃຫ້ດີຂຶ້ນ ໃນປີ 2018-2019. ພ້ອມນີ້, ກໍ່ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດ ແຜນພັດທະນາວິສາຫະກິດຂະ ໜາດນ້ອຍ-ຂະໜາດກາງ ໄລຍະປີ 2016-2020 ທີ່ລັດຖະບານ ໄດ້ອອກດໍາລັດຮັບຮອງ ແລະ ປະກາດໃຊ້ແລ້ວ ເພື່ອຊຸກຍູ້ການພັດທະນາຂອງ SMEs ຢູ່ປະເທດເຮົາໃຫ້ເຂັ້ມແຂງເທື່ອລະກ້າວ.
8. ສືບຕໍ່ຄຸ້ມຄອງ ແລະ ແກ້ໄຂການລົງທຶນ ແລະ ການເຄື່ອນໄຫວທຸລະກິດ ແລະ ບໍລິການ ທີ່ບໍ່ສອດຄ່ອງຕາມກົດໝາຍ ແລະ ລະບຽບການ, ໂດຍສະເພາະ ການລັກລອບຂຸດຄົ້ນ ແລະ ສົ່ງອອກໄມ້, ການລັກລອບຂຸດຄົ້ນບໍ່ແຮ່ ແລະ ຊັບພະຍາກອນຫວງຫ້າມ ຢູ່ໃກ້ຊາຍແດນ ແລະ ເຂດຫ່າງໄກຈາກຕົວເມືອງ.
9. ສືບຕໍ່ປັບປຸງບັນດານິຕິກຳ ລຸ່ມກົດໝາຍ ແລະ ຮ່າງກົດໝາຍທີ່ຈະນຳມາຜ່ານກອງປະຊຸມລັດຖະບານ ໃນເດືອນມັງກອນ ແລະ ເດືອນກຸມພາ 2018 ທີ່ຈະມາເຖິງນີ້ (ເຊິ່ງມີປະມານ 12 ກົດໝາຍ) ເພື່ອຮັບປະກັນ ທາງດ້ານຄຸນນະພາບ ກ່ອນນໍາເຂົ້າກອງປະຊຸມລັດຖະບານ ເພື່ອໃຫ້ພວກເຮົາສາມາດພິຈາລະນາ ຢ່າງມີປະສິດທິຜົນ ແລະ ສາມາດສະເໜີໃຫ້ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ພິຈາລະນາທັນກຳນົດເວລາ ພາຍໃນທ້າຍເດືອນກຸມພາ ທີ່ຈະມາເຖິງ. ພ້ອມນີ້, ກໍ່ສືບຕໍ່ປັບປຸງບັນດາກົດໝາຍທີ່ຈະນຳໄປຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ໃນທ້າຍປີ ເຊິ່ງໃນນັ້ນກໍ່ລວມເຖິງກົດໝາຍ ວ່າດ້ວຍທີ່ດິນສະບັບປັບປຸງ.
10. ກອງປະຊຸມລັດຖະບານໃນເດືອນນີ້ ໄດ້ສະຫຼຸບຕີລາຄາ ການດຳເນີນກອງປະຊຸມລັດຖະບານ ໃນປີ 2017 ແລະ ຖອດຖອນໄດ້ຫຼາຍບົດຮຽນ ເພື່ອປັບປຸງການດຳເນີນກອງປະຊຸມລັດຖະບານ ໃນປີ 2018 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ. ດັ່ງນັ້ນ, ໃຫ້ບັນດາສະຫາຍສະມາຊິກລັດຖະບານ ເພີ່ມຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບຂອງຕົນໃຫ້ສູງກວ່າເກົ່າໃນການປະສານສົມທົບ, ກຽມຫົວຂໍ້, ເນື້ອໃນຂອງເອກະສານ ແລະ ປະ ກອບຄຳເຫັນຕໍ່ບັນຫາທີ່ນຳມາປຶກສາຫາລື ຢູ່ໃນກອງປະຊຸມລັດຖະບານ. ວຽກງານທີ່ສໍາຄັນອີກວຽກງານໜຶ່ງ ໃນປີ 2018 ແມ່ນຕ້ອງໄດ້ສຸມໃສ່ປັບປຸງບັນດາວິສາຫະກິດ ເພື່ອຊຸກຍູ້, ຊ່ວຍເຫຼືອໃຫ້ບັນດາວິສາຫະກິດຕ່າງໆ ສາມາດດໍາເນີນການໄດ້.
ແຫຼ່ງ: ສຳນັກງານນາຍົກ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ


