ກອງປະຊຸມລັດຖະບານເປີດກວ້າງ ປະຈຳປີ 2014 -2015 ໄຂຂຶ້ນຢ່າງເປັນທາງການ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2026-07-18 06:17:02
ຂປລ ຂປລ. ກອງປະຊຸມລັດຖະບານ ເປີດກວ້າງປະຈຳປີ 2014-2015 ໄດ້ໄຂຂຶ້ນຢ່າງເປັນທາງການໃນ ວັນທີ 23 ກັນຍານີ້ ທີ່ຫ້ອງວ່າການ ລັດຖະບານ ພາຍໃຕ້ການເປັນ ປະທານຂອງທ່ານ ທອງສິງ ທຳມະວົງນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ຄະນະລັດຖະບານພ້ອມດ້ວຍເຈົ້າ ແຂວງເຂົ້າຮ່ວມ.
ຂປລ. ກອງປະຊຸມລັດຖະບານເປີດກວ້າງປະຈຳປີ 2014-2015 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 23 ກັນຍານີ້ ທີ່ຫ້ອງວ່າການລັດຖະບານ ພາຍໃຕ້ການເປັນປະທານຂອງທ່ານ ທອງສິງ ທຳມະວົງນາ ຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ຄະນະລັດຖະບານ ພ້ອມດ້ວຍເຈົ້າແຂວງເຂົ້າຮ່ວມ.
ໃນກອງປະຊຸມພາຍຫລັງ ທ່ານ ນາຍົກລັດຖະມົນຕີກ່າວເປີດຢ່າງເປັນທາງການແລ້ວ, ກອງປະຊຸມໄດ້ຮັບຟັງການລາຍງານຈາກບັນດາລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຂອງຂະແໜງການຕ່າງໆ ເຊັ່ນ: ບົດລາຍງານຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດສັງຄົມ ສົກປີ 2014-2015, ເຜີຍແຜ່ດຳລັດວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2015-2016, ຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນງົບປະມານ ປະຈຳປີ 2014-2015 ແລະ ເຜີຍແຜ່ແຜນງົບປະມານມານປະຈໍາສົກປີ 2015-2016, ຮັບຟັງລາຍງານຫຍໍ້ສະພາບການຈັດຕັ້ງປະຕິບັດແຜນເງິນຕາ ປະຈຳສົກປີ 2014-2015 ແລະ ເຜີຍແຜ່ແຜນເງິນຕາປະຈຳປີ 2015-2016, ຮັບຟັງການລາຍງານການຈັດຕັ້ງປະຕິບັດ ໂຄງການທາງລົດໄຟ ແລະ ໂຄງການກໍ່ສ້າງສະໜາມບິນສາກົນ ຢູ່ ສປປ ລາວ, ໄດ້ຮັບຟັງການລາຍງານການແກ້ໄຂໜີ້ສິນ ໂຄງການລົງທຶນຂອງລັດ, ມາດຕະການແກ້ໄຂ ແລະ ແຜນໃນຕໍ່ຫນ້າ.
ນອກຈາກນີ້ ຍັງໄດ້ຮັບຟັງການລາຍງານຈາກຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງ, ກະຊວງແຜນການ ແລະ ການລົງທຶນ, ກະຊວງພາຍໃນ ກ່ຽວກັບການຈັດຕັ້ງປະຕິບັດໂຄງການພັດທະນາ 10 ເຂດຈຸດສຸມ ຂອງລັດຖະບານ, 54 ຈຸດສຸມຂອງທ້ອງຖິ່ນ, ການຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນຂອງປະຊາຊົນ, ຈາກນັ້ນໄດ້ຮັບຟັງບົດສະຫລຸບການຕີລາຄາການບໍລິຫານງານຂອງລັດຖະບານ ສົກປີ 2014-2015 ແລະ ແຜນວຽກຈຸດສຸມ ສົກປີ 2015-2016.
ພ້ອມນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ໃສ່ບັນດາບົດລາຍງານດັ່ງກ່າວຢ່າງກົງໄປກົງມາ ເພື່ອເຮັດໃຫ້ບົດລາຍງານດັ່ງກ່າວມີຄວາມສົມບູນຂຶ້ນ./.
23/09/2015
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ

