ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນ ກັນຍາ 2025
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 10 ຄັ້ງ | ເວລາ | 2026-07-18 03:47:56 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 0000-00-00 00:00:00
ໃນຕອນແລງວັນທີ 10 ຕຸລາ 2025 ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ວ່າ: ກອງປະຊຸມດັ່ງກ່າວ ໄດ້ເດີດຂຶ້ນໃນຕອນເຊົ້າ ວັນທີ 9 ແລະ ປິດລົງໃນຕອນບ່າຍ ວັນທີ 10 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນຳຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2025.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື:
ວາລະທີ 1: ສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນກັນຍາ ແລະ ທິດທາງແຜນການ ປະຈໍາເດືອນຕຸລາ 2025 ຂອງລັດຖະບານ; ລາຍງານສະພາບພົ້ນເດັ່ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ; ຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ແລະ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ຕີລາຄາການຈັດຕັ້ງປະຕິບັດແຜນເງິນຕາ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026; ແລະ ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ. ໃນນັ້ນ:
ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນກັນຍາ 2025: ກອງປະຊຸມໄດ້ຕີລາຄາ ເຖິງແມ່ນວ່າສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ບວກກັບສະພາບພາຍໃນປະເທດ ຖືກຜົນກະທົບຈາກພາຍຸ ມີຝົນຕົກໜັກ ເຮັດໃຫ້ນໍ້າຖ້ວມ-ນໍ້າໄຫຼຊຸ ສົ່ງຜົນກະທົບຕໍ່ 10 ແຂວງ, 34 ເມືອງ, 131 ບ້ານ, 632 ຄົວເຮືອນ, 17,202 ຄົນ, ມີຜູ້ເສຍຊີວິດ 4 ຄົນ ແລະ ສູນຫາຍ 4 ຄົນ. ຕໍ່ສະພາບດັ່ງກ່າວ, ລັດຖະບານ ກໍໄດ້ຮີບຮ້ອນມອບໝາຍຄວາມຮັບຜິດຊອບ ໃຫ້ສະມາຊິກລັດຖະບານ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ລົງຕິດຕາມຊ່ວຍເຫຼືອແກ້ໄຂສຸກເສີນເບື້ອງຕົ້ນ ຢູ່ບາງພື້ນທີ່ຕົວຈິງ ໃຫ້ທັນສະພາບການ, ອັນສໍາຄັນ ແມ່ນເພື່ອເຮັດໃຫ້ການຟື້ນຟູຜົນກະທົບດັ່ງກ່າວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ, ພ້ອມກັນນັ້ນ ລັດຖະບານ ກໍໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການ ທີ່ກຳນົດໄວ້ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 54,330 ຕື້ກີບ ເທົ່າກັບ 80% ຂອງແຜນປີ (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 30%), ການປະຕິບັດແຜນລາຍຈ່າຍໄດ້ 43,887 ຕື້ກີບ ເທົ່າກັບ 61% ຂອງແຜນໝົດປີ; ການຄວບຄຸມອັດເງິນເຟີ້ ຫຼຸດລົງຈາກ 5% ໃນເດືອນສິງຫາ ເປັນ 4.5% ໃນເດືອນກັນຍາ; ສາມາດເພີ່ມຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າ 4.99 ເດືອນ; ສາມາດຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດ ໄດ້ຕາມຂໍ້ຜູກພັນສັນຍາ; ໄດ້ສຸມໃສ່ປະຕິບັດມາດຕະການດ້ານການຄ້າ ໂດຍສະເພາະ ການຄຸ້ມຄອງລາຄາສິນຄ້າ, ຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າ; ໄດ້ເອົາໃຈໃສ່ຕິດຕາມ, ກວດກາລາຄາສິນຄ້າ ໃນທ້ອງຕະຫຼາດ ເປັນຕົ້ນ: ເຂົ້າສານໜຽວ, ເຂົ້າສານຈ້າວ, ຊີ້ນໝູ, ໄຂ່ໄກ່ພັນ ແລະ ອື່ນໆ, ພ້ອມນີ້ ກໍໄດ້ຄົ້ນຄວ້າໂຄງສ້າງລາຄາສິນຄ້າ, ແກ້ໄຂຕົ້ນທຶນການຜະລິດສິນຄ້າທີ່ຈຳເປັນ ໃຫ້ມີມູນຄ່າຕ່ຳລົງ ໂດຍສະເພາະ ສິນຄ້າກະສິກຳ ປະເພດເຂົ້າກິນ, ປາ, ໄຂ່ໄກ່ ແລະ ຊີ້ໝູ ຕິດພັນກັບການສະໜອງປັດໃຈການຜະລິດ ເຊັ່ນ: ຫົວອາຫານ, ຝຸ່ນ, ແນວພັນ ແລະ ອື່ນໆ ໂດຍລວມແມ່ນສາມາດສະໜອງສິນຄ້າທີ່ຈຳເປັນໄດ້ໂດຍພື້ນຖານ, ບໍ່ມີສະພາບກັກຕຸນ ແລະ ສວຍໂອກາດຂຶ້ນລາຄາສິນຄ້າຕ່າງໆ; ສໍາລັບການສົ່ງອອກສິນຄ້າ ບັນລຸ 709 ລ້ານກວ່າໂດລາ, ຫຼຸດລົງ 0.3% ຕົ້ນຕໍແມ່ນ ເກືອກາລີ, ຄຳ, ແຮ່ທອງ, ຢາງພາລາ ແລະ ເຈ້ຍ; ສ່ວນການນໍາເຂົ້າສິນຄ້າ ມີມູນຄ່າ 816 ລ້ານກວ່າໂດລາ ເພີ່ມຂຶ້ນ 2.5% ຕົ້ນຕໍແມ່ນ ພາຫະນະ, ນ້ຳມັນເຊື້ອໄຟ, ເຄື່ອງໄຟຟ້າ, ຜະລິດຕະພັນເຄມີ, ອຸປະກອນກົນຈັກ, ເຫຼັກປະເພດຕ່າງໆ ແລະ ເຄື່ອງທີ່ເຮັດດ້ວຍປລາສະຕິກ; ໄດ້ສຸມໃສ່ການຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ, ການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ການຜະລິດເພື່ອສົ່ງອອກ ເປັນຕົ້ນ ການຜະລິດເຂົ້ານາປີ, ການຜະລິດພືດສະບຽງອາຫານລະດູຝົນ ໂດຍລວມແມ່ນສາມາດຕອບສະໜອງໄດ້ຄວາມຕ້ອງການບໍລິໂພກພາຍໃນ; ສຳລັບການຜະລິດກະສິກຳເປັນສິນຄ້າ ແມ່ນສຸມໃສ່ຜະລິດພືດສິນຄ້າລະດູຝົນ, ຊຶ່ງພາຍໃນເດືອນ ສາມາດສົ່ງອອກພືດ ແລະ ຜະລິດຕະພັນພືດ ເປັນຕົ້ນ ໝາກກ້ວຍ, ມັນຕົ້ນແຫ້ງ, ແປ້ງມັນຕົ້ນ, ກາເຟ ແລະ ສາລີ ໄດ້ 2.4 ແສນໂຕນ, ມູນຄ່າ 73.5 ລ້ານໂດລາ; ສົ່ງອອກສັດ ແລະ ຜະລິດຕະພັນສັດ ໄດ້ 5.7 ແສນໂດລາ, ຊຶ່ງມູນຄ່າການສົ່ງອອກສິນຄ້າກະສິກໍາ 9 ເດືອນຕົ້ນປີ ປະຕິບັດໄດ້ 1.3 ລ້ານກວ່າໂດລາ ເທົ່າກັບ 87% ຂອງແຜນການປີ; ໄດ້ສືບຕໍ່ຊຸກຍູ້, ຕິດຕາມ, ກວດກາ ແລະ ປຶກສາຫາລື ກ່ຽວກັບວິທີການ ແລະ ມາດຕະການ ໃນການປັບປຸງ ແລະ ກໍ່ສ້າງໂຄງລ່າງພື້ນຖານໃນຂອບເຂດທົ່ວປະເທດ ໃຫ້ມີຄວາມຄືບໜ້າໄວຂຶ້ນ ໂດຍສະເພາະ ໂຄງການທີ່ກຳລັງຈັດຕັ້ງປະຕິບັດ, ໂຄງການຟື້ນຟູທາງຫຼວງ ທີ່ເປ່ເພ ແລະ ໄດ້ຮັບຜົນກະທົບຈາກໄພທຳມະຊາດ; ໄດ້ແກ້ໄຂບັນຫາການຂາດແຄນຄູສອນ ໄດ້ໂດຍພື້ນຖານ ແລະ ການປະລະການຮຽນ ຕາມນະໂຍບາຍໃນມະຕິ 09/ລບ; ໄດ້ສຸມໃສ່ກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII, ງານມະຫາກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV, ງານບຸນນະມັດສະການພະທາດຫຼວງ, ການສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ; ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຕ່າງປະເທດ ຢ່າງມີໄຫວພິບ ໂດຍສໍາເລັດກະກຽມ ແລະ ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົ້າຮ່ວມບັນດາກອງປະຊຸມສາກົນຂອງການນໍາຂັ້ນສູງ ຂອງພັກ-ລັດ, ຕ້ອນຮັບການມາຢ້ຽມຢາມລັດຖະກິດ, ຢ້ຽມຢາມທາງການ ຂອງຜູ້ນໍາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຢູ່ ສປປ ລາວ.
ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນ ການແກ້ໄຂປະກົດການຫຍໍ້ທໍ້ທາງດ້ານສັງຄົມ, ບັນຫາຄ່າຄອງຊີບ, ການຄຸ້ມຄອງການຂຸດຄົ້ນແຮ່ທາດ, ການຈຳກັດການນຳເຂົ້າສິນຄ້າຟຸມເຟືອຍ, ການພັດທະນາ-ປັບປຸງພື້ນຖານໂຄງລ່າງ, ການຄຸ້ມຄອງ ແລະ ແກ້ໄຂ ບັນຫາຂ່າວບິດເບືອນ-ຂ່າວລື ຜ່ານສື່ສັງຄົມອອນລາຍ, ການເຄົາລົບລະບຽບ-ກົດໝາຍ ແລະ ອື່ນໆ.
ສຳລັບທິດທາງແຜນວຽກຈຸດສຸມປະຈຳເດືອນຕຸລາ 2025 ກອງປະຊຸມ ໄດ້ຊີ້ນໍາຂະໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສໍາຄັນ ດັ່ງນີ້:
ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ສຸມໃສ່ລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ ຕິດພັນວຽກງານ 3 ສ້າງ ໂດຍສະເພາະ ຈຸດຫຼໍ່ແຫຼມເຂດຊາຍແດນ ແລະ ເຂດຫ່າງໄກສອກຫຼີກ; ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ, ລວມທັງ ບັນຫາປັ່ນປ່ວນຜ່ານສື່ສັງຄົມອອນລາຍ; ເອົາໃຈໃສ່ຮັກສາຄວາມສະຫງົບປອດໄພ ໃຫ້ແກ່ການຈັດງານສຳຄັນຕ່າງໆ ເປັນຕົ້ນ ບຸນນະມັດສະການພະທາດຫຼວງວຽງຈັນ, ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ງານສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ.
ຮີບຮ້ອນປັບປຸງບົດລາຍງານ ການຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ແລະ ບົດລາຍງານ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ສຳເລັດ ທັນໄປຜ່ານກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ແລະ ນຳເຂົ້າປຶກສາຫາລືໃນກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບຄະນະປະຈຳສະພາແຫ່ງຊາດ ທີ່ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້ ກ່ອນນຳໄປລາຍງານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX; ຮີບຮ້ອນຈັດສັນບັນຊີໂຄງການລົງທຶນຂອງລັດ ປີ 2026 ໃຫ້ທັນໄປຜ່ານກອງປະຊຸມສະພາແຫ່ງຊາດ ຮັບຮອງ ແລະ ສາມາດເລີ່ມຈັດຕັ້ງປະຕິບັດແຕ່ເດືອນມັງກອນ 2026, ສະເພາະໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງ ແມ່ນໃຫ້ໄດ້ເລີ່ມປະຕິບັດແຕ່ທ້າຍປີ 2025; ສືບຕໍ່ຄົ້ນຄວ້ານະໂຍບາຍ ເພີ່ມເງິນເດືອນ ແລະ ເງິນອຸດໜູນ ໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ໃນປີ 2026 ເປັນຕົ້ນໄປ.
ສືບຕໍ່ສຸມໃສ່ປະຕິບັດ ບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງຄະນະສະເພາະກິດ 19/ກມສພ ຕາມແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ໂດຍສະເພາະ ມາດຕະການຄຸ້ມຄອງອັດຕາແລກປ່ຽນເງິນຕາ, ມາດຕະການແກ້ໄຂໜີ້ສິນ ແລະ ມາດຕະການຈຳກັດການນໍາເຂົ້າ ສິນຄ້າຟຸມເຟືອຍ, ສິນຄ້າທີ່ຜະລິດໄດ້ພາຍໃນ...
ສືບຕໍ່ສຸມໃສ່ກວດກາ ແລະ ປະເມີນບັນດາໂຄງການແຮ່ທາດ ທີ່ໄດ້ອະນຸມັດຜ່ານມາ ໃຫ້ສຳເລັດໄວ, ໂຄງການໃດມີຄວາມຄືບໜ້າຊ້າ, ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຫຼື ຍັງຄ້າງຊໍາລະພັນທະຕ່າງໆໃຫ້ລັດ ແມ່ນໃຫ້ດຳເນີນຂັ້ນຕອນການຍົກເລີກ ແລະ ຖອນໂຄງການຄືນ.
ສຸມໃສ່ແກ້ໄຂຜົນກະທົບຈາກໄພພິບັດ ໃນລະດູຝົນ ໂດຍສະເພາະ ທ້ອງຖິ່ນທີ່ໄດ້ຮັບຜົນກະທົບໜັກ, ພ້ອມທັງ ເອົາໃຈໃສ່ການໂຄສະນາເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈ ລະບອບການເຮັດວຽກຂອງລັດຖະບານ ກໍຄືຄະນະຮັບຜິດຊອບ ຜ່ານຫຼາຍສື່-ຫຼາຍຮູບການ; ເອົາໃຈໃສ່ການບໍລິຫານຈັດການປະລິມານນ້ຳ ຢູ່ແຕ່ລະເຂື່ອນໄຟຟ້າ ແລະ ອ່າງເກັບນ້ຳຊົນລະປະທານ ໂດຍຖອດຖອນບົດຮຽນຜ່ານມາ ເພື່ອຫຼຸດຜ່ອນຄວາມສ່ຽງຕ່າງໆ.
ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງສຶກສາທິການ ແລະ ກິລາ ຕິດຕາມຊຸກຍູ້ການເຄື່ອນໄຫວ, ການສ້າງສີມື ແລະ ການສະໜອງແຮງງານ ຢູ່ບັນດາເຂດເສດຖະກິດພິເສດ ແລະ ເຂດນິຄົມອຸດສາຫະກຳ ບົນພື້ນຖານຖືກຕ້ອງຕາມກົດໝາຍ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ.
ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ເພື່ອສະເຫຼີມສະຫຼອງວັນສຳຄັນຂອງພັກ-ລັດ ແລະ ງານບຸນປະເພນີຕ່າງໆ ເຊັ່ນ: ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານມະຫະກໍາກິລາ ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໂດຍສະເພາະ ການຈັດສັນເສັ້ນທາງສັນຈອນ, ການຈັດກິດຈະ ກຳປິ່ນອ້ອມຂອງແຕ່ລະງານ ໃຫ້ມີຄວາມເໝາະສົມ, ລວມທັງ ແຜນການຮັກສາຄວາມສະອາດ, ອະນາໄມສິ່ງເສດເຫຼືອ ຢູ່ຕາມສະຖານທີ່ ພາຍຫຼັງຈັດງານ ເພື່ອບໍ່ໃຫ້ມີຫາງສຽງບໍ່ດີ.
ສືບຕໍ່ຈັດຕັ້ງປະຕິບັດ ມະຕິ 165/ສພຊ ກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່ ກໍຄືມະຕິ 10/ລບ, ໃນນັ້ນ: ໃຫ້ຮີບຮ້ອນແກ້ໄຂຟື້ນຟູສ້ອມແປງເສັ້ນທາງຕ່າງໆ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ໃຫ້ສາມາດນໍາໃຊ້ໄດ້ຢ່າງເປັນປົກກະຕິ; ສືບຕໍ່ສຸມໃສ່ຊຸກຍູ້ບັນດາໂຄງການກໍ່ສ້າງເສັ້ນທາງທີ່ສຳຄັນບຸລິມະສິດ; ສຸມໃສ່ປັບປຸງສ້ອມແປງເສັ້ນທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມຄືບໜ້າໄວ ແລະ ສຳເລັດຕາມແຜນ; ໃຫ້ຮີບຮ້ອນອອກຄຳແນະນຳ ກ່ຽວກັບການກຳນົດຮູບແບບ, ວິທີການ ແລະ ອັດຕາຄ່າຜ່ານທາງ ສຳລັບເສັ້ນທາງສາຍເກົ່າ ທີ່ມອບໃຫ້ຜູ້ປະກອບການເປັນຜູ້ສ້ອມແປງ ແລະ ບົວລະບັດຮັກສາ ໃຫ້ເປັນເອກະພາບກັນທົ່ວປະເທດ; ຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງທາງດ່ວນ ໂດຍສະເພາະ ທາງດ່ວນວຽງຈັນ-ຮ່າໂນ້ຍ ຊ່ວງທີ 2 ທີ່ໄດ້ອະນຸມັດໃຫ້ເຊັນສັນຍາສໍາປະທານແລ້ວ ແລະ ສືບຕໍ່ເຈລະຈາສັນຍາສໍາປະທານຊ່ວງທີ 1 ທີ່ຍັງບໍ່ທັນເປັນເອກະພາບ.
ສືບຕໍ່ຜັນຂະຫຍາຍ ຜົນການໄປຢ້ຽມຢາມຕ່າງປະເທດ ຂອງການນຳຂັ້ນສູງຂອງພັກ-ລັດ; ກະກຽມໃຫ້ແກ່ການນຳຂັ້ນສູງຂອງພັກ-ລັດ ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຕ່າງປະເທດ ແລະ ຕ້ອນຮັບບັນດາແຂກຕ່າງປະເທດທີ່ມາຢ້ຽມຢາມທາງການ ໃຫ້ດີ.
ສ່ວນບັນດາບົດລາຍງານ ເປັນຕົ້ນ ສະພາບພົ້ນເດັ່ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ; ຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ແລະ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ຕີລາຄາການຈັດຕັ້ງປະຕິບັດແຜນເງິນຕາ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026; ແລະ ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ: ກອງປະຊຸມ ໄດ້ຊີ້ນຳພາກສ່ວນກ່ຽວຂ້ອງ ໄປປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ການກຳນົດທິດທາງແຜນການໃນຕໍ່ໜ້າ ໃຫ້ລະອຽດຈະແຈ້ງ, ຄົບຖ້ວນ, ແທດຕົວຈິງ, ລົງເລິກກະກຽມຄວາມພ້ອມຮັບມື ຕໍ່ສະພາບຄວາມສ່ຽງ ແລະ ທ່າອ່ຽງຕ່າງໆ ທີ່ອາດເກີດຂຶ້ນ, ຮັບປະກັນການຈັດຕັ້ງປະຕິບັດ ມີຄວາມວ່ອງໄວທັນການ, ມີປະສິດທິພາບ ແລະ ປະສິດທິຜົນ, ທັງສາມາດແກ້ໄຂໄດ້ ບັນດາຂໍ້ຄົງຄ້າງ ແລະ ຫາງສຽງບໍ່ດີຕ່າງໆ ໃນຂົງເຂດວຽກງານດັ່ງກ່າວ.
ວາລະທີ 2: ກອງປະຊຸມພິຈາລະນາ ການລາຍງານສະພາບການແກ້ໄຂເສັ້ນທາງລົດເມດ່ວນ BRT; ແຜນກະກຽມງານບຸນນະມັດສະການພະທາດຫຼວງ, ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII, ການກະກຽມສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ; ແລະ ຮ່າງແຜນການຈັດຕັ້ງປະຕິບັດຂໍ້ສະເໜີແນະ ຂອງຄະນະກໍາມະການສິດທິຄົນພິການສະຫະປະຊາຊາດ ທີ່ມີຕໍ່ ສປປ ລາວ ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິຄົນພິການ. ໃນນັ້ນ: ຕໍ່ການແກ້ໄຂບັນຫາເສັ້ນທາງລົດເມດ່ວນ BRT, ກອງປະຊຸມ ໄດ້ຊີ້ນຳໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບນະຄອນຫຼວງວຽງຈັນ ຈັດກອງປະຊຸມປຶກສາຫາລືຮ່ວມກັບພາກສ່ວນກ່ຽວຂ້ອງ ໂດຍການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ, ຊຶ່ງບັນຫາສຳຄັນ ແມ່ນໃຫ້ເກັບກໍາຂໍ້ມູນ ແລະ ປະເມີນຜົນ ທັງໄລຍະສັ້ນ ແລະ ໄລຍະຍາວ ຢ່າງລະອຽດ ເພື່ອເຮັດໃຫ້ເສັ້ນທາງ ກໍຄືການບໍລິການລົດເມດ່ວນ BRT ຖືກນໍາໃຊ້ ຢ່າງມີປະສິດທິຜົນສູງ. ສຳລັບການກະກຽມງານບຸນນະມັດສະການພະທາດຫຼວງ, ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ແລະ ການກະກຽມສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ: ກອງປະຊຸມໄດ້ຊີ້ນຳ ໃຫ້ເອົາໃຈໃສ່ ຕໍ່ການຮັກສາຄວາມສະຫງົບຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ສະອາດຈົບງາມ, ມີບັນຍາກາດຟົດຟື້ນມ່ວນຊື່ນ ບົນຈິດໃຈປະຢັດມັດທະຍັດ, ທັງຮັກສາໄດ້ວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ. ສ່ວນຮ່າງແຜນການຈັດຕັ້ງປະຕິບັດຂໍ້ສະເໜີແນະ ຂອງຄະນະກໍາມະການສິດທິຄົນພິການ ສປຊ ທີ່ມີຕໍ່ ສປປ ລາວ ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິຄົນພິການ: ກອງປະຊຸມໄດ້ຊີ້ນຳ ໃຫ້ກຳນົດຄົບຖ້ວນ ແລະ ລະອຽດຈະແຈ້ງ ຕໍ່ບັນດາພັນທະຂອງ ສປປ ລາວ ໃນວຽກງານດັ່ງກ່າວ, ລວມທັງ ແຜນງົບປະມານຮັບໃຊ້ວຽກງານດັ່ງກ່າວ ໃຫ້ສອດຄ່ອງກັບຕົວຈິງ.
ວາລະທີ 3: ກອງປະຊຸມພິຈາລະນາ ຮ່າງແຜນຜັງຄົ້ນຄວ້າຄື້ນຄວາມຖີ່ວິທະຍຸສື່ສານແຫ່ງຊາດ ສະບັບປີ 2025. ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ນໍາຮ່າງແຜນດັ່ງກ່າວ ໄປປັບປຸງຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ໃຫ້ລະອຽດຈະແຈ້ງ, ຄົບຖ້ວນສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ນອກນີ້, ຍັງໄດ້ພິຈາລະນາ ຮ່າງດໍາລັດ ວ່າດ້ວຍການຂົນສົ່ງສິນຄ້າອັນຕະລາຍ ທາງບົກ ແລະ ທາງລົດໄຟ: ແຕ່ເນື່ອງຈາກຮ່າງດຳລັດສະບັບນີ້ ມີເນື້ອໃນຕິດພັນກັບຫຼາຍຂະແໜງການ ແລະ ຫຼາຍນິຕິກຳ ທີ່ໄດ້ປະກາດນຳໃຊ້ແລ້ວ. ສະນັ້ນ, ກອງປະຊຸມ ໄດ້ຊີ້ນຳ ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ນຳໄປປຶກສາຫາລືເປັນເອກະພາບ ຮ່ວມກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ຕື່ມ, ແລ້ວຈຶ່ງລາຍງານຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອຂໍການພິຈາລະນາ ຈາກລັດຖະບານ.
ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ຈົ່ງນໍາເອົາແຜນວຽກຈຸດສຸມເດືອນຕຸລາ ທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກ ຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບ ໃຫ້ການຈັດຕັ້ງ, ບຸກຄະລາກອນແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ຂອງແຕ່ລະຂະແໜງການ ໃຫ້ແຂງແຮງ ແລະ ໄດ້ຮັບຜົນດີ.
(ໜັງສືພິມປະຊາຊົນ, ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ)
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ

