ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ກຸມພາ 2017
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2026-07-18 06:16:24
ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ກຸມພາ 2017" - at 23-24 ກຸມພາ 2017 ນະຄອນຫຼວງວຽງຈັນ ສປປລາວ
(ກ). ດ້ານຫລັກການໄດ້ຮັບຮອງເອົາບັນດາເອກະສານສໍາຄັນຈໍານວນໜຶ່ງດັ່ງນີ້:
(1) ຮ່າງກົດໝາຍ ວ່າດ້ວຍນໍ້າ ແລະ ຊັບພະຍາກອນແຫຼ່ງນໍ້າ ສະບັບປັບປຸງ;
(2) ຮ່າງກົດໝາຍ ວ່າດ້ວຍການປົກປ້ອງອຸດສາຫະກໍາພາຍໃນ;
(3) ຜົນການຈັດຕັ້ງປະຕິບັດ ຄໍາສັ່ງສະບັບເລກທີ 15/ນຍ, ລົງວັນທີ 13ພຶດສະພາ 2016ວ່າດ້ວຍການເພີ່ມທະຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ການກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້;
(4) ບົດລາຍງານການຈັດຕັ້ງປະຕິບັດງົບປະມານ 03ເດືອນຂ້າມຜ່ານ, ການຈັດຕັ້ງປະຕິບັດງົບປະມານ ເດືອນມັງກອນ 2017ແລະແຜນການຈັດຕັ້ງປະຕິບັດງົບປະມານ ເດືອນມີນາ, ເດືອນເມສາ ປີ 2017;
(5) ບົດລາຍງານກ່ຽວກັບ ແຜນການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ;
(6) ຮ່າງຍຸດທະສາດວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ (2016-2025);
(7) ບົດລາຍງານກ່ຽວກັບໂຄງການກໍ່ສ້າງທາງດ່ວນ ເສັ້ນຄູ່ຂະໜານຖະໜົນ ໄກສອນ ພົມວິຫານ ຕິດພັນກັບ ໂຄງການສ້າງເຂດພັດທະນາດອກຈໍາປາ;
(

