ລັດຖະບານພິຈາລະນາບັນຫາສຳຄັນ ໃນເດືອນຕຸລາ 2014
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2026-07-18 06:18:22
ໂດຍພາຍໃຕ້ການເປັນປະທານຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ໃນວັນທີ 23-24 ຕຸລາ 2014 ກອງປະຊຸມ ລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າພ້ອມພຽງ ສຳລັບການດຳເນີນກອງປະຊຸມໃນຄັ້ງນີ້ ຄະນະລັດຖະບານໄດ້ນຳເອົາຫຼາຍບັນຫາສຳຄັນເຂົ້າພິຈາລະນາ.
ກອງປະຊຸມໄດ້ຮັບຮອງບົດລາຍງານ ສະພາບຄວາມເສຍຫາຍຈາກໄພທຳມະຊາດ ໃນຂອບເຂດທົ່ວປະເທດ ສົກປີ 2013-2014 ແລະ ມາດຕະການກະກຽມຮັບມື ໃນສົກປີ 2014-2015 ນັບແຕ່ເດືອນມີນາ ຮອດເດືອນເມສາຜ່ານມານີ້ ໄດ້ມີພາຍຸພັດຜ່ານ ແລະ ຝົນຕົກໜັກເປັນໄລຍະໆ ເຮັດໃຫ້ເກີດນ້ຳຖ້ວມນ້ຳໄຫຼສຸ ຢູ່ບັນດາແຂວງພາກເໜືອ ພາກກາງ ແລະ ພາກໃຕ້ ອັນໄດ້ສ້າງຄວາມເສຍຫາຍຕໍ່ບ້ານເຮືອນ ໄຮ່ນາ ຮົ້ວສວນ ແລະ ສັດລ້ຽງຂອງປະຊາຊົນ ທັງໄດ້ທຳລາຍໂຄງສ້າງພື້ນຖານໂຄງລ່າງຕ່າງໆ ເຊັ່ນ: ຊົນລະປະທານ ຖະໜົນຫົນທາງ ໂຮງຮຽນ ໂຮງໝໍ ໄຟຟ້າ ລະບົບນ້ຳລິນ ນ້ຳປະປາ ແລະ ອື່ນໆຢ່າງຫຼວງຫຼາຍ ເຊິ່ງຄາດຄະເນຄວາມເສຍຫາຍທັງໝົດ ປະມານ 100 ກວ່າຕື້ກີບ ແລະ ເກີດຂຶ້ນຢູ່ 12 ແຂວງໃນຂອບເຂດທົ່ວປະເທດ ເພື່ອກະກຽມຄວາມພ້ອມໃນການຮັບມື ແລະ ແກ້ໄຂໄພພິບັດທາງທຳມະຊາດ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ ເປັນຕົ້ນຕ້ອງເຝົ້າລະວັງຕິດຕາມ ແລະ ພະຍາກອນສະພາບອາກາດ ແລະ ນ້ຳຢ່າງໃກ້ສິດ ແລະ ແຈ້ງຂໍ້ມູນຂ່າວສານເຕືອນໄພລ່ວງໜ້າໃຫ້ທົ່ວເຖິງ ໂດຍສະເພາະ ປະຊາຊົນທີ່ຢູ່ໃນເຂດທີ່ມີຄວາມສ່ຽງທີ່ອາດຈະເກີດໄພພິບັດ ພ້ອມນັ້ນ ໃຫ້ເອົາໃຈໃສ່ໃນການຄຸ້ມຄອງການປຸກສ້າງຕ່າງໆ ໂດຍມີການວາງແຜນຜັງທີ່ຖືກຕ້ອງ ເພື່ອບໍ່ໃຫ້ທຳລາຍສະພາບແວດລ້ອມ ແລະ ຕັນແລວທາງຂອງນ້ຳ ຄຽງຄູ່ກັນນັ້ນ ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ປະຊາຊົນ ໃນການຢຸດຕິການຕັດໄມ້ຖາງປ່າເຮັດໄຮ່ ແລະ ມີມາດຕະການຕົວຈິງຢ່າງເຂັ້ມງວດ ໃນການຈັດຕັ້ງປະຕິບັດອັນສຳຄັນ ເມື່ອເກີດມີໄພພິບັດແລ້ວ ທຸກພາກສ່ວນໃນສັງຄົມ ຕ້ອງມີສ່ວນຮ່ວມໃນການແກ້ໄຂຮ່ວມກັນ ໃຫ້ທັນກັບສະພາບການ.
ກອງປະຊຸມໄດ້ພິຈາລະນາ ແລະ ປະກອບຄຳຄິດຄຳເຫັນດ້ວຍຄວາມຮັບຜິດຊອບສູງ ຕໍ່ຮ່າງມະຕິກົມການເມືອງສູນກາງພັກ ວ່າດ້ວຍທີ່ດິນ ເພື່ອເປັນທິດທາງ ແລະ ເປັນບ່ອນອີງໃຫ້ແກ່ການປັບປຸງແກ້ໄຂ ແລະ ສົ່ງເສີມວຽກງານຄຸ້ມຄອງ-ບໍລິຫານທີ່ດິນໃຫ້ດີຂຶ້ນກວ່າເກົ່າ ຕອບສະໜອງໄດ້ຕາມຄວາມຕ້ອງການຂອງການພັດທະນາ ແລະ ປົກປັກຮັກສາສິ່ງແວດລ້ອມໃຫ້ຍືນຍົງ ເພື່ອສ້າງຄວາມເຂັ້ມແຂງ ຮັ່ງມີ ແລະ ຄວາມຜາສຸກຂອງປະຊາຊົນທັງຊາດ ຮ່າງມະຕິດັ່ງກ່າວ ໄດ້ກຳນົດ 8 ທິດນຳຄື: ກຳມະສິດທີ່ດິນການນຳໃຊ້ທີ່ດິນ ການຄຸ້ມຄອງທີ່ດິນ ການຫັນທີ່ດິນເປັນທຶນ ການກຳນົດຂອບເຂດເນື້ອທີ່ການນຳໃຊ້ທີ່ດິນຂອງພົນລະເມືອງ ນະໂຍບາຍກ່ຽວກັບການທົດແທນຄ່າເສຍຫາຍຈາກການໂອນສິດນຳໃຊ້ທີ່ດິນຄືນການຮັບຮູ້ສິດນຳໃຊ້ທີ່ດິນຂອງຄົນຕ່າງປະເທດ ແລະ ການແກ້ໄຂຂໍ້ຄັດແຍ່ງກ່ຽວກັບທີ່ດິນ.
ພິຈາລະນາຮັບຮອງຍຸດທະສາດເພື່ອການພັດທະນາຕະຫຼາດທຶນ ຈຸດປະສົງເພື່ອພັດທະນາລະບົບຕະຫຼາດທຶນ ໃຫ້ເປັນແຫຼ່ງລະດົມທຶນໄລຍະຍາວຢ່າງແທ້ຈິງ ສ້າງຄວາມເຂັ້ມແຂງດ້ານການເງິນໃຫ້ໝັ້ນຄົງ ທັງສ້າງຄວາມສາມາດໃຫ້ວິສາຫະກິດ ສາມາດເຊື່ອມໂຍງ ແລະ ແຂ່ງຂັນກັບສາກົນ ຮ່າງຍຸດທະສາດດັ່ງກ່າວໄດ້ກຳນົດ 8 ຄາດໝາຍສູ້ຊົນ ຄື: (1). ມີເງື່ອນໄຂທີ່ຈຳເປັນໃຫ້ແກ່ວິສາຫະກິດສາມາດລະດົມທຶນຜ່ານຕະຫຼາດທຶນ ເພື່ອຍົກສູງສະມັດຕະພາບການຜະລິດ ແລະການບໍລິການ (2). ມີກົນໄກ ແລະ ເຄື່ອງມືຕະຫຼາດທຶນ ເພື່ອສະໜັບສະໜູນການປັບປຸງວິສາຫະກິດໃຫ້ເຂັ້ມແຂງ (3).ມີພື້ນຖານນິຕິກຳທີ່ຄົບຖ້ວນສອດຄ່ອງກັບສະພາບຂອງ ສປປ ລາວ ແລະ ມາດຕະຖານສາກົນ (4). ຕະຫຼາດຫຼັກຊັບສູນ
ຮັບຝາກຊັບ ແລະ ສະຖາບັນສື່ກາງດ້ານຫຼັກຊັບເຄື່ອນໄຫວຄ່ອງຕົວຈຳກັດ ຄວາມສ່ຽງ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ (5). ຮັບປະກັນພັດທະນາເຕັກໂນໂລຊີ-ຂໍ້ມູນຂ່າວສານ ເພື່ອຮັບໃຊ້ວຽກງານຫຼັກຊັບໃຫ້ທັນສະໄໝແລະ ເໝາະສົມກັບລະດັບການຂະຫຍາຍຕົວຂອງຕະຫຼາດທຶນ (6). ທຸກພາກສ່ວນໃນສັງຄົມ ເຂົ້າຮ່ວມເຄື່ອນໄຫວຖານຜູ້ລົງທຶນມີການຂະຫຍາຍຕົວ ແລະ ສົມດຸນທາງດ້ານໂຄງປະກອບ (7). ມີບຸກຄະລາກອນຄຸ້ມຄອງບຸກຄະລາກອນຂອງຕະຫຼາດຫຼັກຊັບ ແລະ ສະຖາບັນສື່ກາງຕ່າງໆໃນຈຳນວນ ແລະ ລະດັບທີ່ຮັບປະກັນ (8).ສາມາດເຊື່ອມໂຍງຕະຫຼາດທຶນສປປ ລາວ ເຂົ້າກັບພາກພື້ນ ແລະ ສາກົນ ສຳລັບ 4 ຫຼັກການມີຄື: ການພັດທະນາ ຕ້ອງສອດຄ່ອງກັບສະພາບ ແລະ ລະ ດັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງ ສປປ ລາວ ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ລົງທຶນມີຄວາມສະເໝີພາບ ໂປ່ງໃສ ແລະ ຍຸຕິທຳ ປ້ອງກັນ ແລະ ຫຼຸດຜ່ອນຄວາມສ່ຽງຕໍ່ລະບົບການເງິນ ພ້ອມນັ້ນ ຮ່າງນະໂຍບາຍດັ່ງກ່າວ ຍັງໄດ້ກຳນົດ 12 ແຜນງານ ແລະ 39 ໂຄງການ.
ປຶກສາຫາລື ແລະ ເຫັນດີເປັນເອກະພາບແຜນຍຸດທະສາດ ການພັດທະນາໂລຊິດສະຕິກ ຈຸດປະສົງເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ໃນການຫັນປະເທດເຮົາ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດບໍລິການທາງຜ່ານ ເຊື່ອມຈອດກັບພາກພື້ນ ແລະ ເຊື່ອມໂຍງກັບສາກົນ ສ້າງປະຖົມປັດໄຈ ເພື່ອຫັນເປັນອຸດສາຫະກຳ ແລະ ທັນສະໄໝ ທັງເປັນການກຳນົດໃນການພັດທະນາໂລຊິດສະຕິກ ຂົນສົ່ງສິນຄ້າຂອງ ສປປ ລາວ ໄລຍະ 10 ປີ ແລະ ຄາດໝາຍສູ້ຊົນຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ພ້ອມທັງເປັນບ່ອນອີງໃຫ້ແກ່ຂະແໜງໂລຊິດສະຕິກຂົນສົ່ງສິນຄ້າ ໄດ້ຮັບການພັດທະນາຕາມທິດທີ່ຖືກຕ້ອງ ແລະ ມີປະສິດທິຜົນສູງ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ແລະ ສອດຄ່ອງກັບຍຸດທະສາດການເຊື່ອມຈອດຂອງປະເທດ ໃນພາກພື້ນອັນສຳຄັນແມ່ນ ເພື່ອເປັນການດຶງດູດການລົງທຶນຈາກຕ່າງປະເທດ ເພື່ອພັດທະນາຂະແໜງໂລຊິດສະຕິກ ແລະ ສ້າງຄວາມເຂັ້ງແຂງໃຫ້ແກ່ກຳລັງການຂົນສົ່ງພາຍໃນປະເທດ.
ກອງປະຊຸມໄດ້ປະກອບຄຳຄິດຄຳເຫັນຕໍ່ຮ່າງລັດຖະບັນຍັດ ສະບັບປັບປຸງ ວ່າດ້ວຍອັດຕາຄ່າຊັບພະຍາກອນທຳມະຊາດ ຈຸດປະສົງເພື່ອຮັບປະກັນການເກັບລາຍຮັບຄ່າຊັບພະຍາກອນທຳມະຊາດ ໃຫ້ມີປະສິດທິຜົນ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ໃນຮ່າງລັດຖະບັນຍັດສະບັບນີ້ ໄດ້ກຳນົດອັດຕາຄ່າ: ຊັບພະຍາກອນແຮ່ທາດ ຊັບພະຍາກອນຮັບໃຊ້ກິດຈະການກໍ່ສ້າຊັບພະຍາກອນ ເຄື່ອງປ່າຂອງດົງທີ່ບໍ່ແມ່ນຜົນລະປູກຊັບພະຍາກອນນ້ຳ ເພື່ອຮັບປະກັນໃນການນຳໃຊ້ ການຄຸ້ມຄອງຊັບພະຍາກອນທຳມະຊາດ ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ມີຄວາມຍືນຍົງ ທັງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ຕໍ່ບັນຫາດັ່ງກ່າວ ກອງປະຊຸມໄດ້ມີທິດຊີ້ນຳໃຫ້ພາກສ່ວນທີ່ກ່ຽວຂ້ອງ ນຳໄປຄົ້ນຄວ້າລະອຽດຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ອັດຕາຄ່າພາກຫຼວງຄວນກຳນົດເປັນຈັກຕົວເລກ ແລະ ໃຫ້ເບິ່ງຄືນອັດຕາຄ່າເກັບບາງປະເພດຂອງຊັບພະຍາກອນທຳມະຊາດ ທີ່ອາດຈະມີຜົນກະທົບຕໍ່ການທຳມາຫາກິນ ການປູກ ລ້ຽງຂອງປະຊາຊົນ ຫຼື ຄວນຫຼຸດບາງປະເພດລົງ ເພື່ອເປັນການປຸກລະດົມ ແລະ ສົ່ງເສີມໃຫ້ປະຊາຊົນຜະລິດເປັນສິນຄ້າ.
ສຳລັບກົດໝາຍວ່າດ້ວຍການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ແລະ ຮ່າງກົດໝາຍວ່າດ້ວຍການຕ້ານອາຊະຍາກຳທາງລະບົບຄອມພິວເຕີ ກອງປະຊຸມໄດ້ຊີ້ນຳໃຫ້ສະມາຊິກລັດຖະບານ ນຳໄປຄົ້ນຄວ້າລະອຽດຕາມຄຳຖາມເຈາະຈິ້ມ ແລ້ວສົ່ງໃຫ້ກະຊວງຍຸຕິທຳ ເພື່ອນຳສະເໜີຕໍ່ກອງປະຊຸມນາຍົກ ແລະ ຮອງນາຍົກ.
ຕອນທ້າຍກອງປະຊຸມ ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ສະມາຊິກລັດຖະບານ ນຳເອົາເນື້ອໃນຈິດໃຈທີ່ໄດ້ຕົກລົງເປັນເອກະພາບໃນກອງປະຊຸມຄັ້ງນີ້ ລວມທັງບັນດາວຽກງານທີ່ເປັນຈຸດສຸມເດືອນພະຈິກ 2014 ໄປຈັດຕັ້ງຜັນຂະຫຍາຍ ແລະປະຕິບັດດ້ວຍຄວາມຮັບຜິດຊອບ ໃຫ້ໄດ້ດ້ານປະລິມານ ແລະ ຄຸນະພາບ.
ແຫລ່ງຂ່າວ: ວຽງຈັນໃໝ່ / 27/10/2014
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ

