ກອງປະຊຸມສະໄໝສາມັນຂອງລັດຖະບານແຫ່ງ ສປປລາວ ປະຈຳເດືອນ ພຶດສະພາ 2017
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2026-07-18 06:16:31
ກອງປະຊຸມສະໄໝສາມັນຂອງລັດຖະບານແຫ່ງ ສປປລາວ ປະຈຳເດືອນນີ້, ໄດ້ຮັບຮອງເອົາວຽກງານຈຸດສຸມ ໃນເດືອນມິຖຸນາ" - at 24 ພຶດສະພາ 2017 ນະຄອນຫຼວງວຽງຈັນ ສປປລາວ
(ກ). ເພື່ອຮັບປະກັນການປະຕິບັດພາລະບົດບາດຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ແລະ ພັດທະນາຕາມທິດທາງແຜນການທີ່ວາງໄວ້, ລັດຖະບານແຫ່ງ ສປປລາວ ຈະສຸມໃສ່ວຽກງານສໍາຄັນຈໍານວນໜຶ່ງດັ່ງນີ້:
(1) ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ:
1. ສືບຕໍ່ເອົາໃຈໃສ່ວຽກງານຮັກສາຄວາມສະຫງົບ, ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະ ບຽບຮຽບຮ້ອຍໃນສັງຄົມ,
2. ເອົາໃຈໃສ່ເປັນພິເສດຕໍ່ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທາງສັງຄົມ ທີ່ເກີດຂຶ້ນໃນຫຼາຍເດືອນຜ່ານມາ ເປັນຕົ້ນແມ່ນ ບັນຫາຢາເສບຕິດ, ເຫດການສະເທືອນຂວັນຕໍ່ສັງຄົມ, ກຸ່ມແກ້ງຂີ່ລົດກວນເມືອງ, ອາວຸດເຖື່ອນ, ອຸບັດຕິເຫດຕາມທ້ອງຖະໜົນ ແລະ ບັນຫາອື່ນໆ ເພື່ອສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ດີໃຫ້ແກ່ການພັດທະນາ;
(2) ຂົງເຂດເສດຖະກິດ:
1. ໃຫ້ບັນດາກະຊວງເອົາໃຈໃສ່ຄົ້ນຄວ້າ ແລະ ຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ ສະໄໝສາມັນ ເທື່ອທີ 03 ຂອງສະພາແຫ່ງຊາດຊຸດທີ VIII,
2. ທຽບຄາດໝາຍທີ່ກໍານົດ ໃນດໍາລັດສະບັບເລກທີ 445/ນຍ, ລົງວັນທີ 19 ທັນວາ 2016 ວ່າດ້ວຍການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2017 ໃສ່ການປະຕິບັດຕົວຈິງ,
3. ອັນໃດເຮັດໄດ້ຕໍ່າກວ່າຄາດໝາຍ ກໍ່ຕ້ອງບຸກບືນຫຼາຍຂຶ້ນ, ອັນໃດເຮັດໄດ້ລື່ນຄາດໝາຍແລ້ວ ກໍ່ໃຫ້ສືບຕໍ່ເອົາໃຈໃສ່ ເພື່ອໃຫ້ໄດ້ສືບຕໍ່ຄາດໝາຍຫຼາຍຂື້ນຕື່ມ,
3. ປັບປຸງກົນໄກ, ການເກັບກໍາຂໍ້ມູນຖານລາຍຮັບ ໃຫ້ສໍາເລັດໂດຍໄວ, ກະກຽມລາຍງານ ຜົນການລົງກວດກາການນໍາເຂົ້າລົດທີ່ບໍ່ຖືກຕ້ອງ ແລະ ລາຍງານຜົນການລົງເກັບກໍາດັ່ງກ່າວ ໃຫ້ລັດຖະບານພິຈາລະນາ,
4. ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຄຳສັ່ງ ສະບັບເລກທີ 09/ນຍ, ລົງວັນທີ 19 ພຶດສະພາ 2017 ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດໃຫ້ມີປະສິດທິຜົນ,
5. ເອົາໃຈໃສ່ການເບີກຈ່າຍເງິນເດືອນ ໃຫ້ແກ່ພະນັກງານ ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ ໃຫ້ເປັນປົກກະຕິ ແລະ ທັນການ,
6. ປັບປຸງວຽກງານຄຸ້ມຄອງລາຄາສິນຄ້າ ຕາມທິດທາງ ແລະ ມາດຕະການ ທີ່ກອງປະຊຸມສະໄໝສາມັນເທື່ອທີ 03 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ຮັບຮອງ ເປັນຕົ້ນແມ່ນຄົ້ນຄວ້າ ແລະ ສ້າງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ,
7. ຄົ້ນຄວ້າ ແລະ ອອກມາດຕະການຫຼຸດຜ່ອນຕົ້ນທຶນການຜະລິດ, ສົ່ງເສີມການຊື້ກົກ-ຂາຍປາຍ, ປະຕິບັດມາດຕະການຢ່າງເຂັ້ມງວດ ຕໍ່ຜູ້ນຳເຂົ້າ ແລະ ຜູ້ຄ້າຂາຍບໍ່ຖືກຕ້ອງ,
8. ເພີ່ມທະວີການກວດກາຄຸນນະພາບການນຳເຂົ້າສິນຄ້າ, ປູກຈິດສຳນຶກ ແລະ ຊຸກຍູ້ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ ແລະ ອື່ນໆ,
9. ສືບຕໍ່ຈັດຕັ້ງປະຕິບັດ, ສະຫຼຸບຖອດຖອນບົດຮຽນ ແລະ ປັບປຸງລະບົບກົນໄກປະຕູດຽວໃຫ້ວ່ອງໄວ, ໂປງໃສ, ຍຸຕິທຳ ແລະ ຮັບປະກັນຄຸນນະພາບ ເພື່ອຊຸກຍູ້ ແລະ ດຶງດູດການລົງທຶນ ແລະ ການດໍາເນີນທຸລະກິດໃຫ້ໂລ່ງລ່ຽງ ແລະ ຄ່ອງຕົວ ປະກອບ ສ່ວນຢ່າງແຂງແຮງ ໃຫ້ແກ່ການກະຕຸກຊຸກຍູ້ການຂະຫຍາຍຕົວ ຂອງເສດຖະກິດ,
10. ເອົາໃຈໃສ່ຕິດຕາມ, ກວດກາ ແລະ ບູລະນະຮັກສາ ເສັ້ນ ທາງຫຼວງແຫ່ງຊາດ, ເສັ້ນທາງສາຍຫຼັກ ແລະ ເສັ້ນທາງສໍາຄັນອື່ນໆ ທີ່ອາດຈະເປເພ, ເຊາະເຈື່ອນ ໃນຊ່ວງໄລຍະລະດູຝົນ ທີ່ກຳລັງຈະມາເຖິງນີ້ ເພື່ອຮັບປະກັນການຂົນສົ່ງໂດຍສານ ແຕ່ເໜືອເຖິງໃຕ້ມີຄວາມສະດວກ, ປອດໄພ ໃນຂອບເຂດທົ່ວປະ ເທດ,
11. ເອົາໃຈໃສ່ປັບປຸງລັດວິສາຫະກິດໃຫ້ໄວຂຶ້ນ ເປັນຕົ້ນແມ່ນ: ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດການບິນລາວ ແລະ ລັດວິສາຫະກິດອື່ນໆ,
12. ກະກຽມລາຍງານໃຫ້ລັດຖະບານ ພິຈາລະນາໃນຕໍ່ໄປ ພ້ອມກັນນີ້ ໃຫ້ຄົ້ນຄວ້າ ແລະ ສ້າງຕັ້ງບໍລິສັດທ່າເຮືອຫວຸງອ່າງ, ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ສໍາຫຼວດສຶກສາຄວາມເປັນໄປໄດ້ ທີ່ມີຜົນກະທົບສູງ ຕໍ່ການພັດທະນາ ເຊັ່ນ: ໂຄງການລົດໄຟລາວ-ຈີນ ແລະ ລາວ-ໄທ, ໂຄງການປັບປຸງເສັ້ນທາງດ່ວນ ໃນນະຄອນຫຼວງວຽງຈັນ, ໂຄງການສະໜາມບິນສະຫວັນນະເຂດ, ໂຄງການທາງດ່ວນນະຄອນຫຼວງວຽງຈັນ-ບໍ່ເຕ່ນ ແລະ ອື່ນໆ.
(3) ຂົງເຂດວັດທະນະທໍາ-ສັງຄົມ:
1. ສືບຕໍ່ຕິດຕາມ ແລະ ປ້ອງກັນການລະບາດຂອງພະຍາດຕາມລະດູການ ແລະ ພະຍາດທີ່ເກີດຈາກການປ່ຽນແປງຂອງດິນຟ້າອາກາດ,
2. ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຄຳສັ່ງ ສະບັບເລກທີ 08/ນຍ, ລົງວັນທີ 19 ພຶດສະພາ 2017 ວ່າດ້ວຍການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໄຂ້ຍຸງລາຍ ໃຫ້ມີປະສິດທິຜົນ.
(4) ຂົງເຂດຍຸຕິທໍາ:
1. ເອົາໃຈໃສ່ຄົ້ນຄວ້າ, ປັບປຸງ ແລະ ກະກຽມບັນດາກົດໝາຍ ທີ່ຈະສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 04 ຂອງສະພາແຫ່ງຊາດ ໃນເດືອນຕຸລາ 2017 ໃຫ້ມີຄຸນນະພາບ ເພື່ອໃຫ້ສາມາດພິຈາລະນາ ແລະ ຕົກລົງຮັບຮອງໃນກອງປະຊຸມລັດຖະບານ ກ່ອນນໍາສະເໜີຄະນະປະຈໍາສະພາແຫ່ງຊາດ ໃຫ້ທັນຕາມກໍານົດເວລາ,
2. ເອົາໃຈໃສ່ຕິດຕາມ ແລະ ກວດກາ ຕາມພາລະບົດບາດຂອງຕົນ ໃນການແກ້ໄຂຄະດີຂັດແຍ່ງຕ່າງໆ ທາງດ້ານເສດຖະກິດ-ສັງຄົມ ຂອງບຸກຄົນ ແລະ ນິຕິບຸກຄົນ ໃຫ້ມີຄວາມໂປ່ງໃສ, ຍຸຕິທຳ ແລະ ເປັນເອກະພາບກັບຄຳຕັດສິນຂອງສານ ເພື່ອປົກປ້ອງຜູ້ຖືກຕ້ອງ, ລົງໂທດຜູ້ກະທຳຜິດ ແລະ ຮັບປະກັນຄວາມເປັນທຳໃນສັງຄົມ;
(5) ຂົງເຂດວຽກງານການຕ່າງປະເທດ:
1. ສືບຕໍ່ຕິດຕາມຢ່າງໃກ້ຊິດສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໃຈຢ່າງລະອຽດ, ເລິກເຊິ່ງຕໍ່ຄວາມສ່ຽງ ແລະ ທ່າອ່ຽງພັດທະນາ ຂອງສະພາບການ ແລະ ຜົນກະທົບ ຕໍ່ປະເທດເຮົາ,
2. ກະກຽມທັດສະນະ ແລະ ມາດຕະການທີ່ເໝາະສົມ ເພື່ອຮັບມື, ສືບຕໍ່ກະກຽມຮອບດ້ານ ໃຫ້ແກ່ການເຄື່ອນໄຫວວຽກງານວຽກງານການຕ່າງປະເທດຂອງການນຳ ພັກ-ລັດ ເປັນຕົ້ນແມ່ນ: ການເຂົ້າຮ່ວມກອງປະຊຸມທີ່ໂຕກຽວ, ປະເທດຍີ່ປຸ່ນ ໃນກາງຕົ້ນເດືອນມິຖຸນານີ້, ການຕ້ອນຮັບແຂກຕ່າງປະເທດ ແລະ ກອງປະຊຸມສໍາຄັນອື່ນໆ ຂອງທ່ານນາຍົກລັດຖະມົນຕີ;
(ຂ). ບັນດາກະຊວງ, ອົງການທຽບເທົ່າ ແລະ ບັນດາແຂວງ ສືບຕໍ່ປະຕິບັດວຽກງານຈຸດສຸມຂອງຕົນໃຫ້ມີປະສິດທິຜົນ ແລະ ຊີ້ນຳທ້ອງຖິ່ນເພື່ອຊຸກຍູ້ການຈັດຕັ້ງປະຕິບັດ ທິດທາງແຜນການທີ່ລັດຖະບານ ໄດ້ກໍານົດຢ່າງມີປະສິດທິຜົນ, ອັນໃດທີ່ຕົກລົງກັນແລ້ວ ກໍ່ໃຫ້ດໍາເນີນໄວ ບໍ່ເສຍເວລາ;
(ຄ). ຮຽກຮ້ອງມາຍັງພະນັກງານ, ສະມາຊິກພັກ, ລັດຖະກອນ, ກໍາມະກອນ, ນັກຮຽນຮູ້ປັນຍາຊົນ, ປະຊາ ຊົນບັນດາເຜົ່າ, ຊັ້ນຄົນຕ່າງໆ, ຊາວຕ່າງດ້າວຜູ້ບໍ່ມີສັນຊາດ ທີ່ດຳລົງຊີວິດຢູ່ລາວ, ນັກທຸລະກິດພາກລັດ ແລະ ເອກະຊົນ ລວມທັງນັກທຸລະກິດຕ່າງປະເທດທີ່ມາລົງທຶນຢູ່ລາວ ຈົ່ງພ້ອມກັນເຊີດຊູນໍ້າໃຈ ເປັນເຈົ້າປະເທດຊາດ, ສາມັກຄີເປັນຈິດໜຶ່ງໃຈດຽວ, ເດັດດ່ຽວຜ່ານຜ່າອຸປະສັກຕ່າງໆ, ສູ້ຊົນເຂົ້າຮ່ວມຈັດຕັ້ງປະຕິບັດວຽກງານສໍາຄັນຕ່າງໆ ທີ່ລັດຖະບານວາງອອກ ໃຫ້ປະກົດຜົນເປັນຈິງ ເພື່ອຜົນປະໂຫຍດຂອງຊາດ, ຂອງປະຊາຊົນ ແລະ ຂອງພວກເຮົາໝົດທຸກຄົນ.
ແຫຼ່ງ: ສຳນັກງານນາຍົກລັດຖະມົນຕີ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ


