ສັນຍາລັກຂອງອາຊຽນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 5 ຄັ້ງ | ເວລາ | 2026-07-18 04:30:53
ສັນຍາລັກຂອງອາຊຽນ
ບົດແນະນຳການນຳໃຊ້ເຄື່ອງໝາຍອາຊຽນ
- ສັນຍາລັກຂອງອາຊຽນ ເປັນເຄື່ອງໝາຍທາງການ ຂອງອາຊຽນ.
- ສັນຍາລັກຂອງອາຊຽນ ເປັນຕົວແທນ ຂອງ ຄວາມໝັ້ນຄົງ, ສັນຕິພາບ, ຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງອາຊຽນ. ສີຂອງສັນຍາລັກ ປະກອບດ້ວຍ ສີຟ້າ, ສີແດງ, ສີຂາວ ແລະ ສີເຫຼືອງ-ເປັນຕົວແທນໃຫ້ແກ່ສີສັນຕົ້ນຕໍ ຂອງ ລັດສະມາຊິກອາຊຽນທັງໝົດ.
- ສີຟ້າສະແດງເຖິງ ສັນຕິພາບ ແລະ ສະຖຽນລະພາບ. ສີແດງ ສະແດງເຖິງ ຄວາມກ້າຫານ ແລະ ນະວັດຕະກໍາ, ສີຂາວສະແດງໃຫ້ເຫັນຄວາມບໍລິສຸດ ແລະ ສີເຫຼືອງສະແດງເຖິງ ຄວາມຈະເລີນຮຸ່ງເຮືອງ.
- ກ້ານໃບ ປາດີ ຢູ່ໃຈກາງຂອງ ເຄື່ອງໝາຍ ສະແດງເຖິງຄວາມໃຝ່ຝັນຂອງ ບັນດາຜູ້ກໍ່ຕັ້ງອາຊຽນ ສຳລັບອາຊຽນທີ່ປະກອບດ້ວຍ ທຸກປະເທດໃນພາກພື້ນ ອາຊີຕາເວັນອອກສຽງໃຕ້, ຄວາມຜູກພັນ, ມິດຕະພາບ ແລະ ຄວາມສາມັກຄີ.
- ວົງມົນສະແດງເຖິງ ຄວາມສາມັກຄີ ຂອງ ອາຊຽນ.
- ສັນຍາລັກຂອງ ອາຊຽນແມ່ນ ສະຫງວນລິຂະສິດ ໂດຍອາຊຽນ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ
