ທຸງອາຊຽນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 5 ຄັ້ງ | ເວລາ | 2026-07-18 04:30:54
ກົດບັດອາຊຽນເປັນພື້ນຖານອັນໜັກແໜ້ນໃນການບັນລຸປະຊາຄົມອາຊຽນໂດຍການສະໜອງຖານະທາງດ້ານກົດໝາຍແລະຂອບເຂດວຽກງານໃຫ້ແກ່ອາຊຽນ. ພ້ອມກັນນັ້ນ ຍັງໄດ້ກຳນົດບັນດາມາດຕະການ, ລະບຽບການ ແລະ ຄຸນຄ່າຂອງອາຊຽນ, ວາງຄາດໝາຍອາຊຽນໄວ້ຢ່າງຈະແຈ້ງ, ສະແດງອອກເຖິງໜ້າທີ່ຄວາມຮັບຜິດຊອບ. ກົດບັດອາຊຽນໄດ້ມີຜົນບັງຄັບໃຊ້ໃນວັນທີ 15 ທັນວາ ປີ 2008 ໂດຍຜ່ານການອະນຸມັດຂອງ ລັດຖະມົນຕີ ກະຊວງການຕ່າງປະເທດອາຊຽນ ຢູ່ກອງເລຂາອາຊຽນ ທີ່ນະຄອນຫລວງຈາກາຕາ.ນັບແຕ່ ກົດບັດອາຊຽນ ມີຜົນບັງຄັບໃຊ້ເປັນຕົ້ນມາ, ອາຊຽນດຳເນີນວຽກງານພາຍໃຕ້ຂອບເຂດກົດໝາຍໃໝ່ ແລະ ສ້າງຕັ້ງອົງການໃໝ່ຈຳນວນໜຶ່ງ ເພື່ອຊຸກຍູ້ຂະບວນການສ້າງປະຊາຄົມ. ໃນຄວາມເປັນຈິງແລ້ວ, ກົດບັດອາຊຽນແມ່ນຂໍ້ຕົກລົງທີ່ມີຜົນສັກສິດຕາມກົດໝາຍໃນບັນດາ 10 ປະເທດສະມາຊິກອາຊຽນ. ນອກຈາກນີ້, ຍັງໄດ້ລົງທະບຽນກັບກອງເລຂາຂອງສະຫະປະຊາຊາດ, ອີງຕາມມາດຕາ 102, ວັກທີ 1 ຂອງກົດບັດຂອງສະຫະປະຊາຊາດ.
ທຸງອາຊຽນ ໄດ້ສະແດງເຖິງອາຊຽນ ທີມີສະຖຽນລະພາບ ສັນຕິພາບ ເອກະພາບ ແລະ ຄວາມເຂັ້ມແຂງ.
ສີຂອງທຸງ-ຟ້າ, ແດງ, ຂາວ ແລະ ເຫລືອງ - ເປັນຕົວແທນຂອງບັນດາສິສຳຄັນໃນທຸກຊາດຂອງບັນດາປະເທດສະມາຊີກອາຊຽນ.
- ຮວງເຂົ້າ ສະແດງເຖິງຄວາມຝັນຂອງບັນພະບຸລຸດ ຜູ້ສ້າງຕັ້ງອາຊຽນທີປະກອບດ້ວຍບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ທີ່ຜູກພັນກັນດ້ວຍມິດຕະພາບ ແລະ ຄວາມສາມັກຄີີ.
- ສີເຫລືອງ ໝາຍເຖິງ ສັນຍາລັກແຫ່ງຄວາມອຸດົມສົມບູນ.
- ສີແດງ ໝາຍເຖິງ ຄວາມກ້າຫານ ແລະ ຄວາມເຂັ້ມແຂງ.
- ສີຂາວ ໝາຍເຖິງ ຄວາມສະອາດສົດໃສ.
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ

