ເປີດກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພະຈິກ 2024
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 7 ຄັ້ງ | ເວລາ | 2026-07-18 03:47:56
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ 2024 ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 21 ພະຈິກ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນທັນວາ 2024.
ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 2 ວັນ ຊຶ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື:
1. ສະຫຼຸບການຈັດຕັ້ງປະຕິບັດວຽກງານຈຸດສຸມປະຈຳເດືອນພະຈິກ ແລະ ທິດທາງແຜນການປະຈຳເດືອນທັນວາ 2024 ຂອງລັດຖະບານ; ຜົນການປະເມີນໂຄງການບໍ່ແຮ່ທີ່ໄດ້ອະນຸມັດຜ່ານມາ ແລະ ສະເໜີທິດທາງ, ນະໂຍບາຍ ແລະ ມາດຕະການ ໃນການພັດທະນາແຮ່ທາດໃນຕໍ່ໜ້າ; ຄວາມຄືບໜ້າໃນການແກ້ໄຂບັນຫາລົດເຖື່ອນຕົວຈິງ ແລະ ການຜັນຂະຫຍາຍວຽກງານຮ່ວມມືກັບຕ່າງປະເທດ.
2. ຮ່າງກົດໝາຍ ວ່າດ້ວຍວ່າດ້ວຍຄວາມປອດໄພທາງໄຊເບີ; ຮ່າງດໍາລັດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ; ຮ່າງດຳລັດ ວ່າດ້ວຍລະບົບລະຫັດສາລະບານສະຖິຕິ; ຮ່າງດຳລັດ ວ່າດ້ວຍກະສິກຳແບບມີສັນຍາ; ຮ່າງດຳລັດ ວ່າດ້ວຍທີ່ດິນກະສິກຳ; ຮ່າງດຳລັດ ວ່າດ້ວຍສະມາຄົມ (ສະບັບປັບປຸງ); ຮ່າງດໍາລັດ ວ່າດ້ວຍມູນນິທິ (ສະບັບປັບປຸງ); ຮ່າງດໍາລັດ ວ່າດ້ວຍການກວດກາແຮງງານ ແລະ ຮ່າງດໍາລັດ ວ່າດ້ວຍເຂດເຕັກໂນໂລຊີລະດັບສູງ.
ໃນໂອກາດກ່າວເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫຼັບຊັບຊ້ອນ ໂດຍສະເພາະບັນຫາຂໍ້ຂັດແຍ່ງຕ່າງໆຢູ່ໃນພາກພື້ນ ແລະ ສາກົນ, ບັນດາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ທີ່ສົ່ງຜົນກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວ ຂອງເສດຖະກິດໂລກ ເວົ້າລວມ, ເວົ້າສະເພາະ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ; ໄດ້ຍົກໃຫ້ເຫັນບາງວຽກງານພາຍໃນປະເທດ ທີ່ຈະຕ້ອງໄດ້ພ້ອມກັນສຸມທຸກກຳລັງທົ່ວສັງຄົມ ແກ້ໄຂໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ໂດຍສະເພາະການຄວບຄຸມລາຄາສິນຄ້າທີ່ສູງຂຶ້ນ ໃນຂະນະທີ່ເງິນກີບແຂງຄ່າຂຶ້ນ ແຕ່ສິນຄ້າຍັງບໍ່ລົງລາຄາ ແລະ ອັດຕາແລກປ່ຽນ ເຖິງວ່າໄລຍະນີ້ ສາມາດຄວບຄຸມໄດ້ດີຂຶ້ນ, ແຕ່ກໍຍັງມີຄວາມອ່ອນໄຫວ ຊຶ່ງຕ້ອງໄດ້ສືບຕໍ່ຄຸ້ມຄອງ ແລະ ຕິດຕາມ ຢ່າງໃກ້ຊິດ.
ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໃນໄລຍະທີ່ ສະພາແຫ່ງຊາດ ກຳລັງດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຊຸດທີ IX, ສະມາຊິກລັດຖະບານຈໍານວນໜຶ່ງ ກໍຈະໄດ້ໄປລາຍງານຕໍ່ກອງປະຊຸມດັ່ງກ່າວ ແລະ ໃຫ້ສືບຕໍ່ກະກຽມເນື້ອໃນ ເພື່ອໄປຊີ້ແຈງຕໍ່ຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ; ພ້ອມກັນນີ້, ທ່ານປະທານກອງປະຊຸມ ຍັງໄດ້ຮຽກຮ້ອງບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ຕໍ່ບັນດາຫົວຂໍ້ ທີ່ນຳມາພິຈາລະນາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມລັດຖະບານຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ແນໃສ່ເຮັດໃຫ້ຜົນຂອງກອງປະຊຸມ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນສູງ.
(ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ


