ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2024
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 4 ຄັ້ງ | ເວລາ | 2026-07-18 03:48:41
ໃນວັນທີ 8 ມັງກອນນີ້, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2024 ວ່າ: ກອງປະຊຸມໄດ້ເປີດຂຶ້ນໃນວັນທີ 6 ແລະ ປິດລົງໃນວັນທີ 7 ມັງກອນ 2025 ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ບັນດາທ່ານ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ຕາງໜ້າອົງການຈັດຕັ້ງພັກ - ລັດ ທຽບເທົ່າກະຊວງ, ສູນກາງແນວລາວ ສ້າງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສະຫະພັນ ນັກຮົບເກົ່າ ແຫ່ງຊາດລາວ, ບັນດາ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ.
ກອງປະຊຸມ ໄດ້ດຳເນີນມາເປັນເວລາສອງມື້ ດ້ວຍຈິດໃຈເຄັ່ງຮ້ອນ ແລະ ບັນຍາກາດ ແຫ່ງ ການເສີມຂະຫຍາຍຄວາມເປັນເຈົ້າການ, ສະຕິປັນຍາ ແລະ ຄວາມຮັບຜິດຊອບການເມືອງ ຂອງບັນດາ ສະມາຊິກລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາອົງການຈັດຕັ້ງພັກ - ລັດ ເຂົ້າໃນການຄົ້ນຄວ້າ ແລະ ປະກອບຄຳເຫັນຕໍ່ 11 ຫົວຂໍ້ ສໍາຄັນ. ຜົນຂອງການຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ ຕໍ່ບັນດາຫົວຂໍ້ສຳຄັນ ດັ່ງກ່າວນັ້ນ, ກອງປະຊຸມ ໄດ້ມີຄຳເຫັນດັ່ງນີ້:
1. ການປະຕິບັດວຽກ ແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ຂອງລັດຖະບານໃນປີ 2024, ຕາມ ມະຕິຕົກລົງ 19/ກມສພ ແລະ ແຜນວຽກຈຸດສຸມປີ 2025 ເຫັນວ່າ: ເສດຖະກິດມະຫາພາກ ມີຄວາມໝັ້ນທ່ຽງ ແລະ ເຕີບໂຕໃນລະດັບດີ, ການຈັດເກັບລາຍຮັບເຂົ້າງົບປະມານໄດ້ລື່ນ ແຜນ 16% ເປັນການລື່ນແຜນ 4 ປີຕິດຕໍ່ກັນ, ສາມາດແກ້ໄຂບັນຫາໜີ້ສິນໄດ້ຕາມສັນຍາ, ອັດຕາເງິນເຟີ້ຫຼຸດລົງຢ່າງຕໍ່ເນື່ອງ ຈາກ 24.4% ໃນເດືອນທັນວາ 2023 ມາຢູ່ລະດັບ 16.9% ໃນເດືອນທັນວາ 2024, ອັດຕາແລກປ່ຽນມີຄວາມໝັ້ນທ່ຽງຂຶ້ນ, ຄັງສຳຮອງເງິນຕາຕ່າງປະເທດສາມາດກຸ້ມການ ນຳເຂົ້າໄດ້ 5.2 ເດືອນ. ກອງປະຊຸມໄດ້ຊີ້ນໍາໃຫ້ກອງເລຂາ ຄະນະສະເພາະກິດ19/ກມສພ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງເນື້ອໃນບົດລາຍງານໃຫ້ ລະອຽດຈະແຈ້ງຊັດເຈນ,ພ້ອມ ທັງຄົ້ນຄວ້າກຳນົດນະໂຍບາຍ ແລະ ນິຕິກຳທີ່ຈຳເປັນຕໍ່ບາງວຽກທີ່ຍັງຄົງຄ້າງທີ່ປະຕິບັດບໍ່ທັນໄດ້ຮັບຜົນດີເທົ່າທີ່ຄວນ. ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ສືບຕໍ່ເປັນເຈົ້າການປະຕິບັດແຜນວຽກຈຸດສຸມ ປີ 2025 ໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ກໍານົດໄວ້.
2. ການແກ້ໄຂບັນຫາລົດເຖື່ອນ ແລະ ບັນຫາໂຄງການບໍ່ແຮ່. ໃນນັ້ນ, - ການແກ້ໄຂບັນຫາລົດເຖື່ອນ: ໃຫ້ຄະນະຮັບຜິດຊອບດັ່ງກ່າວ ສືບຕໍ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງຄົ້ນຄວ້າ ອອກນິຕິກໍາເພີ່ມເຕີມເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ, ພ້ອມທັງຮີບ ຮ້ອນດໍາເນີນການແກ້ໄຂ ຕາມ ກົດໝາຍ ແລະ ລະບຽບການກ່ຽວຂ້ອງຢ່າງເຂັ້ມງວດ ແລະ ເດັດຂາດ. ໃນຕໍ່ໜ້າ ໃຫ້ອົງການປົກຄອງທ້ອງຖິ່ນເປັນເຈົ້າການຕິດຕາມ, ກວດກາແລະແກ້ໄຂ ບັນຫາດັ່ງກ່າວ ຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ. - ສໍາລັບການແກ້ໄຂໂຄງການບໍ່ແຮ່: ໃຫ້ພາກສ່ວນ ກ່ຽວຂ້ອງປະຕິບັດທິດຊີ້ນຳ ຂອງກົມການເມືອງສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານ ຢ່າງເຂັ້ມງວດ; ໃຫ້ ຄະນະຮັບຜິດຊອບຮີບຮ້ອນອອກຄຳສັ່ງຂອງລັດຖະບານ ເພື່ອຢຸດຕິການອະນຸມັດຂຸດຄົ້ນ ແຮ່ຄຳຕົກຂ້ອນ ໃນຂອບເຂດທົ່ວປະເທດ, ສ່ວນໂຄງການທີ່ໄດ້ອະນຸມັດໄລຍະຜ່ານມາ ເມື່ອໝົດອາຍຸສັນຍາຫຼືດຳເນີນ ໂຄງການທີ່ບໍ່ເປັນເສດຖະກິດ, ໂຄງການທີ່ມີຜົນກະທົບຕໍ່ ສິ່ງແວດລ້ອມຢ່າງຫຼວງຫຼາຍກໍໃຫ້ຢຸດເຊົາ ຫຼືຍົກເລີກສັນຍາ. ຖ້າຫາກພົບເຫັນມີບໍລິສັດລະເມີດ ກໍໃຫ້ຮີບດຳເນີນມາດຕະການຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ-ເດັດຂາດ.
3. ມາດຕະການແກ້ໄຂອາວຸດເຖື່ອນ ແລະ ຢາເສບຕິດ: ໃຫ້ກະຊວງປ້ອງກັນຄວາມສະຫງົບ ສືບຕໍ່ສົມທົບບັນດາຂະແໜງການ ແລະ ອົງການ ປົກຄອງທ້ອງຖິ່ນເອົາໃຈໃສ່ກວດກາ ແລະ ຂຶ້ນທະບຽນຜູ້ຄອບຄອງ ແລະ ນຳໃຊ້ອາວຸດເສິກໃຫ້ຄົບຖ້ວນ ແລະ ໃຫ້ດຳເນີນມາດຕະການຢ່າງເດັດຂາດຕໍ່ຜູ້ທີ່ບໍ່ໃຫ້ການຮ່ວມມື. ສຳລັບການແກ້ໄຂບັນຫາຢາເສບຕິດ ແມ່ນສືບຕໍ່ຕາມມາດຕະການທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ-ເດັດຂາດ ແລະ ໃຫ້ມີສ່ວນຮ່ວມຂອງທົ່ວປວງຊົນ.
4. ການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ສະພາບການລາອອກຂອງພະນັກງານ-ລັດ ຖະກອນ ແລະ ມາດຕະການແກ້ໄຂ. ໃນນັ້ນ, - ການຈັດຕັ້ງປະຕິບັດວຽກງານ 3 ສ້າງ: ໃຫ້ກະຊວງພາຍໃນເປັນເຈົ້າການສືບຕໍ່ປະຕິບັດຕາມວຽກຈຸດສຸມ ກໍຄືແຜນການປີ 2025 ເອົາໃຈໃສ່ຕິດຕາມການຈັດຕັ້ງປະຕິບັດ, ການປັບປຸງການຈັດຕັ້ງຂອງຂະແໜງການສູນກາງ ແລະ ທ້ອງຖິ່ນ ເພື່ອປະຕິບັດທິດຊີ້ນຳຂອງສູນກາງພັກໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ໃຫ້ປະກົດຜົນເປັນຈິງ. ພ້ອມກັນນີ້, ໃຫ້ກະກຽມສະຫຼຸບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໃນປີ 2025 ຕິດພັນກັບການແຂ່ງຂັນຮັກຊາດ ແລະ ພັດທະນາ. - ສຳລັບການແກ້ໄຂບັນຫາການລາອອກຂອງພະນັກງານ-ລັດຖະກອນ: ໃຫ້ກະຊວງພາຍໃນ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ຄົ້ນຄວ້ານະໂຍບາຍເພື່ອປັບປຸງຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນໃຫ້ດີຂຶ້ນ. ພ້ອມກັນນັ້ນ, ໃຫ້ຄົ້ນຄວ້າບັນດາມາດຕະການເພີ່ມເຕີມບົນພື້ນຖານການ ຄົ້ນຄວ້າ ຢ່າງມີວິທະຍາສາດ ເພື່ອຮັບປະກັນໃຫ້ມີພະນັກງານສືບທອດປ່ຽນແທນຢ່າງຕໍ່ເນື່ອງ, ມີປະສິດທິພາບ ແລະ ປະສິດທິຜົນ.
5. ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ: ໃຫ້ກະຊວງກະສິກຳ ແລະ ປ່າໄມ້ສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງແຜນວຽກຈຸດສຸມພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໂດຍວາງຄາດໝາຍ, ຈຸດສຸມຂອງແຜນງານ, ບັນດາໂຄງການໃຫ້ລະອຽດຊັດເຈນ; ຄົ້ນຄວ້າຈັດສັນແຜນງົບປະມານເຂົ້າໃນແຜນວຽກດັ່ງກ່າວ. ພ້ອມທັງ ນໍາໃຊ້ງົບປະມານຢ່າງມີຈຸດສຸມ ແລະ ຖືກເປົ້າໝາຍ ເພື່ອພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເປັນຮູບປະທຳຫຼາຍຂຶ້ນ.
6. ການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ, ການພັດທະນາ ຊັບພະຍາ ກອນມະນຸດແຫ່ງຊາດ ຕິດພັນກັບມາດຕະການແກ້ໄຂການຂາດແຄນຄູ ແລະ ການປະລະການຮຽນ: ໃຫ້ ກະຊວງສຶກສາທິການ ແລະ ກິລາ ສືບຕໍ່ລົງເລິກຄົ້ນຄວ້າບັນດາມາດຕະການ ແລະ ວິທີການແກ້ໄຂບັນຫາ ຢ່າງລະອຽດ, ຊັດເຈນ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໄດ້ສອດຄ່ອງກັບສະພາບເງື່ອນໄຂໃນປັດຈຸບັນ ແລະ ອະນາຄົດ, ທັງມີການຄຸ້ມຄອງ, ຕິດຕາມກວດກາ ແລະ ປະເມີນຜົນເປັນແຕ່ລະໄລຍະ. ສິ່ງສໍາຄັນໃຫ້ປັບປຸງແກ້ໄຂຢ່າງ ເປັນລະບົບ.
7. ການສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດປີທ່ອງທ່ຽວລາວປີ 2024 ແລະ ສະເໜີທິດທາງແຜນການ ປີ 2025 ຊຶ່ງປີ 2024 ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດລື່ນແຜນການທີ່ກຳນົດໄວ້, ສ້າງລາຍຮັບເປັນເງິນຕາຕ່າງປະເທດເພີ່ມຂຶ້ນ. ກອງປະຊຸມໄດ້ຊີ້ນຳໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວສົມທົບກັບພາກສ່ວນກ່ຽວຂ້ອງສືບຕໍ່ປັບປຸງບັນດາໂຄງລ່າງພື້ນຖານ ແລະ ແຫຼ່ງທ່ອງທ່ຽວໃຫ້ມີຄວາມສະດວກ, ສວຍງາມ, ສ້າງຄວາມປະທັບໃຈ, ມີຄວາມປອດໄພ ແລະ ສາມາດດຶງດູດນັກທ່ອງທ່ຽວໃຫ້ໄດ້ຫຼາຍຂຶ້ນ, ທັງປັບປຸງຍົກລະດັບການບໍລິການການທ່ອງທ່ຽວໃຫ້ດີຂຶ້ນກວ່າເກົ່າ; ສ້າງກິດຈະກໍາຕ່າງໆຮັບໃຊ້ການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ; ຫັນລະບົບການເກັບລາຍຮັບຈາກການທ່ອງ ທ່ຽວໃຫ້ທັນສະໄໝ, ຮັບປະກັນຄວາມໂປ່ງໃສ ແລະ ສາມາດຈໍາກັດຊ່ອງວ່າງການສວຍໂອກາດທີ່ພາໃຫ້ ງົບປະມານຂອງລັດໃນວຽກງານດັ່ງກ່າວຮົ່ວໄຫຼ.
8. ການຈັດສັນທີ່ດິນ, ການອອກໃບຕາດິນ, ການຫັນການເກັບລາຍຮັບທີ່ດິນເປັນທັນສະໄໝ: ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເອົາໃຈໃສ່ຕິດຕາມກວດກາການປະຕິບັດກົດໝາຍວ່າດ້ວຍທີ່ດິນ ພ້ອມທັງເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງຄຸ້ມຄອງການນຳໃຊ້ທີ່ດິນໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ; ສືບຕໍ່ຈັດຕັ້ງປະຕິບັດມະຕິຕົກລົງ ສະບັບເລກທີ 26/ຄບສພ ວ່າດ້ວຍ ການເພີ່ມທະວີຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່ ໃຫ້ປະກົດຜົນເປັນຈິງຫຼາຍຂຶ້ນ. ພ້ອມທັງ ກໍານົດຄາດໝາຍໃນການອອກໃບຕາດິນໃຫ້ສອດຄ່ອງ, ຈະແຈ້ງຊັດເຈນສາມາດປະຕິບັດໄດ້. ໃຫ້ບັນດາຂະແໜງການກວດກາ ແລະ ແບ່ງຂັ້ນຄຸ້ມຄອງທີ່ດິນຂອງຂະແໜງການຂອງຕົນໄປຕາມທິດ 3 ສ້າງ. ສົ່ງເສີມຊຸກຍູ້ການນຳເຕັກ ໂນໂລຊີເຂົ້າໃນການສໍາຫຼວດ ຕອນດິນ ເພື່ອໃຫ້ສາມາດເກັບ ກໍາຂໍ້ມູນຕອນດິນໃຫ້ສະດວກວ່ອງໄວ ແລະ ຊັດເຈນ. ສືບຕໍ່ສ້າງເງື່ອນໄຂ ແລະ ຂັ້ນຕອນ ໃຫ້ການປະຕິບັດວຽກອອກໃບ ຕາດິນ ໃຫ້ມີຄວາມວ່ອງໄວຫຼາຍຂຶ້ນ.
9. ການຄຸ້ມຄອງ ແລະ ນໍາໃຊ້ດິນກະສິກໍາ ແລະ ທີ່ດິນ 3 ປະເພດປ່າ ແລະ ໂຄງການຮ່ວມມື ວຽກງານສິນເຊື່ອ ກາກບອນປ່າໄມ້: ໃຫ້ກະຊວງ ກະສິກຳແລະປ່າໄມ້ສົມທົບກັບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ ຄຸ້ມຄອງແລະນຳໃຊ້ 3 ປະເພດປ່າ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ ຢ່າງເຂັ້ມ ງວດ. ໃຫ້ຖືວຽກດັ່ງກ່າວ ເປັນ ຄວາມຮັບຜິດຊອບ ຂອງອົງ ການປົກຄອງທ້ອງຖິ່ນທຸກຂັ້ນ. ເອົາໃຈໃສ່ຄຸ້ມຄອງດິນກະສິ ກຳ-ປ່າໄມ້ໃຫ້ດີຕາມທິດ 3 ສ້າງ ໂດຍສໍາຫຼວດ ຈັດສັນທີ່ ດິນກະສິກໍາ-ປ່າໄມ້ໃຫ້ສຳເລັດ ໂດຍໄວ. ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາທີ່ກ່ຽວຂ້ອງ ເພື່ອ ເຮັດໃຫ້ການຄຸ້ມຄອງ ແລະ ເຄື່ອນໄຫວວຽກງານດັ່ງກ່າວ ມີ ປະສິດທິພາບ ແລະ ປະສິດທິ ຜົນ ຫຼາຍກວ່າເກົ່າ, ທັງສາມາດ ແກ້ໄຂບັນຫາຫຍໍ້ທໍ້ທີ່ເກີດຂຶ້ນ ໃນຂົງເຂດວຽກງານດັ່ງກ່າວ.
10. ມາດຕະການແກ້ໄຂ ບັນຫາການຂາດແຄນໄຟຟ້າ ແລະ ສະເໜີປັບປຸງໂຄງສ້າງ ລາຄາໄຟຟ້າ: ກອງປະຊຸມເຫັນ ດີດ້ານຫຼັກການ ຕໍ່ການສະເໜີ ຂອງກະຊວງພະລັງງານແລະບໍ່ ແຮ່ໃຫ້ສືບຕໍ່ສົ່ງເສີມການນໍາໃຊ້ ພະລັງງານທາງເລືອກສະອາດ, ໃຫ້ຈັດກອງປະຊຸມສຳມະນາ ເຜີຍແຜ່ຂໍ້ມູນຜ່ານສື່ຕ່າງໆ ໃຫ້ ສັງຄົມຮັບຊາບແລະ ເຂົ້າໃຈ ກ່ຽວກັບການປັບປຸງໂຄງສ້າງ ລາຄາໄຟຟ້າ.
11. ກອງປະຊຸມ ໄດ້ຮັບ ຟັງການເຜີຍແຜ່ດໍາລັດ ສະບັບ ເລກທີ702/ນຍ, ລົງວັນທີ25 ທັນວາ 2024 ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມ ຮັບຜິດຊອບ ໃນການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ,ແຜນ ງົບປະມານແຫ່ງລັດແລະແຜນ ເງິນຕາ ປະຈຳປີ2025 ແລະ ແຜນການແກ້ໄຂຜົນການກວດ ກາ-ກວດສອບ ຊຶ່ງປະທານ ກອງປະຊຸມ ໄດ້ຊີ້ນຳໃຫ້ບັນດາ ຂະແໜງການສູນກາງ ແລະ ທ້ອງຖິ່ນສືບຕໍ່ປະຕິບັດຕາມດໍາ ລັດສະບັບດັ່ງກ່າວຕາມຂົງເຂດ ຄວາມຮັບຜິດຊອບຂອງຕົນໃຫ້ ມີຜົນສໍາເລັດ ແລະ ເປັນຮູບປະ ທໍາຕົວຈິງ. ສຳລັບປີ2025 ລັດຖະ ບານ ໄດ້ກຳນົດທິດທາງ ແລະ ແຜນວຽກຈຸດສຸມລວມດັ່ງນີ້:
1). ສຸມໃສ່ປະຕິບັດບັນ ດາວຽກຈຸດສຸມ ທີ່ມະຕິກອງ ປະຊຸມຄົບຄະນະ ຄັ້ງທີ9 ຂອງ ຄະນະບໍລິຫານງານສູນກາງ ພັກສະໄໝທີXI, ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດປີ 2024 ແລະ ທິດທາງແຜນການ ແລະ ແຜນການລົງທຶນຂອງລັດ ປີ2025, ມະຕິວ່າດ້ວຍ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດແລະແຜນ ເງິນຕາ ປີ 2024 ແລະ ທິດທາງແຜນການປີ2025, ມະຕິວ່າ ດ້ວຍການແກ້ໄຂຜົນການກວດ ສອບ. ພ້ອມທັງ ສຸມໃສ່ການ ສ້າງແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ X ໃຫ້ສຳເລັດ ໂດຍພື້ນຖານ.
2). ສືບຕໍ່ສຸມໃສ່ປະຕິບັດແຜນວຽກຈຸດສຸມຂອງຄະນະສະເພາະກິດ 19/ກມສພ ກ່ຽວ ກັບການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ,ລາຄາສິນຄ້າ ແລະ ການແກ້ໄຂໜີ້ສິນ. ພ້ອມກັນນັ້ນ,ກໍສືບຕໍ່ສຸມໃສ່ປະຕິບັດ 2 ວາລະແຫ່ງຊາດ ໃນທ້າຍ ສະໄໝ ຕິດພັນກັບການແກ້ໄຂ ຜົນກະທົບຈາກໄພທຳມະຊາດ ໃນປີ2024ດ້ວຍຄວາມບຸກບືນ ສູ້ຊົນ ໃຫ້ໄດ້ເປັນກ້າວໆ ແລະ ຢ່າງມີຈຸດສຸມ.
3). ສືບຕໍ່ລົງເລິກຈັດຕັ້ງ ປະຕິບັດມະຕິຂອງລັດຖະບານ ເລກທີ05 ກ່ຽວກັບການຜັນ ຂະຫຍາຍການສ້າງເສດຖະ ກິດເອກະລາດ ເປັນເຈົ້າຕົນ ເອງ ແລະ ແນວຄິດຊີ້ນໍາຂອງ ທ່ານ ປະທານປະເທດ ຕໍ່ກອງ ປະຊຸມເປີດກວ້າງລັດຖະບານ ຄັ້ງທີI ປະຈໍາປີ2024 ໃຫ້ເປັນ ຂະບວນທີ່ກວ້າງຂວາງ ແລະ ມີ ຜົນສໍາເລັດຕົວຈິງຫຼາຍຂຶ້ນ.
4). ສືບຕໍ່ຜັນຂະຫຍາຍເນື້ອໃນທີ່ໄດ້ຕົກລົງໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງໃຫ້ເປັນຮູບປະທໍາແລະນໍາເອົາຜົນປະໂຫຍດຕົວຈິງມາສູ່ປະເທດເຮົາ.
5). ສືບຕໍ່ສຸມໃສ່ສ້າງຂະ ບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ການສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດ ແລະ ການດຳເນີນ ກອງປະຊຸມໃຫຍ່3ຂັ້ນຂອງພັກໃຫ້ຮັບປະກັນທາງດ້ານເນື້ອໃນ, ມີຂະບວນການທີ່ເປັນ ປົກກະຕິແລະ ຟົດຟື້ນ.
ສຳລັບແຜນວຽກຈຸດສຸມ ໃນແຕ່ລະຂົງເຂດມີດັ່ງນີ້:
1. ດ້ານວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ: ສືບຕໍ່ຈັດຕັ້ງປະຕິບັດວຽກງານຕາມແຜນທີ່ກໍານົດໄວ້ໂດຍ ເອົາໃຈໃສ່ຈັດຕັ້ງປະຕິບັດຍຸດທະສາດກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ຮອບດ້ານ;ສຸມໃສ່ແກ້ໄຂປະກົດ ການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ, ລົງເລິກຈັດຕັ້ງປະຕິບັດວາລະ ແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ, ອາວຸດເຖື່ອນ ໃຫ້ໄດ້ຮັບຜົນດີເປັນກ້າວໆ; ເຄື່ອນໄຫວຕ້ານ ແລະ ສະກັດກັ້ນການກໍ່ອາຊະຍາກໍາ ທາງໄຊເບີລວມທັງການນຳໃຊ້ ສື່ສັງຄົມອອນລາຍ ເພື່ອໂຈມ ຕີແນວທາງນະໂຍບາຍຂອງພັກ-ລັດ, ການນຳຂັ້ນສູງ ແລະ ລະບອບໃໝ່ຂອງພວກເຮົາ ໃຫ້ ທັນສະພາບການ.
2 ດ້ານເສດຖະກິດ:
2.1 ສຸມໃສ່ແກ້ໄຂບັນຫາ ຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ ດ້ວຍການ ບັງຄັບໃຊ້ບັນດາມາດຕະການ ທີ່ໄດ້ວາງອອກແລ້ວນັ້ນ ໃຫ້ ປະກົດຜົນເປັນຈິງ ແລະ ເປັນ ຮູບປະທຳຫຼາຍຂຶ້ນກວ່າເກົ່າ ໂດຍມອບວຽກການຈັດຕັ້ງ ແລະ ບຸກຄົນ ຢ່າງລະອຽດ ຈະແຈ້ງທັງກຳນົດຄາດໝາຍເວ ລາສໍາເລັດ ໃຫ້ຊັດເຈນ.
2.2 ສືບຕໍ່ຊຸກຍູ້ສົ່ງເສີມ ການຜະລິດເພື່ອທົດແທນການ ນໍາເຂົ້າ ແລະ ເປັນສິນຄ້າສົ່ງ ອອກ, ຊຸກຍູ້ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຕາມທິດຍືນ ຍົງທັງສາມາດສ້າງມູນຄ່າເພີ່ມ ຈາກແຮ່ຕ່າງໆ ແລະ ປັດໄຈ ການຜະລິດເຊັ່ນ: ຜະລິດປຸຍ ຊີວະພາບ,ຫົວອາຫານສັດ,ວັດ ສະດຸກໍ່ສ້າງ, ເຄື່ອງອຸປະໂພກ -ບໍລິໂພກ ໄປຄຽງຄູ່ກັບການ ປັບປຸງໂຄງລ່າງພື້ນຖານ ແລະ ລະບົບການບໍລິການຂົນສົ່ງ ໃຫ້ ມີຄວາມສະດວກຂຶ້ນ ເພື່ອເປັນ ພື້ນຖານສຳຄັນໃຫ້ການສົ່ງເສີມ ການລົງທຶນ,ການຄ້າແລະການ ທ່ອງທ່ຽວ.
2.3 ສຸມໃສ່ຮັກສາສະ ຖຽນລະພາບທາງດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ ດ້ວຍ ການດຳເນີນນະໂຍບາຍເງິນ ຕາແບບຮັດກຸມ ແລະ ນະໂຍ ບາຍອັດຕາແລກປ່ຽນຢ່າງມີ ປະສິດທິພາບ,ຄຸ້ມຄອງເງິນຕາ ຕ່າງປະເທດ ຈາກການລົງທຶນ, ການສົ່ງອອກ-ນຳເຂົ້າສິນຄ້າ ຜ່ານລະບົບທະນາຄານໃຫ້ ຫຼາຍຂຶ້ນ ຕິດພັນກັບສົ່ງເສີມ ການນໍາໃຊ້ເງິນກີບ ແລະ ການ ນຳໃຊ້ສະກຸນເງິນທ້ອງຖິ່ນ ກັບ ປະເທດໃກ້ຄຽງ ເພື່ອຫຼຸດຜ່ອນ ຄວາມຕ້ອງການເງິນຕາຕ່າງ ປະເທດ, ສືບຕໍ່ປ່ອຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ໃຫ້ ມີປະສິດທິຜົນສູງ.
2.4 ສຸມໃສ່ການຂຸດຄົ້ນ ແຫຼ່ງລາຍຮັບງົບປະມານແຫ່ງ ລັດ ໃຫ້ໄດ້ຕາມແຜນ ຫຼືເກີນ ແຜນ ເປັນປີທີ5 ຕິດຕໍ່ກັນ ແລະ ສູ້ຊົນໃຫ້ເປັນປີທຳອິດ ໃຫ້ມີລາຍຮັບເກີນດຸນ ຕາມ ຄາດໝາຍ ສອຈ ວາງອອກ ໂດຍສຸມທຸກກຳລັງແຮງສັງລວມ ເຂົ້າໃນການເກັບລາຍຮັບ ຕາມ ກົດໝາຍ ແລະ ລະບຽບການທີ່ ໄດ້ກໍານົດໄວ້, ເລັ່ງຂະຫຍາຍ ຖານລາຍຮັບໃໝ່ ຕິດພັນກັບ ການຫັນເປັນທັນສະໄໝ, ຈໍາ ກັດການຍົກເວັ້ນພັນທະຕ່າງໆ ທີ່ບໍ່ເປັນການກະຕຸ້ນ ຫຼືສົ່ງເສີມ ການລົງທຶນ. ດ້ານລາຍຈ່າຍ ງົບປະມານ ແມ່ນໃຫ້ສຸມໃສ່ ວຽກງານບຸລິມະສິດຂອງລັດ ຖະບານ ບົນຈິດໃຈປະຢັດມັດ ທະຍັດ, ນໍາໃຊ້ແຫຼ່ງລາຍຮັບ ພາຍໃນເພື່ອແກ້ໄຂໜີ້ສິນພາຍ ໃນແລະຕ່າງປະເທດພ້ອມທັງ ຊອກທຸກວິທີເພື່ອຫຼຸດຜ່ອນການ ກູ້ຢືມດ້ວຍຮູບການຕ່າງໆລົງ.
2.5 ສືບຕໍ່ດັດສົມຈຳນວນ ບໍລິສັດນຳເຂົ້າ-ສົ່ງອອກ,ຈໍາກັດ ການນໍາເຂົ້າສິນຄ້າ ທີ່ສາມາດ ຜະລິດເອງໄດ້ແລະ ຕີຖອຍ ການຄ້ານອກລະບົບ ຫັນໄປສູ່ ການຂາຍຍົກ-ຂາຍຍ່ອຍ ເພືີ່ອ ຄຸ້ມຄອງການນໍາເຂົ້າສິນຄ້າໃຫ້ ຫຼຸດໜ້ອຍຖອຍລົງ.
2.6 ສືບຕໍ່ປັບປຸງກົນ ໄກ, ລະບຽບການສົ່ງເສີມການ ລົງທຶນ ແລະ ການດຳເນີນທຸລະ ກິດ ໃຫ້ມີຄວາມສະດວກ, ຕັດ ຂັ້ນຂອດທີ່ບໍ່ຈໍາເປັນລົງ ເພື່ອ ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ຫຼາຍ ຂຶ້ນ. ສຸມໃສ່ຕິດຕາມກວດກາ ບັນດາໂຄງການລົງທຶນ ທີ່ໄດ້ ຮັບອະນຸມັດຜ່ານມາ,ໂຄງການ ໃດທີ່ບໍ່ມີຄວາມຄືບໜ້າ ຫຼືມີ ຄວາມຄືບໜ້າຊ້າ ກໍໃຫ້ດໍາເນີນ ມາດຕະການ ຕາມຂັ້ນຕອນ ຂອງກົດໝາຍ ແລະ ລະບຽບ ການ ຢ່າງເຂັ້ມງວດ,ເດັດຂາດ.
2.7 ເອົາໃຈໃສ່ຈັດຕັ້ງປະ ຕິບັດແຜນການລົງທຶນຂອງລັດ ປີ 2025 ໂດຍເລີ່ມປະຕິບັດໃນ ເດືອນມັງກອນນີ້ເປັນຕົ້ນໄປ. ພ້ອມກັນນັ້ນ, ກໍໃຫ້ເອົາໃຈໃສ່ ໃນການນໍາໃຊ້ເງິນເກີນແຜນໃຫ້ ຖືກຕ້ອງຕາມເປົ້າໝາຍ.
2.8 ເດັດຂາດໂຈະຖາວອນການອະນຸຍາດໃຫ້ຂຸດ ຄົ້ນແຮ່ຄໍາຕົກຂ້ອນ, ທ້ອງຖິ່ນໃດຫາກຍັງມີສະພາບການ ສວຍໃຊ້ການຂຸດຄົ້ນຫີນແຮ່-ຊາຍ ເພື່ອຂຸດຄົ້ນຄໍາຕົກ ຂ້ອນ ແມ່ນໃຫ້ຮີບຮ້ອນແກ້ໄຂ ແລະ ດຳເນີນມາດຕະການ ທາງກົດໝາຍ ຢ່າງເດັດຂາດ. ພ້ອມທັງສຸມໃສ່ກວດກາບັນດາ ໂຄງການບໍ່ແຮ່ ທີ່ໄດ້ອະນຸມັດ ຜ່ານມາ ເພື່ອບໍ່ໃຫ້ມີຊ່ອງວ່າງ ລັກໂລບຫຼືລາຍງານຂໍ້ມູນການ ຂຸດຄົ້ນ ບໍ່ຖືກຕ້ອງ.
2.9 ສືບຕໍ່ເລັ່ງຫັນໂຄງການ ທົດລອງແຮ່ທາດໄປສູ່ກົນໄກປົກກະຕິຕາມກົດໝາຍ ກຳນົດ. ພ້ອມກັນນັ້ນ, ຕ້ອງສຸມ ໃສ່ປະຕິບັດມາດຕະການຄຸ້ມ ຄອງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ, ແຮ່ຫາຍາກ ແລະ ອື່ນໆ, ທັງຮີບຮ້ອນຄົ້ນຄວ້ານະໂຍ ບາຍຈຳນວນໜຶ່ງ ເພື່ອໃຫ້ມີ ການສ້າງໂຮງງານປຸງແຕ່ງແຮ່ ສຳເລັດຮູບຢູ່ລາວໂດຍສະເພາະແຮ່ຖ່ານຫີນ, ແຮ່ຄໍາ, ແຮ່ເຫຼັກ.
2.10 ເລັ່ງແກ້ໄຂບັນຫາ ລົດເຖື່ອນ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມຄຳ ໃຫ້ສຳເລັດ ພາຍໃນ 6 ເດືອນຕົ້ນປີ2025. ສໍາລັບລົດເຖື່ອນ ຢູ່ທ້ອງຖິ່ນອື່ນໆ ໃຫ້ສືບຕໍ່ແກ້ໄຂຢ່າງເດັດຂາດ ແລະ ເຂັ້ມງວດ. ພ້ອມ ກັນນັ້ນ, ໃຫ້ກະຊວງການເງິນ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີສົມທົບ ກັນ ຕິດຕາມກວດກາ ແລະ ຊຸກຍູ້ການປະຕິບັດດຳລັດຂອງລັດຖະບານ ເລກທີ599 (ລົດລັດ) ໃຫ້ເປັນເອກະພາບໃນ ຂອບເຂດທົ່ວປະເທດ.
3) ດ້ານວັດທະນະທໍາ - ສັງຄົມ.
3.1 ສຸມໃສ່ປັບປຸງຄຸນນະພາບການຮຽນ-ການສອນແລະ ກໍ່ສ້າງຊັບພະຍາກອນມະນຸດ; ສືບຕໍ່ປະຕິບັດນະໂຍບາຍແລະ ມາດຕະການໃນການແກ້ໄຂ ບັນຫາການຂາດແຄນຄູສອນ, ການປະຕິບັດນະໂຍບາຍອຸດໜູນຄູອາສາສະໝັກແລະການປະລະການຮຽນຂອງນັກຮຽນ, ນັກສຶກສາໃຫ້ເປັນຮູບປະທຳ ຫຼາຍຂຶ້ນ. ພ້ອມທັງເພີ່ມທະວີ ການມີສ່ວນຮ່ວມໃນການພັດ ທະນາການສຶກສາ ຕາມການ ແບ່ງຂັ້ນຄຸ້ມຄອງໃຫ້ຫຼາຍຂຶ້ນ.
3.2 ສືບຕໍ່ປັບປຸງວຽກງານ ສາທາລະນະສຸກ ໃຫ້ມີຄຸນນະ ພາບດ້ວຍການຍົກລະດັບການ ບໍລິການຂອງໂຮງໝໍຂັ້ນຕ່າງໆ ໃຫ້ໄດ້ຕາມມາດຕະຖານ, ສະໜອງອຸປະກອນການແພດ ແລະ ບັນຈຸພະນັກງານຕາມ ແຜນທີ່ກໍານົດໄວ້, ປັບປຸງ ແລະ ຂະຫຍາຍການບໍລິການປິ່ນປົວສຸຂະພາບໃຫ້ທົ່ວເຖິງ ແລະ ເຂັ້ມແຂງ.
3.3 ສືບຕໍ່ສຸມໃສ່ພັດທະ ນາສີມືແຮງງານ, ດັດສົມແຮງງານ ເພື່ອຕອບສະໜອງຄວາມ ຕ້ອງການຂອງຕະຫຼາດຢູ່ພາຍ ໃນແລະຕ່າງປະເທດ.ຮີບຮ້ອນຄົ້ນຄວ້ານະໂຍບາຍເພີ່ມເຕີມ ແລະ ບັງຄັບໃຊ້ມາດຕະການ ຕ່າງໆ ກ່ຽວກັບການແກ້ໄຂ ບັນຫາຂາດແຄນແຮງງານພາຍໃນປະເທດ, ລວມທັງການຄຸ້ມ ຄອງແຮງງານຕ່າງປະເທດທີ່ມາອອກແຮງງານຢູ່ ສປປ ລາວ ແລະ ແຮງງານລາວ ທີ່ໄປອອກແຮງງານຢູ່ຕ່າງປະເທດ ແລະປະເມີນຄືນການປະຕິບັດ ນະໂຍບາຍຕ່າງໆ ທີ່ໄດ້ອອກ ໃນໄລຍະຜ່ານມາ, ພ້ອມທັງປັບປຸງກົນໄກການຄຸ້ມຄອງໃຫ້ ມີຄວາມໂລ່ງລ່ຽນ ແລະ ທັນສະໄໝຂຶ້ນ.
3.4 ສືບຕໍ່ສຸມໃສ່ປັບປຸງວຽກງານຖະແຫຼງຂ່າວ ໃຫ້ມີຄວາມວ່ອງໄວ ແລະ ທັນສະໄໝ, ປັບປຸງສື່ຕ່າງໆ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນທັງເອົາໃຈໃສ່ຄຸ້ມຄອງສື່ອອນ ລາຍທີ່ໂຄສະນາບິດເບືອນຕໍ່ ແນວທາງນະໂຍບາຍຂອງພັກ-ລັດ, ປັບປຸງໂຄງລ່າງພື້ນຖານດ້ານວັດຖຸເຕັກນິກສື່ມວນຊົນ, ພ້ອມທັງສ້າງຄວາມເຂັ້ມແຂງ ໃຫ້ບຸກຄະລາກອນໃຫ້ສາມາດ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ.
3.5 ສືບຕໍ່ຊຸກຍູ້ສົ່ງເສີມການ ທ່ອງທ່ຽວ ໂດຍໃຫ້ເຂົ້າເຖິງກຸ່ມ ຕະຫຼາດເປົ້າໝາຍ ແລະ ໃຫ້ມີ ສ່ວນຮ່ວມຫຼາຍຂຶ້ນກວ່າເກົ່າ ຂອງທຸກພາກສ່ວນໃນສັງຄົມ ເພື່ອສ້າງສະພາບແວດລ້ອມທີ່ ດີ,ບໍລິການນັກທ່ອງທ່ຽວໃຫ້ໄດ້ ຮັບຄວາມປະທັບໃຈ.
3.6 ສືບຕໍ່ຈັດຕັ້ງປະຕິບັດ ວຽກງານຂຶ້ນທະບຽນໃບຕາດິນ ໃນຂອບເຂດທົ່ວປະເທດໂດຍເລັ່ງໃສ່ການຮັບຮູ້ສິດນໍາໃຊ້ ທີ່ດິນຂອງການຈັດຕັ້ງ ແລະ ບຸກຄົນໃນເຂດທີ່ດິນປ່າໄມ້ ພ້ອມທັງການປັບປຸງລະບົບຄຸ້ມ ຄອງທີ່ດິນໄປຕາມທິດຫັນເປັນ ທັນສະໄໝ.
3.7 ສືບຕໍ່ຈັດຕັ້ງປະຕິບັດ ບັນດານະໂຍບາຍ ກໍຄືນິຕິ ກໍາຕ່າງໆ ທີ່ພົວພັນເຖິງການ ພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກໃຫ້ມີປະສິດທິຜົນ; ເລັ່ງການສ້າງອາຊີບທີ່ ໝັ້ນຄົງໃຫ້ປະຊາຊົນ; ຊຸກຍູ້ ແລະ ສົ່ງເສີມທຸກພາກສ່ວນໃນສັງຄົມ ປະກອບສ່ວນເຂົ້າໃນ ການພັດທະນາຊົນນະບົດແລະ ແກ້ໄຂຄວາມທຸກຍາກ.
4 ຂົງເຂດການປົກຄອງ, ການບໍລິຫານລັດ ແລະ ຍຸຕິທໍາ.
4.1 ສຸມໃສ່ປັບປຸງແກ້ໄຂ ກົນໄກການປະສານງານ ໃນ ການແກ້ໄຂຄຳຕັດສິນຂອງ ສານ ທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ໄວກວ່າເກົ່າ ໂດຍສະເພາະ ການແກ້ໄຂຊັບສິນທີ່ເປັນຂອງ ກາງ ເປັນຕົ້ນ ຊັບສິນຄົງທີ່, ພາຫະນະ ແລະ ເຄື່ອງມີຄ່າທີ່ຢຶດໄດ້ຈາກຄະດີຢາເສບຕິດໃຫ້ໄວຂຶ້ນ.
4.2 ສຸມໃສ່ປັບປຸງກົງຈັກ ການບໍລິຫານລັດໃຫ້ກະທັດຮັດ, ມີປະສິດທິພາບ ແລະ ປະສິດທິຜົນ ໂດຍສະເພາະ ກົງຈັກລັດ ຂັ້ນທ້ອງຖິ່ນທີ່ມີການສ້າງຕາແສງຂຶ້ນຕາມການຕົກລົງຂອງສູນກາງພັກ. ພ້ອມ ກັນນັ້ນ, ຕ້ອງໄດ້ເລັ່ງການຫັນເປັນພາລາກອນໃນຫົວໜ່ວຍລັດບໍລິຫານທີ່ມີລາຍຮັບໃຫ້ເປັນຮູບປະທຳຫຼາຍຂຶ້ນ; ສືບຕໍ່ຄົ້ນຄວ້າການປັບປຸງກົງຈັກ ການຈັດຕັ້ງຂອງລັດຖະບານ ໃຫ້ກະທັດຮັດຂຶ້ນຕື່ມ.
4.3 ສືບຕໍ່ສຸມໃສ່ການສ້າງ ແລະ ປັບປຸງກົດໝາຍກໍຄືນິຕິກຳລຸ່ມກົດໝາຍໃຫ້ທັນກັບສະພາບການປ່ຽນແປງ ແລະ ຂະຫຍາຍຕົວຂອງເສດຖະກິດ-ສັງຄົມ,ທັງໃຫ້ສາມາດປະຕິບັດຕົວຈິງໄດ້ແລະ ມີຄຸນນະພາບກວ່າເກົ່າ.
5) ຂົງເຂດວຽກງານການ ຕ່າງປະເທດ.
5.1 ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງໃຫ້ເປັນຮູບປະທໍາ. ພ້ອມກັນນັ້ນ, ສຸມໃສ່ປະຕິບັດແຜນຮ່ວມມືສອງຝ່າຍກັບ ບັນດາປະເທດເພື່ອນມິດຍຸດທະສາດ.
5.2 ສືບຕໍ່ເອົາໃຈໃສ່ຮ່ວມ ມືກັບບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາໃຫ້ແຂງແຮງກວ່າເກົ່າດ້ວຍຄວາມ ເປັນເຈົ້າການເຂົ້າຮ່ວມ ແລະ ຈັດຕັ້ງປະຕິບັດຂອບການຮ່ວມມືຂອງສາກົນຕ່າງໆ ໃຫ້ມີ ປະສິດທິຜົນສູງ.
5.3 ສືບຕໍ່ເຄື່ອນໄຫວວຽກ ງານການຕ່າງປະເທດ ຢ່າງມີ ໄຫວພິບ ແລະ ທັນສະພາບ ການຕາມທິດການທູດປ້ອງກັນເຫດແບບບຸກທະລຸ; ພ້ອມກັນນັ້ນ,ຕ້ອງສືບຕໍ່ເຄື່ອນໄຫວວຽກງານຕ່າງປະເທດດ້ານການທູດ ເສດຖະກິດແລະປະຊາຊົນບົນ ພື້ນຖານຮັບປະກັນປະສິດທິຜົນ ແລະ ປະຢັດມັດທະຍັດ. ທັງໝົດນັ້ນແມ່ນຜົນຂອງ ກອງປະຊຸມແລະແຜນວຽກຈຸດ ສຸມຈໍານວນໜຶ່ງທີ່ລັດຖະບານຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2025.
ພ້ອມກັນນັ້ນ, ປະທານກອງປະຊຸມ ກໍໄດ້ຮຽກຮ້ອງ ມາຍັງບັນດາທ່ານສະມາຊິກ ລັດຖະບານ, ຫົວໜ້າອົງການຈັດຕັ້ງ ພັກ-ລັດ ຂັ້ນສູນກາງ, ເຈົ້າແຂວງ ແລະ ເຈົ້າຄອງ ນະຄອນຫຼວງວຽງຈັນຈົ່ງນຳເອົາແຜນວຽກຈຸດສຸມ ປີ2025 ໄປ ຫັນເປັນແຜນຈັດຕັ້ງປະຕິບັດ ວຽກງານຂອງຂະແໜງການ, ອົງການ ແລະ ທ້ອງຖິ່ນຕົນໃຫ້ລະອຽດ, ມີການແບ່ງຄວາມ ຮັບຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາກອນແຕ່ລະຂັ້ນແລະ ມີຄາດໝາຍເວລາສຳເລັດຊັດເຈນສອດຄ່ອງກັບສະພາບຄວາມເປັນຈິງ ຂອງແຕ່ລະຂະແໜງການ ໃຫ້ແຂງແຮງ ແລະ ໄດ້ຮັບຜົນດີ, ມີການຕິດຕາມກວດກາ ແລະ ລາຍງານເປັນແຕ່ລະໄລຍະ.
ແຫຼ່ງ: ປະຊາຊົນ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ

