ລັດຖະບານພິຈາລະນາຮັບຮອງເອົາຫລາຍບັນຫາສຳຄັນຂອງຊາດ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2026-07-18 06:18:25
ຄະນະລັດຖະບານ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງເອົາຫລາຍບັນຫາສໍາຄັນຂອງຊາດ ໃນກອງປະຊຸມປະຈໍາສົກປີ 2013-2014 ທີ່ຈັດຂຶ້ນແຕ່ວັນທີ 22-24 ເດືອນກັນຍາ ປີ 2014. ພາຍໃຕ້ການເປັນປະທານຂອງ ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ, ບັນດາສະມາຊິກລັດຖະບານ, ປະທານ, ຫົວໜ້າອົງການຈັດຕັ້ງພັກ-ລັດ, ສະພາແຫ່ງຊາດ, ອົງການຕຸລາການ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ເຈົ້າຄອງນະຄອນຫລວງວຽງຈັນ ແລະ ບັນດາທ່ານເຈົ້າແຂວງໃນທົ່ວປະເທດເຂົ້າຮ່ວມ.
ໃນຕອນເຊົ້າວັນທີ 25 ເດືອນ ກັນຍາປີ 2014 ຢູ່ຫ້ອງວ່າການ ລັດຖະບານ, ທ່ານ ເພັດສາຄອນ ຫລວງອາໄພລັດຖະມົນຕີຊ່ວຍວ່າການ, ຮອງຫົວໜ້າຫ້ອງວ່າການລັດຖະບານ, ຮອງໂຄສົກລັດຖະບານ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ກອງປະຊຸມປະຈໍາສົກປີ 2013-2014 ນີ້ ໄດ້ນຳເອົາຫລາຍບັນຫາສຳຄັນຂອງຊາດມາພິຈາລະນາຢ່າງເລິກເຊິ່ງກວ້າງຂວາງ ແລະ ເຫັນດີ ຮັບຮອງດ້ານຫລັກການ ເປັນຕົ້ນຮັບຮອງເອົາບົດລາຍງານຂອງບັນດາກະຊວງ ກ່ຽວກັບຄວາມຄືບໜ້າການກະກຽມຄວາມພ້ອມດ້ານຕ່າງໆ ໃນການເຂົ້າຮ່ວມປະຊາຄົມອາຊຽນໂດຍສະເພາະປະຊາຄົມເສດຖະກິດອາຊຽນ; ບົດລາຍງານການຕີລາຄາຜົນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປະຈໍາສົກປີ 2013-2014; ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ສົກປີ 2014-2015; ຜົນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 13/ ນຍ, ລົງວັນທີ 11 ມິຖຸນາ 2012 ວ່າດ້ວຍການໂຈະການພິຈາລະນາອະນຸຍາດໂຄງການລົງທຶນໃໝ່ສຳລັບການຊອກຄົ້ນ, ສໍາຫລວດແຮ່ທາດ, ການປູກຢາງພາລາ ແລະ ໄມ້ວິກໃນຂອບເຂດທົ່ວປະເທດ; ການຈັດສັນບູລິມະສິດແບ່ງທຶນຂອງລັດຖະບານ. ພ້ອມນີ້ ຍັງໄດ້ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດໂຄງການສົ່ງເສີມການຜະລິດເປັນສິນຄ້າ ແລະ ໂຄງການຄໍ້າປະກັນສະບຽງອາຫານ, ຈາກການສໍາຫລວດຕົວຈິງໃນປັດຈຸບັນທົ່ວປະເທດມີເນື້ອທີ່ດິນກະສິກໍາປະມານ 4,5 ລ້ານເຮັກຕາ ເທົ່າກັບ 19% ຂອງພື້ນທີ່ດິນ ທົ່ວປະເທດໃນນັ້ນບ່ອນທີ່ສາມາດຜະລິດກະສິກໍາຕົວຈິງປະມານ 2 ລ້ານກວ່າເຮັກຕາ ເຊິ່ງໃນກອງປະລັດຖະບານປະຈໍາປີ 2012- 2013 ຜ່ານມາ ໄດ້ຕົກລົງເອົາພື້ນທີ່ຂອງແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດເປັນຈຸດສ້າງໃຫ້ເປັນໂຄງການຜະລິດເຂົ້າ ເພື່ອຄໍ້າປະກັນສະບຽງອາຫານດ້ວຍການນໍາໃຊ້ເນື້ອທີ່ເກົ່າທີ່ມີ ແລະ ບຸກເບີກໃໝ່ຈໍານວນໜຶ່ງທັງນີ້, ກໍເພື່ອສາມາດຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ໄປຄຽງຄູ່ກັບການເພີ່ມຂຶ້ນຂອງພົນລະເມືອງປະມານ 7,8 ລ້ານຄົນຕ້ອງໄດ້ມີການກໍານົດພື້ນທີ່ການຜະລິດ, ຊຸກຍູ້ສົ່ງເສີມຂະບວນການຜະລິດ, ນໍາໃຊ້ເຕັກນິກວິທະຍາສາດ, ນໍາໃຊ້ກົນຈັກ, ມີມາດຕະການ ແລະ ນະໂຍບາຍລະອຽດ ເພື່ອກະຕຸກຊຸກຍູ້ໃຫ້ມີການລົງທຶນຂອງທຸກພາກສ່ວນ ເຂົ້າໃນການຜະລິດສະບຽງອາຫານຢ່າງຕັ້ງໜ້າ ແລະ ໃຫ້ບັນລຸຄາດໝາຍຜົນຜະລິດເຂົ້າເປືອກໃນປະລິມານ 3,1 ລ້ານໂຕນ, ໃນນັ້ນ ການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານປະມານ 2,5 ລ້ານ ໂຕນ ສະເລ່ຍຜະລິດເຂົ້າເປືອກບໍ່ໃຫ້ຫລຸດ 233 ກິໂລ/ຄົນ/ປີ ຫລື ເຂົ້າ ສານ 0,3 ກິໂລ/ຄົນ/ມື້ ທັງເປັນສິນຄ້າຊົມໃຊ້ພາຍໃນ ແລະ ສົ່ງອອກປະມານ 6 ແສນໂຕນ; ປະກອບຄຳເຫັນຕໍ່ການປັບປຸງດໍາລັດສະບັບເລກທີ 269/ນຍ, ລົງ ວັນທີ 11 ພະຈິກ 2006 ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ ບາງມາດຕາ; ພິຈາລະນາ ແລະ ປະກອບຄໍາຄິດຄໍາເຫັນ ດ້ວຍຄວາມຮັບຜິດຊອບສູງຕໍ່ບົດສະຫລຸບຕີລາຄາດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງກ່ຽວກັບການບໍລິຫານຂອງລັດຖະບານ ສົກປີ 2013-2014 ແລະ ແຜນຈຸດສຸມຂອງລັດຖະບານສົກປີ 2014- 2015 ເຊິ່ງສຸມໃສ່ 6 ແຜນວຽກຈຸດສຸມ ຄື ວຽກພັດທະນາຊົນນະບົດ, ລຶບລ້າງຄວາມທຸກຍາກ ແລະ ແກ້ໄຂລະເບີດບໍ່ທັນແຕກ; ວຽກງານເສດຖະກິດ; ວຽກງານຂົງເຂດວັດທະນະທໍາ-ສັງ ຄົມ; ວຽກງານການບໍລິຫານລັດ ແລະ ວຽກງານຍຸຕິທໍາ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ວຽກງານການຕ່າງປະເທດ ແລະ ການເຊື່ອມຈອດກັບສາກົນ.
ໃນຕອນທ້າຍຂອງກອງ ປະຊຸມທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ບັນດາສະມາຊິກລັດຖະບານເອົາໃຈໃສ່ແຜນວຽກຈຸດສຸມປະຈຳສົກປີ 2014-2015 ໂດຍໃຫ້ເອົາໃຈໃສ່ສືບຕໍ່ຈັດຕັ້ງນຳພາການພັດທະນາຊົນນະບົດ, ລຶບລ້າງຄວາມທຸກຍາກ ແລະ ການເກັບກູ້ລະເບີດບໍ່ທັນແຕກໃຫ້ເປັນຂະບວນ ແລະ ມີໝາກມີຜົນກວ່າເກົ່າ; ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດທະນາ ເຊິ່ງມີບາງດ້ານຍັງປະຕິບັດບໍ່ທັນໄດ້ນັ້ນ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້; ສືບຕໍ່ຈັດຕັ້ງນຳພາການພັດທະນາເສດຖະກິດໃນເງື່ອນໄຂທີ່ມີຄວາມຫຍຸ້ງຍາກນີ້ ໃຫ້ມີທ່ວງທ່າດີຂຶ້ນ, ໃນນັ້ນແມ່ນການຮັບປະກັນເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງ, ເອົາໃຈໃສ່ປະຕິບັດ 6 ມາດຕະການຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກຂອງລັດຖະບານ, ເພີ່ມທະວີຄວາມຮັບຜິດຊອບຕໍ່ການແກ້ໄຂໜີ້ສິນຂອງງົບປະມານ, ປຸກລະດົມ ທຸກພາກສ່ວນເສດຖະກິດໃຫ້ເຂົ້າຮ່ວມການພັດທະນາຢ່າງເປັນເຈົ້າການ, ຊຸກຍູ້ສົ່ງເສີມການຜະລິດ,ການຈຳໜ່າຍ ແລະ ບໍລິການສິນຄ້າໃຫ້ມີບາດກ້າວຂະຫຍາຍຕົວໄວ; ພັດທະນາກຳລັງແຮງງານໃຫ້ມີສີມື, ມີຄວາມຮູ້-ຄວາມສາມາດ, ຊຳນານງານ, ມີທັດສະນະຄະຕິທີ່ດີ, ມີລະບຽບວິໄນ ແລະ ມີວຽກເຮັດງານ ທຳທີ່ເໝາະສົມ; ຍູ້ແຮງວຽກງານຖະແຫລງຂ່າວເພື່ອເຮັດບົດບາດເປັນກະບອກສຽງໂຄສະນາເຜີຍແຜ່ແນວທາງຂອງພັກ ແລະ ລະບຽບກົດໝາຍຂອງລັດ, ຕ້ານປະກົດການຫຍໍ້ທໍ້ຕ່າງໆຢູ່ໃນສັງຄົມ ນັບທັງສື່ສັງຄົມອອນລາຍເພື່ອເສີມຂະຫຍາຍ ແລະ ປົກປັກຮັກສາວັດທະນະທຳ, ປະເພນີອັນດີງາມຂອງຊາດຕິດພັນກັບການສົ່ງເສີມການພັດທະນາການທ່ອງທ່ຽວໃຫ້ແຂງແຮງກວ່າເກົ່າ; ເອົາໃຈໃສ່ປົກປ້ອງຊັບສິນທາງປັນຍາ ແລະ ຂຶ້ນທະບຽນການຄ້າເພື່ອຮັບປະກັນຄວາມຍຸຕິທຳໃນສັງຄົມ, ຍົກສູງຄວາມສາມາດແຂ່ງຂັນໃນຂະບວນວິວັດແຫ່ງການເຊື່ອມຈອດກັບສາກົນ; ເອົາໃຈໃສ່ເພີ່ມທະວີຄວາມສັກສິດ ແລະປະສິດທິຜົນໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຕາມ ກົດໝາຍຢ່າງເຂັ້ມງວດ, ເພີ່ມທະວີການເຜີຍແຜ່ກົດໝາຍໃຫ້ປະຊາຊົນໄດ້ຮັບຮູ້ຢ່າງກວ້າງຂວາງ, ສືບຕໍ່ຫັນລົງຮາກຖານ ເພື່ອຈັດຕັ້ງປະຕິບັດວຽກງານ 3 ສ້າງໃຫ້ເປັນຂະບວນ, ຕໍ່ເນື່ອງຕາມ 4 ບາດກ້າວບຸກທະລຸ; ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ມີທ່າອ່ຽງຫລຸດລົງເພື່ອຮັບປະກັນໃຫ້ແກ່ການສະເຫລີມສະຫລອງສອງວັນສຳຄັນປະຫວັດສາດຂອງພັກ, ຂອງຊາດໃນປີ 2015; ສືບຕໍ່ປະຕິບັດນະໂຍບາຍຕ່າງປະເທດຢ່າງກວ້າງຂວາງ, ເຄື່ອນໄຫວດ້ານການທູດຢ່າງຕັ້ງໜ້າ ເພື່ອສ້າງເງື່ອນໄຂອຳນວຍແກ່ການພັດທະນາ, ການປົກປັກຮັກສາປະເທດຊາດ ແລະ ການເຊື່ອມຈອດສາກົນ. ໃນສະເພາະໜ້ານີ້ ແມ່ນສຸມໃສ່ກະກຽມ ແລະເປັນເຈົ້າການກ່ວາເກົ່າ ໃນການເຂົ້າເປັນປະຊາຄົມເສດຖະກິດອາຊຽນໃນທ້າຍປີ 2015, ການເປັນປະທານ ແລະ ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນໃນປີ 2016 ທີ່ຈະມາເຖິງນີ້.
ແຫລ່ງຂ່າວ: ລາວພັດທະນາ / 29/09/2014
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ

