ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນມັງກອນ2016
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2026-07-18 06:16:29
ຂປລ ຂປລ.ກອງປະຊຸມລັດຖະບານສະໄໝສາມັນ ປະຈຳ ເດືອນມັງກອນ 2016 ໄດ້ໄຂຂຶ້ນໃນວັນທີ 27 ມັງກອນ ໂດຍການເປັນປະທານຂອງທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ, ມີບັນດາ ທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດ ຖະບານເຂົ້າຮ່ວມ.
ຂປລ.ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມັງກອນ 2016ໄດ້ໄຂຂຶ້ນໃນວັນທີ 27ມັງກອນ ໂດຍການເປັນປະທານຂອງທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດ ຖະບານເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ປະກອບຄຳຄິດຄໍາເຫັນ ແລະ ຮັບຮອງເອົາທາງດ້ານຫລັກການຕໍ່ບາງບັນຫາສໍາຄັນຄື:
- ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີຮັບຮອງຍຸດທະສາດ ການພັດທະນາຊັບພະຍາກອນມະນຸດແຫ່ງຊາດຮອດປີ 2025 ແລະ ແຜນປະຕິບັດງານການພັດທະນາຊັບພະຍາກອນມະນຸດແຫ່ງຊາດ 2016-2020.ຕໍ່ບັນຫາດັ່ງກ່າວ, ກອງປະຊຸມໄດ້ມີທິດຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນຳໄປປັບປຸງຕື່ມ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ໃຫ້ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ດ້ານດີ ແລະ ຂໍ້ຄົງຄ້າງໃນໄລຍະຜ່ານມາ; ກວດກາ, ຄົ້ນຄວ້າ ແລະ ຄິດໄລ່ລະອຽດສໍາລັບບັນດາຕົວເລກຄາດໝາຍສູ້ຊົນຕ່າງໆທີ່ກຳນົດຕ້ອງໃຫ້ສອດຄ່ອງກັບຄວາມສາມາດຕົວຈິງ, ຮັບປະກັນໃຫ້ການສ້າງຊັບພະຍາກອນມະນຸດມີຄວາມສອດຄ່ອງ ແລະ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ກໍຄືການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ; ຈັດລຽງບູລິມະສິດໃນການພັດທະນາຊັບພະຍາກອນມະນຸດໃນນັ້ນໃຫ້ສຸມໃສ່ຂະແໜງການທີ່ເປັນຈຸດສຸມ; ສ້າງໃຫ້ຄົນລາວເປັນຄົນທີ່ມັກອ່ານ, ຄົ້ນຄວ້າ, ມັກຮໍ່າຮຽນໃຫ້ຫລາຍຂຶ້ນ. ອັນສຳຄັນແມ່ນຕ້ອງຍາດແຍ່ງການຊ່ວຍເຫລືອຈາກສາກົນໃຫ້ຫລາຍຂຶ້ນ, ເຮັດໃຫ້ທຸກຄອບຄົວ ແລະ ທຸກພາກສ່ວນໃນສັງຄົມມີສ່ວນຮ່ວມໃນການຊຸກຍູ້, ສົ່ງເສີມ ແລະ ກາຍເປັນຄວາມຮັບຜິດຊອບໃນການພັດທະນາຊັບພະຍາກອນມະນຸດ.
- ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີຮັບຮອງຍຸດທະສາດການພັດທະນາຊົນນະບົດ ແລະ ລຶບ ລ້າງຄວາງທຸກຍາກ 10 ປີ (2016-2025), ແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ 5 ປີ(2016-2020) ແລະ ວິໄສທັດຮອດປີ 2030. ຕໍ່ບັນຫາດັ່ງກ່າວ, ກອງປະຊຸມໄດ້ມີທິດຊີ້ນໍາໃຫ້ພາກສ່ວນທີ່ກ່ຽວ ຂ້ອງນຳໄປປັບປຸງຕື່ມ ເປັນຕົ້ນ ບັນຫາກົກແມ່ນຕ້ອງມີການປຸກລະດົມໃຫ້ປະຊາຊົນ ແລະ ບັນດາຄອບຄົວທີ່ທຸກຍາກ ເປັນເຈົ້າການໃນການແກ້ໄຂຄວາມທຸກຍາກດ້ວຍຕົວເອງ ໂດຍອີງຈຸດພິເສດ ແລະ ທ່າແຮງຂອງແຕ່ລະຄອບຄົວ ເພື່ອບຸກໜ້າບືນຕົວຫລຸດ ແລະ ສ້າງເງື່ອນໄຂໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ; ພ້ອມທັງມີນະໂຍບາຍ, ກົນໄກທີ່ເໝາະສົມ. ຄຽງຄູ່ກັນນັ້ນ ຕ້ອງໄດ້ຕີລາຄາ ແລະ ຄົ້ນຄວ້າຄືນບັນດາຈຸດອ່ອນຂໍ້ຄົງຄ້າງທີ່ຜ່ານມາເພື່ອຊອກຫາສາເຫດ ແລະ ວິທີການແກ້ໄຂຕົວຈິງລວມທັງ ມີການແບ່ງຂັ້ນຄຸ້ມຄອງ, ແບ່ງຄວາມຮັບ ຜິດຊອບໃຫ້ແຕ່ລະຂະແໜງການ ແລະ ທ້ອງຖິ່ນຢ່າງຈະແຈ້ງ. ບັນຫາສໍາຄັນແມ່ນ ຕ້ອງເອົາໃຈໃສ່ຍາດແຍ່ງການຊ່ວຍເຫລືອຈາກສາກົນລວມທັງ ການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມໃຫ້ສູງຂຶ້ນ ເພື່ອນຳມາພັດ ທະນາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ. ນອກນັ້ນ ກໍ່ຕ້ອງມີການຈັດແບ່ງງົບປະມານທີ່ເໝາະສົມ ຕາມຂອບເຂດຄວາມຮັບຜິດຊອບທາງດ້ານວິຊາການ ຂອງແຕ່ລະຂະແໜງການ.
- ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີຮັບຮອງບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ສົກປີ 2014-2015. ຕໍ່ບັນຫາດັ່ງກ່າວ, ກອງປະຊຸມໄດ້ເຫັນວ່າ ສົກປີ 2014-2015 ເຊິ່ງເປັນປີມ້ວຍທ້າຍຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ສະພາບແວດລ້ອມພາຍໃນ ແລະ ສາກົນ ເອື້ອອຳນວຍໃຫ້ແກ່ການພັດທະນາ ເຮັດໃຫ້ໄດ້ຮັບຜົນສຳເລັດໃນຫລາຍດ້ານ ໂດຍລວມແມ່ນ ປະເທດຊາດສືບຕໍ່ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ມີສະ ຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ການຜະລິດການບໍລິການ, ການລົງທຶນຍັງມີບັນຍາກາດທີ່ດີ, ສາມາດຮັກສາໄດ້ສະຖຽນລະພາບ ຂອງເສດຖະກິດມະຫາພາກ, ຈັງຫວະການເຕີບໂຕຂອງເສດຖະກິດ ມີລັກສະນະຕໍ່ເນື່ອງ.
ຂົງເຂດວັດທະນະທຳສັງຄົມ ກໍໄດ້ຮັບການປັບປຸງແກ້ໄຂ ແລະ ໄດ້ຮັບການພັດທະນາດ້ວຍຄວາມພະ ຍາຍາມໃນຫລາຍດ້ານ ເພື່ອສູ້ຊົນໃຫ້ບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາ ແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນກ້າວໆ.
ເຖິງຢ່າງໃດກໍ່ຕາມ ກອງປະຊຸມຍັງເຫັນວ່າ ໃນຄວາມເປັນຈິງແລ້ວ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ໃນໄລຍະຜ່ານມາ ຍັງມີຈຸດອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂຢ່າງຕັ້ງໜ້າ ເຊິ່ງປະທານກອງປະຊຸມໄດ້ເນັ້ນເຖິງບັນດາກະຊວງ, ອົງການ ແລະ ທ້ອງຖິ່ນຕ່າງໆ ເອົາໃຈໃສ່ໃນການສ້າງແຜນລາຍຮັບຂອງຕົນໃຫ້ລະອຽດ, ຈະແຈ້ງ, ປະຕິບັດວິໄນແຜນການ, ການເງິນຢ່າງເຂັ້ມງວດ. ພ້ອມດຽວກັນນັ້ນ, ກໍຕ້ອງມີການຈັດກອງປະຊຸມເພື່ອປຶກສາຫາລື, ຄົ້ນຄວ້າໃນການແກ້ໄຂບັນ ຫາໜີ້ ເພື່ອເຮັດໃຫ້ສະພາບຄວາມເຄັ່ງຕຶງທາງດ້ານເສດຖະກິດຫລຸດຜ່ອນລົງ.
ໃນຕອນທ້າຍກອງປະຊຸມ ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ນໍາເອົາເນື້ອໃນຈິດໃຈທີ່ໄດ້ຕົກລົງເປັນເອກະພາບໃນກອງປະຊຸມຄັ້ງນີ້ ລວມທັງ ບັນດາວຽກງານທີ່ເປັນຈຸດສຸມໃນເດືອນກຸມພາ2016ໄປຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ດັ່ງນີ້:
1).ສຸມໃສ່ປະຕິບັດວຽກງານຮາກຖານການເມືອງໃຫ້ດີ; ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ກຳລັງ ປກສ-ປກຊ ໃຫ້ເໝາະສົມແທດເຖິງ ພ້ອມທັງ ບຸກລະດົມທົ່ວສັງຄົມ ເຂົ້າຮ່ວມວຽກງານ ປກສ-ປກຊ ຢ່າງຕັ້ງໜ້າ. ຊຶ່ງໄລຍະຜ່ານມາ ໄດ້ມີຫລາຍປະກົດການຫຍໍ້ທໍ້ທີ່ເກີດຂື້ນເປັນຕົ້ນ ແມ່ນການເຄື່ອນໄຫວໂຄສະນາໃສ່ຮ້າຍປ້າຍສີການນຳພັກ-ລັດ ເຮົາດ້ວຍຮູບການຕ່າງໆນອກຈາກນັ້ນ ກໍແມ່ນການເຄື່ອນໄຫວຂອງກຸ່ມຄົນບໍ່ດີຢູ່ບາງແຂວງ ແລະ ບາງເຂດທີ່ມີຄວາມຫລໍ່ແຫລມ, ບັນຫາຢາເສບຕິດ, ການປຸ້ນຈີ້ຊິງຊັບ, ກຸ່ມແກ້ງອັນຕະພານ ແລະ ອື່ນໆຊຶ່ງກະຊວງກ່ຽວຂ້ອງກໍໄດ້ເອົາໃຈໃສ່ແກ້ໄຂຢ່າງຕັ້ງໜ້າ ແຕ່ສະເໜີໃຫ້ສືບຕໍ່ເອົາໃຈໃສ່ຕື່ມ.
2).ໃຫ້ເອົາໃຈໃສ່ຊີ້ນຳການເກັບລາຍຮັບໃຫ້ໄດ້ຕາມແຜນ ແລະ ສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງເສດ ຖະກິດຈຳນວນໜຶ່ງ ໃຫ້ມີຜົນສຳເລັດ; ນອກຈາກນັ້ນກໍໃຫ້ເອົາໃຈໃສ່ໃນການຜະລິດລະດູແລ້ງ ໃຫ້ໄດ້ຕາມແຜນ, ຕ້ອງກະກຽມບັນຫາແນວພັນ, ການຕ້ານ ແລະ ຈຳກັດສັດຕູພືດ ແລະ ບັນຫາອື່ນໆໄວ້ແຕ່ຫົວທີ. ບັນຫານີ້ມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເປັນເຈົ້າການຊີ້ນຳ ແລະ ລົງເຮັດຕົວຈິງຢູ່ທ້ອງຖິ່ນ.
3). ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຕິດຕາມສະພາບດິນຟ້າອາກາດ ເພື່ອແຈ້ງເຕືອນໃຫ້ພໍ່ແມ່ປະຊາຊົນຮັບຊາບ ແລະ ກຽມພ້ອມຮັບມືຢ່າງທັນການ. 2-3ມື້ ຜ່ານມາອາກາດໜາວ ໄດ້ເຮັດໃຫ້ຜົນລະປູກ ແລະ ສັດລ້ຽງຂອງປະຊາຊົນຢູ່ບາງທ້ອງຖິ່ນເສັຽຫາຍຈຳນວນບໍ່ໜ້ອຍ, ຈຶ່ງສະເໜີໃຫ້ພາກ ສ່ວນກ່ຽວຂ້ອງຄົ້ນຄວ້າ ແລະ ມີມາດຕະການແກ້ໄຂຊ່ວຍຄອບຄົວຜູ້ທີ່ຖືກຜົນກະທົບໃນຄັ້ງນີ້. ພ້ອມກັນນັ້ນ ກໍໃຫ້ກະຊວງສາທາລະນະສຸກ ເອົາໃຈໃສ່ຕິດຕາມເຝົ້າລະວັງພະຍາດໂປລີໂອ ແລະ ພະຍາດລະບາດອື່ນໆ ຊຶ່ງອາດຈະເກີດຂື້ນໃນລະດູນີ້, ໃຫ້ກະຊວງສຶກສາທິການ ແລະ ກິລາ ສືບຕໍ່ນຳພາການເປີດພາກຮຽນທີ 2ຂອງສົກປີຮຽນຕາມແຜນການ.
4). ໃຫ້ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ສະພາທ້ອງຖິ່ນ ໂດຍສະເພາະແມ່ນການຈັດຫາ, ເລືອກເຟັ້ນບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ແລະ ສົມຄູ່ກັບການເຮັດໜ້າທີ່ເປັນຕົວແທນຂອງປະຊາຊົນ.
5). ໃນກາງເດືອນກຸມພານີ້ ຈະມີກອງປະຊຸມສຸດຍອດອາຊຽນ-ອາເມລິກາ ຢູ່ລັດຄາລິຟໍເນັຍສະຫະລັດອາເມລິກາ ຈຶ່ງສະເໜີໃຫ້ກະຊວງການຕ່າງປະເທດ ເອົາໃຈໃສ່ກະກຽມເນື້ອໃນໃຫ້ດີ, ມີຄວາມຮັດກຸມ, ຄົບຖ້ວນຍ້ອນວ່າປີ 2016ນີ້ ສປປລາວ ໄດ້ເປັນປະທານອາຊຽນ. ນອກຈາກນັ້ນ ກໍໃຫ້ເອົາໃຈໃສ່ກະກຽມຕອບຕ້ານ ແລະ ແກ້ໄຂບັນຫາຕ່າງໆຂອງກຸ່ມຄົນບໍ່ດີ ຊຶ່ງອາດຈະກໍ່ຂຶ້ນໃນເວລາດຳເນີນກອງປະຊຸມດັ່ງກ່າວ. ຮ່ວມກັບຂະແໜງການກ່ຽວຂ້ອງສືບຕໍ່ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອດຳເນີນກອງປະຊຸມເຈົ້າໜ້າທີ່ອາວູໂສ, ກອງປະ ຊຸມລັດຖະມົນຕີອາຊຽນ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ໃຫ້ໄດ້ຮັບຜົນດີ.
6).ໃຫ້ເອົາໃຈໃສ່ກະກຽມສະເຫລີມສະຫລອງວັນບຸນປີໃໝ່ຂອງອ້າຍນ້ອງເຊື້ອສາຍຫວຽດນາມ ແລະ ຈີນ ທີ່ຈະມາເຖິງນີ້ໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ຮັບປະກັນໃຫ້ມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.
ແຫຼ່ງ: ຂປລ / 27/01/2016
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ

