ຜົນສຳເລັດກອງປະຊຸມລັດຖະບານສະໄໝສາມັນ ຄົບຄະນະປະຈໍາເດືອນສິງຫາ 2016
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2026-07-18 06:17:02
ຜົນສຳເລັດກອງປະຊຸມລັດຖະບານສະໄໝສາມັນ ຄົບຄະນະປະຈໍາເດືອນສິງຫາ 2016 - at 25-26 ສິງຫາ 2016 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ ສປປລາວ
(1) ພິຈາລະນາ ແລະ ຄົ້ນຄ້ວາບັນຫາສໍາຄັນທີ່ຮີບດ່ວນຕ່າງໆ ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສິສຸລິດ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ພ້ອມດ້ວຍແຂກຖືກເຊິນເຂົ້າຮ່ວມ;
(2) ກອງປະຊຸມລັດຖະບານໃນຄັ້ງນີ້, ໄດ້ພິຈາລະນາ ແລະ ຜ່ານໂດຍຫລັກການ 3 ຮ່າງກົດໝາຍປັບປຸງ ຄື: ຮ່າງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍສື່ມວນຊົນ ແລະ ກົດໝາຍວ່າດ້ວຍລັດຖະບານສະບັບປັບປຸງ;
(3) ກອງປະຊຸມໄດ້ມອບໃຫ້ຄະນະຮັບຜິດຊອບແຕ່ລະຮ່າງກົດໝາຍ ນໍາໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຊັດເຈນ, ຈະແຈ້ງສອດຄ່ອງ ແລະ ຮັດກຸມເພື່ອໃຫ້ທັນນໍາສະເໜີ ຕໍ່ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາສະເໜີຜ່ານກອງປະຊຸມສະໄໝສາມັນເທື່ອທີ່ 1 ຂອງສະພາແຫ່ງຊາດຊຸດທີ 8 ໃນເດືອນຕຸລານີ້;
(4) ຮັບຮອງເອົາບົດລາຍງານ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ສົກປີ 2015-2016 ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະແຜນເງິນຕາສົກປີ 2017 ກ່ຽວກັບການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາໃນສົກປີ 2015-2016;
(5) ກອງປະຊຸມສັງເກດຕີລາຄາວ່າ ເຖິງສະພາບແວດລ້ອມສາກົນຈະຜັນແປ ເປັນຕົ້ນແມ່ນສະພາບເສດຖະກິດການເງິນຂອງໂລກມີ ການຜັນແປບໍ່ອໍານວຍຄວາມສະດວກປານໃດຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາບວກໃສ່ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະ ກິດສັງຄົມ ຂອງປະເທດເຮົາແຕ່ຍ້ອນພັກ-ລັດ ໄດ້ເອົາໃຈໃສ່ຊີ້ນໍາ, ຄຸ້ມຄອງ ແລະ ປະຊາຊົນບັນດາເຜົ່າ ກໍຄື ຜູ້ປະກອບການທຸກພາກສ່ວນ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເສີມຂະຫຍາຍມູນເຊື້ອຂອງຊາດ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາບັນລຸຜົນທີ່ໜ້າຊື່ນຊົມ ຈັງຫວະການຂະຫຍາຍຕົວຂອງເສດຖະກິດແຫ່ງຊາດບັນລຸໄດ້ 6,9% ລວມຍ້ອນຜະລິດຕະພັນພາຍໃນສະເລ່ຍໃສ່ຫົວຄົນຄາດວ່າຈະບັນລຸໄດ້ 2.026 ໂດລາສະຫະລັດ ແລະ ອື່ນໆ;
(6) ກອງປະຊຸມໄດ້ເຫັນດີຮັບຮອງໂດຍຫລັກການ, ທິດທາງ, ຄາດໝາຍສູ້ຊົນທີ່ກະຊວງກ່ຽວຂ້ອງສະເໜີ ໃນນີ້ສູ້ຊົນໃຫ້ ລວມຍອດຜະລິດຕະພັນພາຍໃນ GDP ບໍ່ໃຫ້ຫລຸດ 7-7,3% ແລະ ອື່ນໆ ກອງປະຊຸມເຫັນດີມອບໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ແລະ ທະນາຄານແຫ່ງ ສປປລາວ ນໍາໄປປັບປຸງຄົບຖ້ວນສົມບູນຕື່ມ ແລ້ວນໍາສະເໜີ ຜ່ານກອງປະຊຸມສະໄໝສາມັນເທື່ອທີ່ໜຶ່ງ ຂອງສະພາແຫ່ງຊາດຊຸດທີ 8 ພິຈາລະນາຕົກລົງໃນເດືອນຕຸລາ 2016;
(7) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາໂດຍຫລັກການຕໍ່ຮ່າງນະໂຍບາຍທີ່ດິນແຫ່ງຊາດ ກອງປະຊຸມໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງນໍາໄປປັບປຸງຕື່ມຕາມການປະກອບຄໍາຄິດຄໍາຫັນຂອງສະມາຊິກລັດຖະບານ ແລ້ວນໍາສະເໜີຕໍ່ທ່ານ ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ ພິຈາລະນາຕື່ມ ກ່ອນຈະນໍາສະເໜີຂໍທິດຊີ້ນໍາຈາກການນໍາຂັ້ນເທິງ ເພື່ອຂໍອະນຸມັດປະກາດໃຊ້;
(8) ກອງປະຊຸມຍັງມີຄວາມເປັນຫ່ວງເປັນໃຍຕໍ່ປະຊາຊົນບັນດາເຜົ່າເປັນຕົ້ນບັນດາແຂວງພາກເໜືອທີ່ຖືກຜົນກະທົບຈາກໄພທໍາມະຊາດນໍ້າຖ້ວມໃນມໍ່ໆນີ້ ແລະ ການແຜ່ລະບາດຂອງສັດຕູພືດ(ຕັກກະແຕນຝຸງ).
ສະນັ້ນ, ໃນຕອນທ້າຍກອງປະຊຸມທ່ານ ນາຍົກລັດຖະມົນຕີ ຈຶ່ງຊີ້ນໍາໃຫ້ທຸກໆກະຊວງ, ອົງການທຽບເທົ່າ, ອໍານາດການປົກຄອງທ້ອງຖິ່ນທຸກຂັ້ນໃນທົ່ວປະເທດ ຈົ່ງເພີ່ມທະວີຄວາມຮັບຜິດຊອບຂອງຕົນຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດໃຫ້ດີ ກໍຄື ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຮັບປະກັນສະຖຽນລະພາບ, ຄວາມໝັ້ນຄົງຂອງປະເທດຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາໃນທ້າຍປີ 2016 ກໍຄືວຽກງານຈຸດສຸມສໍາຄັນ, ເຄັ່ງຮ້ອນໃນເດືອນກັນຍາ 2016 ໃຫ້ບັນລຸຄາດໝາຍທີ່ວາງໄວ້ ໃນນີ້ໃຫ້:
1. ກະຊວງການຕ່າງປະເທດ ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ແລະ ຈັດຕັ້ງກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ພ້ອມທັງການກະກຽມຕ້ອນຮັບບັນດາປາມຸກລັດ ເພື່ອນມິດທີ່ຈະເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ໃຫ້ບັນລຸໄດ້ຕາມຄາດຫມາຍ;
2. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ລົງສົມທົບກັບບັນດາອໍານາດການປົກຄອງ ແຂວງພາກເໜືອ ລົງສໍາຫລວດກວດກາພື້ນທີ່ໆໄດ້ຮັບຜົນກະທົບ ແລະ ສັງລວມຜົນເສຍຫາຍ ເພື່ອຊ່ວຍເຫລືອສຸກເສີນເບື້ອງຕົ້ນແກ່ປະຊາຊົນຜູ້ປະສົບໄພ, ກວດກາ ແລະ ສ້ອມແປງຖະໜົນຫົນທາງ, ຂົວ, ລະບົບຊົນລະປະທານ, ໂຮງຮຽນ, ສຸກສາລາທີ່ເປເພ ໃຫ້ກັບຄືນສູ່ສະພາບປົກກະຕິ ແລະ ສາມາດນໍາໃຊ້ໄດ້ ພ້ອມກັນນັ້ນ ຕ້ອງກະກຽມສະໜອງແນວພັນເຂົ້າ, ພືດຜັກໃຫ້ປະຊາຊົນ ແລະ ຊຸກຍູ້ໃຫ້ເຂົາເຈົ້າເຮັດການຜະລິດນາຕາວ ສໍາລັບບ່ອນທີ່ມີເງື່ອນໄຂ ແລະ ປູກພືດທົດແທນ, ສະໜອງຢາປົວພະຍາດ ແລະ ປິ່ນປົວຜູ້ເຈັບເປັນ, ພ້ອມທັງເຝົ້າລະວັງໂລກລະບາດທີ່ຈະຕາມມາ ເພື່ອໃຫ້ຊີວິດການເປັນຢູ່ ແລະ ການຜະລິດຂອງພໍ່ແມ່ປະຊາຊົນ ຟື້ນຟູສູ່ສະພາບປົກກະຕິໂດຍໄວ ຖ້າພົບບັນຫາຫຍຸ້ງຍາກໃດທີ່ເກີນກວ່າຂະແໜງການ ແລະ ທ້ອງຖິ່ນຈະຮັບໄດ້ ໃຫ້ຮີບຮ້ອນລາຍງານລັດຖະບານ;
3. ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ເອົາໃຈໃສ່ຕິດຕາມສະພາບດິນຟ້າອາກາດຢ່າງເປັນປະຈໍາ ແລ້ວແຈ້ງເຕືອນລ່ວງໜ້າທາງວິທະຍຸ ແລະ ໂທລະພາບ ໃຫ້ປະຊາຊົນທົ່ວປະເທດໄດ້ຮັບຊາບຢ່າງທັນການ ເພື່ອຈະໄດ້ກະກຽມຮັບມື ແລະ ຫລຸດຜ່ອນບໍ່ໃຫ້ເກີດຜົນເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງພໍ່ແມ່ພີ່ນ້ອງປະຊາຊົນ, ໃຫ້ກະຊວງສາທາລະນະສຸກ ກຽມພ້ອມຮອບດ້ານໃນການກະກຽມແພດໝໍ ໃນໄລຍະສປປ ລາວເຮົາເປັນປະທານອາຊຽນໃນກໍລະນີເຈັບເປັນສຸກເສີນຂອງບັນດາການນໍາ ແລະ ແຂກທີ່ມາຮ່ວມກອງປະຊຸມ ພ້ອມທັງສືບຕໍ່ເອົາໃຈໃສ່ສະກັດກັ້ນ ແລະ ເຝົ້າລະວັງພະຍາດຕິດຕໍ່ ທີ່ອາດຈະເກີດຂຶ້ນໃນລະດູຝົນນີ້;
4. ໃຫ້ກະຊວງ, ອົງການທຽບເທົ່າ ແລະ ທ້ອງຖິ່ນເອົາໃຈໃສ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ມະຕິກອງປະຊຸມລັດຖະ ບານຢ່າງຕັ້ງໜ້າ, ໃຫ້ຄະນະຮັບຜິດຊອບປັບປຸງກົດໝາຍ ເລັ່ງລັດປັບປຸງບັນດາຮ່າງກົດໝາຍທີ່ກອງປະຊຸມລັດຖະບານໄດ້ຮັບຮອງເອົາ ແລະ ສົ່ງໃຫ້ສະພາແຫ່ງຊາດທັນຕາມເວລາໃນເດືອນຕຸລາ 2016 ພ້ອມກັນນັ້ນ ກໍໃຫ້ເລີ່ມກະກຽມບັນດາຮ່າງກົດໝາຍທີ່ໄດ້ກໍານົດໄວ້ໃນແຜນປະຈໍາປີ ເພື່ອສະເໜີຕໍ່ສະພາແຫ່ງຊາດໃນເດືອນເມສາ 2017 ໂດຍໃຫ້ເອົາໃຈໃສ່ຖອດຖອນບົດຮຽນຈາກການຜ່ານຮ່າງກົດໝາຍ ໃນກອງປະຊຸມເທື່ອນີ້ ເພື່ອຍົກສູງຄຸນນະພາບການພິຈາລະນາຮ່າງກົດໝາຍຂຶ້ນສູ່ລະດັບໃໝ່ ທີ່ມີປະສິດທິຜົນສູງ;
5. ໃຫ້ກະຊວງສຶກສາທິການ ແລະ ກິລາ ກະກຽມເງື່ອນໄຂໃຫ້ແກ່ການເປີດສົກຮຽນໃໝ່ສົກປີ 2016-2017 ໃຫ້ດໍາເນີນໄປຕາມແຜນການ ແລະ ຕາມຫລັກສູດການຮຽນ-ການສອນ ເພື່ອເຮັດແນວໃດສ້າງໃຫ້ລູກຫລານ ແລະ ຊາວໜຸ່ມພວກເຮົາມີຄວາມຮູ້ຄວາມສາມາດ ພ້ອມທັງປູກຈິດສໍານຶກໃຫ້ເຂົາເຈົ້າ ມີແນວຄິດຮັກຊາດ, ຮັກລະບອບໃໝ່ຂອງພວກເຮົາ, ຕີຖອຍປະກົດການຫຍໍ້ທໍ້ໃນຂະແໜງສຶກສາ ເຊັ່ນ: ປະກົດການຈ້າງເຂົ້າຮຽນ, ຈ້າງເຮັດຄະແນນ ແລະ ໃບປະກາດ ທີ່ຈະເຮັດໃຫ້ຄຸນນະພາບຂອງຊັບພະຍາກອນມະນຸດເຊື່ອມຖອຍ ແລະ ຂາດຄວາມສາມາດແຂ່ງຂັນ ໃນເງື່ອນໄຂການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ນັບມື້ນັບກ້ວາງຂວາງ;
6. ໃຫ້ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໂຄສະນາປຸກລະດົມໃນທົ່ວສັງຄົມຮັບຮູ້, ເຂົ້າໃຈ ແລະ ໃຫ້ການຮ່ວມມືໃນໂອກາດທີ່ ສປປລາວ ເປັນປະທານອາຊຽນໃນທ້າຍປີນີ້ເຮັດແນວໃດເພື່ອຮັບປະກັນຄວາມປະທັບໃຈໃນການຕ້ອນຮັບ, ການເປັນເຈົ້າພາບທີ່ດີ ແລະ ຍົກບົດບາດອິດທິພົນຂອງລາວເຮົາ ໃຫ້ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ,
ກອງປະຊຸມລັດຖະບານສະໄໝປະຈໍາເດືອນກັນຍາ 2016 ຈະແມ່ນກອງປະຊຸມເປີດກ້ວາງຮ່ວມກັບບັນດາເຈົ້າແຂວງ ເພື່ອຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປີ 2017 ໂດຍສະເພາະແມ່ນ ການຈັດສັນງົບປະມານປົກກະຕິ ແລະ ງົບປະມານລົງທຶນຂອງລັດ ໃຫ້ຂະແໜງການ ແລະ ທ້ອງຖິ່ນ ເພື່ອສະ ເໜີຕໍ່ສະພາແຫ່ງຊາດຮັບຮອງ.
ແຫຼ່ງ: ສຳນັກງານນາຍົກ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ

