ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 4 ຄັ້ງ | ເວລາ | 2026-07-18 04:30:12
KPL - Asean 2024 ສປ ຈີນ ຍິນດີ ຮ່ວມກັບ ບັນດາປະເທດ ອາຊຽນ ເຊື່ອມຕໍ່ ຍຸດທະສາດ ການພັດທະນາ, ຈັດຕັ້ງປະຕິບັດ “ແຜນດຳເນີນງານ ການພົວພັນ ຄູ່ຮ່ວມຍຸດທະສາດ ຮອບດ້ານຈີນ-ອາຊຽນ(2026-2030)” ໃຫ້ດີ ແລະ ຊຸກຍູ້ການສ້າງ ປະຊາຄົມ ຮ່ວມຊາຕາກຳ ຈີນ-ອາຊຽນ ທີ່ແໜ້ນແຟ້ນກວ່າເກົ່າ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 28 ຕຸລານີ້, ທ່ານ ຫລີສຽງ ນາຍົກລັດຖະມົນຕີຈີນ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ຈີນ-ອາຊຽນ ຄັ້ງທີ 28 ທີ່ຈັດຂຶ້ນຢູ່ ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ. ທ່ານ ຫລີສຽງ ກ່າວວ່າ: ສປ ຈີນ ຍິນດີ ຮ່ວມກັບ ບັນດາປະເທດ ອາຊຽນ ເຊື່ອມຕໍ່ ຍຸດທະສາດ ການພັດທະນາ, ຈັດຕັ້ງປະຕິບັດ “ແຜນດຳເນີນງານ ການພົວພັນ ຄູ່ຮ່ວມຍຸດທະສາດ ຮອບດ້ານຈີນ-ອາຊຽນ(2026-2030)” ໃຫ້ດີ ແລະ ຊຸກຍູ້ການສ້າງ ປະຊາຄົມ ຮ່ວມຊາຕາກຳ ຈີນ-ອາຊຽນ ທີ່ແໜ້ນແຟ້ນກວ່າເກົ່າ. ທ່ານ ຫລີສຽງ ໄດ້ສະເໜີ ຂໍ້ສະເໜີ 3 ຂໍ້ກ່ຽວກັບເລື່ອງນີ້ຄື: ໜຶ່ງ, ເຮັດໃຫ້ຄວາມໄວ້ເນື້ອ ເຊື່ອໃຈກັນ ທາງຍຸດທະສາດເຂັ້ມແຂງກວ່າເກົ່າ, ເພີ່ມທະວີ ການແລກປ່ຽນ ທາງຍຸດທະສາດ, ແກ້ໄຂຄວາມເຫັນຂັດແຍ້ງກັນ ຢ່າງເໝາະສົມ, ເລັ່ງລັດຊຸກຍູ້ ການປຶກສາຫາລື ກ່ຽວກັບ “ກົດແຫ່ງການປະພຶດ ຢູ່ທະເລຈີນໃຕ້”; ສອງ, ເຮັດໃຫ້ການເຊື່ອມໂຍງ ດ້ານຜົນປະໂຫຍດ ລົງເລິກ ກວ່າເກົ່າ, ຖືເອົາການປະຕິບັດ ເຂດການຄ້າ ເສລີຈີນ-ອາຊຽນ ສະບັບ 3.0 ເປັນໂອກາດ ທີ່ດີເພື່ອຊຸກຍູ້ການຄ້າ ແລະ ການລົງທຶນຫັນ ເປັນເສລີ ແລະ ສະດວກກວ່າເກົ່າ, ລົງເລິກການຮ່ວມມື ໃນຂົງເຂດເສດຖະກິດ ດີຈີຕອນ, ເສດຖະກິດສີຂຽວ ແລະ ອື່ນໆ; ສາມ, ເຮັດໃຫ້ຄວາມຜູກພັນ ທາງດ້ານຈິດໃຈ ໝັ້ນທ່ຽງ ກວ່າເກົ່າ, ຈັດກິດຈະກຳຕ່າງໆ ທີ່ກ່ຽວຂ້ອງ ສຳລັບປີແລກປ່ຽນ ວັດທະນະທຳໃຫ້ດີ, ສ້າງກົນໄກ ສຳລັບ ກອງປະຊຸມ ລັດຖະມົນຕີ ທ່ອງທ່ຽວ ແລະ ການສຶກສາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ - 29/10/2025 16:13
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ

