ກອງປະຊຸມລັດຖະບານແຫ່ງ ສປປລາວ ສະໄໝສາມັນປະຈໍາເດືອນ ມີນາ 2017
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2026-07-18 06:16:15
ກອງປະຊຸມລັດຖະບານແຫ່ງ ສປປລາວ ສະໄໝສາມັນປະຈໍາເດືອນ ມີນາ 2017 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນນີ້, ເພື່ອພິຈາລະນາບັນຫາສຳຄັນ ແລະ ຮີບດ່ວນຂອງຊາດ" - at 15 ມີນາ 2017 ສຳນັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ ສປປລາວ
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ ປຶກສາຫາລື ປະກອບຄວາມເຫັນ ແລະ ພິຈາລະນາເອົາ:
(1) ການຈັດຕັ້ງປະຕິບັດແຜນການ ແລະ ລາຍຮັບ-ລາຍຈ່າຍ, ການຈັດຕັ້ງການປະມູນຊື້-ຂາຍໄມ້, ການສົ່ງອອກໄມ້ ແລະ ກ່ຽວກັບບັນດາໂຮງງານປຸງແຕ່ງໄມ້ ແລະ ລາຍງານກ່ຽວກັບການດຳເນີນທຸລະກິດ ທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ;
(2) ຮ່າງກົດໝາຍ ວ່າດ້ວຍໄຟຟ້າ ສະບັບປັບປຸງ;
(3) ຮ່າງຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງການຕັ້ງຮ້ານບັນເທິງ ແລະ ຮ້ານຂາຍເຫຼົ້າ-ເບຍ ໃກ້ກັບສະຖາບັນການສຶກສາ, ໂຮງໝໍ, ສະຖານທີ່ສາດສະໜາ ແລະ ສະຖານທີ່ສຳຄັນຕ່າງໆ;
(4) ຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການຂົນສົ່ງແຫ່ງຊາດ ສະບັບປັບປຸງ;
(5) ຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງດ່ານສາກົນທາງບົກ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍມາດຕະຖານເຕັກນິກຂອງດ່ານສາກົນທາງບົກ;
(6) ຮ່າງດຳລັດ ວ່າດ້ວຍການປົກປ້ອງເງິນຝາກ;
(7) ຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ ແລະ ຂັ້ນແຂວງ;
(8) ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງແຜນງົບປະມານແຫ່ງລັດ ປີ 2015-2016.
ໃນໂອກາດກ່າວໄຂກອງປະຊຸມ ພະນະທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ສະມາຊິກລັດຖະບານ ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ ໃນການປະກອບຄໍາຄິດຄໍາເຫັນ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ບັນລຸຕາມຄາດໝາຍທີ່ວາງໄວ້.
ແຫຼ່ງ: ສຳນັກງານນາຍົກ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ

