ລັດຖະບານລາວສັ່ງຢຶດລົດຄືນ 5.000 ກວ່າຄັນພາຍຫລັງ ພົບການນໍາເຂົ້າລົດຜິດກົດໝາຍ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 3 ຄັ້ງ | ເວລາ | 2026-07-18 06:16:17
ຂປລ. ລັດຖະບານລາວ ເຫັນດີເປັນເອກະພາບໃຫ້ຢຶດລົດ ລັກລອບນໍາເຂົ້າຜິດກົດໝາຍຈາກປະເທດໃກ້ຄຽງແລ້ວ ນໍາເຂົ້າມາຈໍາໜ່າຍຢູ່ ສປປ ລາວ ຂະນະທີ່ ເຈົ້າໜ້າທີ່ກ່ຽວຂ້ອງເປີດເຜີຍ ໃນວັນທີ 25 ມັງກອນ 2017 ນີ້ວ່າໄດ້ພົບລົດນໍາເຂົ້າບໍ່ຖືກຕ້ອງ ໃນຂອບເຂດທົ່ວປະເທດ ຈໍານວນ 5.639 ຄັນອາດມີຄວາມສ່ຽງສູງ ທີ່ຈະຖືກຢຶດເປັນຂອງລັດ.
ກອງປະຊຸມລັດຖະບານ ສະໄໝສາມັນ ແລະ ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ປະຈໍາເດືອນ ມັງກອນ 2017 ໄດ້ປິດລົງຢ່າງເປັນທາງການ ໃນວັນທີ 25 ມັງກອນ 2017 ນີ້ ທີ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງ ນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ ພາຍຫລັງໄດ້ດໍາເນີນແຕ່ ວັນທີ 23 ມັງກອນ ເຊິ່ງຜົນຂອງປະຊຸມຄັ້ງນີ້ ໄດ້ສຸມໃສ່ປຶກສາຫາລື ແລະ ຕົກລົງຮັບຮອງເອົາບັນຫາສໍາຄັນຂອງຊາດ ເຊິ່ງໜຶ່ງ ໃນນັ້ນເປັນບັນຫາຮີບດ່ວນຄືລັດຖະບານ ປຶກສາຫາລື ແລະ ຄົ້ນຄ້ວາໂດຍມຸ່ງໃສ່ປະເດັ່ນການລັກລອບ ນໍາເຂົ້າລົດຜິດກົດໝາຍຈາກຕ່າງປະເທດ.
ພ້ອມນີ້ ກອງປະຊຸມດັ່ງກ່າວ ກໍເຫັນດີມອບໃຫ້ກະຊວງການເງິນ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ລົງເລິກກວດກາ ແລະ ແກ້ໄຂລົດ ທີ່ນໍາເຂົ້າບໍ່ຖືກຕ້ອງ ໃນຂອບເຂດທົ່ວປະເທດ ຈໍານວນ 5.639 ຄັນ ໃຫ້ສໍາເລັດ, ສໍາລັບລົດທີ່ມີການລັກລອບ ຈາກປະເທດໃກ້ຄຽງ ແລ້ວນໍາເຂົ້າມາຈໍາໜ່າຍຢູ່ລາວ ທີ່ຜິດກົດໝາຍ, ຖ້າກວດເຫັນ ແມ່ນໃຫ້ຢຶດ ແລະ ປະຕິບັດຕາມລະບຽບກົດໝາຍ ແລ້ວນໍາສົ່ງກັບຄືນປະເທດດັ່ງກ່າວ ໂດຍມີການ ມອບ-ຮັບເປັນທາງການຄັກແນ່; ສໍາລັບການນໍາເຂົ້າລົດ ທີ່ມີການປອມແປງເອກະສານ ແມ່ນໃຫ້ຢຶດເປັນຂອງລັດ ແລະ ໃຫ້ດໍາເນີນມາດຕະການ ຕໍ່ຜູ້ກະທໍາຜິດ ຕາມລະບຽບກົດໝາຍ ຢ່າງເຂັ້ມງວດ, ຖ້າບໍລິສັດໃດ ຫາກກະທໍາຜິດ ກໍໃຫ້ຖອນໃບທະບຽນວິສາຫະກິດ ຂອງບໍລິສັດດັ່ງກ່າວ; ເຫັນດີໃຫ້ກະຊວງການເງິນ ແຕ່ງຕັ້ງ 02 ໜ່ວຍງານ ເພື່ອດໍາເນີນການແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງຄື: ໜ່ວຍງານກວດກາ ແລະ ໜ່ວຍງານເກັບກູ້; ສໍາລັບລົດທີ່ນໍາເຂົ້າ ບໍ່ຖືກຕ້ອງ ຢູ່ບັນດາແຂວງ ແມ່ນໃຫ້ປະຕິບັດຕາມມາດຕະການ ແກ້ໄຂທີ່ໄດ້ລະບຸໄວ້ໃນແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1943/ຫສນຍ.ກສສ, ລົງວັນທີ 08 ທັນວາ 2016. ເນື້ອໃນແຈ້ງການສະບັບດັ່ງກ່າວ ໄດ້ລະບຸໄວ້ວ່າ: “ເພື່ອຮັບປະກັນໃຫ້ແກ່ການ ແກ້ໄຂບັນຫາດັ່ງກ່າວໃຫ້ຂາດຕົວ, ບໍ່ໃຫ້ມີຊ່ອງວ່າງ ແລະ ໃຫ້ຖືກຕ້ອງຕາມກົດໝາຍ. ພາຫະນະອັນໃດ ທີ່ທາງຄະນະກໍາມະການຂັ້ນແຂວງ ໄດ້ຂຶ້ນບັນຊີຕີລາຄາແລ້ວ ກ່ອນວັນທີ 31 ທັນວາ 2015 ແມ່ນໃຫ້ປະຕິບັດຕາມລາຄາກາງ ທີ່ກໍານົດໃນຂໍ້ຕົກລົງ ສະບັບເລກທີ 2320/ກງ, ລົງວັນທີ 22 ທັນວາ 2003 ຂອງກະຊວງການເງິນ, ສ່ວນພາຫະນະອັນໃດທີ່ແຈ້ງ ຫຼັງວັນທີ 31 ທັນວາ 2015 ແມ່ນໃຫ້ປະຕິບັດຕາມລາຄາຊື້-ຂາຍຕົວຈິງ ແລະ ໃຫ້ນໍາໃຊ້ມາດຕະການປັບໃໝ ຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍວ່າດ້ວຍພາສີ ແລະ ກົດໝາຍອື່ນໆ ທີ່ກ່ຽວຂ້ອງ. ຖ້າເຈົ້າຂອງພາຫະນະ ບໍ່ຍິນຍອມ ແມ່ນໃຫ້ດໍາເນີນການຮິບມາ ເປັນຂອງລັດ ຕາມກົດໝາຍກໍານົດ.” ສໍາລັບລົດນໍາເຂົ້າ ເພື່ອສົ່ງອອກໄປປະເທດທີ 3 ຢູ່ດ່ານພາສີສາກົນຂົວມິດຕະພາບ 1 (ດ່ານພາສີສາງທ່ານາແລ້ງ) ຈໍານວນ 1.947 ຄັນ, ລົດທີ່ນໍາເຂົ້າກາຍກໍານົດ 4 ເດືອນ ຈໍານວນ 435 ຄັນ ແມ່ນເຊີນເອົາບໍລິສັດມາກ່າວເຕືອນກ່ອນ ແລະ ໃຫ້ກໍານົດເວລາປະຕິບັດຕື່ມ ແລະ ຖ້າບໍ່ສາມາດ ປະຕິບັດໄດ້ ໃຫ້ຢຶດເປັນຂອງລັດ, ສ່ວນທີ່ຍັງເຫຼືອຖ້າບໍ່ນໍາອອກ ໄປຕາມກໍານົດເວລາ ແລະ ຄົບ 04 ເດືອນ ຄືກັບກໍລະນີຂ້າງເທິງ ກໍໃຫ້ຢຶດເປັນຂອງລັດ. ພ້ອມນັ້ນ ກໍໃຫ້ດໍາເນີນການກວດກາຄືນຄັກແນ່ ກ່ຽວກັບຈຸດປະສົງ ແລະ ເປົ້າໝາຍ ໃນການນໍາເຂົ້າລົດ ເພື່ອສົ່ງຕໍ່ໄປປະເທດທີ 3 ແລະ ເຊີນຜູ້ປະກອບການ ມາລຸໂລ່ງຄັກແນ່; ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ກວດກາຄືນສະພາບການ ອອກປ້າຍລົດ ບໍ່ຖືກຕ້ອງໃຫ້ບັນດາເປົ້າໝາຍຕ່າງໆ ທີ່ຂະແໜງການຕົນຮັບຜິດຊອບ ໃນໄລຍະຜ່ານມາ ເພື່ອລາຍງານລັດຖະບານ. ພ້ອມນັ້ນ, ກໍໃຫ້ຄົ້ນຄວ້າ ແລະ ກວດກາຄືນບັນດານິຕິກໍາ ໃນການຄຸ້ມຄອງປ້າຍ ແລະ ອອກທະບຽນລົດ ເພື່ອປັບປຸງໃຫ້ຮັດກຸມ ແລະ ຖືກຕ້ອງຕາມລະບຽບກົດໝາຍ; ໃຫ້ມີມາດຕະການ ດ້ານວິໄນຢ່າງເຂັ້ມງວດ ຕໍ່ບໍລິສັດ ທີ່ເຮັດຜິດກົດໝາຍ ແລະ ພະນັກງານລັດ ທີ່ສົມຮູ້ຮ່ວມຄິດ ໃນການນໍາເຂົ້າລົດບໍ່ຖືກຕ້ອງ ຕາມລະບຽບກົດໝາຍ.
ພາບ: ເກດ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ

