ຜົນກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປະຈຳປີ 2026
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 4 ຄັ້ງ | ເວລາ | 2026-10-17 04:49:42
ໃນຕອນແລງວັນທີ 25 ມິຖຸນາ 2026 ທີ່ຫໍປະຊຸມແຫ່ງຊາດ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປະຈໍາປີ 2026 ໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 24 ແລະ ອັດລົງ ໃນຕອນແລງວັນທີ 25 ມິຖຸນາ 2026 ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ-ບັນດາແຂວງ ແລະ ຜູ້ຕາງໜ້າອົງການຈັດ ຕັ້ງພັກ-ລັດ ທຽບເທົ່າຂັ້ນສູນກາງ ເຂົ້າຮ່ວມ ຈຳນວນ 50 ທ່ານ.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ ໃນ 2 ວາລະສໍາຄັນ ຄື: ວາລະທີ 1: ສະຫຼຸບວຽກພົ້ນເດັ່ນ 06 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມໄລຍະ 06 ເດືອນທ້າຍປີ 2026 ຂອງລັດຖະບານ; ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ໄລຍະ 06 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມໄລຍະ 06 ເດືອນທ້າຍປີ 2026. ໃນນັ້ນ:
ຕໍ່ການສະຫຼຸບວຽກພົ້ນເດັ່ນ 06 ເດືອນຕົ້ນປີ: ລັດຖະບານ ໄດ້ສຸມໃສ່ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ X, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2026 ແລະ ມະຕິກອງປະຊຸມສະພາແຫ່ງຊາດ ເລກທີ 177/ສພຊ, ລົງວັນທີ 21 ພະຈິກ 2025 ວ່າດ້ວຍການຮັບຮອງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ປະຈໍາປີ 2026 ມີຜົນສໍາເລັດຫຼາຍດ້ານ ເຊັ່ນ: ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ໄດ້ເອົາໃຈໃສ່ ເກັບກູ້ອາວຸດ, ວັດຖຸລະເບີດ, ແກ້ໄຂບັນຫາຢາເສບຕິດ, ແກ້ງສະແກມເມີ, ການລັກ ລອບຂຸດຄົ້ນແຮ່ທາດ, ການນໍາເຂົ້າ ແລະ ນໍາໃຊ້ພາຫະນະບໍ່ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ ເຊິ່ງສາມາດມ້າງຄະດີຢາເສບຕິດໄດ້ 1,786 ເລື່ອງ, ຈັບຜູ້ຖືກຫາໄດ້ 4,025 ຄົນ, ຈັບກຸ່ມແກ້ງສະ ແກຣມເມີໄດ້ 20 ຄັ້ງ, ກັກຜູ້ຖືກຫາໄດ້ ຈໍານວນ 2,652 ຄົນ, ລວມມີຄົນລາວ ແລະ ຄົນຕ່າງປະເທດ, ຍຶດຂອງກາງໄດ້ຫຼາຍສົມຄວນ; ຈັບຜູ້ລັກລອບຂຸດຄົ້ນແຮ່ທາດ ຢູ່ 12 ແຂວງ ແລະ ນະຄອນຫຼວງວຽງຈັນ ພົບຜູ້ກະທໍາຜິດ 153 ຄົນ ເຊິ່ງມີທັງຄົນລາວ ແລະ ຄົນຕ່າງປະເທດ, ຍຶດລົດຈົກ ໄດ້ 72 ຄັນ, ລົດດ້າມ 03 ຄັນ, ລົດຕັກ 01 ຄັນ, ເຮືອ 10 ລໍາ, ລົດກະບະ 05 ຄັນ ແລະ ອຸປະກອນອື່ນໆ; ເສດຖະກິດຂະຫຍາຍຕົວໃນລະດັບ 5%; ສາມາດເກັບລາຍຮັບງົບປະມານ ໄດ້ 52% ຂອງແຜນການປີ, ປະຕິບັດແຜນລາຍຈ່າຍງົບປະມານໄດ້ 34% ຂອງແຜນການປີ, ສະສົມຄັງສໍາຮອງເງິນຕາຕ່າງປະເທດກຸ້ມການນໍາເຂົ້າບໍ່ຫຼຸດ 5 ເດືອນ, ຄວບຄຸມອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 8%. ພ້ອມກັນນັ້ນ, ການກໍ່ສ້າງ-ປັບປຸງໂຄງລ່າງພື້ນຖານເສັ້ນທາງ-ຂົວ, ການຜະລິດສິນຄ້າ ຮັບໃຊ້ພາຍໃນ ແລະ ສົ່ງອອກ, ການພັດທະນາວຽກງານການສຶກສາ, ສາທາລະນະສຸກ, ພະລັງງານໄຟຟ້າ, ການຄຸ້ມຄອງ-ດຶງດູດການລົງທຶນ, ການອອກໃບຕາດິນ, ການຄຸ້ມຄອງ-ພັດທະນາສີມືແຮງງານ, ການພັດທະນາພື້ນຖານໂຄງລ່າງການທ່ອງທ່ຽວ, ການສ້າງ ແລະ ປັບປຸງກົດໝາຍ, ການແກ້ໄຂບັນຫາຂາດເຂີນນໍ້າມັນເຊື້ອໄຟ, ການເຄື່ອນໄຫວວຽກງານການຕ່າງປະເທດ, ການປັບປຸງການຈັດຕັ້ງແຕ່ລະຂັ້ນ, ການປະກາດສ້າງຕັ້ງຕາແສງ ແລະ ອື່ນໆ ລ້ວນແຕ່ມີຄວາມຄືບໜ້າດີ.
ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍ່ຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນ ບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ການຫັນເປັນທັນສະໄໝຍັງຊັກຊ້າ, ການຄຸ້ມຄອງໂຄງການຂຸດຄົ້ນແຮ່ທາດ, ການນຳເຂົ້າສິນຄ້າຟູມເຟືອຍ, ການກໍ່ສ້າງ ແລະ ສ້ອມແປງເສັ້ນ ທາງ, ການລັກລອບຕັດໄມ້, ຊື້-ຂາຍ ແລະ ເຄື່ອນຍ້າຍໄມ້, ການປົກປັກຮັກສາສິ່ງແວດລ້ອມ, ການນໍາໃຊ້ຊັບສິນຂອງລັດ ຍັງຟູມເຟືອຍ, ການເຄົາລົບປະຕິບັດກົດໝາຍ-ລະບຽບການ ແລະ ອື່ນໆ.
ສໍາລັບແຜນວຽກຈຸດສຸມ 06 ເດືອນທ້າຍປີ 2026: ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ຈະຕ້ອງໄດ້ສືບຕໍ່ສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່, ມະຕິ ຂອງສະພາແຫ່ງຊາດ ສະບັບເລກທີ 177/ສພຊ ວ່າດ້ວຍການຮັບຮອງທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2026, ດໍາລັດ 08/ລບ ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2026. ພ້ອມດຽວກັນນັ້ນ ພວກເຮົາກໍ່ຕ້ອງໄດ້ພ້ອມກັນແກ້ໄຂບັນຫາເຄັ່ງຮ້ອນ ຕາມການຊີ້ນໍາຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນກອງປະຊຸມ ຄັ້ງປະຖົມມະລຶກ ຂອງລັດຖະບານ ຊຸດທີ X (ທິດຊີ້ນໍາ 09 ຂໍ້) ແລະ ໃນກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໂດຍສະເພາະ ໃຫ້ເອົາໃຈໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ; ການຮັກສາສະຖຽນລະພາບທາງດ້ານເງິນຕາ-ອັດຕາແລກປ່ຽນ; ຮັບປະກັນບໍ່ໃຫ້ຂາດແຄນນໍ້າມັນເຊື້ອໄຟ; ຄຸ້ມຄອງລາຄາສິນຄ້າ, ຄ່າຄອງຊີບ, ອັດຕາເງິນເຟີ້ ບໍ່ໃຫ້ເພີ່ມສູງຂຶ້ນ; ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ແລະ ອື່ນໆ ຕາມ 12 ໜ້າວຽກໃຫຍ່ ຄື:
1. ສືບຕໍ່ສຸມໃສ່ການຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໂດຍເອົາໃຈໃສ່ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ, ເຂດຫຼໍ່ແຫຼມຕາມຊາຍແດນ ໃຫ້ເຂັ້ມແຂງ; ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ: ເອົາໃຈໃສ່ໃນການກວດກາ, ຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂຢາເສບຕິດ ໃນຂອບເຂດທົ່ວປະເທດ ໃຫ້ເປັນລະບົບ; ສຸມໃສ່ແກ້ໄຂອາດຊະຍາກໍາທາງຄອມພິວເຕີ ໂດຍສະເພາະ ແມ່ນກຸ່ມແກ້ງສະແກມເມີ ທີ່ພວມລະບາດຢ່າງກວ້າງ ຂວາງ ທີ່ສ້າງຄວາມເດືອດຮ້ອນໃຫ້ແກ່ປະຊາຊົນ; ຄຽງຄູ່ກັບການ ແກ້ໄຂບັນຫາອຸບັດຕິເຫດຕາມທ້ອງຖະໜົນ ແລະ ບັນຫາຫຍໍ້ທໍ້ອື່ນໆ ໃຫ້ມີຄວາມຄືບໜ້າ ແລະ ຫຼຸດລົງ. ໃຫ້ທຸກພາກສ່ວນກະກຽມຄວາມພ້ອມຮອບດ້ານຮັບມືກັບໄພພິບັດ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ ເພື່ອຮັບປະກັນຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ; ຕ້ອງມີການວາງແຜນແຕ່ຫົວທີ, ມີລະບົບເຕືອນໄພທໍາມະຊາດ ຢ່າງທັນການ; ເອົາໃຈໃສ່ບໍລິຫານ-ຈັດການນໍ້າ ຂອງບັນດາເຂື່ອນໄຟຟ້າ ໃຫ້ດີ ແລະ ກະກຽມຄວາມພ້ອມ ໃນການເຄື່ອນຍ້າຍປະຊາຊົນ, ການຊ່ວຍເຫຼືອ, ບັນເທົາທຸກໃຫ້ແກ່ປະຊາຊົນ ຖ້າຫາກໄພພິບັດເກີດຂຶ້ນ;
2. ເອົາໃຈໃສ່ສູ້ຊົນເກັບລາຍຮັບງົບປະມານ ໂດຍສຸມໃສ່ການສ້າງນະໂຍບາຍຊຸກຍູ້ສົ່ງເສີມໃຫ້ມີຫົວ ໜ່ວຍລາຍຮັບໃໝ່ເພີ່ມຂຶ້ນ, ຍູ້ແຮງການຫັນເປັນທັນສະໄໝໃນການເກັບລາຍຮັບ, ຄົ້ນຄວ້າປັບປຸງລະບຽບການ, ມາດຕະການ ກ່ຽວກັບການກໍານົດຄ່າທໍານຽມ ແລະ ຄ່າບໍລິການ ຄຽງຄູ່ກັບການຄຸ້ມຄອງລາຍຈ່າຍງົບປະມານ ໃຫ້ໄປຕາມແຜນການ ແລະ ມີປະສິດທິຜົນ; ໃຫ້ສົ່ງເສີມການປະຢັດ ແລະ ຕ້ານການຟຸມເຟືອຍທົ່ວສັງຄົມ ໂດຍຄົ້ນຄວ້າ ວາງມາດຕະການໃໝ່ໃຫ້ສອດຄ່ອງ ແລະ ສາມາດປະຕິບັດໄດ້ ບໍ່ໃຫ້ວາງອອກແບບລວມໆ, ຄວນມີການວາງມາດຕະການ ໃຫ້ມີລັກສະນະເຈາະຈົງວ່າ ອັນໃດແມ່ນການປະຢັດ, ອັນໃດແມ່ນການຟູມເຟືອຍ, ການຟູມເຟືອຍແບບໃດ ຈະມີການລົງວິໄນ; ລັດຖະບານກໍ່ຕ້ອງເປັນແບບຢ່າງນໍາໜ້າໃນການປະຢັດ ເຊັ່ນ: ເລີ່ມຈາກການປະຢັດການນໍາໃຊ້ໄຟຟ້າ, ນໍ້າປະປາ; ຫຼຸດຜ່ອນການໃຊ້ຈ່າຍບໍລິຫານທີ່ບໍ່ສົມເຫດສົມຜົນ, ລວມທັງ ການໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດທີ່ບໍ່ຈໍາເປັນ; ປູກຈິດສໍານຶກຊາດນິຍົມ, ສົ່ງເສີມການຊົມໃຊ້ ຜະລິດຕະພັນພາຍໃນປະເທດ; ສືບຕໍ່ປັບປຸງບັນດາລັດວິສາຫະກິດໃຫ້ເຂັ້ມແຂງ ແລະ ດໍາເນີນທຸລະກິດໃຫ້ມີປະສິດທິພາບ; ສຸມໃສ່ປະຕິບັດມາດຕະການຕ່າງໆ ເພື່ອສືບຕໍ່ຮັກສາສະຖຽນລະພາບເງິນຕາແຫ່ງຊາດ, ສູ້ຊົນສະສົມຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າໃຫ້ໄດ້ຕາມແຜນການ;
3. ສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ ບັນດາພື້ນຖານການຜະລິດທີ່ມີທ່າແຮງ ເປັນຕົ້ນ ສະບຽງອາຫານ, ແນວພັນພືດ, ຫົວອາຫານສັດ, ຝຸ່ນຊີວະພາບ ແລະ ປຸຍ; ຊຸກຍູ້, ສົ່ງເສີມການຜະລິດ ແລະ ການປຸງແຕ່ງຜະລິດຕະພັນກະສິກໍາ ແລະ ອຸດສາຫະກໍາ ເພື່ອເປັນສິນຄ້າສົ່ງອອກທີ່ມີມູນຄ່າເພີ່ມສູງຂຶ້ນ ທັງຮັບປະກັນດ້ານປະລິມານ, ຄຸນນະພາບ ແລະ ສາມາດແຂ່ງຂັນໄດ້; ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ ທີ່ຮັບໃຊ້ຊີວິດປະຈໍາວັນ ໃຫ້ມີຄວາມສອດຄ່ອງກັບສະພາບເສດຖະກິດຕົວຈິງ; ສົ່ງເສີມ ແລະ ພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ເຂັ້ມແຂງ ດ້ວຍການສືບຕໍ່ປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ, ກະຈ່າຍແຫຼ່ງທຶນ ແລະ ບັນດາກອງທຶນຕ່າງໆ ໃຫ້ມີປະສິດທິຜົນ; ສືບຕໍ່ດັດສົມບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟ ແລະ ດັດສົມບໍລິສັດນໍາເຂົ້າລົດ ທີ່ມີຈໍານວນຫຼາຍ ໃຫ້ຫຼຸດລົງເພື່ອຄຸ້ມຄອງງ່າຍ; ສົ່ງເສີມການນໍາໃຊ້ລົດໄຟຟ້າ, ການນໍາໃຊ້ພະລັງງານສະອາດ ໂດຍສະເພາະການສົ່ງເສີມຄົວເຮືອນຕິດຕັ້ງພະລັງງານແສງຕາເວັນເທິງຫຼັງຄາເຮືອນ ໃຫ້ແຂງແຮງ ແລະ ເປັນຮູບປະທໍາກວ່າເກົ່າ; ພ້ອມທັງ ຮີບຮ້ອນຄົ້ນຄວ້າຮູບແບບການລົງທຶນ ໂຄງການພື້ນຖານໂຄງລ່າງທໍ່ສົ່ງນໍ້າມັນຫວຽດນາມ-ລາວ ໃຫ້ສໍາເລັດຕາມແຜນການ ທີ່ວາງໄວ້; ພ້ອມດຽວກັນນີ້, ກໍ່ໃຫ້ສືບຕໍ່ແກ້ໄຂການລັກລອບຂຸດຄົ້ນແຮ່ທາດ, ລັກລອບຂຸດຄົ້ນຄໍາຕົກຂ້ອນ ແລະ ການຂຸດຄົ້ນໄມ້ ທີ່ບໍ່ຖືກຕ້ອງຢ່າງເດັດຂາດ, ເຂັ້ມງວດ;
4. ຊຸກຍູ້ແຮງການຜະລິດສະບຽງອາຫານ ແລະ ການຜະລິດສິນຄ້າກະສິກໍາ ທີ່ມີທ່າແຮງ, ສືບຕໍ່ຂຶ້ນທະບຽນອອກໃບຕາດິນ ໃຫ້ສໍາເລັດຕາມແຜນການ, ພ້ອມທັງ ອອກແຈ້ງການ ກ່ຽວກັບການຂຶ້ນທະບຽນອອກໃບຕາດິນ, ການຫັນປ່ຽນກໍາມະສິດທີ່ດິນ ຕ້ອງຊໍາລະຄ່າທໍານຽມ, ຄ່າຊື້ຂາຍສິດນໍາໃຊ້ທີ່ດິນ ແລະ ທຸລະກໍາຕ່າງໆກ່ຽວກັບທີ່ດິນ ແມ່ນໃຫ້ຊໍາລະຜ່ານລະບົບທະນາຄານ;
5. ສຸມໃສ່ປັບປຸງ ແລະ ກໍ່ສ້າງບັນດາເສັ້ນທາງຄົມມະນາຄົມທາງບົກ, ທາງນໍ້າ ແລະ ທາງອາກາດ ຕາມແລວທາງເສດຖະກິດຕ່າງໆ, ທາງຫຼວງແຫ່ງຊາດ ແລະ ທາງຫຼວງຂອງທ້ອງຖິ່ນ, ລວມທັງການປັບປຸງບັນດາໂຄງລ່າງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ໃນແຕ່ລະໄລຍະ; ສືບຕໍ່ຊຸກຍູ້ນັກລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ຮ່າໂນຍ, ວຽງຈັນ-ບໍ່ເຕັນ; ທາງລົດໄຟ ທ່າແຂກ ຫາ ຫວຸງອາງ ແລະ ທາງດ່ວນອື່ນໆ. ພ້ອມນັ້ນ ກໍ່ເອົາໃຈໃສ່ ຕິດຕາມ, ຊຸກຍູ້ ໂຄງການຮູບແບບສັນຍາປະສົມປະສານ (OPBRC ແລະ PRTC) ແລະ ອອກແຈ້ງການ ກ່ຽວກັບການຊໍາລະສະສາງໃນການຊື້-ຂາຍ ພາຫະນະ ຜ່ານລະບົບທະນາຄານ; ຮີບຮ້ອນຈັດຕັ້ງປະຕິບັດ ການນໍາໃຊ້ທະບຽນລົດ ສໍາລັບລົດໄຟຟ້າ;
6. ຍູ້ແຮງການພັດທະນາພື້ນຖານເສດຖະກິດດິຈິຕອນ ໃຫ້ແຂງແຮງ, ສາມາດເປັນຂະແໜງທ່າແຮງສະໜັບສະໜູນແກ່ການເຕີບໃຫຍ່ຂອງຂະແໜງເສດຖະກິດປາຍແຫຼມ;
7. ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍ ຂອງຂະແໜງວັດທະນະທໍາ-ສັງຄົມທີ່ຍັງມີຄວາມຄືບໜ້າໜ້ອຍ ເປັນຕົ້ນ ການສົ່ງເສີມການເຂົ້າຮຽນ ແລະ ປັບປຸງຄຸນນະພາບການຮຽນການສອນໃນທຸກຊັ້ນທຸກສາຍ, ສືບຕໍ່ແກ້ໄຂບັນຫາການຂາດແຄນຄູ ແລະ ການປະລະການຮຽນ; ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການນໍາໃຊ້ລະບົບຫຼັກສູດສາມັນສຶກສາ (6+3+3); ສົ່ງເສີມການເຂົ້າຮຽນອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ;
8. ສືບຕໍ່ນໍາໃຊ້ກໍາລັງແຮງທົ່ວສັງຄົມເຂົ້າໃນການພັດທະນາກໍາລັງແຮງງານໃຫ້ມີສີມື ແລະ ເຂົ້າສູ່ຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ, ພັດທະນາລະບົບຂໍ້ມູນຂ່າວສານຕະຫຼາດແຮງງານທີ່ທັນສະ ໄໝ ເພື່ອສະໜອງຂໍ້ມູນໃຫ້ແກ່ການດັດສົມ, ການສະໜອງກໍາລັງແຮງງານ ໃຫ້ເຂົ້າເຖິງຕໍາແໜ່ງງານ ແລະ ຜູ້ໃຊ້ແຮງງານ;
9. ສືບຕໍ່ສຸມໃສ່ປັບປຸງໂຄງລ່າງດ້ານສາທາລະນະສຸກ ທັງສູນກາງ ແລະ ທ້ອງຖິ່ນ, ວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ, ວຽກງານກອງທຶນປະກັນສັງຄົມ ແລະ ປະກັນສຸຂະພາບ, ວຽກງານສັກວັກຊີນກັນພະຍາດ ແລະ ວຽກງານຮັກສາສຸຂະພາບຂັ້ນຕົ້ນ ແລະ ການສ້າງຄວາມເຂັ້ມແຂງວຽກງານສະກັດກັ້ນ ແລະ ເຝົ້າລະວັງການແຜ່ລະບາດຂອງພະຍາດຕ່າງໆ ຕາມລະດູການ; ຄຸ້ມຄອງສະຖານທີ່ບໍລິການປິ່ນປົວທັງພາກລັດ ແລະ ພາກທຸລະກິດ ລວມທັງ ບຸກຄົນ, ນິຕິບຸກຄົນ ທີ່ດໍາເນີນການບໍລິການປິ່ນປົວ ແລະ ເສີມຄວາມງາມ;
10. ສຸມໃສ່ປັບປຸງວຽກງານວັດທະນະທໍາ ສົ່ງເສີມ ແລະ ອະນຸລັກວັດທະນະທຳ ແລະ ຮີດຄອງປະເພນີຂອງຊາດ ດ້ວຍການພັດທະນາໂຄງລ່າງພື້ນຖານດ້ານວັດທະນະທໍາ ໃຫ້ສົມຄູ່ກັບການຂະຫຍາຍຕົວຂອງວຽກງານ ໃນປັດຈຸບັນ; ສືບຕໍ່ສຸມໃສ່ປັບປຸງພື້ນຖານໂຄງລ່າງການທ່ອງທ່ຽວ ເປັນຕົ້ນ ສະຖານທີ່ທ່ອງທ່ຽວ, ເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວອື່ນໆ;
11. ສຸມໃສ່ສ້າງ ແລະ ປັບປຸງກົດໝາຍ ໃຫ້ສໍາເລັດຕາມແຜນສະພາຮັບຮອງ, ສ້າງນິຕິກໍາລຸ່ມກົດໝາຍ ໂດຍສະເພາະນິຕິກໍາແນະນໍາ ການປະຕິບັດກົດໝາຍໃຫ້ທັນສະພາບ. ສຸມໃສ່ປະຕິບັດຄໍາຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ໄດ້ຫຼາຍ ແລະ ໄວຂຶ້ນ;
12. ສືບຕໍ່ກະກຽມໃຫ້ແກ່ການເຄື່ອນໄຫວວຽກງານຕ່າງປະເທດຂອງການນໍາຂັ້ນສູງໃຫ້ດີ, ເປັນເຈົ້າການຈັດຕັ້ງປະຕິບັດຜົນກອງປະຊຸມ, ການຢ້ຽມຢາມຕ່າງປະເທດ ໃຫ້ເປັນຮູບປະທໍາ ແລະ ມີໝາກຜົນ ໂດຍສະເພາະບັນດາໂຄງການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ທີ່ໄດ້ຕົກລົງ ແລະ ລົງນາມຮ່ວມກັນ.
ວາລະທີ 2: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງນິຕິກໍາ ຈໍານວນ 02 ສະບັບຄື: (1) ຮ່າງຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກຳມະການປົກຄອງຕາແສງ; (2) ຮ່າງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ. ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕື່ມບາງດ້ານ ເປັນຕົ້ນ ການຈັດລຽງເນື້ອໃນ ແລະ ໂຄງສ້າງນິຕິກຳ, ການອະທິບາຍຄໍາສັບ, ການກໍານົດມາດຖານ-ເງື່ອນໄຂຕ່າງໆ, ການກໍານົດນະໂຍບາຍຕ່າງໆ, ການກໍານົດຈໍານວນບຸກຄະລາກອນ ໃນໂຄງຮ່າງການຈັດຕັ້ງ, ການກໍານົດໜ້າທີ່-ຄວາມຮັບຜິດຊອບ ເພື່ອເຮັດໃຫ້ບັນດານິຕິກຳດັ່ງກ່າວ ມີເນື້ອໃນຄົບຖ້ວນສົມບູນ, ລະອຽດ-ຈະແຈ້ງ, ຮັດກຸມ, ແທດຕົວຈິງ, ສອດຄ່ອງກັບບັນດາກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ໄດ້ປະກາດນຳໃຊ້ແລ້ວ, ທັງສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິຜົນ. ນອກນັ້ນ, ກອງປະຊຸມ ຍັງໄດ້ຄົ້ນຄວ້າຮ່າງດໍາລັດ ວ່າດ້ວຍຕຳແໜ່ງບໍລິຫານຂອງພະນັກງານ-ລັດຖະ ກອນ (ສະບັບປັບປຸງ) ໂດຍໄດ້ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງ ນຳໄປສືບຕໍ່ຄົ້ນຄວ້າປັບປຸງ, ລະດົມຄວາມຄິດເຫັນຈາກຫຼາຍພາກສ່ວນ ແລ້ວນຳເຂົ້າພິຈາລະນາ ໃນກອງປະຊຸມລັດຖະບານ ຄັ້ງຕໍ່ໄປ ຕື່ມອີກ.
ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ຈົ່ງນໍາເອົາແຜນວຽກຈຸດສຸມ 6 ເດືອນທ້າຍປີ 2026 ທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບຈັດຕັ້ງປະຕິບັດແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງຂອງແຕ່ລະຂະແໜງການ ໃຫ້ແຂງແຮງ ແລະ ໄດ້ຮັບຜົນດີ.
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ


