ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ກໍລະກົດ 2016
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 3 ຄັ້ງ | ເວລາ | 2026-07-18 06:17:01
ບັນດາສື່ມວນຊົນ ທີ່ນັບຖື ແລະ ຮັກແພງທັງຫຼາຍ !
ປະຊາຊົນລາວບັນດາເຜົ່າ, ຜູ້ປະກອບການທົ່ວປະເທດ ທີ່ນັບຖື ແລະ ຮັກແພງ !
ຂ້າພະເຈົ້າ ມີຄວາມຮູ້ສຶກພາກພູມໃຈທີ່ໄດ້ມາປະຕິບັດໜ້າທີ່ ໂຄສົກລັດຖະບານ ເພື່ອແຈ້ງຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ກໍລະກົດ 2016 ຕໍ່ບັນດາສື່ມວນຊົນ ໃນມື້ນີ້.
ຄືດັ່ງທີ່ບັນດາສື່ມວນຊົນໄດ້ຮັບຊາບແລ້ວ ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ກໍລະກົດ 2016 ໄດ້ດໍາເນີນມາເປັນເວລາ 2 ວັນເຕັມ ຄື ໃນວັນທີ 21-22 ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງຄົບຖ້ວນ.
ກອງປະຊຸມຄັ້ງນີ້ ເປັນຄັ້ງທໍາອິດຂອງຄະນະລັດຖະບານ ຊຸດທີ 8 ທີ່ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ເຊິ່ງມີເນື້ອໃນລາຍລະອຽດ ດັ່ງນີ້: 1. ກອງປະຊຸມໄດ້ພິຈາລະນາ ແລະ ຕົກລົງຮັບຮອງໂດຍຫຼັກການ ຕໍ່ 4 ຮ່າງກົດ ໝາຍ ຄື: (1). ຮ່າງປະມວນກົດໝາຍອາຍາ (ສ້າງໃໝ່); (2). ຮ່າງປັບປຸງກົດໝາຍວ່າດ້ວຍທະນາຍຄວາມ ແລະ ສະພາທະນາຍຄວາມ; (3). ຮ່າງປັບປຸງກົດໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ; (4). ຮ່າງປັບປຸງກົດໝາຍວ່າດ້ວຍການປ້ອງກັນ ແລະ ກັກກັນພືດ.
- ຮ່າງປະມວນກົດໝາຍອາຍາ, ກອງປະຊຸມເຫັນວ່າ ປະມວນກົດໝາຍອາຍາ ແມ່ນການສັງລວມເອົາບັນດາບົດບັນຍັດຂອງກົດໝາຍອາຍາ ມາເປັນປະມວນກົດໝາຍອາຍາ ເຊິ່ງມີ 2 ພາກໃຫຍ່, 1 ພາກນ້ອຍ, 23 ໝວດ ແລະ 416 ມາດຕາ. ໃນນີ້, ເພີ່ມໃໝ່ 196 ມາດຕາ. ກອງປະຊຸມເຫັນວ່າ ຮ່າງປະມວນກົດໝາຍອາຍາ ມີເນື້ອໃນຄວາມໝາຍສໍາຄັນຫຼາຍ, ແຕ່ກໍ່ມີຫຼາຍບັນຫາມີຄວາມລະອຽດອ່ອນ, ຕິດພັນກັບຫຼາຍຂະແໜງການ ແລະ ສົນທິ ສັນຍາສາກົນຕ່າງໆ. ສະນັ້ນ, ກອງປະຊຸມ ໄດ້ມອບໃຫ້ພາກສ່ວນກ່ຽວຂ້ອງນໍາໄປປັບປຸງຕື່ມຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ບັນດາມາດຕາ ກ່ຽວກັບການກໍານົດໂທດປະຫານຊີວິດ, ບັນດາບັນຫາທີ່ກ່ຽວພັນກັບສິດທິມະນຸດ ເພື່ອເຮັດໃຫ້ເນື້ອໃນຂອງປະມວນກົດໝາຍມີຄວາມຮັດກຸມ, ກະທັດຮັດ, ຊັດເຈນ, ຈະແຈ້ງ ເພື່ອບໍ່ໃຫ້ມີຊ່ອງຫວ່າງ, ພ້ອມດຽວກັນນັ້ນ ບັນດາໝວດ ແລະ ມາດຕາ ທີ່ລະອຽດອ່ອນ ກ່ຽວຂ້ອງກັບຂະແໜງການໃດ ແມ່ນມອບໃຫ້ຂະແໜງການນັ້ນຮັບຜິດຊອບ ນໍາໄປຄົ້ນຄວ້າປັບປຸງ ໂດຍປະສານສົມທົບກັບຄະນະຮັບ ຜິດຊອບສ້າງຮ່າງປະມວນກົດໝາຍ. ພາຍຫຼັງສໍາເລັດການປັບປຸງແລ້ວ ຈິ່ງນໍາສະເໜີໃຫ້ລັດຖະບານເບິ່ງຄືນໃໝ່ ແລ້ວຈຶ່ງນໍາສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາຮັບຮອງ ໃຫ້ທັນຕາມກໍານົດເວລາ.
- ຮ່າງກົດໝາຍວ່າດ້ວຍທະນາຍຄວາມ ສະບັບປັບປຸງ, ກອງປະຊຸມ ໄດ້ມີທິດຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ການນໍາໃຊ້ຄໍາສັບ ຕ້ອງໃຫ້ຊັດເຈນ, ຈະແຈ້ງ ແລະ ຮັດກຸມ; ການກໍານົດມາດຖານ ຂອງຜູ້ທີ່ຈະເປັນທະນາຍຄວາມ ຕ້ອງມີຄວາມຈະແຈ້ງ ແລະ ຄົບຖ້ວນ ເຊັ່ນ: ອາຍຸ, ລະດັບວຸດທິການສຶກສາ, ຄວາມຮູ້ຄວາມສາມາດ, ປະສົບການ ແລະ ພາສາຕ່າງປະເທດ.
- ຮ່າງກົດໝາຍ ວ່າດ້ວຍການລ້ຽງສັດ ແລະ ການສັດຕະວະເເພດສະບັບປັບປຸງ ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງເນື້ອໃນຕ່າງໆຕື່ມຕາມການປະກອບຄໍາຄິດຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ຕ້ອງລະອຽດ, ຈະແຈ້ງ, ຮັດກຸມ ແລະ ມີຄວາມເປັນເອກະພາບກັນໃນການນໍາຄໍາສັບຕ່າງໆ.
- ຮ່າງກົດໝາຍ ວ່າດ້ວຍການປ້ອງກັນ ແລະ ກັກກັນພືດ ສະບັບປັບປຸງ ໃຫ້ກວດກາຄືນ ແລະ ກໍານົດການນໍາເຂົ້າ ແລະ ການນໍາໃຊ້ສານເຄມີຕ່າງໆ ໃນເວລານໍາໃຊ້ເຂົ້າໃນການຜະລິດກະສິກໍາ, ຢາປາບສັດຕູພືດ ແລະ ອື່ນໆ ເພື່ອບໍ່ໃຫ້ເປັນການທໍາລາຍສະພາບແວດລ້ອມ ແລະ ສຸຂະພາບຂອງປະຊາຊົນ. ອັນສໍາຄັນ ເມື່ອປະກາດໃຊ້ແລ້ວ ຕ້ອງຮັບປະກັນໃຫ້ສາມາດນໍາໃຊ້ໄດ້ຍາວນານ.
2. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງໂດຍຫຼັກການ ຮ່າງດຳລັດຂອງລັດຖະບານ 2 ສະບັບ ຄື: (1). ຮ່າງດຳລັດວ່າດ້ວຍການຄຸ້ມຄອງສູນຂໍ້ມູນ ແລະ ຂ່າວສານ ແລະ (2). ຮ່າງດຳລັດວ່າດ້ວຍການສຶກສາສົງ.
- ສໍາລັບຮ່າງດໍາລັດວ່າດ້ວຍການຄຸ້ມຄອງສູນຂໍ້ມູນ ແລະ ຂ່າວສານ ກອງປະຊຸມ ໄດ້ພິຈາລະນາເຫັນດີຮັບຮອງ ພ້ອມທັງ ໄດ້ຊີນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕື່ມຕາມການປະກອບຄໍາຄິດຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ຕ້ອງໄດ້ຮຽບຮຽງຄືນບັນດາຄໍາສັບ, ເນື້ອໃນມາດຕາຕ່າງໆ ໃຫ້ມີຄວາມກະທັດຮັດ, ຈະແຈ້ງ, ຮັດກຸມ. ສິ່ງສຳຄັນ ແມ່ນໃຫ້ຄົ້ນຄວ້າຊື່ຂອງດຳລັດດັ່ງກ່າວ ໃຫ້ມີຄວາມເໝາະສົມ ໂດຍມອບໃຫ້ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ; ກະຊວງຍຸຕິທໍາ ແລະ ລັດຖະມົນຕີປະຈໍາສຳນັກງານນາ ຍົກລັດຖະມົນຕີ ປະສານສົມທົບກັນຢ່າງລະອຽດ ເພື່ອປັບປຸງ, ຮຽບຮຽງຮ່າງດໍາລັດດັ່ງກ່າວ.
- ຮ່າງດຳລັດວ່າດ້ວຍການສຶກສາສົງ. ຕໍ່ບັນຫາດັ່ງກ່າວນີ້, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕື່ມ ຕາມການປະກອບຄໍາຄິດຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການນໍາໃຊ້ ແລະ ການອະທິບາຍຄໍາສັບຕ້ອງໃຫ້ເຂົ້າໃຈງ່າຍ, ຈະແຈ້ງ ພ້ອມທັງ ຕິດຕາມກວດກາເປັນປະຈໍາ ກ່ຽວກັບລະບົບການຮຽນ-ການສອນຂອງໂຮງຮຽນສົງ.
3. ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງ ເອົາບົດລາຍງານກ່ຽວກັບການສືບຕໍ່ຄົ້ນຄວ້າການສັບຊ້ອນ ຄະນະກໍາມະການລະດັບຊາດ ຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄປຂຶ້ນກັບກະຊວງ-ອົງການອື່ນ ທີ່ມີບົດບາດໃກ້ຄຽງ ເປັນຕົ້ນ (1). ຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດ; (2). ຄະນະກໍາມາທິການເພື່ອແມ່ ແລະ ເດັກ ແຫ່ງຊາດ ແລະ (3). ອົງການກາແດງລາວ. ຕໍ່ບັນຫາດັ່ງກ່າວ, ກອງປະຊຸມໄດ້ມີທິດຊີ້ນໍາ ຄື:
- ເຫັນດີໃຫ້ອົງການກາແດງລາວ ໄປຂຶ້ນກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ;
- ສໍາລັບຄະນະກໍາມາທິການເພື່ອແມ່ ແລະ ເດັກແຫ່ງຊາດ ແລະ ຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແຫ່ງຊາດ ໃຫ້ຂຶ້ນກັບສູນກາງສະຫະພັນແມ່ຍິງລາວ ໂດຍໃຫ້ທ່ານຮອງນາຍົກລັດຖະມົນຕີ ເປັນປະທານ, ປະທານສູນກາງສະຫະພັນແມ່ຍິງ ເປັນຮອງປະທານຄະນະກໍາມະການດັ່ງກ່າວ. ສະເພາະກົງຈັກ ຫຼື ກອງເລຂາ ໃຫ້ໂຮມກັນ ແລະ ໂອນໄປຢູ່ສູນກາງສະຫະພັນແມ່ຍິງບ່ອນດຽວ.
4. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງ ເອົາບົດລາຍງານກ່ຽວກັບສະພາບລວມ ການຄຸ້ມຄອງລັດຖະກອນປະຈຳສົກປີ 2015-2016 ແລະ ແຜນຄວາມຕ້ອງການລັດຖະກອນໃນ ປີ 2017. ຕໍ່ບັນຫາດັ່ງກ່າວ, ກອງປະຊຸມໄດ້ມີທິດຊີ້ນໍາ ຄື: ເຫັນດີອະນຸມັດ ຈໍານວນຕົວເລກລັດຖະກອນໃໝ່ ປະຈໍາສົກປີ 2017 ທັງໝົດ 5000 ຄົນ, ທັງນີ້ກໍ່ເພື່ອເປັນການທົດແທນຄືນຈໍານວນລັດຖະກອນ ທີ່ອອກຈາກການເປັນລັດຖະກອນທຸກຮູບການ ແລະ ເພື່ອຕອບສະໜອງຕາມ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ ນັບທັງສູນກາງ ແລະ ທ້ອງຖິ່ນ.
5. ໃນຕອນທ້າຍກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ນໍາເອົາເນື້ອໃນຈິດໃຈ ທີ່ໄດ້ຕົກລົງເປັນເອກະພາບໃນກອງປະຊຸມຄັ້ງນີ້ ລວມທັງ ບັນດາວຽກງານທີ່ເປັນຈຸດສຸມໃນເດືອນ ສິງຫາ 2016 ໄປຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ດັ່ງນີ້:
1). ໃຫ້ກະຊວງປ້ອງກັນຄວາມສະຫງົບ ເອົາໃຈໃສ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເພື່ອຮັບປະກັນຄວາມປອດໄພ 100% ໃຫ້ແກ່ການກະກຽມເປັນເຈົ້າພາບກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 28 ແລະ 29 ໃນຕົ້ນເດືອນ ກັນຍາ 2016 ທີ່ຈະມາເຖິງ;
2). ໃຫ້ກະຊວງການຕ່າງປະເທດ ດໍາເນີນກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມທີ່ກ່ຽວຂ້ອງ ຕາມທີ່ໄດ້ກໍານົດໄວ້, ພ້ອມນັ້ນ ໃຫ້ສືບຕໍ່ກະກຽມກອງປະຊຸມສຸດຍອດອາຊຽນ ໃນເດືອນ ກັນຍາ ແລະ ການກະກຽມຕ້ອນຮັບບັນ ດາປະມຸກລັດ ທີ່ຈະເດີນທາງມາຢ້ຽມ ແລະ ພົບປະສອງຝ່າຍ ໃນໄລຍະກອງປະຊຸມດັ່ງກ່າວ ແລ້ວໃຫ້ລາຍງານຜົນການກະກຽມ ໃຫ້ລັດຖະບານ ເປັນແຕ່ລະໄລຍະ;
3). ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ເອົາໃຈໃສ່ກະກຽມກອງປະຊຸມລັດຖະບານ ພົບປະກັບ ນັກທຸລະກິດ ແລະ ຜູ້ປະກອບການ ເພື່ອເຜີຍແຜ່ເຊື່ອມຊຶມ ນະໂຍບານຕ່າງໆຂອງລັດຖະບານ, ນິຕິກໍາທີ່ວາງອອກໃໝ່, ຕອບ-ແກ້ຂໍ້ສະເໜີຕ່າງໆ, ລະດົມທຶນເຂົ້າໃສ່ການພັດທະນາ, ປັບປຸງຄວາມສາມາດແຂ່ງຂັນທາງດ້ານທຸລະກິດ ແລະ ແລະ ຍ້ອງຍໍນັກທຸລະກິດ ແລະ ຜູ້ປະກອບການດີເດັ່ນ ທີ່ໄດ້ປະກອບສ່ວນໃນການສ້າງສາພັດທະນາ ແລະ ເສຍພັນທະອາກອນໃຫ້ລັດ;
4). ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ລົງຊຸກຍູ້ ການຜະລິດລະດູຝົນໃຫ້ສໍາເລັດ ແລະ ເອົາໃຈໃສ່ກະກຽມ ຕ້ານແລ້ງຕ້ານຖ້ວມ ເພື່ອໃຫ້ການຜະລິດຂອງ ປະຊາຊົນບັນລຸຕາມຄາດໝາຍ;
5). ໃຫ້ກະຊວງການເງິນ ສືບຕໍ່ດໍາເນີນແຜນການເກັບລາຍຮັບ ແລະ ປະຕິບັດລາຍຈ່າຍ ໃຫ້ບັນລຸຕາມການຕົກລົງ ໃນກອງປະຊຸມຄັ້ງຜ່ານມາ ແລະ ຕາມແຜນທີ່ສະພາແຫ່ງຊາດ ໄດ້ຮັບຮອງເອົາ;
6). ໃຫ້ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ ສົມທົບກັບຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2017 ໃຫ້ສໍາເລັດ ເພື່ອນໍາມາຜ່ານກອງປະຊຸມລັດ ຖະບານ ໃນເດືອນ ກັນຍາ 2016;
7). ໃຫ້ກະຊວງແຜນການ ແລະ ການລົງທຶນ ສັງລວມໜີ້ສິນໂຄງການລົງທຶນຂອງລັດ ໃນທົ່ວປະເທດໃຫ້ສໍາເລັດ ເພື່ອເປັນຂໍ້ມູນພື້ນຖານ ໃນການຄົ້ນຄວ້າໂຄງການລົງທຶນໃໝ່ ສໍາລັບປີ 2017;
8). ໃຫ້ທະນາຄານແຫ່ງ ສປປ ລາວ ສະຫຼຸບສັງລວມ ຖານະການເງິນຂອງຕົນ, ແຜນປັບປຸງທະນາຄານລັດທີ່ຂາດທຶນ ແລະ ແຜນເງິນຕາ ເພື່ອລາຍງານສະເພະ ຕໍ່ລັດຖະບານ;
9). ໃຫ້ກະຊວງສຶກສາ ແລະ ກິລາ ກະກຽມເງື່ອນໄຂ ໃຫ້ແກ່ການເປີດພາກຮຽນໃໝ່ ສໍາລັບສົກປີ 2016-2017 ເພື່ອໃຫ້ດໍາເນີນໄປຕາມແຜນການ.
10). ໃຫ້ກະຊວງສາທາລະນະສຸກ ກຽມພ້ອມຮອບດ້ານ ໃນການກະກຽມແພດໝໍ ໃນໄລຍະ ສປປ ລາວ ເຮົາເປັນປະທານອາຊຽນ ໃນກໍລະນີເຈັບເປັນສຸກເສີນ ຂອງບັນດາການນໍາ ແລະ ແຂກທີ່ມາຮ່ວມກອງປະຊຸມ ພ້ອມທັງ ເອົາໃຈໃສ່ສະກັດກັ້ນ ແລະ ເຝົ້າລະວັງພະຍາດຕິດຕໍ່ ທີ່ອາດຈະເກີດຂຶ້ນໃນລິດູຝົນນີ້;
11). ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໂຄສະນາ ແລະ ປຸກລະດົມ ໃນທົ່ົວສັງຄົມ ຮັບຮູ້, ເຂົ້າໃຈ ແລະ ໃຫ້ການຮ່ວມມື ໃນໂອກາດທີ່ ສປປ ລາວ ເປັນປະທານອາຊຽນ ໃນທ້າຍປີນີ້, ເຮັດແນວໃດເພື່ອຮັບປະກັນຄວາມປະທັບໃຈ ໃນການຕ້ອນຮັບ, ການເປັນເຈົ້າພາບທີ່ດີ ແລະ ຍົກບົດບາດອິດທິພົນຂອງລາວເຮົາ ໃຫ້ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.
12). ສໍາຄັນອີກບັນຫາໜຶ່ງ ແມ່ນໃຫ້ທຸກພາກສ່ວນ ນັບທັງສູນກາງຈົນຮອດທ້ອງຖິ່ນ ເອົາໃຈໃສ່ຈັດຕັ້ງປະຕິບັດ ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ຢ່າງເຂັ່ງຄັດ, ເຂັ້ມງວດ ແລະ ເດັດຂາດ.
ສິ່ງທີ່ກ່າວມາຂ້າງເທິງນັ້ນ, ແມ່ນວຽກງານສໍາຄັນ ທີ່ກອງປະຊຸມລັດຖະບານ ປະຈໍາເດືອນກໍລະກົດ 2016. ໃນໂອກາດນີ້, ຂໍຮຽກຮ້ອງໃຫ້ພະນັກງານ, ທະຫານ, ຕໍາຫຼວດ, ກໍາມະກອນ, ນັກ ຮຽນຮູ້ປັນຍາຊົນ ແລະ ປະຊາຊົນບັນດາເຜົ່າ ແລະ ຜູ້ປະກອບການ ທັງພາກລັດ ແລະ ເອກະຊົນ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ຢູ່ອ້ອມຂ້າງລັດຖະບານ, ພ້ອມກັບລັດຖະບານ ສູ້ຊົນປະຕິບັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ແມ່ນຕັ້ງໜ້າເຂົ້າຮ່ວມປະຕິບັດ ມະຕິກອງປະຊຸມລັດຖະບານຄັ້ງນີ້ ໃຫ້ປະກົດຜົນເປັນຈິງ. ລັດຖະບານ ເວລາໃດກໍ່ຖືເອົາຜົນປະໂຫຍດຂອງປະຊາຊົນ ເປັນກົກ, ເປັນຈຸດໝາຍ ເພື່ອຮັບໃຊ້. ສະນັ້ນ, ຖ້າມີອັນໃດທີ່ຍັງບໍ່ທັນເຂົ້າໃຈ ຫຼື ສົນໃຈ ກໍ່ໃຫ້ຈິງໃຈຊ່ວຍລັດຖະບານ ແລະ ສະເໜີຕໍ່ລັດຖະບານ ເພື່ອພິຈາລະນາຕາມແຕ່ລະກໍລະນີ, ຂໍໃຫ້ມີສະຕິລະວັງຕົວຕໍ່ກົນອຸບາຍແບ່ງແຍກ ແລະ ມ້າງເພທໍາລາຍຂອງສັດຕູ ຂອງພວກຄົນບໍ່ດີ
ຂໍຂອບໃຈ.
ແຫລ່ງ: ສຳນັກງານນາຍົກລັດຖະມົນຕີ
ຜູ້ຂຽນ: ກົມປະຊາສຳພັນ/ພະແນກໂຄສະນາ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ



