ຜົນສຳເລັດກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນພະຈິກ 2016
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2026-07-18 06:16:31
ຜົນສຳເລັດກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນພະຈິກ 2016" - at 21 ພະຈິກ 2016 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ ສປປລາວ
ທ່ານ ຈະເລີນ ເຢຍປາວເຮີ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫລງຂ່າວ ກ່ຽວກັບຜົນສຳເລັດຂອງກອງປະຊຸມດັ່ງກ່າວ ໃນວັນທີ 21 ພະຈິກ 2016 ນີ້ວ່າ:
(1) ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີຮັບຮອງເອົາດໍາລັດ ແລະ ການປັບປຸງດໍາລັດຈໍານວນ 5 ສະບັບ ຄື:
1. ດໍາລັດວ່າດ້ວຍພັນທະບັດລັດຖະບານ,
2. ດໍາລັດວ່າດ້ວຍກອງທຶນການທ່ອງທ່ຽວ,
3. ດໍາລັດວ່າດ້ວຍການສົ່ງເສີມສະຖານການສຶກສາພາກເອກະຊົນ (ປັບປຸງ),
4.ດໍາລັດວ່າດ້ວຍຕໍາແໜ່ງບໍລິຫານ (ປັບປຸງ) ແລະ
5. ດໍາລັດວ່າດ້ວຍຕໍາແໜ່ງວິຊາການຂອງລັດຖະກອນ.
(2) ກອງປະຊຸມໄດ້ຮັບຮອງເອົາດ້ານຫລັກການ ຮ່າງດຳລັດວ່າດ້ວຍພັນທະບັດລັດຖະບານ ແລະ ມອບໃຫ້ກະຊວງການເງິນ ສົມທົບກັບກະຊວງຍຸຕິທຳ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງບາງເນື້ອໃນຕາມການປະກອບຄຳເຫັນຂອງກອງປະຊຸມ:
1. ໃຫ້ກະຊວງການເງິນລົງເລິກຄົ້ນຄວ້າມາດຕະການ ໃນການຈັດຕັ້ງປະຕິບັດ,
2. ເພື່ອຄຸ້ມຄອງພັນທະບັດໃຫ້ຮັດກຸມ, ມີຄຸນນະພາບ ສ້າງໄດ້ຄວາມເຊື່ອໝັ້ນໃຫ້ແກ່ຜູ້ຊື້, ຫລຸດຜ່ອນຄວາມສ່ຽງຕ່າງໆ,
3. ພາຍຫລັງປັບປຸງສໍາເລັດແລ້ວ ໃຫ້ນຳສະ
ເໜີ ນາຍົກລັດຖະມົນຕີ ເພື່ອພິຈາລະນາລົງລາຍເຊັນ ແລະ ປະກາດໃຊ້ເປັນທາງການ;
(3) ຮັບຮອງເອົາດ້ານຫລັກການ ຮ່າງດຳລັດວ່າດ້ວຍກອງທຶນການທ່ອງທ່ຽວ ແລະ ມອບໃຫ້ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສົມທົບກັບ ກະຊວງຍຸຕິທຳ ແລະ ລັດຖະມົນຕີປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປັບປຸງບາງເນື້ອໃນຕາມການປະກອບຄຳເຫັນຂອງກອງປະຊຸມ:
1. ໂດຍສະເພາະແມ່ນຫລັກການຈັດເກັບ, ການຈັດແບ່ງ, ແຫລ່ງທີ່ມາ ແລະ ເປົ້າໝາຍການນຳໃຊ້ຢ່າງຮັດກຸມ,
2. ພາຍຫລັງປັບປຸງສໍາເລັດແລ້ວ ໃຫ້ນໍາມາຜ່ານກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອພິຈາລະນາຕື່ມຂັ້ນສຸດທ້າຍ ກ່ອນຮັບຮອງ ແລະ ປະກາດໃຊ້;
(4) ພ້ອມດຽວກັນນັ້ນ, ຍັງໄດ້ຕົກລົງເປັນເອກະພາບໃຫ້ປັບປຸງດຳລັດ ສະບັບເລກທີ 64/ນຍ, ລົງວັນທີ 14 ສິງຫາ 1995 ວ່າດ້ວຍການສຶກສາພາກເອກະຊົນ ແລະ ມອບໃຫ້ກະຊວງສຶກສາທິການ ແລະ ກິລາ, ກະຊວງຍຸຕິທຳ ແລະ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ປະສານສົມທົບກັນ ເພື່ອປັບປຸງເນື້ອໃນ, ໂຄງສ້າງ ແລະ ຄຳສັບ ໃນດຳລັດສະບັບດັ່ງກ່າວ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການສຶກສາ ແລະ ກົດໝາຍສົ່ງເສີມການລົງທຶນ, ສະບັບປັບປຸງແລ້ວຈຶ່ງນຳສະເໜີພິຈາລະນາໃນກອງປະຊຸມລັດຖະບານ ຄືນໃໝ່;
(5) ສໍາລັບ, ການປັບປຸງດໍາລັດວ່າດ້ວຍຕໍາແໜ່ງບໍລິຫານ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການອຸດໜູນຕໍາແໜ່ງບໍລິຫານ ແນໃສ່ຮັບປະກັນການຈັດຕັ້ງປະຕິບັດ ໃຫ້ມີຄວາມໂປ່ງໃສ, ເປັນທໍາ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ. ຕໍ່ບັນຫາດັ່ງກ່າວ, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຕາມການປະກອບຄໍາຄິດຄໍາເຫັນຂອງສະມາຊິກລັດຖະບານ ແລ້ວນໍາມາຜ່ານກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ;
(6) ດໍາລັດວ່າດ້ວຍຕໍາແໜ່ງວິຊາການຂອງລັດຖະກອນ ເປັນດຳລັດໃໝ່ ເພື່ອເປັນບ່ອນອີງໃຫ້ແກ່ບັນດາອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການກໍານົດມາດຕະຖານ ແລະ ປະຕິບັດອຸດໜູນວິຊາການ ແນໃສ່ຊຸກຍູ້ສົ່ງເສີມແລະພັດທະນາລັດຖະກອນ ໃຫ້ມີຄວາມຮູ້, ຄວາມສາມາດ, ມີຄວາມຊໍານານງານ ແລະ ເປັນມືອາຊີບທີ່ມີປະສິດທິພາບ. ຕໍ່ບັນຫາດັ່ງກ່າວ, ກອງປະຊຸມ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ຄົ້ນຄວ້າຂຽນຄໍາເຫັນໃສ່ເອກະສານ ບໍ່ໃຫ້ກາຍ 2 ອາທິດ ແລ້ວສົ່ງໃຫ້ກະຊວງພາຍໃນປັບປຸງຄືນແລ້ວຈຶ່ງພິຈາລະນາຕື່ມ;
(7) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບການສ້າງຕັ້ງສູນການສຶກສາ ເພື່ອພັດທະນາຊຸມຊົນອົງການລັດຖະມົນຕີສຶກສາອາຊີຕາເວັນອອກສຽງໃຕ້ພາກພື້ນ ຢູ່ ສປປ ລາວ(Southeast Asian Ministers of Education Organization (SEAMEO).
ໃນຕອນທ້າຍກອງປະຊຸມ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຊີ້ນໍາວ່າ:
(1) ເດືອນທັນວາ ເປັນເດືອນສຸດທ້າຍຂອງສາມເດືອນຂ້າມຜ່ານ ເພື່ອກ້າວເຂົ້າສູ່ປີປະຕິທິນ 2017 ເປັນເດືອນຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 41 ປີ, ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 96 ປີ, ຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ;
(2) ສະນັ້ນ, ໃນເດືອນທັນວາ 2016 ນີ້ ພວກເຮົາຕ້ອງສູມໃສ່ ຕິດຕາມສະພາບ ແລະ ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດເປັນໜໍ່ແໜງຂອງຄວາມບໍ່ສະຫງົບ ເປັນຕົ້ນ ແມ່ນການຄ້າຂາຍຢາເສບຕິດ, ການປຸ້ນຈີ້ຊິງຊັບ ແລະ ບັນຫາອື່ນໆ ເພື່ອສະກັດກັ້ນ ບໍ່ໃຫ້ເກີດມີເຫດການທີ່ບໍ່ເພິງປາດຖະໜາເກີດຂຶ້ນ ໃນໄລຍະການສະເຫລີມສະຫລອງ ວັນຊາດ ທີ 2 ທັນວາ ຄົບຮອບ 41, ວັນຄ້າຍວັນເກີດປະທານໄກສອນພົບວິຫານ ຄົບຮອບ 96 ປີ ແລະ ການເຄື່ອນໄຫວ ວັນສຳຄັນອື່ນໆຂອງພັກ, ລັດຖະບານ ແລະ ປະຊາຊົນ;
(3) ຊຸກຍູ້ໂຄສະນາເຜີຍແຜ່ປະຫວັດ ແລະ ຄວາມໝາຍຄວາມສຳຄັນຂອງວັນຊາດທີ່ 2 ທັນວາ ເພື່ອສ້າງຈິດສຳນຶກ, ປຸກລະດົມນໍ້າໃຈຮັກຊາດ ແລະ ລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີ ຂອງບັນພະບູລຸດ, ວິລະຊົນ ແລະ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ປະກອບສ່ວນອັນໃຫຍ່ຫລວງ ຕໍ່ການປະຕິວັດຊາດປະຊາທິປະໄຕ;
(4) ພ້ອມນີ້, ກໍກະກຽມຈັດພິທີວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມ ແລະ ວາງກະຕາດອກໄມ້ ຢູ່ຫໍພິດຕະພັນໄກສອນພົມວິຫານ ໂດຍມີການເຂົ້າຮ່ວມຂອງການນຳຂັ້ນສູງຂອງພັກ ແລະ ລັດຖະບານ;
(5) ດຳເນີນການສະຫລຸບຕີລາຄາ ແລະ ຖອດຖອນບົດຮຽນກ່ຽວກັບການເຄື່ອນໄຫວວຽກງານ ຂອງລັດຖະບານ ຊຸດທີ 8 ເລີ່ມແຕ່ເຂົ້າມາປະຕິບັດໜ້າທີ່ໃນເດືອນເມສາ ເຖິງປັດຈຸບັນ;
(6) ກະກຽມໃຫ້ແກ່ກອງປະຊຸມລັດຖະບານເປີດກ້ວາງ ຮ່ວມກັບເຈົ້າຄອງນະຄອນຫລວງວຽງຈັນ ແລະ ບັນດາເຈົ້າແຂວງ ທີ່ຄາດວ່າຈະຈັດຂຶ້ນ ໃນລະຫວ່າງວັນທີ 14-15 ທັນວາ ທີ່ຈະມາເຖິງນີ້;
(7) ໃຫ້ຜັນຂະຫຍາຍມະຕິຂອງກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳສົກປີ 2015-2016 ແລະ ທິດທາງແຜນການປີ 2017 ໃຫ້ເປັນດຳລັດຂອງນາຍົກລັດຖະມົນຕີໂດຍໄວ;
(8) ພ້ອມນີ້, ກໍຜັນຂະຫຍາຍ ດຳລັດດັ່ງກ່າວ ໃຫ້ເປັນຂໍ້ຕົກລົງ ຫລື ບົດແນະນຳຂອງຂະແໜງການ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ສາມາດສະຫລຸບລາຍງານຜົນ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ໃນເດືອນເມສາ 2017;
(9) ຕິດຕາມສະພາບການເໜັງຕີງອັດຕາແລກປ່ຽນຢ່າງໃກ້ຊິດ ພ້ອມທັງຄົ້ນຄ້ວາ ແລະ ກຳນົດມາດຕະການທີ່ຊັດເຈນ ແລະ ເໝາະສົມ ທັງໃນສະເພາະໜ້າ ແລະ ຍາວນານ ເພື່ອຮັບມືກັບສະພາບການເໜັງຕີງ ຂອງອັດຕາແລກປ່ຽນ ແລະ ສະກັດກັ້ນຜົນກະທົບຕໍ່ອັດຕາເງິນເຟີ້ ກໍຄືສະຖຽນລະພາບຂອງເສດຖະກິດມະຫາພາກ;
(10) ຕິດຕາມສະພາບການເໜັງຕີງ ຂອງລາຄາສິນຄ້າໃນທ້ອງຕະຫລາດ ພ້ອມທັງຄົ້ນຄ້ວາ ແລະ ກຳນົດ ມາດຕະການ ໃນການຄຸ້ມຄອງ ແລະ ແຊກແຊງລາຄາສິນຄ້າ ເພື່ອບໍ່ໃຫ້ກະທົບຕໍ່ການເຄື່ອນໄຫວຜະລິດທຸລະກິດ ກໍຄືການດຳລົງຊີວິດຂອງປະຊາຊົນ, ພະນັກງານ ແລະ ຜູ້ມີລາຍໄດ້ຕໍ່າ;
(11) ອຳນວຍຄວາມສະດວກ ແລະ ລົງຊຸກຍູ້ຊ່ວຍເຫລືອປະຊາຊົນ ໃນການກະກຽມການຜະລິດລະດູແລ້ງ ເພື່ອໃຫ້ທັນກັບສະພາບຄວາມຮຽກຮ້ອງຕ້ອງການຂອງລະດູການຜະລິດ ແລະ ເພື່ອຮັບປະກັນໝາກຜົນຂອງການຜະລິດທ້າຍລະດູ;
(12) ປະສານ ແລະ ກະກຽມໃຫ້ແກ່ການເຄື່ອນໄຫວວຽກງານຕ່າງປະເທດຂອງຜູ້ແທນຂັ້ນສູງ ຂອງລັດຖະບານ ເປັນຕົ້ນແມ່ນການເຂົ້າຮ່ວມກອງປະຊຸມສາມຫລ່ຽມພັດທະນາ (CLV) ກໍາປູເຈຍ;
(13) ການເຄື່ອນໄຫວຢ້ຽມ ສປຈີນ ຢ່າງເປັນທາງການ ແລະ ການເຄື່ອນໄຫວວຽກງານຕ່າງປະເທດ ທີ່ສຳຄັນອື່ນໆ ຂອງຄະນະຜູ້ແທນຂັ້ນສູງ ຂອງແຕ່ລະຂະແໜງການ;
(14) ຕິດຕາມສະພາບຫາງສຽງສັງຄົມ, ກວດກາຫາສາເຫດ ແລະ ຄວາມເປັນຈິງຂອງບັນຫາພ້ອມທັງ ຄົ້ນຄ້ວາຫາວິທີແກ້ໄຂໃຫ້ທັນການ;
(15) ທ່ານນາຍົກລັດຖະມົນຕີ ເນັ້ນອີກວ່າ: ໃນເດືອນທັນວານີ້ ຕ້ອງເອົາໃຈໃສ່:
1. ກວດກາຄືນສະພາບການເກັບເງິນຄ່າຝາກລົດຢູ່ຕາມຈຸດຕ່າງໆ ທີ່ມີຫາງສຽງຈົ່ມວ່າກ່ຽວກັບຄວາມໂປ່ງໃສ ໃນນະຄອນຫລວງວຽງຈັນ,
2.ຄົ້ນຄວ້າທິດທາງສະເພາະໜ້າ ແລະ ຍາວນານ ໃນການແກ້ໄຂບັນຫາການສັນຈອນແອອັດ ທີ່ນັບມື້ນັບເພີ່ມຂຶ້ນໃນປະຈຸບັນ ແລະ ບັນນຫາອື່ນໆ,
3. ພ້ອມນັ້ນ, ໃຫ້ຕິດຕາມ ແລະ ກວດກາ ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ, ຄຳສັ່ງ, ດໍາລັດ, ຂໍ້ຕົກລົງ ແລະ ແຈ້ງການຂອງລັດຖະບານ ຢ່າງເຂັ້ມງວດ, ມີປະສິດທິຜົນ ແລະ ຈັດຕັ້ງການສະຫລຸບຖອດຖອນບົດຮຽນ ກ່ຽວກັບການສ້າງ ແລະ ປັບປຸງກົດໝາຍ, ນິຕິກຳລຸ່ມກົດໝາຍ ເພື່ອຍົກສູງຄຸນນະພາບ, ປະສິດທິຜົນ ຂອງກົດໝາຍ, ນິຕິກຳທີ່ຖືກຮັບຮອງ ແລະ ອື່ນໆ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ

