ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນຕຸລາ 2017
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2026-07-18 06:16:23
ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນຕຸລາ 2017, ໄດ້ໄຂຂຶ້ນ ແລະ ປິດລົງຢ່າງເປັນທາງການ" - at 24-25 ຕຸລາ 2017 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ ສປປລາວ
(ກ) ວາລະດຳເນີນກອງປະຊຸມ:
(1) ກອງປະຊຸມຄັ້ງນີ້ ລັດຖະບານຈະໄດ້ຄົ້ນຄວ້າ ປຶກສາຫາລື ແລະ ປະກອບຄຳເຫັນໃສ່ ບັນຫາຕ່າງໆ ດັ່ງນີ້:
1. ບົດລາຍງານສະພາບພົ້ນເດັ່ນ ຢູ່ພາຍໃນ ແລະ ຕ່າງປະເທດ,
2. ທິດທາງ ແລະ ວິທີການແກ້ໄຂບັນຫາການຂົນສົ່ງທາງບົກ ແລະ ດ່ານສາກົນພາຍໃນປະເທດ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງ,
3. ບົດລາຍງານກ່ຽວກັບບັນຫາທີ່ດິນ,
4. ຮ່າງແຜນແມ່ບົດທີ່ດິນແຫ່ງຊາດ,
5. ບົດລາຍງານກ່ຽວກັບການຂໍອະນຸມັດສ້າງຕັ້ງ ນະຄອນ ຫຼວງພະບາງ,
6. ບົດລາຍງານກ່ຽວກັບແຜນງົບປະມານຮັບໃຊ້ໃຫ້ແກ່ການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ,
7. ຮ່າງດໍາລັດ ວ່າດ້ວຍການຊ່ວຍເຫຼືອລ້າທາງດ້ານກົດໝາຍ,
8. ບົດລາຍງານກ່ຽວກັບ ສະພາບການປັບປຸງບັນຍາກາດຂອງການດໍາເນີນທຸລະກິດ ຢູ່ໃນ ສປປລາວ ແລະ ທິດທາງແກ້ໄຂໃນຕໍ່ໜ້າ;
(2) ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ເນັ້ນໜັກໃຫ້ຜູ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ ໃນການປະກອບຄໍາຄິດຄໍາເຫັນ ເພື່ອເຮັດໃຫ້ບັນດາເນື້ອໃນສໍາຄັນທີ່ນໍາມາປຶກສາຫາລືໃນຄັ້ງນີ້ ມີຄວາມຄົບຖ້ວນ, ສົມບູນ, ຈະແຈ້ງ, ຮັດກຸມ ແລະ ສາມາດນຳໄປຈັດຕັ້ງປະຕິບັດ ໃນວຽກງານຕົວຈິງໄດ້.
(ຂ). ຜົນສຳເລັດກອງປະຊູມ:
(1) ການແກ້ໄຂສິ່ງກີດຂວາງການຂົນສົ່ງທາງບົກ ແລະ ການຄຸ້ມຄອງດ່ານສາກົນທາງບົກພາຍໃນປະເທດ:
1. ກອງປະຊຸມໄດ້ຊີ້ນໍາໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນໃຈກາງສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນ ທີ່ມີດ່ານສາກົນຕັ້ງຢູ່ ຄົ້ນຄວ້າປຶກສາຫາລືກັນ ເພື່ອກຳນົດມາດຖານດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດເຮົາ,
2. ພ້ອມກັນນັ້ນ ໃຫ້ສືບຕໍ່ປັບປຸງຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງດ່ານສາກົນ, ປັບປຸງດຳລັດວ່າດ້ວຍຄະນະຄຸ້ມຄອງການຂົນສົ່ງທາງບົກລະດັບຊາດ ເພື່ອໃຫ້ລັດຖະບານໄດ້ພິຈາລະນາຕົກລົງໂດຍໄວ;
(2) ກ່ຽວກັບບັນຫາທີ່ດິນ, ກອງປະຊຸມ:
1. ເຫັນດີຮັບຮອງທາງດ້ານຫຼັກການ ບົດລາຍງານຂອງຄະນະສະເພາະກິດ ໃນການກວດກາ, ສະຫຼຸບ, ຕີລາຄາ, ຄົ້ນຄວ້າວິໄຈ ສະພາບການຄຸ້ມຄອງ ແລະ ນຳໃຊ້ທີ່ດິນໃນໄລຍະຜ່ານມາ,
2. ຮັບຮອງຮ່າງແຜນຈັດສັນທີ່ດິນແຫ່ງຊາດ, ພ້ອມນັ້ນ ກອງປະຊຸມໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ນຳໄປປັບປຸງຕາມຄຳເຫັນຂອງສະມາ ຊິກລັດຖະບານ ເພື່ອສືບຕໍ່ພິຈາລະນາ ແລະ ປະກາດນຳໃຊ້ໃນຂັ້ນຕໍ່ໄປໂດຍໄວ;
(3) ກ່ຽວກັບການສະເໜີສ້າງນະຄອນ, ກອງປະຊຸມໄດ້:
1. ພິຈາລະນາ ແລະ ຕົກລົງເຫັນດີໃຫ້ສ້າງຕັ້ງນະຄອນ-ຫຼວງພະບາງ ຕາມການສະເໜີຂອງເຈົ້າແຂວງ ແລະ ສະພາປະຊາປະຊາຊົນແຂວງຫຼວງພະບາງ,
2.ພ້ອມກັນນີ້, ກໍ່ໄດ້ຕົກລົງດ້ານຫຼັກການ ໃຫ້ສ້າງຕັ້ງນະຄອນໄກສອນພົມວິຫານ ແລະ ນະຄອນປາກເຊ, ແຕ່ຕ້ອງໄດ້ໃຫ້ອຳນາດການປົກຄອງ ແລະ ສະພາປະຊາຊົນທ້ອງຖິ່ນດັ່ງກ່າວ ຮີບຮ້ອນພິຈາລະນາສະເໜີ ຕາມຂັ້ນຕອນ, ກົດໝາຍ ແລະ ລະບຽບການ ເພື່ອໃຫ້ໄດ້ປະກາດພ້ອມກັບນະຄອນ ຫຼວງພະບາງ;
(4) ກອງປະຊຸມໄດ້ພິຈາລະນາ ແລະ ຕົກລົງທິດເບື້ອງຕົ້ນ ກ່ຽວກັບແຜນງົບປະມານຮັບໃຊ້ ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ:
1. ໃນນີ້, ກອງປະຊຸມໄດ້ຊີ້ນຳໃຫ້ກະຊວງປ້ອງກັນປະເທດ ນຳໄປໄລ່ລຽງບັນດາກິດຈະກຳ ໃຫ້ລະອຽດ ແລະ ແທດຕົວຈິງຕື່ມ ແລ້ວຈຶ່ງນຳສະເໜີ ຂໍຄຳເຫັນຈາກກົມການເມືອງສູນກາງພັກ ເພື່ອພິຈາລະນາຕົກລົງ,
2. ກອງປະຊຸມເຫັນວ່າ ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ແມ່ນມີຄວາມໝາຍສຳຄັນຫຼາຍ ເຊິ່ງຕ້ອງໄດ້ສຶກສາອົບຮົມທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ໃຫ້ເຂົ້າໃຈຢ່າງເລິກ ເຊິ່ງ ຕໍ່ມູນເຊື້ອວິລະຊົນຂອງກອງທັບປະຊາຊົນລາວ,
3. ເຫັນໄດ້ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ໃນ 70 ປີທີ່ຜ່ານມາ,
4. ພ້ອມກັນນັ້ນ, ກໍ່ຖືເອົາໂອກາດນີ້ ເພື່ອປັບປຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນ ແລະ ຮອບດ້ານ ກໍ່ຄື ປັບປຸງກຳລັງປະກອບອາວຸດໃຫ້ເຕີບໃຫຍ່, ໜັກແໜ້ນ, ເຂັ້ມແຂງ ແລະ ມີແບບແຜນທັນສະໄໝ;
(5) ກ່ຽວກັບຮ່າງດຳລັດ ວ່າດ້ວຍການຊ່ວຍເຫຼືອທາງກົດໝາຍ, ກອງປະຊຸມໄດ້ຮັບຮອງໂດຍຫຼັກການ ແຕ່ມອບໃຫ້ກະຊວງທີ່ກ່ຽວຂ້ອງນຳໄປປັບປຸງເນື້ອໃນ ແລະ ຄຳສັບຕ່າງໆ ໃຫ້ໃຫ້ມີຄວາມຮັດກຸມ ແລະ ຮອບຄອບຕື່ມ, ສາມາດຈຳກັດຊ່ອງຫວ່າງຕ່າງໆ ແລະ ຮັບປະກັນແກ່ການຈັດຕັ້ງປະຕິບັດວຽກງານຕົວຈິງ ໃຫ້ມີປະສິດທິຜົນ ແລະ ປ້ອງກັນໄດ້ບັນຫາຕ່າງໆທີ່ຈະຕາມມາ;
(6) ກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ, ກອງປະຊຸມໄດ້:
1. ຮັບຮອງເອົາແຜນການສ້າງ ແລະ ປະປຸງກົດໝາຍ ປີ 2018 ຕາມການສະເໜີຂອງກະຊວງຍຸຕິທຳ ເຊິ່ງມີຈຳນວນ 26 ສະບັບ ໃນນັ້ນ ສ້າງໃໝ່ ຈຳນວນ 13 ສະບັບ ແລະ ປັບປຸງຈຳນວນ 13,
2. ກອງປະຊຸມໄດ້ຊີ້ນຳໃຫ້ກະຊວງຍຸຕິທຳ ນຳໄປສົມທົບກັບກະຊວງທີ່ກ່ຽວຂ້ອງ ເພື່ອກະກຽມເນື້ອໃນ ແຕ່ລະຮ່າງກົດໝາຍ ໃຫ້ລະອຽດຮັດກຸມ ແລ້ວຈັດສັນເຂົ້າຜ່ານກອງປະຊຸມລັດຖະບານແຕ່ລະຄັ້ງ ແລະ ຈັດສັນເຂົ້າ ພິຈາລະນາໃນກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 5 ແລະ 6 ໃນປີ 2018;
(7) ກ່ຽວກັບການປັບປຸງບັນຍາກາດການດຳເນີນທຸລະກິດ ຢູ່ ສປປລາວ, ກອງປະຊຸມໄດ້ຊີ້ນຳ:
1. ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງສົມທົບກັບກະຊວງທີ່ກ່ຽວຂ້ອງ ຮີບຮ້ອນກຳນົດວິທີການ ແລະ ມາດຕະການ ແກ້ໄຂຂັ້ນຂອດ, ໄລຍະເວລາ ແລະ ຄ່າໃຊ້ຈ່າຍຕ່າງໆ ເພື່ອເຮັດໃຫ້ການບໍລິການດຳເນີນທຸລະກິດຢູ່ສປປ ລາວ ລວມສູນ, ຜ່ານປະຕູດຽວ, ວ່ອງໄວ ແລະ ມີປະສິດທິພາບ,
2. ນຳສະເໜີຕໍ່ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ໃນຕົ້ນເດືອນພະຈິກ ພິຈາລະນາຕົກລົງ ແລະ ປະກາດໃຊ້ໃນໄວໆນີ້;
(



