ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ 2025
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 8 ຄັ້ງ | ເວລາ | 2026-07-18 03:48:39
ໃນຕອນແລງວັນທີ 12 ທັນວາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ 2025 ວ່າ: ກອງປະຊຸມດັ່ງກ່າວ ໄດ້ເປີດຂຶ້ນໃນຕອນເຊົ້າ ຂອງວັນທີ 11 ແລະ ອັດລົງໃນຕອນແລງ ຂອງວັນທີ 12 ທັນວາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນທັນວາ 2025.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື:
ວາລະທີ 1: ສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ ແລະ ທິດທາງແຜນການ ປະຈຳເດືອນທັນວາ 2025 ຂອງລັດຖະບານ; ລາຍງານສະພາບພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ, ສະພາບພົ້ນເດັ່ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ລາຍງານການເກັບຂໍ້ມູນ ແລະ ຜົນການສຶກສາຕັ້ງດ່ານເກັບເງິນ ຄ່າບໍລິການຜ່ານທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ໃນກິໂລແມັດທີ 71-346 (ໄລຍະທາງ 275 ກິໂລແມັດ) ແລະ ທາງຫຼວງແຫ່ງຊາດເລກທີ 12 ແຕ່ທ່າແຂກ-ຊາຍແດນລາວ-ຫວຽດນາມ (ໄລຍະທາງ 143 ກິໂລແມັດ). ໃນນັ້ນ:
ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2025 ຂອງລັດຖະບານ: ເຫັນວ່າ ເຖິງສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍທີ່ລະບຸໄວ້ໃນບັນດາມະຕິສະພາແຫ່ງຊາດ, ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ຕາມມະຕິກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເຮັດໃຫ້ທົ່ວປະເທດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ປະກົດການຫຍໍ້ທໍ້ໃນສັງຄົມ ສືບຕໍ່ໄດ້ຮັບການແກ້ໄຂເປັນກ້າວໆ, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 66,484 ຕື້ກີບ ເທົ່າກັບ 98% ຂອງແຜນປີ, ການປະຕິບັດແຜນລາຍຈ່າຍໄດ້ 53,771 ຕື້ກີບ ເທົ່າກັບ 75% ຂອງແຜນປີ, ອັດຕາເງິນເຟີ້ 4.8% ສະເລ່ຍ 11 ເດືອນ 2025 ຢູ່ໃນລະດັບ 7.9%; ສາມາດປະຕິບັດແຜນລາຍຈ່າຍເງິນເດືອນ-ເງິນນະໂຍບາຍຕ່າງໆ ໄດ້ພຽງພໍ, ສາມາດຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດ ຕາມຂໍ້ຜູກພັນສັນຍາ; ໄດ້ສຸມໃສ່ປະຕິບັດມາດຕະການດ້ານການຄ້າ ໂດຍສະເພາະ ການຄຸ້ມຄອງລາຄາສິນຄ້າ, ຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າ ເຂັ້ມງວດຫຼາຍຂຶ້ນ; ໄດ້ສຸມໃສ່ການຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ, ການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ການຜະລິດເພື່ອສົ່ງອອກ ໂດຍສາມາດສົ່ງອອກສິນຄ້າກະສິກຳ-ປ່າໄມ້, ສັດ ແລະ ຜະລິດຕະພັນສັດ ມູນຄ່າ 102 ລ້ານກວ່າໂດລາສະຫະລັດ; ໄດ້ສຸມໃສ່ແກ້ໄຂສະພາບຂາດເຂີນໄຟຟ້າ ໂດຍເລັ່ງສ້າງພະລັງງານແສງຕາເວັນ ແລະ ຊຸກຍູ້ໂຄງການພະລັງງານໄຟຟ້າ ທີ່ໄດ້ຮັບອະນຸມັດແລ້ວ ໃຫ້ດຳເນີນການກໍ່ສ້າງສຳເລັດຕາມແຜນ; ໄດ້ສືບຕໍ່ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງເສັ້ນທາງທົ່ວປະເທດ ໃຫ້ມີຄວາມຄືບໜ້າໄວ ໂດຍສຸມໃສ່ປະຕິບັດໂຄງການທີ່ເປັນບູລິມະສິດຂອງລັດຖະບານ ເປັນຕົ້ນ ໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຮ່າໂນ້ຍ, ໂຄງການຟື້ນຟູທາງຫຼວງທີ່ເປ່ເພ ຈາກໄພທຳມະຊາດ, ໂຄງການຍົກລະດັບທາງຫຼວງແຫ່ງຊາດ ສາຍຕ່າງໆ, ລວມທັງ ໂຄງການກໍ່ສ້າງຂົວ, ປັບປຸງດ່ານຊາຍແດນ ແລະ ອື່ນໆ ເພື່ອສາມາດສັນຈອນໄປ-ມາໄດ້ສະດວກ, ທັງເຊື່ອມຈອດເຊື່ອມໂຍງພາຍໃນພາກພື້ນ ແລະ ສາກົນ ເອື້ອອໍານວຍໃຫ້ແກ່ການຜະລິດ, ການບໍລິການ, ການຄ້າ ແລະ ການລົງທຶນ; ໄດ້ສຸມໃສ່ຂຶ້ນທະບຽນ ແລະ ອອກໃບຕາດິນ ມີຄວາມຄືບໜ້າເປັນກ້າວໆ; ໄດ້ເອົາໃຈໃສ່ພັດທະນາສີມືແຮງງານ, ຄຸ້ມຄອງ ແລະ ສົ່ງເສີມແຮງງານພາຍໃນ ເຂົ້າສູ່ຕະຫຼາດແຮງງານ ທັງພາຍໃນ ແລະ ຕ່າງປະເທດ; ສຳເລັດການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດປະຕິວັດຊາດ ປະຊາທິປະໄຕ ໃນງວດ 4 ປີ 2025 ຈໍານວນ 272 ທ່ານ ເປັນເງິນ 5 ຕື້ກວ່າກີບ; ໄດ້ສືບຕໍ່ໃຫ້ຄວາມຊ່ວຍເຫຼືອແກ່ບັນດາແຂວງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນໄລຍະຜ່ານມາ ເປັນຕົ້ນ ສະໜອງງົບປະມານ ເພື່ອຊຳລະໂຄງການຟື້ນຟູສຸກເສີນ ແລະ ປັດໃຈອື່ນໆ; ສຳເລັດການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII; ໄດ້ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ, ສະຖານທີ່ ແລະ ຄຸນນະພາບ ການບໍລິການສາທາລະນະສຸກ ຕາມທິດ 5 ດີ 1 ພໍໃຈ; ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຕ່າງປະເທດ ຢ່າງມີໄຫວພິບ ຊຶ່ງພົ້ນເດັ່ນແມ່ນສຳເລັດການຕ້ອນຮັບການມາຢ້ຽມຢາມທາງລັດຖະກິດ ຂອງສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ການຕ້ອນຮັບ ສົມເດັດ ເຈົ້າຍິງໄອໂກະ ແຫ່ງປະເທດຍີ່ປຸ່ນ, ການຕ້ອນຮັບການນຳຂັ້ນສູງ ແລະ ອົງການຈັດຕັ້ງຕ່າງໆ ທີ່ເຂົ້າພົບປະ, ອວຍພອນ ແລະ ເຂົ້າຮ່ວມພິທີເດີນສວນສະໜາມ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ສໍາເລັດກອງປະຊຸມພົບປະສອງກົມການເມືອງ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ, ກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ລາວ ແລະ ຫວຽດນາມ, ກອງປະຊຸມພົບປະນັກທຸລະກິດ ລາວ-ຫວຽດນາມ, ກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ແລະ ອື່ນໆ.
ຄຽງຄູ່ກັບຜົນສຳເລັດດັ່ງກ່າວນັ້ນ ກໍຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນ ບັນຫາປະກົດການຫຍໍ້ທໍ້ຕ່າງໆ ແລະ ຫາງສຽງບໍ່ດີໃນສັງຄົມ, ບັນຫາຄ່າຄອງຊີບ, ລາຄາສິນຄ້າ, ອັດຕາແລກປ່ຽນ, ຕົ້ນທຶນການຜະລິດ, ການພັດທະນາ-ປັບປຸງໂຄງລ່າງພື້ນຖານເສັ້ນທາງ, ການຄຸ້ມຄອງການຂຸດຄົ້ນແຮ່ທາດ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຂ່າວບິດເບືອນ ຜ່ານສື່ສັງຄົມອອນລາຍ, ການເຄົາລົບກົດໝາຍ-ລະບຽບການ ແລະ ອື່ນໆ.
ສຳລັບທິດທາງແຜນວຽກຈຸດສຸມປະຈຳເດືອນທັນວາ 2025 ກອງປະຊຸມ ໄດ້ຊີ້ນໍາຂະໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສໍາຄັນ ດັ່ງນີ້:
ສືບຕໍ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ສຸມໃສ່ລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ, ແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ ຕິດພັນວຽກງານ 3 ສ້າງ; ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ; ຕິດຕາມກຳແໜ້ນສະພາບການ ແລະ ແກ້ໄຂຕອບໂຕ້ຂ່າວປອມ ທີ່ສ້າງຄວາມປັ່ນປ່ວນ ຢ່າງເປັນລະບົບທັນການ; ແກ້ໄຂອາວຸດທີ່ນຳໃຊ້ບໍ່ຖືກຕ້ອງ; ເອົາໃຈໃສ່ຕິດຕາມການເຂົ້າ-ອອກເມືອງຂອງຄົນຕ່າງດ້າວ; ແກ້ໄຂບັນຫາສະແກມເມີ, ແກ້ງຄໍເຊັນເຕີ...; ສືບຕໍ່ປະຕິບັດແຜນຮັກສາຄວາມສະຫງົບ ແລະ ປອດໄພ ໃຫ້ແກ່ການຈັດງານສຳຄັນຕ່າງໆຂອງຊາດ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.
ສຸມໃສ່ກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V.
ສຸມໃສ່ກະກຽມກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2025 ຕາມຫົວຂໍ້ທີ່ກໍານົດໄວ້.
ສືບຕໍ່ສຸມໃສ່ປະຕິບັດ ບັນດາມາດຕະການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໂດຍສະເພາະ ອັດຕາເງິນເຟີ້, ການເກັບລາຍຮັບ, ການເກັບກູ້ໜີ້ສິນ, ການແກ້ໄຂໜີ້ສິນ; ສຸມໃສ່ສົ່ງເສີມການຜະລິດສິນຄ້າ ຕິດພັນກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃຫ້ແຂງແຮງ ໄປຄຽງຄູ່ກັບຈຳກັດການນໍາເຂົ້າສິນຄ້າຟຸມເຟືອຍ ແລະ ອື່ນໆ.
ສືບຕໍ່ປັບປຸງກົງຈັັກການຈັດຕັ້ງ ຕາມມະຕິ ຂອງຄະນະບໍລິຫານງານສູນກາງພັກ ເລກທີ 03/ຄບສພ ແລະ ມະຕິ ຂອງສະພາແຫ່ງຊາດ ເລກທີ 05/ສພຊ ໂດຍສະເພາະ ການສ້າງຕັ້ງຕາແສງ ໃຫ້ສອດຄ່ອງກັບ ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2025 ແລະ ນິຕິກໍາອື່ນໆ ໃຫ້ສໍາເລັດຕາມແຜນ.
ສຸມໃສ່ກວດກາຄືນຕົວເລກຄູ ໃນທົ່ວປະເທດ ໃຫ້ຊັດເຈນ ແລະ ຄິດໄລ່ເງິນເດືອນຄູ ຕາມທິດການປັບປຸງເງິນເດືອນໃໝ່ ຂອງລັດຖະບານ ໃຫ້ສຳເລັດທັນການເບີກເງິນເດືອນໃໝ່ ໃນເດືອນມັງກອນ 2026 ໄປຄຽງຄູ່ກັບການປັບປຸງນິຕິກຳທີ່ກ່ຽວຂ້ອງ; ສືບຕໍ່ສຸມໃສ່ກະກຽມຄວາມພ້ອມສຳລັບການປັບປຸງລະບົບສາມັນສຶກສາ.
ສືບຕໍ່ຊຸກຍູ້ສົ່ງເສີມການທ່ອງທ່ຽວ ໃຫ້ແຂງແຮງຂຶ້ນກວ່າເກົ່າ.
ສືບຕໍ່ຕິດຕາມຊຸກຍູ້ ຫົວໜ່ວຍນຳໃຊ້ແຮງງານ ແລະ ແຮງງານ ຢູ່ບັນດາເຂດເສດຖະກິດພິເສດ, ເຂດອຸດສາຫະກຳ, ນິຄົມອຸດສາຫະກຳ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ຢ່າງເຄັ່ງຄັດ; ສືບຕໍ່ພັດທະນາສີມືແຮງງານລາວ ໃຫ້ມີຄຸນນະພາບ; ກວດກາຄືນ ຕົວເລກຄາດໝາຍ ໃນການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ໃນຊຸມປີຕໍ່ໜ້າ ໃຫ້ລະອຽດ.
ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍຊຸກຍູ້ສົ່ງເສີມ ການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່; ສືບຕໍ່ສຸມໃສ່ຊຸກຍູ້ບັນດາໂຄງການກໍ່ສ້າງເສັ້ນທາງບູລິມະສິດ; ປັບປຸງບູລະນະ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃຫ້ສຳເລັດຕາມແຜນ; ຮີບຮ້ອນສົມທົບປຶກສາຫາລື ໃຫ້ເປັນເອກະພາບກັນ ກ່ຽວກັບການກຳນົດຮູບແບບ, ວິທີການ ແລະ ອັດຕາການເກັບຄ່າຜ່ານທາງ ທີ່ມອບໃຫ້ຜູ້ປະກອບການເປັນຜູ້ສ້ອມແປງ ແລະ ບົວລະບັດຮັກສາ.
ຮີບຮ້ອນຜັນຂະຫຍາຍຜົນກອງປະຊຸມພົບປະ ປະຈໍາປີ 2026 ລະຫວ່າງ ສອງກົມການເມືອງ ລາວ-ຫວຽດນາມ, ກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງສອງລັດຖະບານ ລາວ ແລະ ຫວຽດນາມ ໂດຍໃຫ້ກຳນົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບລະອຽດ; ສືບຕໍ່ກະກຽມຮອບດ້ານ ໃຫ້ແກ່ການນຳຂັ້ນສູງ ຂອງພັກ-ລັດ ໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ.
ວາລະທີ 2: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງນິຕິກໍາ ຈໍານວນ 7 ສະບັບຄື: (1) ຮ່າງດຳລັດ ວ່າດ້ວຍການປັບໃໝ ແລະ ການນໍາໃຊ້ມາດຕະການອືື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບຊັບສິນຂອງລັດ; (2) ຮ່າງດຳລັດ ວ່າດ້ວຍເງິນເດືອນ, ຜົນປະໂຫຍດ ແລະ ນະໂຍບາຍອື່ນ ຕໍ່ສະມາຊິກຂອງສໍານັກງານຜູ້ຕາງໜ້າ; (3) ຮ່າງດໍາລັດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂວິກິດການຂອງລະບົບການເງິນ; (4) ຮ່າງດໍາລັດ ວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຄວບຄຸມຢາສູບ; (5) ຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການຄຸ້ມຄອງນໍ້າ ແຫ່ງຊາດ; (6) ຮ່າງດໍາລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ; ແລະ (7) ຮ່າງດໍາລັດ ວ່າດ້ວຍຝຸ່ນ. ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ: ຊື່ຂອງບາງຮ່າງດຳລັດ, ການກຳນົດຈຸດປະສົງ, ການອະທິບາຍຄໍາສັບ, ການນຳໃຊ້ຄຳສັບ, ໂຄງຮ່າງນິຕິກຳ, ການກຳນົດ ແລະ ຈັດລຽງເນື້ອໃນ ໃຫ້ຄົບຖ້ວນສົມບູນ, ຈະແຈ້ງ, ຮັດກຸມ, ສອດຄ່ອງກັບກົດໝາຍ, ນິຕິິກຳກ່ຽວຂ້ອງ ທີ່ໄດ້ປະກາດໃຊ້ແລ້ວ ລວມທັງ ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ, ສິ່ງສໍາຄັນ ຕ້ອງສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
(ແຫຼ່ງ: ປະຊາຊົນ, ຂ່າວ: ຫສນຍ)
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ

