ກອງປະຊຸມສະໄໝສາມັນລັດຖະບານ ປະຈໍາເດືອນສິງຫາ 2024
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 12 ຄັ້ງ | ເວລາ | 2026-07-18 03:48:39
ກອງປະຊຸມສະໄໝສາມັນລັດຖະບານ ປະຈໍາເດືອນສິງຫາ 2024, ໄດ້ໄຂຂຶ້ນໃນວັນທີ 26 - 27 ສິງຫາ 2024, ສໍານັກງານນາຍົກລັດຖະມົນຕີ".
(ໜຶ່ງ). ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນສິງຫາ 2024.
(1). ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄໍາເຫັນໃສ່ບັນດາຫົວຂໍ້ສຳຄັນ ຄື:
1. ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຈຸດສຸມປະຈຳເດືອນສິງຫາ ແລະ ທິດທາງແຜນ ການປະຈຳເດືອນກັນຍາ 2024 ຂອງລັດຖະບານ;
2. ການສະເໜີຂໍອະນຸມັດ ເພີ່ມເງິນອຸດໜູນຄ່າຄອງຊີບ ໃຫ້ແກ່ຜູ້ອອກແຮງງານໃນພາກທຸລະກິດ;
3. ຜົນການຄົ້ນຄວ້າໂຄງສ້າງລາຄາໄຟຟ້າໃໝ່ ໄລຍະປີ 2024-2028;
4. ຮ່າງດຳລັດ ວ່າດ້ວຍການຫັນຊັບສິນຂອງລັດເປັນທຶນ;
5. ຮ່າງດຳລັດ ວ່າດ້ວຍການເຄື່ອນຍ້າຍ ແລະ ການນຳເຂົ້າ, ສົ່ງອອກ, ສົ່ງຜ່ານສັດ, ສັດນໍ້າ, ຜະລິດ ຕະພັນສັດ ແລະ ສັດນໍ້າ;
6. ຮ່າງກົດໝາຍ ວ່າດ້ວຍທີ່ຢູ່ອາໄສ;
7. ຮ່າງກົດໝາຍ ວ່າດ້ວຍທະນາຄານແຫ່ງ ສປປ ລາວ (ສະບັບປັບປຸງ);
8. ຮ່າງກົດໝາຍ ວ່າດ້ວຍການກວດສອບອິດສະຫຼະ (ສະບັບປັບປຸງ);
9. ຮ່າງກົດໝາຍ ວ່າດ້ວຍການສຶກສາ (ສະບັບປັບປຸງ).
(2). ຜ່ານການຄົ້ນຄວ້າປຶກສາຫາລື, ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາບັນດາເນື້ອໃນ ກໍ່ຄືຫົວຂໍ້ທີ່ໄດ້ນຳມາພິຈາລະນາ ແລະ ມອບໃຫ້ກະຊວງ-ອົງການກ່ຽວຂ້ອງ ນຳໄປປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ:
1. ຕໍ່ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຈຸດສຸມປະຈຳເດືອນສິງຫາ ແລະ ທິດທາງແຜນການປະຈຳເດືອນກັນຍາ 2024 ຂອງລັດຖະບານ: ໃຫ້ບັນດາກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ປະຕິບັດແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2024 ໃຫ້ປະກົດຜົນເປັນຈິງ ຊຶ່ງບັນດາວຽກຈຸດສຸມດັ່ງກ່າວ ນອກຈາກສະເໜີຜ່ານກອງປະຊຸມແລ້ວ ຍັງໄດ້ຊີ້ນຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃຫ້ກຳນົດເຂົ້າໃນມະຕິກອງປະຊຸມປະຊຸມລັດຖະບານຄັ້ງນີ້ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດ;
2. ສຳລັບການສະເໜີຂໍອະນຸມັດ ເພີ່ມເງິນອຸດໜູນຄ່າຄອງຊີບ ໃຫ້ແກ່ຜູ້ອອກແຮງງານໃນພາກທຸລະກິດ: ກອງປະຊຸມເຫັນດີດ້ານຫຼັກການ ແລະ ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັບພາກສ່ວນກ່ຽວຂ້ອງກ່ຽວ ກ່ຽວກັບການປະຕິບັດຕົວຈິງ ເພື່ອເຮັດໃຫ້ນະໂຍບາຍດັ່ງກ່າວ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທີຜົນ;
3. ຜົນການຄົ້ນຄວ້າໂຄງສ້າງລາຄາໄຟຟ້າໃໝ່ ໄລຍະປີ 2024-2028: ກອງປະຊຸມໄດ້ຊີ້ນໍາໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ນຳໄປຄົ້ນຄວ້າຈັດສຳມະນາລະດົມຄວາມຄິດເຫັນຕື່ມ ໂດຍສະເພາະ ວິທີການກຳນົດໂຄງສ້າງລາຄາໄຟຟ້າ ໃຫ້ມີຫຼາຍລະດັບ, ປັບດ້ວຍຈັງຫວະທີ່ເໝາະສົມ ກັບສະພາບເສດຖະກິດແລະ ສັງຄົມ ໃນແຕ່ລະໄລຍະ, ພ້ອມທັງສອດຄ່ອງກັບນະໂຍບາຍສົ່ງເສີມການລົງທຶນ ແລະ ອື່ນໆ;
4. ຮ່າງດຳລັດ ວ່າດ້ວຍການຫັນຊັບສິນຂອງລັດເປັນທຶນ:
> ການໃຫ້ນິຍາມບາງຄໍາສັບ ຕ້ອງຈະແຈ້ງ ແລະ ຮັດກຸມຕື່ມ ໂດຍສະເພາະ ວັດຖຸສິ່ງຂອງຕ່າງໆ ທີ່ເປັນຊັບສິນຂອງລັດ, ການຈັດລຽງເນື້ອໃນ ຕ້ອງໃຫ້ສອດຄ່ອງກັບບັນດາໝວດ ແລະ ສອດຄ່ອງກັບຫຼັກການສ້າງນິຕິກຳ, ກໍານົດສິດ, ໜ້າທີ່ ຂອງຂະແໜງການເງິນ ແລະ ພາກສ່ວນຕ່າງໆ ໃຫ້ຄົບຖ້ວນສົມບູນ;
> ກຳນົດອາຍຸການເຊົ່າ ຫຼື ສຳປະທານ ໃຫ້ລະອຽດຈະແຈ້ງ, ຊັດເຈນ ເພື່ອຫຼີກລ່ຽງຊ່ອງຫວ່າງຕ່າງໆ; ການແບ່ງຄວາມຮັບຜິດຊອບ ພິຈາລະນາຫັນຊັບສິນເປັນທຶນ ໃຫ້ແທດເໝາະກັບລະດັບມູນຄ່າຊັບສິນ ແລະ ຈຸດທີ່ຕັ້ງຂອງຊັບສິນຕື່ມ ເພີ່ມເຕີມບາງເນື້ອໃນກ່ຽວກັບຂໍ້ຫ້າມ ໃຫ້ເໝາະສົມ;
> ພ້ອມກັນນີ້, ໃຫ້ກວດກາບັນດາເນື້ອໃນໃຫ້ສອດຄ່ອງກັບກົດໝາຍ ແລະ ນິຕິກຳ ທີ່ກ່ຽວຂ້ອງ ເປັນຕົ້ນ ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍຊັບສິນຂອງລັດ;
> ພາຍຫຼັງ ປະກາດໃຊ້ແລ້ວ ສາມາດຈັດຕັ້ງປະຕິບັດ ໄດ້ຢ່າງມີປະສິດທິຜົນ ແລະ ເກີດຜົນປະໂຫຍດສູງສຸດໃຫ້ແກ່ລັດ;
5. ຮ່າງດຳລັດ ວ່າດ້ວຍການເຄື່ອນຍ້າຍ ແລະ ການນຳເຂົ້າ, ສົ່ງອອກ, ສົ່ງຜ່ານສັດ, ສັດນໍ້າ, ຜະລິດ ຕະພັນສັດ ແລະ ສັດນໍ້າ:
> ກໍານົດເນື້ອໃນໃຫ້ຈະແຈ້ງລະອຽດຕື່ມ ໂດຍສະເພາະ ກ່ຽວກັບການນໍາເຂົ້າ, ການສົ່ງອອກ, ການສົ່ງຜ່ານ, ຜູ້ສາມາດຂົນສົ່ງເຄື່ອນຍ້າຍ ແລະ ຂົນສົ່ງສັດປະເພດຕ່າງໆ ລວມທັງນິຍາມຄຳສັບ;
> ກໍານົດລະອຽດ ກ່ຽວກັບເນື້ອໃນຂອງການຂົນສົ່ງຜ່ານ, ການຂົນສົ່ງລະຫວ່າງເມືອງຕໍ່ເມືອງ, ແຂວງຕໍ່ແຂວງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຖືກຕ້ອງສອດຄ່ອງ ແລະ ຫຼຸດຜ່ອນຂອດຂັ້ນ;
> ລວມທັງ ເນື້ອໃນການຂົນສົ່ງສັດ ປະເພດສັດຫວງຫ້າມ ຕ້ອງໃຫ້ສອດຄ່ອງກັບສົນທີສັນຍາສາກົນ ໄຊເຕັສ (CITES);
6. ຮ່າງກົດໝາຍ ວ່າດ້ວຍທີ່ຢູ່ອາໄສ:
> ກໍານົດໃຫ້ແຈ້ງ ແລະ ຄົບຖ້ວນຕື່ມ ປະເພດທີ່ຢູ່ອາໄສ ລວມທັງ ການນິຍາມຄຳສັບ, ການນໍາໃຊ້ບັນດາຄໍາສັບ ໃຫ້ຖືກຕ້ອງສອດຄ່ອງ, ລະອຽດຊັດເຈນ ແລະ ເຂົ້າໃຈງ່າຍ, ການກຳນົດການແບ່ງຂັ້ນຄຸ້ມຄອງປະເພດທີ່ຢູ່ອາໄສ ຕ້ອງໃຫ້ຈະແຈ້ງ;
> ພ້ອມດຽວກັນນັ້ນ, ບັນດາເນື້ອໃນ ກໍ່ໃຫ້ສອດຄ່ອງກັບບັນດານິຕິກໍາ ທີ່ໄດ້ປະກາດໃຊ້ກ່ອນແລ້ວ; ສໍາລັບກອງທຶນທີ່ຢູ່ອາໄສ ໃຫ້ພິຈາລະນາສ້າງເປັນນິຕິກຳໜຶ່ງຕ່າງຫາກ;
7. ຮ່າງກົດໝາຍ ວ່າດ້ວຍທະນາຄານແຫ່ງ ສປປ ລາວ:
> ໃຫ້ນິຍາມບັນດາຄຳສັບ ທີ່ກ່ຽວຂ້ອງໃຫ້ຄົບຖ້ວນ; ກໍານົດສິດໃນການອອກ ແລະ ຄຸ້ມຄອງເງິນດິຈິຕອນ;
> ໃຫ້ແຍກຈະແຈ້ງ ພາລະບົດບາດ, ສິດໜ້າທີ່ ແລະ ການເຄື່ອນໄຫວວຽກງານວິຊາສະເພາະຂອງທະນາຄານແຫ່ງ ສປປ ລາວ;
> ໃຫ້ຄົ້ນຄວ້າກຳນົດເນື້ອໃນກ່ຽວກັບ ຄະນະຮັບຜິດຊອບຄຸ້ມຄອງວຽກງານ ທະນາຄານຄຳ, ຊັບສິນດິຈິຕອນ ເຂົ້າຕື່ມ;
> ການແຕ່ງຕັ້ງຄະນະກໍາມະການທີ່ກ່ຽວຂ້ອງ ຕ້ອງໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ໃນປະຈຸບັນ ລວມທັງ ການກໍານົດສິດ ແລະ ໜ້າທີ່ ການເຄື່ອນໄຫວຂອງຄະນະດັ່ງກ່າວ;
> ກຳນົດຄວາມຮັບຜິດຊອບ ໃນການຄຸ້ມຄອງ ແລະ ຊໍາລະສະສາງຊັບສິນຂອງທະນາຄານ ທີ່ໄດ້ມາຈາກງົບປະມານຂອງຕົນ ໃຫ້ສອດຄ່ອງກັບກົດໝາຍກ່ຽວຂ້ອງ;
> ກຳນົດແຈ້ງ ກ່ຽວກັບພາກສ່ວນຮັບຜິດຊອບຄຸ້ມຄອງທຸລະກິດຄຳປະເພດຕ່າງໆ;
8. ຮ່າງກົດໝາຍ ວ່າດ້ວຍການກວດສອບອິດສະຫຼະ:
> ໃຫ້ກຳນົດພາລະບົດບາດ ແລະ ຄວາມຮັບຜິດຊອບ ຂອງພາກສ່ວນທີ່ເຮັດໜ້າທີ່ກວດສອບອິດສະລະ ໃຫ້ສອດຄ່ອງກັບວຽກງານຕົວຈິງ ເພື່ອຫຼີກລ່ຽງການກຳນົດໜ້າທີ່ຊໍ້າຊ້ອນກັບອົງການກວດກາລັດຖະບານ ແລະ ອົງການກວດສອບທີ່ມີແລ້ວ, ທັງຈຳກັດຊ່ອງຫວ່າງ ທີ່ບໍ່ທັນກຳນົດໄວ້ ໃນນິຕິກຳ;
> ພ້ອມກັນນີ້ ເນື້ອໃນໃຫ້ສອດຄ່ອງກັບຮ່າງກົດໝາຍກ່ຽວຂ້ອງ ທີ່ໄດ້ປະກາດໃຊ້ແລ້ວ;
9. ຮ່າງກົດໝາຍ ວ່າດ້ວຍການສຶກສາ:
> ໃຫ້ປັບປຸງບາງເນື້ອໃນ, ບາງມາດຕາ ໃຫ້ຊັດເຈນ ຄົບຖ້ວນຂຶ້ນຕື່ມ;
> ຄົ້ນຄວ້າກໍານົດກ່ຽວກັບຜູ້ຊົງຄຸນວຸດທິ ຢູ່ໃນສະພາທີ່ປຶກສາການສຶກສາ;
> ປັບປຸງເນື້ອໃນຂໍ້ຫ້າມສຳລັບຄູ ໃຫ້ສອດຄ່ອງກວ່າເກົ່າ.
(ສອງ). ສຳລັບວຽກຈຸດສຸມຂອງລັດຖະບານ ແຕ່ນີ້ຮອດທ້າຍເດືອນກັນຍາ 2024, ແມ່ນ:
(1). ສືບຕໍ່ສຸມໃສ່ປະຕິບັດແຜນວຽກຈຸດສຸມ 06 ເດືອນທ້າຍປີ 2024 ທີ່ໄດ້ກຳນົດໄວ້ ໃນມະຕິກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2024 ຕາມມະຕິ ສະບັບເລກທີ 08/ລບ, ລົງວັນທີ 24 ກໍລະກົດ 2024 ກໍຄືຄຳເຫັນທີ່ເລຂາທິການໃຫຍ່, ປະທານປະເທດ ໄດ້ຊີ້ນໍາ ກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ- ການເງິນ, ມາດຕະການແກ້ໄຂໃໝ່ ເພື່ອແກ້ໄຂ 06 ບັນຫາເຄັ່ງຮ້ອນ, ບຸກບືນປະຕິບັດໃຫ້ບັນລຸ 09 ຄາດໝາຍສູ້ຊົນ ໂດຍເອົາໃຈໃສ່ 05 ວິທີເຮັດວຽກແບບບຸກທະລຸ;
(2). ວຽກຕົວຈິງ ຮີບດ່ວນຈໍານວນໜຶ່ງ ທີ່ຕ້ອງໄດ້ສຸມໃສ່ ມີຄື:
1. ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍສະເພາະ:
> ການປ້ອງກັນ, ຮັກສາຄວາມສະຫງົບ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະກະກຽມກອງປະຊຸມສຸດຍອດອາຊຽນ;
> ພ້ອມນີ້ ໃຫ້ເອົາໃຈໃສ່ຊີ້ນໍາການຮັກຄວາມຄວາມເປັນລະບຽບຮຽບຮ້ອຍການຈາລະຈອນຕາມຖະໜົນ ໃນໄລຍະອາທິດທຳອິດຂອງການເປີດສົກຮຽນໃໝ່;
> ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະບັນຫາຢາເສບຕິດ, ກຸ່ມແກ້ງສໍ້ໂກງທາງໂທລະຄົມ ຫຼື ຄອນເຊັນເຕີ;
2. ສືບຕໍ່ປະຕິບັດຕາມແຜນວຽກຈຸດສຸມ ຂອງຄະນະສະເພາະກິດ 19/ກມສພ ໂດຍສະເພາະ
> ແກ້ໄຂບັນຫາເງິນເຟີ້, ຄຸ້ມຄອງອັດຕາແລກປ່ຽນ ແລະ ລາຄາສິນຄ້າ;
> ໃນນີ້, ສຸມໃສ່ສະກັດກັ້ນການຄ້ານອກລະບົບ, ການຄ້າຊາຍແດນທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ; ຊຸກຍູ້ຜູ້ນຳເຂົ້າ-ສົ່ງອອກ ໃຫ້ຈົດທະບຽນ ແລະ ຊໍາລະສະສາງຜ່ານລະບົບທະນາຄານ;
> ຊຸກຍູ້ການນຳໃຊ້ເງິນກີບ ໃນທົ່ວສັງຄົມ ແລະ ເດັດຂາດບໍ່ໃຫ້ຮັບເງິນຕາ;
> ດຶງເອົາເງິນຢູ່ນອກລະບົບ ເຂົ້າສູ່ລະບົບເພື່ອເພີ່ມຄັງສໍາຮອງ;
> ສຸມໃສ່ແກ້ໄຂບັນຫາໜີ້ສິນ ດ້ວຍການເຈລະຈາປັບໂຄງສ້າງໜີ້ ແລະ ຂະຫຍາຍໄລຍະເວລາຊຳລະໜີ້, ແກ້ໄຂເດັດຂາດໂຄງການກູ້ຢືມບໍ່ເກີດດອກອອກຜົນ;
> ເລັ່ງທວງໜີ້ ຈາກບັນດາບໍລິສັດ ຢ່າງເຂັ້ມງວດ ແລະ ເດັດຂາດ;
3. ສຸມໃສ່ຈັດຕັ້ງປະຕິບັດ ການຄຸ້ມຄອງຄຳ ແລະ ທຸລະກິດຄຳ, ໃນນີ້:
> ເກັບກໍາສັງລວມບັນດາຮ້ານຊື້-ຂາຍຄຳ ແລະ ຮີບຮ້ອນສ້າງນິຕິກຳ ເພື່ອຄຸ້ມຄອງແຕ່ສູນກາງຮອດທ້ອງຖິ່ນ;
> ໃຫ້ທະນາຄານ ແຫ່ງ ສປປ ລາວ ສົມທົບກັບຂະແໜງການກ່ຽວຂ້ອງ ຄົ້ນຄວ້າລະບຽບການ ກຳນົດສິດ, ພາລະບົດບາດ ແລະ ໜ້າທີ່ ລວມທັງ ກົນໄກການປະສານງານ ໃນການຄຸ້ມຄອງທຸລະກິດຄຳ ໃຫ້ຈະແຈ້ງ;
> ກວດກາບັນດາບໍລິສັດ ທີ່ໄດ້ອະນຸຍາດໃຫ້ຂຸດຄົ້ນຄຳສົ່ງອອກ ແລະ ຈຳໜ່າຍພາຍໃນ;
4. ແກ້ໄຂບັນຫາພາຫະນະລົດນຳເຂົ້າບໍ່ຖືກຕ້ອງ ແລະ ພາຫະນະຕົກຄ້າງ ຢູ່ເຂດພິເສດສາມຫຼ່ຽມຄຳ, ໃນນີ້:
> ກວດກາ ແລະ ປະເມີນຄືນການຈັດຕັ້ງປະຕິບັດການແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ຕາມຄຳສັ່ງເລກທີ 20/ນຍ ໂດຍສະເພາະ ກຳນົດເວລາການແຈ້ງເສຍພາສີ-ອາກອນ;
> ກວດກາ ແລະ ເກັບກຳຂໍ້ມູນຕື່ມພາຫະນະລົດລັດ (ປ້າຍຟ້າ) ທີ່ມີການສວຍໃຊ້ບໍ່ຖືກລະບຽບ ພ້ອມທັງສັງລວມຂຶ້ນບັນຊີລະອຽດ;
5. ສືບຕໍ່ຕິດຕາມ ການຈັດຕັ້ງປະຕິບັດບັນດາໂຄງການຂະໜາດໃຫຍ່ ເປັນຕົ້ນໂຄງການທາງດ່ວນ, ໂຄງການໄຟຟ້າເພື່ອສົ່ງຂາຍໄປກຳປູເຈຍ, ໂຄງການທາງລົດໄຟ;
6. ສືບຕໍ່ສຸມໃສ່ແກ້ໄຂກ່ຽວກັບບັນດາຊັບສິນທີ່ລັດຍຶດໄດ້ຈາກຄະດີຕ່າງໆ ໂດຍສະເພາະພາຫະນະ, ທີ່ດີນ, ເຮືອນ ແລະ ອື່ນໆ;
(3). ສືບຕໍ່ສຸມໃສ່ສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ X (2026-2030), ພ້ອມທັງຮີບຮ້ອນຈັດສັນການລົງທຶນຂອງລັດ ປະຈຳປີ 2025 ໃຫ້ສໍາເລັດ ເພື່ອລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ໃນເດືອນກັນຍາ 2024;
(4). ສຸມໃສ່ແກ້ໄຂຜົນກະທົບໄພທຳມະຊາດ ຈາກຝົນຕົກໜັກ, ເອົາໃຈໃສ່ການຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ເປັນຕົ້ນການຊ່ວຍເຫຼືອສຸກເສີນເບື້ອງຕົ້ນ, ການປະເມີນຜົນກະທົບ ແລະ ສ້າງແຜນຟື້ນຟູ ໂດຍສະເພາະ ເລັ່ງຟື້ນຟູເຂດພື້ນທີ່ທໍາການຜະລິດຂອງປະຊາຊົນ;
(5). ພ້ອມນີ້ ກໍສືບຕໍ່ຕິດຕາມເຝົ້າລະວັງສະພາບດິນຟ້າອາກາດ ເພື່ອກຽມແຜນຮອງຮັບໄພພິບັດທີ່ອາດຈະເກີດຂຶ້ນໃຫ້ທັນການ; ເອົາໃຈໃສ່ຕິດຕາມລະດັບນ້ຳໃນອ່າງເກັບນ້ຳ ຂອງເຂື່ອນໄຟຟ້າຕ່າງໆ ແລະ ມີການບໍລິຫານຈັດການນ້ຳໃຫ້ດີ;
(6). ສືບຕໍ່ກະກຽມຄວາມພ້ອມໃນການໄຂສົກຮຽນໃໝ່ໃຫ້ດີ; ສືບຕໍ່ແກ້ໄຂບັນຫາການຂາດແຄນຄູ, ການປະລະການຮຽນ ແລະ ອື່ນໆ ທີ່ຕິດພັນກັບສະຖາບັນການສຶກສາ ໃຫ້ດີຂຶ້ນ;
(7). ສືບຕໍ່ຕິດຕາມເຝົ້າລະວັງ, ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໄຂ້ເລືອດອອກ, ພະຍາດໄຂ້ເລືອດດຳ ແລະ ພະຍາດຕາມລະດູການອື່ນໆ ທີ່ຈະກະທົບຕໍ່ສຸຂະພາບ ຊີວິດການເປັນຢູ່ຂອງປະຊາຊົນ;
(8). ແຕ່ລະກະຊວງ, ອົງການ ຮີບຮ້ອນສົ່ງແຜນການສ້າງ ແລະ ປັບປຸງກົດໝາຍ 05 ປີ (2026-2030) ພ້ອມທັງ ນະໂຍບາຍໃນການສ້າງກົດໝາຍ ແລະ ບົດປະເມີນຜົນກະທົບຂອງນະໂຍບາຍໃນການສ້າງກົດໝາຍ ໃຫ້ກະຊວງຍຸຕິທຳ;
(9). ສືບຕໍ່ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການເດີນທາງໄປຢ້ຽມຢາມ ແລະ ເຄື່ອນໄຫວວຽກງານຕ່າງປະເທດຂອງການນຳພັກ-ລັດ ໂດຍສະເພາະ ການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ຂອງເລຂາທິການໃຫຍ່, ປະທານປະເທດ ແລະ ການເຂົ້າຮ່ວມກອງປະຊຸມສອງກົມການເມືອງ ລາວ-ຫວຽດນາມ ໃນເດືອນກັນຍາ; ສືບຕໍ່ສຸມໃສ່ກຽມຄວາມພ້ອມໃຫ້ແກ່ການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ.
ຂໍຂອບໃຈ ເພສ : Sourioudong Sundara
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ



