ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ 2025
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 9 ຄັ້ງ | ເວລາ | 2026-07-18 03:48:42
ໃນຕອນບ່າຍວັນທີ 25 ເມສາ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ 2025 ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 24 ແລະ ປິດລົງ ໃນຕອນເຊົ້າວັນທີ 25 ເມສາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກ ລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນເມສາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພຶດສະພາ 2025.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາເຫັນດີດ້ານຫຼັກການ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື:
ວາລະທີ 1: ສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນເມສາ ແລະ ທິດທາງແຜນການ ປະຈຳເດືອນພຶດສະພາ 2025 ຂອງລັດຖະບານ, ສະພາບການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2568, ແຜນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໃນໄລຍະ ປີ 2025-2030, ໃນນັ້ນ:
ກອງປະຊຸມໄດ້ຕີລາຄາວ່າ: ເຖິງແມ່ນວ່າ ສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມທີ່ກຳນົດໄວ້ໃນບັນດາມະຕິສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ຕາມມະຕິກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນມີນາ 2025 ສໍາເລັດຫຼາຍດ້ານ ເປັນຕົ້ນ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການເກັບລາຍຮັບເຂົ້າງົບປະມານ ສາມາດປະຕິບັດໄດ້ 24,325 ຕື້ກີບ, ເທົ່າກັບ 71.16% ຂອງແຜນ 6 ເດືອນຕົ້ນປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 46.52%; ລາຍຈ່າຍທັງໝົດປະຕິບັດໄດ້ 13,520 ຕື້ກີບ ເທົ່າກັບ 37.16% ຂອງແຜນ 6 ເດືອນຕົ້ນປີ; ສາມາດຄວບຄຸມອັດຕາແລກປ່ຽນບໍ່ໃຫ້ເໜັງຕີງແຮງ ເຮັດໃຫ້ເງິນກີບແຂງຄ່າຂຶ້ນເລັກນ້ອຍ; ສາມາດເພີ່ມຄັງສໍາຮອງເງິນຕາຕ່າງປະເທດ ຢ່າງຕໍ່ເນື່ອງ ກຸ້ມການນຳເຂົ້າໄດ້ຫຼາຍກວ່າ 5 ເດືອນ; ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ແລະ ສາມາດເກັບຄືນໜີ້ສິນຈາກບັນດາບໍລິສັດ ໄດ້ຈໍານວນໜຶ່ງ ພ້ອມທັງສ້າງແຜນການເກັບກູ້ໜີ້ສິນຄືນໃໝ່; ນອກນັ້ນ ໄດ້ສຸມໃສ່ການເກັບກູ້ຜົນຜະລິດລະດູແລ້ງ ໂດຍສະເພາະ ເຂົ້ານາແຊງ ໃຫ້ໄດ້ຕາມແຜນ ແລະ ກະກຽມການຜະລິດລະດູຝົນ, ການໂຄສະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທໍາອັນດີງາມຂອງຊາດ; ການປັບປຸງ ແລະ ກໍ່ສ້າງໂຄງລ່າງພື້ນຖານ, ການຂຶ້ນທະບຽນອອກໃບຕາດິນ, ການແກ້ໄຂບັນຫາຂາດແຄນຄູ, ການປະຕິບັດຄຳຕັດສິນຂອງສານ, ການຈັດຕັ້ງຜັນຂະຫຍາຍວຽກງານການຕ່າງປະເທດ, ການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ, ການນໍາເຂົ້ານໍ້າມັນເຊື້ອໄຟ, ປັບປຸງຕະຫຼາດແລກປ່ຽນເງິນຕາຕ່າງປະເທດ, ຄຸ້ມຄອງລາຍຮັບຈາກການສົ່ງອອກ ຜ່ານລະບົບທະນາຄານ ແລະ ວຽກງານອື່ນໆ ກໍ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຄວາມຄືບໜ້າດີຂຶ້ນເປັນກ້າວໆ. ພ້ອມກັນນີ້ ໄດ້ຜັນຂະຫຍາຍ ບັນດາເນື້ອໃນ ທີ່ໄດ້ລາຍງານຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 9 ໂດຍສະເພາະ ການປັບປຸງລັດຖະທຳມະນູນ, ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ, ການປັບປຸງກົງຈັກຂອງລັດຖະບານ ແລະ ອື່ນໆ ທີ່ສະພາແຫ່ງຊາດໄດ້ຮັບຮອງ ເຊິ່ງໄດ້ເລີ່ມດຳເນີນການປັບປຸງກົງຈັກການຈັດຕັ້ງ ໂດຍການໂຮມເອົາກະຊວງຈຳນວນໜຶ່ງເຂົ້າກັນ, ໃນນີ້ ກໍໄດ້ສຸມໃສ່ການກຳນົດພາລະບົດບາດ, ຊັບຊ້ອນບັນດາກົມ ລວມທັງເກັບກໍາບັນຊີຂໍ້ມູນຕ່າງໆທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ກົງຈັກທີ່ໄດ້ຮັບການປັບປຸງໃໝ່ເຄື່ອນໄຫວຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ກອງປະຊຸມ ໄດ້ຊີ້ນໍາໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງບົດສະຫຼຸບຕາມຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນ, ການສະຫຼຸບຕົວເລກສະຖິຕິ, ບັນດາວຽກທີ່ພົ້ນເດັ່ນ ຂອງແຕ່ລະຂະແໜງການ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ໃຫ້ຊັດເຈນ ເພື່ອນໍາໄປຖອດຖອນບົດຮຽນ ແລະ ກຳນົດແຜນວຽກຈຸດສຸມໃນຕໍ່ໜ້າ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ ແລະ ເປັນຮູບປະທໍາ.
ຕໍ່ການລາຍງານຜົນການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2568, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ຖອດຖອນບົດຮຽນຈາກການສະເຫຼີມສະຫຼອງໃນປີນີ້, ພ້ອມທັງສືບຕໍ່ໂຄສະນາການຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ, ຖືເອົາງານບຸນດັ່ງກ່າວ ເປັນບ່ອນເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ ຕິດພັນກັບການສົ່ງເສີມ ແລະ ດຶງດູດນັກທ່ອງທ່ຽວ; ໃຫ້ບັນດາແຂວງ ຄົ້ນຄວ້າຈັດກິດຈະກຳສະເຫຼີມສະຫຼອງປີໃໝ່ລາວ ທີ່ຕິດພັນກັບເອກະລັກຂອງຊາດລາວຂອງແຕ່ລະແຂວງ ບົນພື້ນຖານຈິດໃຈປະຢັດມັດທະຍັດ; ເອົາໃຈໃສ່ສຶກສາອົບຮົມປູກຈິດສຳນຶກຄ່ານິຍົມໃຫ້ໄວໜຸ່ມ ຮັກວັດທະນະທຳປະເພນີອັນດີງາມຂອງຊາດ, ຫຼີກລ່ຽງສັງຄົມຫຼິ້ນກິນຟູມເຟືອຍ, ສ້າງພາບພົດອັນບໍ່ດີ ອັນຈະພາໃຫ້ເກີດມີປະກົດການຫຍໍ້ທໍ້ຕ່າງໆ ທັງນີ້ ກໍ່ເພື່ອເຮັດໃຫ້ງານບຸນປີໃໝ່ລາວ ໄດ້ຮັບການສະເຫຼີມສະຫຼອງ ຢ່າງມີຄວາມເບີກບານມ່ວນຊື່ນ, ປອດໄພ, ປະທັບໃຈ ແລະ ເປັນຂະບວນການຟົດຟື້ນ.
ສໍາລັບແຜນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໃນໄລຍະ ປີ 2025-2030 ໃຫ້ຂະແໜງການ ແລະ ທ້ອງຖິ່ນ ປະເມີນຕີລາຄາສະຫຼຸບຖອດຖອນບົດຮຽນການຕັ້ງປະຕິບັດໃນໄລຍະຜ່ານມາ ເພື່ອເຮັດໃຫ້ການກຳນົດ ແລະ ຈັດຕັ້ງປະຕິບັດແຜນໃນຕໍ່ໜ້າຖືກຕ້ອງສອດຄ່ອງ, ແທດຕົວຈິງ ແລະ ຈັດຕັ້ງປະຕິບັດໄດ້ເປັນຮູບປະທໍາ ຢ່າງເປັນເອກະພາບ. ພ້ອມກັນນີ້ ໃຫ້ຮີບຮ້ອນແຕ່ງຕັ້ງຄະນະລະດັບຊາດ ແລະ ຂັ້ນທ້ອງຖິ່ນ ສຳລັບ ວຽກງານ 3 ສ້າງ, ວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດລຶບລ້າງຄວາມທຸກຍາກ ຕໍ່ວຽກງານດັ່ງກ່າວ ເພື່ອເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຕໍ່ເນື່ອງ, ມີປະສິດທິພາບ ແລະ ປະສິດທິຜົນ.
ວາລະທີ 2: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາບັນດາຮ່າງນິຕິກໍາ ຄື: (1) ຮ່າງດໍາລັດວ່າດ້ວຍ ກອງທຶນຜະລິດສິນຄ້າ ຢູ່ ສປປ ລາວ; (2) ຮ່າງກົດໝາຍວ່າດ້ວຍການປູກຝັງ; (3) ຮ່າງແຜນງານແຫ່ງຊາດ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ (NPA); (4) ຮ່າງວິໄສທັດຮອດປີ 2040 ແລະ ຮ່າງແຜນການຄຸ້ມຄອງນໍາໃຊ້ທີ່ດິນບໍລິເວນນໍ້າ ປີ 2025-2030.
ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກໍາດັ່ງກ່າວ ໄປປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ: ການອະທິບາຍຄໍາສັບ, ການນໍາໃຊ້ຄໍາສັບ, ການກຳນົດ ແລະ ຈັດລຽງເນື້ອໃນ ໃຫ້ຄົບຖ້ວນສົມບູນ, ລະອຽດ, ຈະແຈ້ງ, ຮັດກຸມ, ສອດຄ່ອງກັບລະບຽບກົດໝາຍ ແລະ ນິຕິິກາໍກ່ຽວຂ້ອງທີ່ໄດ້ປະກາດໃຊ້ແລ້ວ ລວມທັງສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ເພື່ອຮັບປະກັນໃຫ້ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ເປັນຮູບປະທໍາ. ພາຍຫຼັງປັບປຸງສໍາເລັດແລ້ວ ໃຫ້ສະເໜີຜ່ານຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອສະເໜີລັດຖະບານ ພິຈາລະນາ.
ສຳລັບແຜນວຽກຈຸດສຸມຂອງລັດຖະບານ ໃນເດືອນ ພຶດສະພາ ນີ້, ລັດຖະບານ ຈະໄດ້ສືບຕໍ່ບຸກບືນປະຕິບັດບັນດາໜ້າວຽກ ທີ່ໄດ້ກຳນົດໄວ້ໃນ ດຳລັດ ເລກທີ 702/ນຍ, ລົງວັນທີ 25 ທັນວາ 2024 ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ແຜນການແກ້ໄຂຜົນການກວດກາ-ກວດສອບ ກໍຄືແຜນວຽກຈຸດສຸມລວມໝົດປີ 2025 ຕົ້ນຕໍແມ່ນສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ, ໃນນັ້ນ ໄດ້ກຳນົດວຽກງານຈຸດສຸມຈຳນວນໜຶ່ງ ດັ່ງນີ້:
ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງການຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ໃນນັ້ນ: ສຸມໃສ່ຮັກສາຄວາມສະຫງົບຕາມແລວຊາຍແດນ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ທາງສັງຄົມຕ່າງໆ ເປັນຕົ້ນ: ບັນຫາຢາເສບຕິດ, ການຄ້າ-ຂາຍເຖື່ອນ, ບັນຫາປຸ້ນຈີ້, ຂີ້ລັກງັດແງະ, ບັນຫາອຸປະຕິເຫດຕາມທ້ອງຖະໜົນ; ການລັກລອບຂຸດຄົ້ນຄຳຕົກຂ້ອນ ແລະ ອື່ນໆ ໃຫ້ຫຼຸດໜ້ອຍຖອຍລົງ.
ສຸມໃສ່ກະກຽມບັນດາເນື້ອໃນ ທີ່ຈະນຳເຂົ້າຮ່ວມລາຍງານ ຕໍ່ກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ກະກຽມເນື້ອໃນບົດລາຍງານ ທີ່ຈະນໍາເຂົ້າລາຍງານຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ສໍາເລັດ ເພື່ອນໍາມາຜ່ານກອງປະຊຸມລັດຖະບານ ໃນເດືອນພຶດສະພາ ກ່ອນນຳເຂົ້ານຳເຂົ້າລາຍງານໃນກອງປະຊຸມສະພາແຫ່ງຊາດ.
ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງຄະນະສະເພາະກິດ 19/ກມສພ, ຊຶ່ງແຕ່ລະຂະແໜງການ ລວມທັງທ້ອງຖິ່ນ ກໍໄດ້ກຳນົດເຂົ້າໃນວຽກຈຸດສຸມຂອງຕົນແລ້ວ, ໃນນີ້ ຄຽງຄູ່ກັບມາດຕະການອື່ນ ແມ່ນໃຫ້ສຸມໃສ່ມາດຕະການຊຸກຍູ້, ສົ່ງເສີມການຜະລິດສິນຄ້າ ທົດແທນການນຳເຂົ້າ ແລະ ການຜະລິດເພື່ອສົ່ງອອກໃຫ້ແຂງແຮງ, ຊຶ່ງໃນໄລຍະນີ້ ແມ່ນໄລຍະການເກັບກູ້ຜົນຜະລິດລະດູແລ້ງ ຂະແໜງການກ່ຽວຂ້ອງກໍຕ້ອງໄດ້ເອົາໃຈໃສ່ຊຸກຍູ້ຕິດຕາມວຽກດັ່ງກ່າວໃຫ້ໄປຄຽງຄູ່ກັບການຜະລິດເປັນສິນຄ້າ ສຳຄັນແມ່ນຊຸກຍູ້ບັນດາໂຮງຈັກໂຮງງານແປຮູບຕ່າງໆ ໃຫ້ເຕີບໃຫຍ່ຂະຫຍາຍຕົວ, ສຳລັບການຜະລິດລະດູຝົນ ກໍໃຫ້ກະກຽມຄວາມພ້ອມດ້ານເນື້ອທີດິນຝຸ່ນປຸ໋ຍ, ແນວພັນພືດຕ່າງໆ ທີ່ເໝາະສົມແກ່ການປູກລະດູຝົນ, ທັງເຝົ້າລະວັງພະຍາດລະບາດຕາມລະດູການ, ຢາປາບສັດຕູພືດ.
ໃຫ້ຂະແໜງການກ່ຽວຂ້ອງຮີບຮ້ອນເກັບກຳຂໍ້ມູນການນຳເຂົ້າ-ສົ່ງອອກ ໃຫ້ຊັດເຈນ ພ້ອມທັງຄົ້ນຄວ້າບັນດາມາດຕະການຮັບມື, ວິທີການປ້ອງກັນ, ແກ້ໄຂຜົນກະທົບຈາກນະໂຍບາຍຂຶ້ນອັດຕາພາສີນໍາເຂົ້າສິນຄ້າຂອງສະຫະລັດອາເມລິກາ ແລະ ກະກຽມເນື້ອໃນປຶກສາຫາລື ໃຫ້ຮັດກຸມ ລະອຽດ ຊັດເຈນ.
ສືບຕໍ່ສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຜົນກອງປະຊຸມສຸດຍອດອາຊຽນ ກໍຄືການຜັນຂະຫຍາຍການຈັດຕັ້ງປະຕິບັດ 9 ຂົງເຂດບູລິມະສິດ ເຂົ້າໃນຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 (2026-2030), ຜັນຂະຫຍາຍຜົນກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລາວ-ຫວຽດນາມ ແລະ ຜັນຂະຫຍາຍ ຜົນການໄປຢ້ຽມຢາມຢ່າງເປັນທາງການແລະ ການເຂົ້າຮ່ວມກອງປະຊຸມ ຢູ່ຕ່າງປະເທດຕ່າງໆ ຂອງ ນາຍົກລັດຖະມົນຕີ ໃນປີ 2024 ແລະ ຕົ້ນປີ 2025 ຜ່ານມາ; ກະກຽມເຂົ້າຮ່ວມພິທີສວນສະໜາມວັນໄຊຊະນະສົງຄາມປ້ອງກັນປິຕຸພຸມຄົບຮອບ 80 ປີ ຢູ່ ສ ຣັດເຊຍ ແລະ ການເຂົ້າຮ່ວມກອງປະຊຸມ ນິກເກອິ ທີ່ປະເທດ ຍີ່ປຸ່ນ ຂອງສະຫາຍ ເລຂາທິການໃຫ່ຍ, ປະທານປະເທດແຫ່ງ ສປປ ລາວ.
ໃນຕອນທ້າຍ, ກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ຈົ່ງນໍາເອົາແຜນວຽກຈຸດສຸມເດືອນເມສາ ໄປປັບປຸງເຂົ້າໃນແຜນການຈັດຕັ້ງປະຕິບັດວຽກງານຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາກອນແຕ່ລະຂັ້ນ, ມີຄາດໝາຍເວລາສໍາເລັດຊັດເຈນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ.
ແຫຼ່ງ: ປະຊາຊົນ, ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ



