ຜົນສຳເລັດກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ກໍລະກົດ 2017
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2026-07-18 06:16:30
ຜົນສຳເລັດກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນກໍລະກົດ 2017" ໃຫ້ເປັນຈິງ - at 24 - 25 ກໍລະກົດ 2017 ສໍານັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ ສປປລາວ
(1) ສະມາຊິກລັດຖະບານ ໄດ້ຮັບຟັງການລາຍງານສະພາບການທີ່ພົ້ນເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ ຈາກບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ;
(2) ໄດ້ພ້ອມກັນສຸມໃສ່ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ, ມີຄວາມຮັບຜິດຊອບສູງ ແລະ ຮັບຮອງເອົາດ້ານຫຼັກການ ບັນດາຮ່າງກົດໝາຍ ຈຳນວນ 05 ສະບັບຄື:
1. ຮ່າງກົດໝາຍວ່າດ້ວຍ ການຈັດຊື້ຂອງລັດ,
2. ຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາລະນະ,
3. ຮ່າງກົດໝາຍວ່າດ້ວຍ ການກວດກາລັດ ສະບັບປັບປຸງ,
4. ຮ່າງກົດໝາຍວ່າດ້ວຍ ຊັບສິນທາງປັນຍາ ສະບັບປັບປຸງ,
5. ຮ່າງກົດໝາຍວ່າດ້ວຍ ແຮ່ທາດ ສະບັບປັບປຸງ;
(3) ສຳລັບຮ່າງກົດໝາຍວ່າດ້ວຍ ການປະກັນສັງຄົມ ສະບັບປັບປຸງ, ກອງປະຊຸມໄດ້ຕົກລົງຊີ້ນໍາ ໃຫ້ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ຄົ້ນຄວ້າ ແລະ ປັບປຸງຕາມຄຳເຫັນ ຂອງສະມາຊິກລັດຖະບານ ແລ້ວຈຶ່ງນຳມາຜ່ານກອງປະຊຸມລັດຖະບານ ໃນຄັ້ງຕໍ່ໄປ ກ່ອນທີ່ຈະສະເໜີຫາສະພາແຫ່ງຊາດ ພິຈາລະນາຮັບຮອງ;
(4) ໄດ້ຮັບຟັງບົດລາຍງານຄວາມຄືບໜ້າ ຂອງການກໍ່ສ້າງທາງລົດໄຟ ແຕ່ຊາຍແດນລາວ-ຈີນ ຫານະຄອນຫຼວງວຽງຈັນ:
1. ມີຄວາມຍາວທັງໝົດ 417 ກິໂລແມັດ,
2. ແລວທາງລົດໄຟໄດ້ຜ່ານ 5 ແຂວງ ຄື: ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ,
3. ປະກອບມີ 32 ສະຖານີ, ກໍ່ສ້າງຂົວໃໝ່ 167 ແຫ່ງ, ເຈາະອຸໂມງ 75 ແຫ່ງ,
4. ອັດຕາສ່ວນຂົວ ແລະ ອຸໂມງ ເທົ່າກັບ 62%,
5. ເສັ້ນທາງລົດໄຟຜ່ານເຂດພູດອຍກວມເອົາ 80%, ສ່ວນທີ່ເຫຼືອແມ່ນພູພຽງ ແລະ ທົ່ງພຽງ,
6. ໂຄງການດັ່ງກ່າວມີແຜນກໍ່ສ້າງສໍາເລັດ 5 ປີ, ເລີ່ມແຕ່ວັນທີ 1/12/2016-31/12/2021 ແລະ ຈະເປີດນຳໃຊ້ຢ່າງເປັນທາງການ ໃນຕົ້ນປີ 2022,
(5) ກອງປະຊຸມໄດ້ຊີ້ນໍາໃຫ້ຂະແໜງການທີ່ກ່ຽວຂ້ອງ:
1. ເອົາໃຈໃສ່ຄຸ້ມຄອງຢ່າງເປັນເຈົ້າການ ພ້ອມທັງ ໂຄສະນາຜົນສໍາເລັດການກໍ່ສ້າງ ແລະ ໃຫ້ປະຊາຊົນມີສ່ວນຮ່ວມໃນການກໍ່ສ້າງທາງລົດໄຟ ເພື່ອແກ້ໄຂຄວາມທຸກຍາກ,
2. ສໍາຄັນແມ່ນຄຸ້ມຄອງກວດກາ ການນໍາເຂົ້າວັດຖຸອຸປະກອນ, ພາຫະນະ, ນໍ້າມັນເຊື້ອໄຟ ລວມທັງ ເອົາໃຈໃສ່ການສ້າງຊັບພະຍາກອນມະນຸດ,
(6) ສໍາລັບຄວາມຄືບໜ້າ ໂຄງການກໍ່ສ້າງທາງລົດໄຟ ລາວ-ໄທ ໄລຍະທີ 2 ແຕ່ສະຖານີທ່ານາແລ້ງ ຫາບ້ານຄຳສະຫວາດ (ສະຖານີວຽງຈັນ) ຄວາມຍາວ 7,5 ກິໂລແມັດ (ມູນຄ່າ 994 ກວ່າລ້ານບາດ), ກອງປະຊຸມ ໄດ້ຊີ້ນໍາໃຫ້ສືບຕໍ່ດໍາເນີນຈັດຕັ້ງປະຕິບັດ ໃຫ້ສໍາເລັດຕາມແຜນການ.
(7) ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຍັງໄດ້ແຈ້ງສະພາບການປະຕິບັດວຽກງານຈຸດສຸມທີ່ສໍາຄັນຂອງລັດຖະບານ ໂດຍສັງເຂບ ໃນໜື່ງເດືອນຜ່ານມາ ແລະ ໄດ້ຊີ້ນໍາ ແລະ ເນັ້ນໜັກ ໃຫ້ບັນດາສະມາຊິກລັດຖະບານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມສໍາຄັນໃນເດືອນສິງຫາ 2017 ນີ້ ເປັນຕົ້ນ:
1. ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ ຕໍ່ວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະຖຽນລະພາບທາງດ້ານການເມືອງ ໃຫ້ໝັ້ນທ່ຽງ. ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງ ຄົມ ເປັນຕົ້ນ ແມ່ນໜໍ່ແໜງຂອງອາສະຍາກຳ, ບັນຫາຢາເສບຕິດ, ການຂີ້ລັກງັດແງະ, ການມົ້ວສຸມຂີ່ລົດກວນເມືອງ, ອັກຄີໄພ ແລະ ບັນຫາອື່ນໆ ການເຄື່ອນໄຫວ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ.
2. ສືບຕໍ່ຕິດຕາມຢ່າງໃກ້ຊິດ ສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໄຈຢ່າງລະ ອຽດ, ເລິກເຊິ່ງ ກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບ ຕໍ່ປະເທດເຮົາ. ພ້ອມນີ້, ກໍ່ສືບຕໍ່ການເຄື່ອນ ໄຫວວຽກງານຕ່າງປະເທດ ຢ່າງເປັນເຈົ້າການ.
3. ຮິບຮ້ອນປັບປຸງບັນດາຮ່າງກົດໝາຍ ທີ່ລັດຖະບານໄດ້ຮັບຮອງດ້ານຫຼັກການ ໃນກອງປະຊຸມລັດຖະບານໃນຄັ້ງນີ້ ເພື່ອໃຫ້ສາມາດນໍາສະເໜີຕໍ່ສະພາແຫ່ງຊາດ ໃຫ້ທັນຕາມກໍານົດເວລາ.
4. ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບ ທາງດ້ານເສດຖະກິດມະຫາພາກ, ຄຸ້ມຄອງອັດຕາເງິນເຟີ້, ອັດຕາແລກປ່ຽນ ໃຫ້ຢູ່ໃນເກນປົກກະຕິ; ຕິດຕາມ ແລະ ຄຸ້ມຄອງການເຄື່ອນໄຫວ ຂອງທະນາຄານທຸລະກິດ ແລະ ບັນດາສະຖາບັນການເງິນ ໃຫ້ດຳເນີນການຢ່າງຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ; ຕິດຕາມຢ່າງໃກ້ສິດ ແລະ ຄົ້ນຄວ້າທິດທາງແກ້ໄຂ ຢ່າງຮອບຄອບ ແລະ ທັນການ ຕໍ່ການເຄື່ອນໄຫວລະດົມທຶນ ທີ່ບໍ່ຖືກລະບຽບ; ເອົາໃຈໃສ່ຄົ້ນຄວ້າອັດຕາດອກເບ້ຍເງິນກູ້ ແລະ ກົນໄກການສະໜອງທຶນ ເພື່ອຊຸກຍູ້ສົ່ງເສີມການຜະລິດພາຍໃນ ໂດຍສະເພາະ ໃນການສ້າງເງື່ອນໄຂທີ່ພາກທຸລະກິດພາຍໃນ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນ; ຄຸ້ມຄອງລາຄາສິນຄ້າຕາມທ້ອງຕະຫຼາດ ໂດຍສະເພາະ ສິນຄ້າອຸປະໂພກ ແລະ ບໍລິໂພກ ທີ່ກະທົບຕໍ່ພື້ນຖານການດຳລົງຊີວິດຂອງປະຊາຊົນ ເປັນຕົ້ນແມ່ນ: ເຂົ້າ, ຊີ້ນ, ປາ ແລະ ອື່ນໆ; ສືບຕໍ່ປັບປຸງລັດວິສາຫະກິດທີ່ມີບັນຫາ ໃຫ້ສາມາດເຄື່ອນໄຫວຢ່າງມີປະສິດທິຜົນໂດຍໄວ; ສົ່ງເສີມການລົງທຶນຂອງຕ່າງປະເທດ ເພື່ອເປັນມາດຕະການໜຶ່ງ ໃນການກະຕຸ້ນເສດຖະກິດ. ລັດຖະບານ ໄດ້ມອບໃຫ້ຄະນະ (ທີມງານເສດຖະກິດ) ລົງເລິກຄົ້ນຄວ້າບັນຫາດັ່ງກ່າວ ແລະ ລາຍງານຕໍ່ກອງປະຊຸມສະເພາະ ໃນຕົ້ນເດືອນສິງຫາ ທີ່ຈະມາເຖິງນີ້.
5. ໃຫ້ບັນດາຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ຕິດຕາມ, ກວດກາ ການບໍລິການປະຕູດຽວ ຂອງຂະແໜງການຕົນຮັບຜິດຊອບ ຖ້າພົບເຫັນອຸປະສັກສິ່ງກີດຂວາງ ແລະ ຖວງດຶງ ບໍ່ວ່າຈະເປັນກົນໄກ ຫຼື ບຸກຄົນ ກໍ່ໃຫ້ຮີບແກ້ໄຂໄວ ເພື່ອຊຸກຍູ້ການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ. ພ້ອມນີ້, ກໍ່ໃຫ້ສືບຕໍ່ຮັບຟັງຄໍາຄິດຄໍາເຫັນຂອງປະຊາຊົນ ທີ່ສ່ອງແສງຜ່ານສາຍດ່ວນ ແລະ ຄວນມີກ່ອງປ່ອນຄວາມເຫັນ ຕໍ່ການບໍລິການປະຕູດຽວ ເພື່ອເປັນຂໍ້ມູນໃຫ້ການປະເມີນຜົນການໃຫ້ບໍລິການຮັບໃຊ້ສັງຄົມ ຂອງພາກສ່ວນຕົນ.
6. ໃຫ້ເອົາໃຈໃສ່ເພີ່ມທະວີການແກ້ໄຂພາຫະນະນຳເຂົ້າບໍ່ຖືກຕ້ອງ ຕາມແຈ້ງການແນະນໍາເພີ່ມຕຶ່ມ ຂອງກະຊວງການເງິນ; ໃຫ້ເຂັ້ມງວດການຄຸ້ມຄອງ, ກວດກາສິນຄ້າຂອງບັນດາຮ້ານຄ້າປອດພາສີ ແລະ ສະກັດກັ້ນ ການລັກລອບສິນຄ້າໜີພາສີໃນດ່ານ ແລະ ນອກ; ສືບຕໍ່ຕິດຕັ້ງເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ຂອງຂະແໜງສ່ວຍສາອາກອນ ໃຫ້ສໍາເລັດໄວ. ພ້ອມດຽວກັນ, ກໍ່ໃຫ້ເອົາໃຈໃສ່ລົງກວດກາການຄຸ້ມຄອງ ແລະ ນໍາໃຊ້ໃບເກັບເງິນຢູ່ບັນດາວິສາຫະກິດ ຈຳນວນ 30 ຫົວໜ່ວຍ ທີ່ຂຶ້ນກັບການຄຸ້ມຄອງຂອງສູນກາງ.
7. ເອົາໃຈໃສ່ກະກຽມກອງປະຊຸມລັດຖະບານ ຮ່ວມກັບບັນດາເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງ ຈະໄດ້ຈັດຂຶ້ນໃນເດືອນກັນຍາ 2017 ເພື່ອຮັບປະກັນການກະກຽມທີ່ດີ, ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສົມທົບກັບກະຊວງກ່ຽວຂ້ອງ ກະກຽມເນື້ອໃນໃຫ້ດີ. ບັນຫາທີ່ຈະນໍາມາປຶກສາຫາລືໃນກອງປະຊຸມ ປະກອບມີ:
- ຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ແຜນການເງິນ ແລະ ແຜນເງິນຕາ ປີ 2018, ແຜນການລົງທຶນຂອງລັດ.
- ສະພາບການແກ້ໄຂໜີ້ສິນ, ການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ ຂອງບັນດາແຂວງ ໃນທົ່ວປະເທດ ໃນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ໃນຕໍ່ໜ້າ.
- ສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ ກ່ຽວກັບການປະຕິບັດຄໍາສັ່ງ ເລກທີ 15/ນຍ, ການແກ້ໄຂບັນຫາໄມ້ ແລະ ການດັດສົມໂຮງງານປຸງແຕ່ງໄມ້.
- ສະຫຼຸບຕີລາຄາການຈັດຕັ້ງປະຕິບັດຄໍາສັ່ງ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ ເລກທີ 09/ນຍ, ລົງວັນທີ 19 ພຶດສະພາ 2017.
- ການຜັນຂະຫຍາຍ ຜົນການເຄື່ອນໄຫວວຽກງານຕ່າງປະເທດ ຂອງພັກ-ລັດຖະບານ ໃນປີ 2017.
- ສະຫຼຸບການເຄື່ອນໄຫວວຽກງານຂອງລັດຖະບານ 6 ເດືອນຕົ້ນປີ ແລະ ການປະຕິບັດທິດທາງແຜນການ 6 ເດືອນທ້າຍປີ 2017.
8. ຊຸກຍູ້ຂະແໜງການ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ເອົາໃຈໃສ່ວຽກງານຕ້ານແລ້ງ, ຕ້ານຖ້ວມ, ກະກຽມຮອບດ້ານ ໃຫ້ແກ່ການຜະລິດລະດູຝົນ; ສືບຕໍ່ຕິດຕາມເຝົ້າລະວັງ ການລະບາດຂອງສັດຕູພືດ ຢູ່ບັນດາແຂວງທີ່ມີຄວາມສ່ຽງ; ສືບຕໍ່ຈັດຕັ້ງເຝົ້າລະວັງ ແລະ ປ້ອງກັນເຊື້ອພະຍາດສັດ ຕາມລະດູການ.
9. ຮິບຮ້ອນລົງຕິດຕາມກວດກາ ສະພາບເສັ້ນທາງທີ່ຖືກເຊາະເຈື່ອນ-ເປ່ເພ ໃນຂອບເຂດທົ່ວປະເທດ ພ້ອມທັງມີແຜນກະກຽມສ້ອມແປງ ໃຫ້ທັນການ ເພື່ອບໍ່ໃຫ້ກະທົບຕໍ່ການສັນຈອນ-ຂົນສົ່ງ. ໃຫ້ເອົາໃຈໃສ່ກວດກາການບັນທຸກສິນຄ້າຂົນສົ່ງເກີນນໍ້າໜັກ ແລະ ຈໍາກັດຊ່ອງວ່າງ ໃຫ້ເຈົ້າໜ້າທີ່ສວຍໂອກາດເກັບເງິນ ໂດຍບໍ່ຖືກຕ້ອງ ແລະ ກາຍເປັນປະກົດການຫຍໍ້ທໍ້ໃນສັງຄົມ;
(

